ສະພາແຫ່ງຊາດ ແຫ່ງ ສປປ ລາວ
The National Assembly of the LAO PDR

ທ່ານ ສອນໄຊ ສິດພະໄຊ ຜຸ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາໃນໄລຍະ 09 ເດືອນຕົ້ນປີ 2021, ແຜນວຽກຈຸດສຸມຮອດທ້າຍປີ 2020 ແລະ ທິດທາງແຜນການ ປີ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ມີລາຍລະອຽດດັ່ງນີ້:

I. ການຈັດຕັ້ງປະຕິບັດແຜນເງິນຕາ 09 ເດືອນຕົ້ນປີ 2021

ໃນໄລຍະ 09 ເດືອນຕົ້ນປີ 2021, ການຈັດຕັ້ງປະຕິບັດແຜນເງິນຕາໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ຈາກທັງພາຍນອກ ແລະ ພາຍໃນ ເປັນຕົ້ນ ການແຂງຄ່າຂອງເງິນຕາຕ່າງປະເທດສະກຸນຫລັກ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານ້ໍາມັນດິບ, ລາຄາສະບຽງອາຫານ ຢູ່ຕະຫລາດສາກົນ; ສະພາບຄວາມຕ້ອງການໃນການຊໍາລະກັບຕ່າງປະເທດຍັງຢູ່ໃນລະດັບສູງ ແຕ່ແຫລ່ງລາຍຮັບຂອງປະເທດຫລຸດລົງຫລາຍ ຈາກຜົນກະທົບຂອງພະຍາດໂຄວິດ-19; ໃນນີ້, ເຖິງແມ່ນວ່າໃນໄລຍະ 09 ເດືອນຕົ້ນປີ 2021 ດຸນການຄ້າກັບຕ່າງປະເທດ ຂອງປະເທດເຮົາໄດ້ເກີນດຸນ ແຕ່ປະເທດເຮົາຍັງຂາດດຸນດ້ານການບໍລິການ ແລະ ຂາດດຸນລາຍຮັບຂັ້ນໜຶ່ງກັບຕ່າງປະເທດ ເຮັດໃຫ້ໃນໄລຍະ 09 ເດືອນຕົ້ນປີ 2021 ມີກະແສເງິນໄຫລອອກສຸດທິ (ກະແສເງິນໄຫລອອກນອກປະເທດຫລາຍກວ່າໄຫລເຂົ້າປະເທດ) ປະມານ 303 ລ້ານໂດລາ ຫລື ປະມານ 34 ລ້ານໂດລາ ຕໍ່ເດືອນ. ນອກຈາກນີ້, ຫລາຍຂົງເຂດການຜະລິດແມ່ນໄດ້ຮັບຜົນກະທົບຈາກອຸທົກກະໄພ, ພະຍາດໂຄວິດ-19, ພະຍາດລະບາດໃນສັດ. ພາຍໃຕ້ສະພາບຄືດັ່ງກ່າວ, ເພື່ອໃຫ້ບັນລຸໄດ້ຕາມບັນດາຄາດໝາຍທີ່ສະ ພາແຫ່ງຊາດໄດ້ຮັບຮອງ, ລັດຖະບານໄດ້ຊີ້ນຳຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການ ດ້ານເງິນຕາ ຕົ້ນຕໍ ຄື

ດັ່ງນີ້:

  1. ດ້ານນະໂຍບາຍເງິນຕາ

ໄດ້ສືບຕໍ່ປະຕິບັດນະໂຍບາຍເງິນຕາ ຕາມທິດແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ແລະ ຊຸກຍູ້ການຂະ ຫຍາຍຕົວຂອງເສດຖະກິດ ໂດຍໄດ້:

  1. ຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄວ້ໃນລະດັບ ເທົ່າກັບລະດັບທີ່ໄດ້ມີການປັບຫລຸດໃນຕົ້ນຜ່ານ ມາ, ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ໃນລະດັບເທົ່າທີ່ໄດ້ມີການປັບຫລຸດໃນເດືອນພຶດສະພາ 2021 ເພື່ອສ້າງເງື່ອນໄຂອໍານວຍດ້ານສະພາບຄ່ອງໃຫ້ແກ່ລະບົບທະນາຄານ;
  2. ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ລູກຄ້າ 503 ລາຍ; ເຊິ່ງຮອດເດືອນກັນຍາ 2021 ໄດ້ມີການເບີກຖອນນໍາໃຊ້ແລ້ວ 1.665 ຕື້ກີບ; ໃນນັ້ນ, ເປັນສິນເຊື່ອໃຫ້ຂະແໜງກະສິກຳ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ແລະ ສ່ວນທີ່ເຫຼືອແມ່ນໃຫ້ຂະແໜງຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ, ຂະແໜງການທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆ ທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກ ໃນຂອບເຂດທົ່ວປະເທດ ຄື: ນະຄອນ ຫລວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ແຂວງຈໍາປາສັກ ກວມ 11% ຂອງຍອດການປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆໃນທົ່ວປະເທດ. ພ້ອມນີ້, ໄດ້ສະໜອງແຫລ່ງທຶນໃຫ້ແກ່ກອງທຶນສົ່ງເສີມວິສາຫະກິດຂະ   ໜາດນ້ອຍ-ກາງ (SMEs) ຜ່ານກະຊວງການເງິນ ຈຳນວນ 100 ຕື້ກີບ;
  3. ປະກອບສ່ວນແກ້ໄຂສະພາບຄ່ອງດ້ານງົບປະມານ ດ້ວຍຫລາຍຮູບການ ຄື:

+ ຈັດຕັ້ງປະມູນຂາຍພັນທະບັດຄັງເງິນໃຫ້ທະນາຄານທຸລະກິດ ແລະ ບັນດາກອງທຶນໄດ້ 968 ຕື້ກີບ; ພ້ອມທັງຂາຍພັນທະບັດລັດຖະບານ ຜ່ານຕະຫລາດຫລັກຊັບລາວໄດ້ 1.073 ຕື້ກີບ ແລະ 33,3 ລ້ານໂດລາ.

+ ປະຕິບັດການແກ້ໄຂບັນຫາໜີ້ໂຄງການລົງທຶນຂອງລັດ (ບ້ວງ 10.000 ຕື້ກີບ) ດ້ວຍຮູບການອວ່າຍໜີ້ 3 ແຈ ເປັນສອງໄລຍະ ໂດຍຈັດຕັ້ງປະຕິບັດໄດ້ປະມານ 3.300 ຕື້ກີບ ກວມເອົາ 82,5% ຂອງແຜນການອວ່າຍໜີ້ 3 ແຈ. (ໃນນີ້, ທະນາຄານກາງໄດ້ຮັບຊື້ພັນທະບັດບ້ວງອວ່າຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດສ້າງເງື່ອນໄຂໃຫ້ທະນາຄານທຸລະກິດກ່ຽວຂ້ອງສາມາດສະໜອງສິນເຊື່ອ ໃຫ້ພາກສ່ວນເສດຖະກິດໄດ້ຫລາຍຂຶ້ນ).

2. ດ້ານນະໂຍບາຍອັດຕາແລກປ່ຽນ

ໄດ້ສືບຕໍ່ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ, ໃນນີ້, ນະໂຍ ບາຍ ແລະ ມາດຕະການທີ່ພົ້ນເດັ່ນທີ່ໄດ້ປະຕິບັດ ແມ່ນ:

1) ປັບປຸງກົນໄກການຄຸ້ມຄອງຮ້ານແລກປ່ຽນເງິນຕາ ໃຫ້ຮັດກຸມ ແລະ ທົ່ວເຖິງຫລາຍຂຶ້ນ ໂດຍໄດ້ຢຸດຮັບການສະເໜີ ແລະ ຢຸດການອອກໃບອະນຸຍາດເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ໃນເດືອນມິຖຸນາ 2021 ແລະ ດໍາເນີນຂະບວນການຫັນຮ້ານແລກປ່ຽນເງິນຕາ ໄປເປັນຮ້ານແລກປ່ຽນຕົວແທນຂອງທະນາຄານທຸລະກິດໃນການແລກປ່ຽນເງິນຕາ. ມາຮອດປັດຈຸບັນ, ມີຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈໍານວນ 419 ຮ້ານ ຈາກ 550 ຮ້ານແລກປ່ຽນເງິນຕາທັງໝົດໃນເມື່ອກ່ອນ; ເຊິ່ງຮ້ານທີ່ບໍ່ສາມາດຫັນເປັນຮ້ານຕົວແທນຂອງທະນາຄານທຸລະກິດໄດ້ ແມ່ນຈະບໍ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວແລກປ່ຽນເງິນຕາຕາມລະບຽບກົດໝາຍ ໂດຍປັດຈຸບັນກໍາລັງຢູ່ໃນຂັ້ນຕອນຍົກເລີກຖອດຖອນໃບອະນຸຍາດຂອງບັນດາຮ້ານດັ່ງກ່າວ ແລະ ສືບຕໍ່ດໍາເນີນຂະບວນການຈໍານວນໜຶ່ງ ເພື່ອໃຫ້ການຫັນຮ້ານແລກປ່ຽນເງິນຕາໄປຂຶ້ນກັບທະນາຄານທຸລະກິດ ໃຫ້ສໍາເລັດສົມບຸນພາຍໃນທ້າຍປີ 2021;

2) ປັບປຸງກົນໄກການກໍານົດອັດຕາແລກປ່ຽນ ໃນກາງເດືອນກັນຍາ 2020 ເພື່ອໃຫ້ອັດຕາແລກປ່ຽນສ່ອງແສງສະພາບພື້ນຖານເສດຖະກິດ, ສະພາບຄວາມຕ້ອງການ-ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດ ໃຫ້ໄດ້ຫລາຍຂຶ້ນ, ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດໄດ້ຫລາຍຂຶ້ນ ແລະ ເຮັດໃຫ້ສ່ວນຕ່າງລະ ຫວ່າງອັດຕາແລກປ່ຽນທາງການ ແລະ ຕະຫລາດນອກລະບົບແຄບເຂົ້າ; ໂດຍໄດ້ອະນຸຍາດໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດກໍານົດອັດຕາແລກປ່ຽນຂອງຕົນໄດ້ໃນຂອບທີ່ກວ້າງອອກເປັນ ±1,5% ທຽບກັບອັດຕາແລກປ່ຽນອ້າງອີງຂອງທະນາຄານກາງ ຈາກລະດັບ ±0,25% ທີ່ເຄີຍໄດ້ກຳນົດມາແຕ່ປີ 2008. ມາເຖິງປັດຈຸບັນ, ການປະຕິບັດນະໂຍບາຍດັ່ງກ່າວເວົ້າໄດ້ວ່າປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ໄດ້ໃນລະດັບດີສົມຄວນ; ເຮັດໃຫ້ໃນທ້າຍເດືອນກັນຍາ 2021 ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງທະນາຄານ ແລະ ຕະຫລາດນອກລະບົບ ແຄບເຂົ້າມາຢູ່ໃນລະດັບ 17,4% ແລະ ແຄບລົງຕື່ມມາຢູ່ໃນລະດັບ 13,36% ໃນວັນທີ 31 ຕຸລາ 2021 ຈາກລະດັບທີ່ເຄີຍກວ້າງອອກສູງສຸດໃນປີນີ້ ເຖິງ 22,12% ໃນກາງເດືອນກໍລະກົດ, ພ້ອມກັນນີ້, ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນບາດແມ່ນຢູ່ໃນລະດັບທີ່ຕໍ່າກວ່າ 1% ແລະ ຫຍັບໃກ້ເຂົ້າຫາ 0% ຈາກທີ່ເຄີຍກວ້າງອອກສູງສຸດໃນປີນີ້ເຖິງ 6,13% ໃນຕົ້ນເດືອນກໍລະກົດ.

3. ດ້ານການຄຸ້ມຄອງເງິນຕາຕ່າງປະເທດ

1) ໄດ້ຄົ້ນຄວ້າ ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດເພື່ອຍົກລະດັບການຄຸ້ມຄອງເງິນຕາຕ່າງປະເທດດີຂຶ້ນ ໃຫ້ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ຖານະການຊໍາລະກັບຕ່າງປະເທດ ເພື່ອຮັບປະກັນໄດ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໂດຍໄດ້ລົງເລິກປັບປຸງກົນໄກການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກປະເທດ ທີ່ຕິດພັນກັບການລົງທຶນຈາກຕ່າງປະເທດ, ການສົ່ງອອກ-ການນໍາເຂົ້າ ໃຫ້ມີລັກສະນະຮັດກຸມ ຍິ່ງຂຶ້ນ ເລີ່ມຈາກການຄຸ້ມຄອງລາຍຮັບຈາກການສົ່ງອອກບັນດາແຮ່ທາດພາຍໃຕ້ໂຄງການທົດລອງ;

2) ປັບປຸງລະບົບການແລກປ່ຽນຂໍ້ມູນ ແລະ ເຮັດວຽກຮ່ວມກັນລະຫວ່າງພາກສ່ວນຮັບຜິດຊອບ ໃຫ້ມີຄວາມກົມກຽວ ແລະ ເປັນລະບົບ ຕໍ່ເນື່ອງຫລາຍຂຶ້ນ ໃນການຄຸ້ມຄອງການເຄື່ອນໄຫວທຸລະກິດດ້ານການເງິນ ໃຫ້ມີປະສິດທິຜົນຫລາຍຂຶ້ນ ເປັນຕົ້ນ ການແລກປ່ຽນເງິນຕາ, ການເຄື່ອນຍ້າຍເງິນລະຫວ່າງປະເທດ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ.

4. ດ້ານການຮັກສາຄວາມໝັ້ນຄົງຂອງທະນາຄານທຸລະກິດ ແລະ ສົ່ງເສີມການເຂົ້າເຖິງແຫລ່ງທຶນ

1) ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ເພື່ອຊ່ວຍລູກຄ້າສິນເຊື່ອທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ທັງໃຫ້ຮັບປະກັນຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ;

2) ປັບປຸງໂຄງສ້າງຂອງທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ ໂດຍຫັນໄປເປັນບໍລິສັດລັດຮ່ວມທຶນ (ລັດຂາຍຮຸ້ນລັດອອກ 70% ໃຫ້ເອກະຊົນ ແລະ ຮັກສາໄວ້ 30%). ໃນນີ້, ທະນາຄານພັດທະນາລາວໄດ້ສໍາເລັດການປັບປຸງໂຄງສ້າງໂດຍພື້ນຖານແລ້ວ ແລະ ທະນາຄານສົ່ງເສີມກະສິກຳແມ່ນຄາດວ່າຈະສໍາເລັດການເຊັນສັນຍາຮ່ວມທຶນ ຕາມໂຄງສ້າງໃໝ່ທີ່ໄດ້ປັບປຸງພາຍໃນຕົ້ນເດືອນພະຈິກນີ້;

3) ກະກຽມສະເໜີຮັບຮອງຂັ້ນລັດຖະບານ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ແບບແຜນການເຄື່ອນ ໄຫວຂອງທະນາຄານນະໂຍບາຍ ໃຫ້ເຂັ້ມແຂງຂຶ້ນ ເພື່ອຫັນໄປເປັນທະນາຄານພັດທະນາຊົນນະບົດ ເປັນທະນາຄານສະເພາະກິດ ທີ່ເຄື່ອນໄຫວມີປະສິດທິຜົນ ຕາມນະໂຍບາຍຂອງລັດຖະບານແຕ່ລະໄລຍະ;

4) ຄົ້ນຄວ້າກຳນົດເງື່ອນໄຂ ແລະ ລະບຽບການຕິດພັນກັບການຄຸ້ມຄອງທະນາຄານຄໍາ.

5. ດ້ານການພັດທະນາລະບົບການຊໍາລະ

1) ປະສານສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າກຳນົດລະບຽບໃນການຄຸ້ມຄອງການດໍາເນີນທຸລະກິດ ຊື້-ຂາຍຊັບສິນດິຈິຕອນ; ເຊິ່ງໃນພຶດຕິກໍາຕົວຈິງການເຄື່ອນໄຫວກ່ຽວກັບຊັບສິນດິຈິຕອນ (Crypto Currency) ໄດ້ເກີດຂຶ້ນ ແລະ ມີແຜ່ຫລາຍ ແຕ່ໃນດ້ານກົນໄກ ແລະ ລະບຽບການຄຸ້ມຄອງແມ່ນພວກເຮົາຕ້ອງໄດ້ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ຮັດກຸມ ເພື່ອຫລຸດຜ່ອນໄດ້ຄວາມສ່ຽງທີ່ຈະເກີດຂຶ້ນ ແລະ ສ້າງປະໂຫຍດໃຫ້ແກ່ສ່ວນລວມໃຫ້ໄດ້ຫລາຍທີ່ສຸດ;

2) ສ້າງເງື່ອນໄຂໃຫ້ລະບົບການເກັບລາຍຮັບງົບປະມານ ມີການເຊື່ອມໂຍງ ລວມສູນກັບລະບົບຂອງທະນາຄານ ໃຫ້ຫລາຍ ແລະ ທົ່ວເຖິງຂຶ້ນ ເປັນຕົ້ນ ການສ້າງກົນໄກເພື່ອລວມສູນລາຍຮັບຈາກການປະຕິບັດພັນທະຕໍ່ລັດເປັນເງິນຕາຕ່າງປະເທດ ໃຫ້ລວມສູນຢູ່ບັນຊີຄັງເງິນແຫ່ງຊາດຢູ່ທະນາຄານກາງ, ປັບປຸງກົນໄກການຄຸ້ມຄອງການຊໍາລະລະຫວ່າງປະເທດໃຫ້ຮັດກຸມ ແລະ ສອດຄ່ອງກັບພື້ນຖານເງື່ອນໄຂເສດຖະກິດຫລາຍຂຶ້ນ; ພັດທະນາລະບົບການຊໍາລະຢູ່ພາຍໃນ ໃຫ້ມີຄວາມປອດໄພ, ເຊື່ອມໂຍງກັນໄດ້ຫລາຍຂຶ້ນ ທັງມີລະບົບການຄຸ້ມຄອງທີ່ມີລັກສະນະລວມສູນ.

ຈາກການຈັດຕັ້ງປະຕິບັດຄືດັ່ງກ່າວ ໃນໄລຍະ 9 ເດືອນຕົ້ນປີ 2021 ໄດ້ເຮັດໃຫ້ບັນດາຄາດໝາຍດ້ານເງິນຕາຫລາຍຄາດໝາຍ. ຂໍລາຍງານເພີ່ມເຕີມກ່ຽວກັບບາງບັນຫາດ້ານເງິນຕາ ທີ່ຍັງຕ້ອງໄດ້ເອົາໃຈໃສ່ ແລະ ສືບຕໍ່ແກ້ໄຂດັ່ງນີ້:

1) ຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງທະນາຄານ ແລະ ຂອງຕະຫລາດນອກລະບົບ ເຖິງແມ່ນວ່າໄດ້ມີທ່າອ່ຽງຫລຸດລົງນັບແຕ່ໄລຍະທ້າຍເດືອນກັນຍາເປັນຕົ້ນມາ ແຕ່ກໍຍັງຢູ່ໃນລະດັບສູງ, ສະເລ່ຍ 09 ເດືອນຕົ້ນປີ 2021 ຢູ່ ໃນລະດັບ 12,31%; ຍ້ອນແຫລ່ງເງິນຕາຕ່າງປະເທດຂອງປະເທດ ຂອງລະບົບທະນາຄານ ຍັງຈໍາກັດ ແຕ່ຄວາມຕ້ອງການເງິນເພື່ອຊໍາລະໜີ້ສິນ, ຊຳລະຄ່າສິນຄ້າ ແລະ ການບໍລິການກັບຕ່າງປະເທດ ຍັງຢູ່ໃນລະດັບສູງຕໍ່ເນື່ອງ; ໃນຂະນະທີ່ລະບົບກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການຈັດຕັ້ງປະຕິບັດລະບຽບກົດໝາຍ ຍັງຕ້ອງການປັບປຸງໃຫ້ຮັບປະກັນຫລາຍຂຶ້ນ;

2) ສິນເຊື່ອ ເຖິງແມ່ນວ່າໄດ້ສືບຕໍ່ຂະຫຍາຍຕົວ ແຕ່ກໍຂະຫຍາຍຕົວໃນຈັງຫວະທີ່ຊ້າກວ່າໄລຍະດຽວກັນຂອງປີຜ່ານມາ, ສິນເຊື່ອໃຫ້ SMEs ມີທ່າອ່ຽງເພີ່ມຂຶ້ນ ແຕ່ກໍຍັງຢູ່ໃນລະດັບ 18% ຂອງຍອດເຫລືອສິນເຊື່ອທັງໝົດ ແລະ ສິນເຊື່ອໃຫ້ຂະແໜງກະສິກໍາຍັງກວມອັດຕາສ່ວນ ປະມານ 8% ຂອງຍອດເຫລືອສິນເຊື່ອທັງໝົດ; ເຊິ່ງຕາມວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແມ່ນໄດ້ກຳນົດຄາດໝາຍຍອດເຫລືອສິນເຊື່ອໃຫ້ຂະແໜງກະສິກໍາ-ເຄິ່ງປຸງແຕ່ງ ຕ້ອງໃຫ້ໄດ້ຢ່າງໜ້ອຍ 10% ຂອງຍອດເຫລືອສິນເຊື່ອທັງໝົດ ພາຍໃນປີ 2023. ສາ ເຫດທີ່ພາໃຫ້ເປັນຄືດັ່ງກ່າວກໍມີຫລາຍປັດໄຈຄື: ສະພາບແວດລ້ອມ ບັນຍາກາດໃນການດໍາເນີນທຸລະກິດທີ່ບໍ່ທັນເອື້ອອໍານວຍເທົ່າທີ່ຄວນ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19; ໃນສະພາບທີ່ເງື່ອນໄຂດ້ານເສດຖະກິດຍັງບໍ່ມີຄວາມແນ່ນອນ ບັນດາສະຖາບັນການເງິນກໍມີຄວາມລະມັດລະວັງໃນການປ່ອຍສິນເຊື່ອຫລາຍຂຶ້ນ ເພື່ອປ້ອງກັນຄວາມສ່ຽງທີ່ຈະເກີດເປັນໜີ້ເສຍ ແລະ ຮັບປະກັນການນໍາໃຊ້ສິນເຊື່ອໃຫ້ຖືກຕ້ອງຕາມເປົ້າໝາຍແທ້; ເງື່ອນ ໄຂຄວາມພ້ອມໃນການເຂົ້າເຖິງແຫລ່ງທຶນຈາກລະບົບທະນາຄານຂອງ SMEs ຍັງຈຳກັດ;

3) ຍັງມີການເຄື່ອນໄຫວທຸລະກິດດ້ານການເງິນຂອງບຸກຄົນ, ນິຕິບຸກຄົນ ແບບບໍ່ສອດຄ່ອງກັບລະບຽບກົດ   ໝາຍຈໍານວນບໍ່ໜ້ອຍ ເປັນຕົ້ນ ຕິດພັນກັບການແລກປ່ຽນເງິນຕາ, ການເຄື່ອນຍ້າຍເງິນລະຫວ່າງປະເທດ ທີ່ຍັງບໍ່ທັນສາມາດຄຸ້ມຄອງໄດ້ຢ່າງເຄັ່ງຄັດ ແລະ ທົ່ວເຖິງ ຕາມລະບຽບກົດໝາຍ.

II. ແຜນວຽກຈຸດສຸມຮອດທ້າຍປີ 2021

ໃນໄລຍະທ້າຍປີ 2021, ຄາດວ່າປະເທດເຮົາຈະຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫລາຍດ້ານຈາກປັດໄຈການແຂງຄ່າຂອງເງິນຕາຕ່າງປະເທດສະກຸນຫລັກ ຕາມທ່າອ່ຽງການຟື້ນຕົວເສດຖະກິດທີ່ດີຂຶ້ນ, ການເພີ່ມຂຶ້ນລະດັບລາຄານ້ໍາມັນດິບ, ອັດຕາເງິນເຟີ້, ອັດຕາດອກເບ້ຍ ຢູ່ສາກົນ; ໃນຂະນະທີ່ເສດຖະກິດພາຍໃນເຮົາມີຫລາຍແຮງກົດດັນ ແລະ ຍັງຕ້ອງການເວລາໃນການຟື້ນຕົວ. ສະນັ້ນ, ເພື່ອໃຫ້ບັນລຸຕາມແຜນການໃນທ້າຍປີ 2021, ພາຍໃຕ້ການຊີ້ນຳຂອງລັດຖະ ບານ, ຂະແໜງທະນາຄານຈະສຸມໃສ່ບັນດາໜ້າວຽກຕົ້ນຕໍ ດັ່ງນີ້:

  • ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ຕາມທິດຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ດ້ວຍການສືບຕໍ່ຊຸກຍູ້ການສະໜອງແຫລ່ງທຶນເພື່ອຊຸກຍູ້ການຜະລິດ ແລະ ສົ່ງເສີມການສົ່ງອອກ ຕາມແຜນທີ່ກໍານົດໄວ້; ສະໜອງແຫລ່ງທຶນໃຫ້ແກ່ທະນາຄານນະໂຍບາຍ; ປະກອບແຫລ່ງທຶນໃຫ້ແກ່ກອງທຶນພັດທະນາໄຊສົມບູນ ຜ່ານກະຊວງການເງິນ;
  • ສືບຕໍ່ກໍານົດອັດຕາແລກປ່ຽນຕາມກົນໄກໃໝ່ທີ່ໄດ້ປັບປຸງ ໄປຄຽງຄູ່ກັບການປັບປຸງລະບົບການຕິດຕາມສະພາບອັດຕາແລກປ່ຽນ ແລະ ການຊື້-ຂາຍເງິນຕາຕ່າງປະເທດຂອງທົ່ວລະບົບ ໃຫ້ມີຄວາມຊັດເຈນ ແລະ ຄົບຖ້ວນ ຫລາຍຂຶ້ນ ເພື່ອເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງອັດຕາທາງການ ແລະ ຂອງອັດຕາຕະຫລາດນອກລະບົບ ແຄບເຂົ້າກວ່າລະດັບປັດຈຸບັນ (ວັນທີ 31 ຕຸລາ 2021, ຢູ່ໃນລະດັບ 13,36% ສໍາລັບອັດຕາແລກປ່ຽນເງິນກີບທຽບເງິນໂດລາ ແລະ ຕໍ່າກວ່າ 1% ສໍາລັບອັດຕາແລກປ່ຽນເງິນກີບທຽບເງິນບາດ);
  • ສືບຕໍ່ຮ່ວມເຮັດວຽກກັບຂະແໜງການກ່ຽວຂ້ອງ ປະຕິບັດມາດຕະການຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວແລກປ່ຽນເງິນຕາ ແລະ ເຄື່ອນໄຫວທຸລະກິດດ້ານການເງິນຮູບແບບອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
  • ຕິດຕາມກວດກາຄືນການຈັດຕັ້ງປະຕິບັດລະບອບການຄຸ້ມຄອງລະຫວ່າງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາທີ່ເປັນຕົວແທນ ໃຫ້ເປັນໄປຕາມລະບຽບການທີ່ໄດ້ວາງອອກ;
  • ສືບຕໍ່ທົບທວນ ແລະ ປັບປຸງບັນດານິຕິກໍາກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ການຄຸ້ມຄອງການເຄື່ອນໄຫວແລກປ່ຽນເງິນຕາ, ການເປີດບັນຊີ ແລະ ການນໍາໃຊ້ບັນຊີເງິນຕາຕ່າງປະເທດ, ການຄຸ້ມຄອງລາຍຮັບເປັນຕາຕ່າງປະເທດ;
  • ສືບຕໍ່ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງລາຍຮັບຈາກການສົ່ງອອກສິນຄ້າໃນໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກ ແຮ່ທາດ ຜ່ານບັນຊີຄຸ້ມຄອງສະເພາະ ເພື່ອໃຫ້ເງິນຕາຕ່າງປະເທດລວມສູນຢູ່ລະບົບທະນາຄານຫລາຍຂຶ້ນ;
  • ກະກຽມຄວາມພ້ອມດ້ານນິຕິກໍາ ແລະ ພື້ນຖານໂຄງລ່າງດ້ານການຊໍາລະ ເພື່ອຮອງຮັບການສະໜອງການບໍລິການດ້ານການເງິນ ຢູ່ຂົງເຂດສະຖານນີລົດໄຟ ແລະ ຫົວໜ່ວຍບໍລິການ ຕິດພັນກັບໂຄງການທາງລົດໄຟລາວ-ຈີນ, ຢູ່ເຂດເສດຖະກິດພິເສດ;
  • ສືບຕໍ່ກະກຽມຄວາມພ້ອມສໍາລັບການປັບປຸງທະນາຄານນະໂຍບາຍ ໄປເປັນທະນາຄານພັດທະນາຊົນ ນະບົດ.

III. ທິດທາງແຜນການປີ 2022

ໃນປີ 2022, ທ່າອ່ຽງເສດຖະກິດສາກົນ ແລະ ພາຍໃນຄາດວ່າຈະດີຂຶ້ນ ຈາກສະພາບການສັກວັກແຊ້ງທີ່ທົ່ວເຖິງຫລາຍຂຶ້ນ, ການເຊື່ອມໂຍງເສດຖະກິດທີ່ສະດວກ-ກວ້າງຂວາງຂຶ້ນ ພາຍຫລັງການເປີດທາງລົດໄຟລາວ-ຈີນ ແຕ່ເຖິງຢ່າງໃດກໍຕາມ, ເສດຖະກິດຂອງພວກເຮົາກໍຄາດວ່າຈະສືບຕໍ່ປະເຊີນສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ແຮງກົດດັນດ້ານລາຄາ, ອັດຕາດອກເບ້ຍ ທີ່ມີສູງຂຶ້ນ ແລະ ຍັງຕ້ອງການແຫລ່ງທຶນ ພ້ອມທັງເວລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດພາຍໃນ.

1. ຄາດໝາຍດ້ານເງິນຕາ ປະຈຳປີ 2022:

ຈາກສະພາບເງື່ອນໄຂທີ່ກ່າວມານັ້ນ, ລັດຖະບານຈຶ່ງໄດ້ເຫັນດີກໍານົດບັນດາຄາດໝາຍດ້ານເງິນຕາ. ຂໍລາຍງານເພີ່ມເຕີມຕິດພັນກັບບາງຄາດໝາຍ ຄື: ຄາດໝາຍດ້ານການຂະຫຍາຍຕົວຂອງປະລິມານເງິນ M2 ທີ່ຈະໃຫ້ຂະຫຍາຍຕົວໃນລະດັບບໍ່ເກີນ 22% ທຽບໃສ່ປີຜ່ານມາ, ເຊິ່ງຖືວ່າສູງກວ່າຄາດໝາຍທີ່ໄດ້ກໍານົດໃນປີ 2021 ແລະ 2-3 ປີຜ່ານມາ ທີ່ເຄີຍໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20% ທຽບໃສ່ປີຜ່ານມາໃນຂະນະທີ່ໄດ້ກຳນົດຄາດໝາຍອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 5-7%; ເຊິ່ງການກຳນົດທັງສອງຄາດໝາຍແມ່ນສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານທີ່ຕ້ອງການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ ແລະ ຮັກສາສະຖຽນລະພາບດ້ານລາຄາ ດ້ານເງິນຕາ ໄປຄວບຄູ່ກັນ. ໃນການກໍານົດທັງສອງທັງສອງຄາດໝາຍນັ້ນ ແມ່ນໄດ້ຄົ້ນຄວ້າພິຈາລະນາຈາກປະເມີນສະພາບການປະຕິບັດຕົວຈິງໃນໄລຍະຜ່ານມາ ແລະ ການຄາດຄະເນສະພາບທ່າອຽງໃນປີ 2022 ທີ່ຄາດວ່າຜົນກະທົບຈາກພະຍາດໂຄວິດ-19 ຈະຄ່ອຍບັນເທົາລົງກວ່າປີນີ້, ທ່າອ່ຽງກະແສເງິນທີ່ຄາດວ່າຈະໄຫລເຂົ້າຫລາຍຂຶ້ນພາຍຫລັງການເປີດນໍາໃຊ້ໂຄງການທາງລົດໄຟລາວ-ຈີນໃນທ້າຍປີນີ້, ສົມທົບກັບຫລາແຫລ່ງທຶນເພື່ອຊຸກຍູ້ການຜະລິດທີ່ຈະໄດ້ຮັບການຈັດຕັ້ງປະຕິບັດ, ການແກ້ໄຂບັນຫາໜີ້ໂຄງການລົງທຶນຂອງລັດ ແມ່ນເຫັນວ່າການຂະຫຍາຍຕົວຂອງປະລິມານເງິນ M2 ຢູ່ໃນລະດັບບໍ່ເກີນ 22% ແມ່ນເຫັນວ່າເໝາະສົມ; ແຕ່ເຖິງແນວໃດກໍຕາມ, ການສົ່ງຜ່ານລະຫວ່າງການເພີ່ມຂຶ້ນຂອງປະລິມານເງິນ ໄປສູ່ການລົງ ທຶນ ແລະ ການຂະຫຍາຍຕົວຂອງເສດຖະກິດແມ່ນຕ້ອງໃຊ້ໄລຍະເວລາໃດໜຶ່ງ ການເພີ່ມຂຶ້ນຂອງສິນເຊື່ອຂອງປະລິມານເງິນພາຍໃນປີນີ້ ອາດຈະບໍ່ທັນເຫັນຜົນ ເຮັດໃຫ້ເສດຖະກິດຂະຫຍາຍພາຍໃນປີ ເນື່ອງຈາກຫລາຍການຜະລິດຕ້ອງໃຊ້ເວລາ, ຄຽງຄູ່ກັນນີ້, ເພື່ອຮັບປະກັນບໍ່ໃຫ້ສ້າງແຮງກົດດັນຕໍ່ລະດັບລາຄາ, ອັດຕາເງິນເຟີ້ ທະນາຄານແຫ່ງ ສປປ ລາວ ຈະພະຍາຍາມຄຸ້ມຄອງການນໍາໃຊ້ສິນເຊື່ອໃຫ້ມີປະສິດທິຜົນທີ່ສຸດ ໃຫ້ເຂົ້າສູ່ຂະແໜງການຜະລິດ ບໍ່ເພີ່ມແຮງກົດດັນໃຫ້ ການຄວາມຕ້ອງການບໍລິໂພກສູງຂຶ້ນແບບບໍ່ສົມດຸນ ແນໃສ່ເພື່ອຮັບປະກັນໄດ້ທັງສະເຖຍລະພາບທາງດ້ານລາຄາ ແລະຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ. ນອກຈາກນີ້, ຈະມີການປະສານສົມທົບກັບຂະແໜງອຸດສາຫະກໍາ ແລະ ການຄ້າ ໃນການຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ຢ່າງເປັນປົກກະຕິ; ພ້ອມທັງປະສານສົມທົບກັບສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອທົບທວນຄືນກ່ຽວກັບວິທີການເກັບກໍາ ແລະ ການກໍານົດໂຄງປະກອບໃນການຄິດໄລ່ດັດສະນີລາຄາການຊົມໃຊ້-ອັດຕາເງິນເຟີ້ ຂອງ ສປປ ລາວ ແນໃສ່ເພື່ອພັດທະນາສະຖິ ຕິໃຫ້ຊັດເຈນ ແທດເໝາະ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນຫລາຍຂຶ້ນ.

2. ແຜນວຽກຈຸດສຸມຕົ້ນຕໍ ສໍາລັບປີ 2022

ເພື່ອໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້ນັ້ນ,  ໃນປີ 2022 ໜ້າວຽກຕົ້ນຕໍ່ດ້ານເງິນຕາ ທີ່ຈະຈັດຕັ້ງປະຕິບັດມີດັ່ງນີ້:

1) ປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ສ້າງຄວາມເຂັ້ມແຂງໃຫ້ພື້ນຖານການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ດ້ວຍການ:

– ຮັບປະກັນປະສິດທິພາບ, ປະສິດທິຜົນ ແລະ ຂອບເວລາໃນການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການປະຕິບັດບັນດາໜ້າວຽກ ເພື່ອສ້າງຄວາມເຂັ້ມແຂງດ້ານແຫລ່ງທຶນໃນການສົ່ງເສີມ SMEs ເພື່ອກໍາໄດ້ແຜນຍຸດທະສາດ ແລະ ແຜນການຈັດຕັ້ງປະຕິບັດ ທີ່ລະອຽດຈະແຈ້ງ ໃນການສົ່ງເສີມການຜະລິດ-ສົ່ງອອກພະລັງງານ, ສິນຄ້າກະສິກໍາ ແລະ ສິນຄ້າທົດແທນການນໍາເຂົ້າ ທີ່ເປັນຈຸດສຸມ ໃນແຕ່ລະໄລຍະ ເຊິ່ງຈະເປັນບ່ອນອີງໃຫ້ຂະແໜງທະນາຄານໃນການຈັດຕັ້ງປະຕິບັດນະໂຍ ບາຍສະໜອງແຫລ່ງທຶນໄດ້ຢ່າງເປັນລະບົບ, ກົມກຽວ ແລະ ມີປະສິດທິຜົນຫລາຍຂຶ້ນ, ພ້ອມທັງສາມາດປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ພື້ນຖານການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ, ໃນນີ້, ຈະເພີ່ມທະວີການປະສານສົມທົບລະຫວ່າງພາກລັດ ແລະ ເອກະຊົນ ໃຫ້ຫລາຍຂຶ້ນ ເພື່ອໃຫ້ກຳໄດ້ສະພາບຜູ້ຜະລິດຕົວຈິງ ສະພາບທ່າແຮງຕົວຈິງ ຄວາມຕ້ອງການແຫລ່ງທຶນຕົວຈິງ ສໍາລັບການຄົ້ນຄວ້າຈັດສັນແຫລ່ງທຶນ ພ້ອມທັງແລກປ່ຽນຂໍ້ມູນກ່ຽວກັບກົນໄກການຜະລິດ ຈຳໜ່າຍ ສົ່ງອອກ ໃຫ້ຫລາຍຂຶ້ນ ສໍາລັບການອໍານວຍຄວາມສະດວກ ຕິດຕາມ ຄຸ້ມຄອງກະແສລາຍຮັບ; ພ້ອມທັງປະສານສົມທົບກັບຂະແໜງການກ່ຽວຂ້ອງ ຊຸກຍູ້ສ້າງເງື່ອນໄຂໃຫ້ມີການຈັດເຝິກອົບຮົມສ້າງຄວາມເຂັ້ມແຂງດ້ານການບັນຊີ, ການດໍາເນີນທຸລະກິດ, ການຕະຫລາດ ໃຫ້ແກ່ຜູ້ຜະລິດຂະໜາດກາງ ແລະ ໜ້ອຍ ໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງດ້ານແຫລ່ງທຶນ;

– ຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດ ຜ່ານການສະໜອງແຫລ່ງທຶນໃຫ້ແກ່  1).ໂຄງການສິນເຊື່ອເພື່ອການຜະລິດ-ສົ່ງອອກກະແສໄຟຟ້າ; 2). ໂຄງການສິນເຊື່ອເພື່ອການຜະລິດສິນຄ້າສົ່ງອອກ ໂດຍສະເພາະ ຕາມແລວທາງລົດໄຟລາວ-ຈີນ ແລະ ສໍາລັບໂຄງການທີ່ມີສັນຍາສົ່ງອອກກັບຄູ່ຄ້າແລ້ວ; 3). ໂຄງການສິນເຊື່ອເພື່ອການຜະລິດສິນຄ້າທົດແທນການນໍາເຂົ້າ: ໂຄງການສິນເຊື່ອດອກເບ້ຍຕໍ່າ ແລະ ວົງເງິນບໍ່ສູງຫລາຍ ສໍາລັບບຸກຄົນ ແລະ ນິຕິບຸກຄົນທີ່ເຮັດການຜະລິດຕົວຈິງ ລະດັບນ້ອຍ; ໄປຄຽງຄູ່ກັບການສືບຕໍ່ປະກອບແຫລ່ງທຶນໃຫ້ແກ່ກອງທຶນສົ່ງເສີມ SMEs, ທະນາຄານນະໂຍບາຍ ຕາມລະບຽບການ, ສໍາລັບແຫລ່ງທຶນໃນການຈັດຕັ້ງປະຕິບັດແມ່ນຈະນໍາໃຊ້ແຫລ່ງທຶນຈາກທະນາຄານພັດທະນາແຫ່ງຊາດຈີນ (CDB) ທີ່ຄາດວ່າຈະສາມາດເບີກຖອນເງິນງວດທໍາອິດ ຈໍານວນ 100 ລ້ານໂດລາໄດ້ພາຍໃນເດືອນມີນາ 2022; ແຫລ່ງທຶນຈາກທະນາຄານໂລກ, ຈາກກອງທຶນສົ່ງເສີມການເຂົ້າເຖິງແຫລ່ງທຶນຂອງ ສປປ ລາວ (ກອງທຶນ LAFF); ແຫລ່ງທຶນເງິນຝາກຂອງທະນາຄານທຸລະກິດ ທີ່ຄາດວ່າຈະມີທ່າອ່ຽງເພີ່ມຂຶ້ນ ຈາກກະແສເງິນໄຫລເຂົ້າທີ່ຈະມີເພີ່ມຂຶ້ນ ພາຍຫລັງການເປີດນໍາໃຊ້ໂຄງການທາງລົດໄຟລາວ-ຈີນ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນລະດັບທີ່ຄວບຄຸມໄດ້ດີຂຶ້ນ ແລະ ການປັບປຸງກົນໄກການຄຸ້ມຄອງລາຍຮັບທີ່ເປັນເງິນຕາຕ່າງປະເທດໄດ້ຮັບການປັບປຸງໃຫ້ດີຂຶ້ນ;

– ສືບຕໍ່ສ້າງເງື່ອນໄຂ ແລະ ຊຸກຍູ້ບໍລິສັດທີ່ມີເງື່ອນໄຂສາມາດເຂົ້າຈົດທະບຽນໃນຕະຫລາດຫັກຊັບລາວ ເປັນຕົ້ນ ບັນດາບໍລິສັດທີ່ມີທ່າແຮງ ທີ່ລົງທຶນໃນເຂດເສດຖະກິດພິເສດ ແນໃສ່ເພື່ອປະກອບສ່ວນສ້າງເງື່ອນໄຂໃຫ້ຕະຫລາດຫລັກຊັບລາວມີການເຄື່ອນໄຫວທີ່ຟົດຟື້ນ ແລະ ແຂງແຮງຂຶ້ນ ສາມາດເປັນຊ່ອງທາງໃນການລະດົມແຫລ່ງທຶນໄລຍະຍາວໃຫ້ແກ່ບັນດາຫົວໜ່ວຍທຸລະກິດພາຍໃນໄດ້ດີຂຶ້ນ.

2) ປະກອບສ່ວນແກ້ໄຂຂໍ້ຫຍຸ້ງຍາກດ້ານງົບປະມານ ທັງຮັບປະກັນໄດ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ບໍ່ສ້າງແຮງກົດດັນໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ດ້ວຍການ: ປະກອບສ່ວນແກ້ໄຂບັນຫາໜີ້ສິນຂອງໂຄງການລົງທຶນຂອງລັດ ດ້ວຍກົນໄກ ແລະ ຮູບການທີ່ຮັບປະກັນໄດ້ທັງຄວາມໝັ້ນຄົງຂອງລະບົບທະນາຄານ ແລະ ສະຖຽນລະພາບຂອງເງິນຕາແຫ່ງຊາດ.

3) ສ້າງຄວາມເຊື່ອໝັ້ນຕໍ່ຄ່າເງິນກີບ ແລະ ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດຂອງຊາດດ້ວຍການ:

– ສືບຕໍ່ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຕາມກົນໄກໃໝ່ທີ່ໄດ້ປັບປຸງ ແລະ ມີການຕິດຕາມປະເມີນຜົນການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແຕ່ລະໄລຍະ;

– ນຳສະເໜີສະພາແຫ່ງຊາດພິຈາລະນາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ), ຜັນຂະຫຍາຍກົດໝາຍທີ່ໄດ້ຮັບການປັບປຸງ ແລະ ບັນດານິຕິກໍລຸ່ມກົດໝາຍກ່ຽວຂ້ອງ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນ ເພື່ອຄຸ້ມຄອງການເຄື່ອນໄຫວແລກປ່ຽນເງິນຕາ, ການເຄື່ອນຍ້າຍເງິນລະຫວ່າງປະເທດ ໃຫ້ໄດ້ດີຂຶ້ນ ໃຫ້ສາມາດລວມສູນເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ຄັງສໍາຮອງເງິນຕາຕ່າງປະ ເທດ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃຫ້ສໍາເລັດການສ້າງຍຸດທະສາດວ່າດ້ວຍການຄຸ້ມຄອງໜີ້ສິນຕ່າງປະເທດ ຮອດປີ 2035.

4) ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖາບັນການເງິນ ໃຫ້ແກ່ລະບົບການຊຳລະ; ສ້າງຄວາມເຊື່ອໝັ້ນຕໍ່ຂະ ແໜງທະນາຄານ ເພື່ອຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດບັນດານະໂຍບາຍດ້ວຍການ:

– ປັບປຸງລະບົບເກັບກໍາ ຕິດຕາມ ສັງລວມ ຂໍ້ມູນໃຫ້ມີຄວາມຫຼາກຫຼາຍ ທັນກັບສະພາບ ແລະ ມີຄຸນນະພາບສູງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າກໍານົດນະໂຍບາຍ;

– ທົບທວນ ແລະ ປັບປຸງລະບອບກົນໄກໃນການຄຸ້ມຄອງບໍລິຫານ (ລະບົບ Governance) ພາຍໃນທະນາ ຄານກາງ ເພື່ອສ້າງຄວາມເຂັ້ມແຂງດ້ານກົງຈັກການຈັດຕັ້ງ, ລະບົບຄວບຄຸມພາຍໃນສໍາລັບຮອງຮັບພາລະບົດບາດການ ເມືອງຂອງຕົນ ໃຫ້ໄດ້ດີຍິ່ງຂຶ້ນ;

– ຮັບປະກັນຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ ດ້ວຍການຄຸ້ມຄອງຕາມຫລັກການບໍລິຫານຄວາມສ່ຽງຂອງລະບົບສະຖາບັນການເງິນໃຫ້ຫລາຍຂຶ້ນ ແລະ ໃຫ້ຜູ້ບໍລິໂພກດ້ານການເງິນໄດ້ຮັບການຄຸ້ມຄອງຫຼາຍຂຶ້ນ; ມີການນໍາໃຊ້ເຄື່ອງມືໃນການຄຸ້ມຄອງ ທີ່ຮັບປະກັນໄດ້ຄວາມໝັ້ນຄົງທັງໃນລະດັບຈຸລະພາກ ແລະ ມະຫາພາກ ໃຫ້ຫລາຍຂຶ້ນ;

– ຄົ້ນຄວ້າກໍານົດແຜນສ້າງສະກຸນເງິນດິຈິຕອນຂອງທະນາຄານກາງ (CBDC) ຢູ່ ສປປ ລາວ ທີ່ບັນດາປະເທດໃນພາກ ພື້ນກໍາລັງໃຫ້ຄວາມສໍາຄັນ ໄປຄຽງຄູ່ກັບການສືບຕໍ່ສ້າງບັນດານິຕິກໍາກົນໄກຄຸ້ມຄອງການເຄື່ອນໄຫວທຸລະກໍາດ້ານເງິນຕິດພັນກັບຊັບສິນດິຈິຕອລ໌ຮູບແບບອື່ນໆ ທີ່ບໍ່ແມ່ນທະນາຄານກາງເປັນຜູ້ພັດທະນາ;

– ພັດທະນາເຄື່ອງມືໃນການໃຫ້ບໍລິການຊຳລະ, ລະບົບການຊຳລະ ແລະ ເຄື່ອງມື-ກົນໄກໃນການຄຸ້ມຄອງທີ່ໄດ້ມາດຕະຖານ ຕອບສະໜອງໄດ້ຄວາມຕ້ອງການ ຢ່າງຖ່ວງທັນກັບສະພາບທີ່ມີການເປີດກວ້າງການຮ່ວມມືດ້ານເສດຖະ ກິດຫລາຍຂຶ້ນ ໃນຫລາຍຮູບແບບ;

– ໃຫ້ຂໍ້ມູນຂ່າວສານດ້ານນະໂຍບາຍອັດຕາແລກປ່ຽນ, ການຄຸ້ມຄອງເງິນຕາຕ່າງປະເທດ, ນະໂຍບາຍດ້ານສິນເຊື່ອ, ບັນຫາດ້ານເສດຖະສາດ-ເງິນຕາ ທີ່ສະໜັບສະໜູນແນວທາງ-ນະໂຍບາຍຂອງ ທຫລ ກໍຄືຂອງລັດຖະບານ ອອກສູ່ມວນຊົນ ຢ່າງເປັນປົກກະຕິ.