ສະພາແຫ່ງຊາດ ແຫ່ງ ສປປ ລາວ
The National Assembly of the LAO PDR

      ວັນທີ 2 ພະຈິກ 2021ທ່ານ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄຂຂຶ້ນລະຫວ່າງວັນທີ 1-17 ພະຈິກ 2021. ໂອກາດດັ່ງກ່າວ ທ່ານກ່າວສະແດງຄວາມເປັນເອກະພາບຢ່າງສູງແລະ ຊົມເຊີຍລັດຖະບານ ທີ່ບໍລິຫານວຽກງານຢູ່ໃນທ່າມກາງຄວາມຫຍຸ້ງຍາກ ແລະ ຄວາມຄວາມກົດດັນຈາກຫລາຍສາເຫດ ມີທັງປັດໄຈພາຍໃນ ແລະພາຍນອກ​ ເຮັດໃຫ້ຫລາຍຄາດໝາຍສາມາດບັນລຸໄດ້ຕາມແຜນການ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດລາຍຮັບລາຍຈ່າຍເງິນຕາ ແລະ ວຽກງານອື່ນໆຫລາຍປະການ ໃນທີ່ນີ້ຂ້າພະເຈົ້າຂໍມີຄໍາເຫັນຕໍ່ 2 ບັນຫາ ຄື:

   1) ກ່ຽວກັບການພັດທະນາຊົນນະບົດ ລົບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງ:ຕາມການລາຍງານຂອງລັດຖະບານ ໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປີ 2021 ໄດ້ສຸມທຶນໃນບັນດາຮູບການດັ່ງກ່າວເຖິງ 122ກວ່າຕື້ກີບ ແຕ່ເນື່ອງຈາກສ່ວນໃຫ່ຍແມ່ນໂຄງການເດີມ ເຊິ່ງບໍ່ສາມາດສ້າງເປັນໂຄງການໃໝ່ໃນການພັດທະນາເຂດຊົນນະບົດ ແລະ ຄວາມເປັນຈິງແລ້ວງົບປະມານດັ່ງກ່າວນັ້ນມີຈໍາກັດສ່ວນໃຫ່ຍແມ່ນເນັ້ນໃສ່ການຊໍາລະສະສາງໂຄງການທີ່ປະຕິບັດສໍາເລັດ ແລະ ກໍາລັງປະຕິບັດຢູ່ໃນເຂດນັ້ນ ສະນັ້ນ, ໃນຫລາຍປິຜ່ານມາ ບວກໃສ່ຜົນກະທົບທາງໄພທໍາມະຊາດຢູ່ຊົນນະບົດ ແລະ ອື່ນໆ ຈຶ່ງເຮັດໃຫ້ຊົນນະບົດກໍຍັງເປັນຊົນນະບົດຢູ່ຄືເກົ່າ,ຫລາຍບ້ານ ຫລາຍເມືອງບໍ່ທັນສາມາດບັນລຸເງື່ອນໄຂພົ້ນທຸກໄດ້ ຍ້ອນທຶນຮອນທີ່ກະທົບໃສ່ນັ້ນມີອັນຈໍາກັດຫລາຍ ເພາະມີຫລາຍໂຄງການຢູ່ໃນເຂດຕ່າງໆໂດຍສະເພາະຢູ່ໃນແຂວງບໍລິຄໍາໄຊກໍເຊັນດຽວກັນ ແລະ ເມືອງຊຈໍາພອນ ເປັນໜຶ່ງໃນເຈັດເມືອງ ທີ່ນອນຢູ່ໃນເມືອງທຸກຍາກ. ແຂວງບໍລິຄໍາໄຊ ໄດ້ມີຄວາມພະຍາຍາມສູງ ເພື່ອນໍາເອົາເມືອງດັ່ງກ່າວຫລຸດພົ້ນອອກຈາກຄວາມທຸກຍາກ ມີພົນລະເມືອງຈໍານວນຫລາຍ ຕິດກັບຊາຍແດນຫວຽດນາມ ເຊິ່ງເປັນເຂດພື້ນຖານຂອງການປະຕິວັດ ແລະ ບັນດາທ່ານຜູ້ນໍາລຸ້ນທໍາອິດກໍເຄີຍຜ່ານເຂດດັ່ງກ່າວ ເພື່ອເດີນທາງສູ່ຕາເວັນອອກຜ່ານເມືອງໄຊຈໍາພອນ ເປັນບ້ານເກີດເມືອງນອນຂອງນັກລົບແຂ່ງຂັນ ແລະ ເປັນເຂດຈຸດສຸມແຕ່ວ່າການພັດທະນາເຂດດັ່ງກ່າວນັ້ນ ເຕັມໄປດ້ວຍຄວາມຫລ້າຊ້າ ມີໂຄງການຈໍານວນໜຶ່ງໄດ້ໄປລົງໃສ່ເຂດດັ່ງກ່າວ ແຕ່ການກະທົບດ້ານທຶນຮອນໃສ່ພັດມີໜ້ອຍ ແລະ ຊັກຊ້າອີກດ້ວຍ ສະນັ້ນ, ເມື່ອຕົ້ນປີ 2021ນີ້ ແຂວງບໍລິຄໍາໄຊ ພວກເຮົາຈິ່ງໄດ້ເຮັດໜັງສືສະຫາລັດຖະບານເພື່ອນໍາສະເໜີເອົາໂຄງການພັດທະນາຊົນນະບົດເມືອງໄຊຈໍາພອນ ເປັນຈຸດສຸມຕົວແບບໜຶ່ງເບື້ອງສໍານັກງານນາຍົກເພິ່ນກໍໄດ້ຮັບຊາບບັນຫາດັ່ງກ່າວ ແລະແນະນໍາໃຫ້ກະຊວງກ່ຽວຂ້ອງສົມທົບກັບແຂວງ ເພື່ອສ້າງເປັນໂຄງການລະອຽດ ແລະ ນໍາເອົາເຂົ້າແຜນພັດທະນາ ໃນທີ່ນີ້ໃນນາມສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຕ່າງໜ້າໃຫ້ປະຊາຊົນເຂດດັ່ງກ່າວ ຈຶ່ງສະເໜີຕໍ່ລັັດຖະບານ ຊ່ວຍກະຕຸກຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງເຫລົ່ານັ້ນ ເຊິ່ງຈິດໃຈຂອງທ້ອງຖິ່ນ ແມ່ນຢາກສະເໜີເອົາໂຄງການພັດທະນາເມືອງໄຊຈໍາພອນ ເຂົ້າເປັນໂຄງການບູລິມາສິດໜຶ່ງຂອງລັດຖະບານ ຄືກັນກັບເມືອງຊ່ອນແຂວງຫົວພັນ,ຄືກັນກັບເມືອງນອງ ແຂວງສະຫວັນນະເຂດ ຍ້ອນວ່າເປັນເຂດທີ່ມີລັກສະນະພິເສດຊາຍແດນພື້ນຖານຂອງການປະຕິວັດ ແລະມີຄວາມຫຍຸ້ງຍາກແທ້ໆ ເຊິ່ງການນໍາຫລາຍທ່ານໄດ້ໄປຮອດເຂດດັ່ງກ່າວແລ້ວ ແຕ່ຂີ່ຍົນໄປຍ້ອນວ່າມີຄວາມຫຍຸ້ງຍາກໃນການເດີນທາງ ແລະ ບັນຫາອຸປະສັກຕ່າງໆ ໂດຍຫວາງບໍ່ດົນມານີ້ເສັ້ນທາງກໍຂາດການພົວພັນຕິດຕໍ່ ມີຄວາມຫຍຸ້ງຍາກຫລາຍອ້າຍນ້ອງພະນັກງານແພດທີ່ໄປສັກວັກຊິນໃຫ້ແກ່ປະຊົນ ກໍໄດ້ເອົາລົດຈັກໃສ່ເຮືອຂ້າມນໍ້າບຸກໄປຕາມເສັ້ນທາງຮ່ອມຕ່າງໆເສັ້ນທາງທີ່ປະຊາຊົນໄປຫາໂຮງໝໍກໍບໍ່ສະດວກ ປະຊາຊົນໄດ້ຊອກເອົາໄມ້ ແລະ ກ້ອນຫີນທັບໃສ່ທາງ ເພື່ອໃຫ້ການເດີນທາງພາຍໃນເມືອງຂອງຕົນໄປ-ມາໄດ້ ແລະ ເຫັນວ່າມີຄວາມຫຍຸ້ງຍາກຫລາຍ ຈຶ່ງສະເໜີຕໍ່ເວທີ່ແຫ່ງນີ້ເພື່ອໃຫ້ລັດຖະບານພິຈາລະນາບັນຫາດັ່ງກ່າວ.ສໍາລັບວຽກງານ 3 ສ້າງເປັນຕົ້ນແມ່ນຂົງເຂດລາຍຮັບ,ລາຍຈ່າຍງົບປະມານ-ການເງິນກະຊວງການເງິນໄດ້ມີຄໍາແນະນໍາ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໃນນີ້, ໄດ້ເວົ້າເຖິງການແບ່ງຄວາມຮັບຜິດຊອບດ້ານການເງິນ-ງົບປະມານຢູ່ໃນຂັ້ນທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງຢູ່ໃນການເງິນບ້ານໃຫ້ສາມາດຈັດເກັບລາຍຮັບໄດ້ ເຮັດໃຫ້ການບໍລິຫານຄຸ້ມຄອງການພັດທະນາຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ ແລະຈະສາມາດເກັບໄດ້ຄົບຖ້ວນເປັນຕົ້ນແມ່ນພາສີທີ່ດິນ, ການປ່ຽນແປງກໍາມາສິດ,​ ການຊື້ຂາຍມອບໂອນຄ່າທໍານຽມ ແລະການບໍລິການອື່ນໆ ບັນຫານີ້ໄດ້ເຮັດທົດລອງມາແລ້ວໃນວຽກວຽກງານ 3 ສ້າງ ແລະ ໃນເວລານັ້ນໄດ້ມີການແບ່ງຜົນປະໂຫຍດ 40, 60 ໃຫ້ແກ່ທ້ອງຖິ່ນ ແລະ ໃຫ້ແກ່ບ້ານເພື່ອຈັດເກັບ. ຈຶ່ງສະເໜີຕໍ່ທ່ານ ປະທານໄປຫາກະຊວງການເງິນ ຂໍໃຫ້ມີຄໍາອະທິບາຍຊີ້ແຈງແນະນໍາຕື່ມໃນທາງປະຕິບັດຄໍາແນະນໍາດັ່ງກ່າວ ໂດຍລວມແລ້ວກໍເປັນນິຕິກໍາທີ່ດີ ເພາະວ່າກະຊວງການເງິນໄດ້ມອບໃຫ້ທ້ອງຖິ່ນສ້າງນິຕິກໍາໂດຍຜ່ານສະພາປະຊາຊົນແຂວງ ເພື່ອແບ່ງຄວາມຮັບຜິດຊອບໃນການຈັດເກັບ ແລະ ແບ່ງຜົນປະໂຫຍດລະຫວ່າງແຂວງ, ເມືອງແລະ ບ້ານ ມີຈັກເປີເຊັນ ແຕ່ໃນທີ່ນີ້ຍັງຄ້າງຄາຢູ່ບ່ອນວ່າ ໃນລາຍລະອຽດກົນໄກໃນການຈັດເກັບແລະ ລົງພາກໃດ, ຮ່ວງໃດ ເພື່ອບໍ່ໃຫ້ເປັນຊ່ອງວ່າງ ວ່າເຂດໃດທີ່ຈັດເກັບ 40, 60, 20, 80ແລະ ອື່ນໆ ຂໍໃຫ້ມີນິຕິກໍາແນະລະອຽດ ແລະ ກ່ຽວກັບບັນຫານີ້ ແຂວງບໍລິຄໍາໄຊ ໄດ້ສະເໜີຕໍ່ກະຊວງການເງິນແລ້ວໃນເດືອນ10/2020 ຜ່ານມາ ເພື່ອມີການປະສານສົບທົບໃນການຈັດຕັ້ງປະຕິບັດ ແຕ່ມາຮອດປັດຈຸບັນນີ້ ກໍຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ເປັນລາຍອຽດເທື່ອ.

       2). ກ່ຽວກັບການສົ່ງເສີມການຜະລິດ ແລະ ບັນຫາທີ່ຕ້ອງຊອກຫາທາງອອກ: ຂ້າພະເຈົ້າ ຢາກມີຄໍາເຫັນກ່ຽວກັບການຊຸກຍູ້ສົ່ງເສີມການຜະລິດ ແລະບັນຫາຕ່າງໆ ເພື່ອພວກເຮົາຈະຊອກຫາທາງອອກຮ່ວມກັນ ຂ້າພະເຈົ້າມີຂໍ້ສັງເກດເຫັນວ່າ ຜ່ານການວິໄຈເບິ່ງບົດລາຍງານຂອງລັດຖະບານ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃນປີ 2021 ເຫັນວ່າໂຕເລກ GDPທີ່ພວກເຮົາບັນລຸໄດ້ 3% ນັ້ນເບິ່ງແນວໜຶ່ງກໍໜ້າຊື່ນຊົມ ແຕ່ເບິ່ງໃນລາຍລະອຽດແລ້ວ ເຫັນວ່າເປັນພຽງຕົວເລກທີ່ຍັງບໍ່ທັນຊ່ອງແສງເຖິງການເຕີບໂຕທີ່ແທ້ຈິ່ງເທ່ືອ ເພາະວ່າປັດໄຈທີ່ໄດ້ມາຈາກ 3% GDP ນີ້ ແມ່ນມາຈາກການລົງທຶນວຽກງານກໍ່ສ້າງເຊິ່ງຂະຫຍາຍຕົວເພີ່ມຂຶ້ນ 8,2% ເຂົ້າໃຈວ່າຄົງຈະແມ່ນການລົງທຶນໃສ່ຂົງເຂດການກໍ່ສ້າງ ໂດຍສະເພາະແມ່ນທາງດ່ວນ, ທາງລົດໄຟ, ​ເຄື່ອນໄຟຟ້າ 4,5%. ຂ້າພະເຈົ້າຍອມຮັບວ່າສອງຕົວນີ້ເປັນຕົວຂັບເຄື່ອນໃນດ້ານເສດຖະກິດມະຫາພາກ ​ແຕ່ແນວໃດກໍຕາມ ບັນຫານີ້ກໍບໍ່ທັນແມ່ນຂົງເຂດທີ່ນໍາເອົາລາຍໄດ້ທີ່ແທ້ຈິ່ງມາສູ່ປະຊາຊົນພໍປານໃດ ເພາະສະຖິຕິໄດ້ບອກວ່າ ຂົງເຂດການຄ້າ, ການບໍລິການ, ບ້ານພັກ,ໂຮງແຮມ, ທ່ອງທ່ຽວ, ຂົນສົ່ງຫລຸດລົງເຖິງ 28,3% ອັນນີ້ແມ່ນຂົງເຂດທີ່ຕິດພັນກັບການສ້າງລາຍຮັບໃຫ້ແກ່ປະຊາຊົນ.ເມື່ອກ່ອນກໍຄືປັດຈຸບັນພວກເຮົາຍັງວຽນວົນກັບການຈັດເກັບລາຍຮັບ ໂດຍອີງໃສ່ຊັບພະຍາກອນເປັນຫລັກ ແຕ່ກ່ອນກໍແມ່ນໄມ້, ແຮ່ທາດ ເຊິ່ງເມື່ອໃດ ຫລືປີໃດລາຄາຕະຫລາດໂລກອ່າວດີ ການຈັດເກັບລາຍຮັບກໍອ່າວໄດ້ດີ ຈົນມາຮອດປັດຈຸບັນນີ້ ພວກເຮົາກໍຍັງວົນວຽນວັງວົນຢູ່ນໍາອັນເດີມ. ນອກຈາກນີ້ ການຈັດເກັບລາຍຮັບກໍຍັງແມ່ນນໍາ້ມັນເຊື້ອໄຟ ເພາະວ່າເງິນພາສີລາຍຮັບທີ່ໄດ້ຈາກການນໍາເຂົ້ານີ້ ກໍກວມລາຍຮັບບໍ່ໜ້ອຍຈາກລາຍຮັບທັງໝົດ, ໃນນັ້ນ ກອງທຶນກໍມາຈາກນໍາ້ມັນອີກດ້ວຍ ສະນັ້ນເວົ້າຈັ່ງໜຶ່ງກໍແມ່ນວ່າ ລາຍຮັບທີ່ໄດ້ຈາກສິ່ງເຫຼົ່ານີ້ ກໍແມ່ນໄດ້ມາຈາກການຊອກຫາເງິນຕາຈໍານວນມະຫາສານ ໂດຍເອົາເງິນກີບມາແລກເອົາສິ່ງນີ້ ເພື່ອສົ່ງອອກໄປແລ້ວຊື້ເອົາສິ່ງເຫລົ່ານັ້ນກັບຄືນມາແລະ ສ່ວນໜຶ່ງກາຍເປັນພາສີອາກອນ ເຊິ່ງການລາຍງານຂອງທະນາຄານ ສປປລາວ ວ່າເງິນໄຫລອອກປະມານ 34 ລ້ານໂດລາຕໍ່ເດືອນ, ຂ້າພະເຈົ້າເຫັນວ່າອັນນີ້ອາດຈະແມ່ນໃນລະບົບທະນາຄານ ແຕ່ໂດຍທົ່ວໄປຫາກເວົ້າໝົດລະບົບຄົງຈະຫລາຍກວ່ານັ້ນຫລາຍເທົ່າ ເພາະວ່າມູນຄ່າການນໍາເຂົ້າ 9 ເດືອນມີເຖິງ4.000 ລ້ານໂດລາ ສະແດງວ່າເງິນທີ່ໄຫລອອກໄປນັ້ນ ແມ່ນເປັນເງິນຕາທັງໝົດ ສະນັ້ນ, ບັນຫາຕ່າງໆທີ່ຢາກເວົ້າເຖິງ ຄືລາຍຮັບທີ່ໄດ້ມານີ້ແມ່ນການເພິ່ງພາຊັບພະກອນທໍາມະຊາດບໍ່ຍືນຍົງ ເຊິ່ງພວກເຮົາຮູ້ນໍາກັນຢູ່ແລ້ວວ່າຜ່ານໆກໍເປັນແນວນີ້ມາຫລາຍໆປີ ສະນັ້ນ ຈຶ່ງຢາກຍົກຂຶ້ນມາປຶກສາຫາທາງອອກນໍາກັນ ວ່າເຮົາຈະສ້າງຄວາມເຂັ້ມແຂງໃຫ້ແກ່ຮາກຖານການຜະລິດຢູ່ພາຍໃນຄືແນວໃດ ເພື່ອເຮັດໃຫ້ເສດຖະກິດພວກເຮົາພົ້ນຈາກສະພາບບອບບາງອ່ອນແອ ເຊິ່ງພວກເຮົາກໍໄດ້ພະຍາຍາມສະຫລຸບແລ້ວສະຫລຸບອີກແລະ ຈະເຮັດແນວໃດກ່ຽວກັບບັນຫາກ່າວ ເຊິ່ງບັນຫານີ້ກະຊວງການເງິນໄດ້ມີແຜນການລະອຽດສົມຄວນ ວ່າໃນ 5 ປີຕໍ່ໜ້ານີ້ ຈະເພີ່ມລາຍຮັບໃຫ້ແກ່ພາຍໃນ ແລະ ໃຫ້ເກັບໄດ້ເຖິງ10.000 ຕື້ກີບ ອັນນີ້ເປັນວິທີທາງທີ່ດີ ແຕ່ວ່າບັນຫາຖານລາຍຮັບນີ້ມາແຕ່ໃສ ຈະເກິີດຂຶ້ນແນວໃດ ຖ້າຫາກຍັງເກັບອັນເກົ່າ ແບບເກົ່າ ແລະ ບໍ່ທັນມີມາດຕະການສົ່ງເສີມລະອຽດເປັນຮູບປະທໍາ.

        ປັດຈຸບັນນີ້ ຜົນກະທົບຈາກໂຄວິດ-19 ການແຂ່ງຂັນຈາກພາຍນອກ,​ ການປັບຕົວຈາກທຸລະກິດພາຍໃນ ບໍ່ພຽງແຕ່ວ່າຈະສົ່ງຜົນໃຫ້ຖານທຸລະກິດບໍ່ຂະຫຍາຍຕົວ ຫາກຍັງຍຸບຍອບລົງ ບາງກໍລະນີຍຸບຊົ່ວຄາວ, ບາງກໍລະນີຍຸບຖາວອນ ສະນັ້ນເຮົາຈະຫາທາງອອກແນວໃດກ່ຽວກັບບັນຫານີ້ ຂ້າພະເຈົ້າຈຶ່ງສະເໜີວ່າ ເຮົາຄວນສ້າງໂຄງການສະເພາະຕິດພັນກັບລົດໄຟໄດ້ບໍ່? ເອົາຍັງມາເປັນປັດໄຈໂດຍເຮົາມີແຮງງານກັບຈາກຕ່າງປະເທດຈໍານວນຫລາຍມື່ນຄົນ.ທ່ານກ່າວຕື່ມອີກວ່າ: ພວກເຮົາມີທຶນຮອນ ມີຍອດລະດົມເງິນຝາກເພີ່ມຂື້ນ20% ທຽບໄລຍະດຽວກັບປີກາຍກວມ 71% ຂອງ GDPລື່ນແຜນນີ້ 61% ແຕ່ຍອດສິນເຊື່ອເພີ່ມຂື້ນພຽງແຕ່ 5% ຂໍໃຫ້ບັນດາທ່ານສົມທຽບສອງຕົວເລກລະດົມເງິນຟາກເພີ່ມຂຶ້ນ20% ແຕ່ປ່ອຍສິນເຊື່ອເພີ່ມຂຶ້ນພຽງແຕ່ 5% ໃນນີ້ການປ່ອຍສິນເຊື່ອໃນຂົງເຂດກະສິກໍາມີພຽງແຕ່ 8% ເຊິ່ງຕາມແຜນແລ້ວແມ່ນ 10% ຖືວ່າຍັງບໍ່ໄດ້ຄາດໝາຍເທື່ອ.ການເຊັນສັນຍາ ຫລືອານຸສັນຍາກັບ ສປຈີນ ແລະບັນດາປະເທດທີ່ໃກ້ຄຽງ ມີຫລາຍລາຍການສິນຄ້າ ສະນັ້ນ,ບັນຫານີ້ຍັງຕີຈັງຫວະບໍ່ທັນເຂົ້າກັນເປັນອັນໜຶ່ງອັນດຽວ ຕ່າງຄົນຕ່າງເຮັດຕ່າງຄົນຕ່າງທໍາ ແລະມີແຜນພໍໃຜພໍລາວ ບໍ່ທັນປະສົມກົມກຽວກັນແກ້ ຈຶ່ງບໍ່ສາມາດເຮັດໃຫ້ຂະບວນການຜະລິດ ກາຍເປັນຮູບປະທໍາທີ່ແຂງແຮງໄດ້ ປັດຈຸບັນເຮົາມີການຕ້ອນຮັບຂະບວນລົດໄຟ ໃນນັ້ນມີຂະບວນລ້ານຊ້າງ ແລະ ຂະບວນແຄນລາວ ຂ້າພະເຈົ້າຢາກສະເໜີວ່າ ຄວນໃຫ້ມີຂະບວນເພື່ອສົ່ງອອກສິນຄ້າ ແລະ ຈະໃສ່ຊື່ຂະບວນດັ່ງກ່າວແນວໃດດີ? ຈະໃສ່ຊື່ວ່າຕູ້ສິນຄ້າອາຫານເມືອງລາວ,​ ຕູ້ຖົ່ວລຽນ,ຕູ້ເຂົ້າ, ຕູ້ກ້ວຍ ແລະ ອື່ນໆເພື່ອເປັນການປຸກຂະບວນການດໍາເນີນການຜະລິດ ແລະ ສົ່ງອອກໄປຕ່າງປະເທດໃຫ້ຟົດຟື້ນ. ບັນຫາດັ່ງກ່າວພວກເຮົາໄດ້ມີນິຕິກໍາຫລາຍອັນ ແລະ ກໍານົດຢູ່ໃນວາລະແຫ່ງຊາດແລ້ວແຕ່ວ່າແນວໃດກໍຕາມ ຢາກສະເໜີໃຫ້ກະຊວງກ່ຽວຂ້ອງລົງເລິກໃນມາດຕະການລະອຽດຕື່ມເພາະວ່າພວກເຮົາເວົ້າອາດຈະງ່າຍ ແຕ່ວ່າໃນຕົວຈິງແລ້ວ ການສົ່ງອອກອາດຈະມີອຸປະສັກ ແລະ ມີຄວາມຫຍຸ້ງຍາກບໍ່ໜ້ອຍ ໂດຍສະເພາະຕໍ່ຜູ້ຜະລິດການຫັນປ່ຽນຈາການຜະລິດທໍາມະດາເພື່ອສົ່ງອອກມັນບໍ່ງ່າຍ ຕົວຢ່າງ:​ອຸປະສັກກ່ຽວກັບການສົ່ງເຂົ້າອອກ ແລະ ເຂົ້າຕ້ອງມີມາດຕະຖານ ໂດຍຄວາມສຸ່ມຈະໃຫ້ຢູ່ໃນລະດັບ 14% ເຂົ້າເມັດເຕັມ74% ເຂົ້າເມັດແຕກ 3% ເຂົ້າເມັດເຈືອປົນ 0,5% ຢູ່ໃນນີ້ຄວາມບໍລິສຸດ 93%​ ຄວາມຍາວຂອງເມັດເຂົົ້າ 7,02 ML(ມິນລີແມັດ) ມີ 12 ມາດຕະຖານສະເພາະສົ່ງອອກໄປຈີນສະນັ້ນເຮົາຈະເວົ້າເງື່ອນໄຂນີ້ກັບປະຊາຊົນທົ່ວໆໄປ  ແມ່ນເປັນເລື່ອງທີ່ບໍ່ງ່າຍປານໃດ ເຮົາຈະເວົ້າລວມໆບໍ່ໄດ້ອີກແລ້ວ ເຮົາຈະຕ້ອງມີການຈັດຕັ້ງກຸ່ມການຜະລິດ ມີການຈັດຕັ້ງປັບປຸງປ່ຽນແປງວິທີເຮັດ, ວິທີການດໍາເນີນຢ່າງຄັກແນ່ ຈຶ່ງຈະສາມາດຜ່ານຜ່າອຸປະສັກດັ່ງກ່າວນີ້ໄດ້.