ຜູ້ວ່າ ທຫລ ຊີ້ແຈງ ຫຼາຍປັດໄຈເຮັດໃຫ້ເງິນກີບອ່ອນຄ່າ
30/06/2020

ປຊຊ. ການ​ຜະລິດ​ພາຍ​ໃນ​ ຍັງ​ບໍ່​ທັນ​ຕອບ​ສະໜອງ​ການ​ຊົມ ໃຊ້​ໃນ​ຊີວິດ​ປະຈຳ​ວັນ ຈຳເປັນ​ຕ້ອງ​ໄດ້​ນຳ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະເທດ, ໃນ​ຂະນະ​ທີ່​ການ​ສະໜອງ​ເງິນຕາ​ຕ່າງປະເທດ​ໃນ​ລະບົບ​ທະນາຄານ ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ ບວກ​ກັບ​ການ​ແຂງ​ຄ່າ​ຂອງ     ​ເງິນ​ໂດ​ລາ ແລະ ເງິນ​ບາດ ຈຶ່ງ​ ສົ່ງ​ຜົນ​ໃຫ້​ເງິນ​ກີບ​ອ່ອນ​ຄ່າ​ລົງເມື່ອ​ທຽບ​ກັບ​ເງິນ​ສອງ​ສະກຸນ​ດັ່ງ​ກ່າວ.
   ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ (ທຫລ) ໄດ້​ຂຶ້ນ​​ຊີ້​ແຈງ ກ່ຽວ​ກັບ​ສະພາບ​ເງິນຕາ​ຕ່າງປະເທດ, ອັດຕາ​ແລກປ່ຽນ, ອັດຕາ​ເງິນ​ເຟີ້ ແລະ ມາດ​ຕະ ການ​ແກ້​ໄຂຕໍ່​ກອງ​ປະຊຸມ​ສະ ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະ ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 25 ມິຖຸນາ ​ຜ່ານ​ມາ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ.
   ທ່ານຜູ້ວ່າການທະນາຄານ​ ແຫ່ງ ສປປ ລາວ ໄດ້​ກ່າວ​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2020 ການ​ດັດສົມ​ເງິນຕາ​ຕ່າງປະເທດ ສະເລ່ຍ​ຕໍ່​ເດືອນ ໃຫ້​ແກ່​ການ​ນໍາ​ເຂົ້າ​ສິນຄ້າ​ທີ່​ຈໍາ​ເປັນ​ຂອງ​ທະນາຄານ​ແຫ່ງ ສປປ ລາວ ຫຼຸດ​ລົງ​ເກືອບ 50% ແລະ ກໍາ​ລັງ​ການ​ສະໜອງ​ເງິນຕາ​ຕ່າງປະເທດ​ຂອງ​ທະນາຄານ​ທຸລະ​ກິດ ສະເລ່ຍ​ຕໍ່​ເດືອນ​ຫຼຸດ​ລົງ​ເກືອບ 41% ທຽບໃສ່​ລະດັບ​ສະເລ່ຍ​ຕໍ່​ເດືອນ ໃນ​ໄລຍະ 5 ປີ​ກ່ອນ​ໜ້າ​ນີ້; ຈາກ​ເມື່ອ​ກ່ອນ​ໃນ​ໄລຍະ​ແຕ່​ປີ 2013-2017 ແຫຼ່ງ​ເງິນຕາ​ຕ່າງປະເທດ ເພື່ອ​ຮອງ​ຮັບ​ການ​ນໍາ​ເຂົ້າ ໂດຍ​ສະ ເລ່ຍ ເກືອບ 80% ແມ່ນ​ມາ ຈາກ​ຂະແໜງການ​ທະນາຄານ ແລະ ສ່ວນ​ທີ່​ເຫຼືອ​ມາ​ຈາກການ​ ສະໜອງ​ກັນ​ເອງ​ຂອງ​ສັງ​ຄົມ. ແຕ່​ມາ​ໃນ​ໄລຍະ​ຕົ້ນ​ປີ 2020, ຂະແ​ໜງການ​ທະນາຄານ​ສາ ມາດ​ສະໜອງ​ເງິນຕາ​ຕ່າງປະ ເທດ ເພື່ອ​ຮອງ​ຮັບການ​ນໍາ​ເຂົ້າ​ໄດ້​ສະເລ່ຍ​ພຽງ​ແຕ່ 50% ເຮັດ​ໃຫ້​ສັງຄົມ​ຕ້ອງ​ຊອກ​ແຫຼ່ງ​ສະໜອງ​ກັນ​ເອງ​ສູງ​ຂຶ້ນ. ສະ ພາບ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ໃຫ້​ ຄວາມ​ຕ້ອງການ ເງິນຕາ​ຕ່າງປະ ເທດ​ຂອງ​ສັງຄົມຍິ່ງເພີ່ມສູງ​ຂຶ້ນ ໂດຍ​ສະເພາະ​ເງິນໂດ​ລາ ສົ່ງ​ຜົນ​ໃຫ້​ຢູ່​ຕະຫຼາດ​ມີ​ການ ສະເໜີ​ຂໍ​ຊື້ ໃນ​ອັດຕາ​ສູງ​ກາຍ 9.700 ກີບ/ໂດ​ລາ ຊຶ່ງ​ໄດ້​ເຮັດ​ໃຫ້​ສ່ວນ​ຕ່າງ​ລະຫວ່າງ​ອັດຕາ​ແລກປ່ຽນ ທະນາຄານ ແລະ ຕະຫຼາດ​ສະເລ່ຍ 6 ເດືອນ​ຢູ່​ໃນ​ລະດັບ 5,52% ສໍາ​ລັບ​ເງິນ​ກີບ​ທຽບ​ກັບ​ໂດ​ລາ.
ຈາກ​ສະພາບ​ການ​ອ່ອນ​ຄ່າ​ຂອງ​ຄ່າ​ເງິນ​ກີບ​ທຽບ​ກັບ​ໂດ​ລາ ແລະ ທຽບ​ກັບ​ເງິນບາດ ດັ່ງ​ທີ່​ໄດ້​ກ່າວ ມາ​ນັ້ນ ໃນ​ເງື່ອນໄຂ​ຂອງ​ປະເທດ​ເຮົາ​ທີ່​ການ​ຜະ ລິດ​ພາຍ​ໃນ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ຊົມໃຊ້ ຈຶ່ງ​ຈໍາ​ເປັນ​ຕ້ອງ ໄດ້​ນໍາ​ເຂົ້າ​ສິນຄ້າ​ທີ່​ຈໍາ​ເປັນຕໍ່​ ການ​ດໍາ​ລົງ​ຊີວິດ​ສ່ວນ​ໃຫຍ່ຈາກ ຕ່າງປະເທດ ແນ່ນອນ​ວ່າ​ຕົ້ນ ​ທຶນ​ໃນ​ການ​ນໍາ​ເຂົ້າ​ສິນຄ້າ​ເຫຼົ່າ ນັ້ນ​ກໍ​ຍ່ອມ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້ ໃນ​ອະ​ນາ​ຄົດ. ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ, ໃນ​ ປັດຈຸບັນ​ນີ້ ການ​ອ່ອນ​ຄ່າຂອງ​ ອັດຕາ​ແລກປ່ຽນ​ບໍ່ ແມ່ນ​ປັດ​ໄຈ​ຕົ້ນຕໍ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ລະດັບ​ລາຄາ ກໍ​ຄື​ອັດຕາ​ເງິນເຟີ້​ຂອງ ສປປ ລາວ ໃນ​ການ​ຄິດໄລ່ ດັດ​ສະ​ນີ​ລາຄາ​ການ​ຊົມໃຊ້​ລວມ​ຂອງ ສປປ ລາວ, ລາຍການ​ສິນຄ້າ​ນໍາ​ເຂົ້າ​ສິນຄ້າ (255 ລາຍການ ຈາກທັງ​ໝົດ 485 ລາຍການ) ທີ່​ຈະ​ໄດ້​ຮັບ​ຜົນ ກະທົບ ​ຈາກ​ການ​ອ່ອນ​ຄ່າ​ຂອງ​ອັດຕາ​ແລກປ່ຽນ​ນັ້ນ ກວມ ເອົາ​ນໍ້າ​​ໜັກ​ພຽງ​ແຕ່ 30,7% ໃນ​ການ​ຄິດໄລ່​ດັດ​ສະ​ນີ​ລາຄາ ການຊົມໃຊ້​ລວມ ຊຶ່ງ​ສະເລ່ຍ 5 ເດືອນ ຕົ້ນ​ປີ 2020, ອັດຕາ​ເງິນ​ເຟີ້​ສໍາ​ລັບ​ດັດ​ສະ​ນີ​ຜະລິດ​ຕະ​ພັນ​ນໍາ​ເຂົ້າ ຢູ່​ໃນ​ລະດັບ 3,62%, ອັດຕາ​ເງິນ​ເຟີ້​ສໍາ​ລັບ​ດັດ​ສະ​ນີ​ຜະລິດ​ຕະ​ພັນ​ສິນຄ້າ​ພາຍ​ໃນ ຢູ່​ໃນ​ລະດັບ 7,25% ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ລວມ ຢູ່​ໃນ​ລະດັບ 6,12%.
ອັດຕາ​ເງິນ​ເຟີ້​ຂອງ ສປປ ລາວ ໂດຍ​ລວມ​ໄດ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ນັບ​ແຕ່​ທ້າຍ​ປີ 2018 ເປັນຕົ້ນ​ມາ, ໄດ້​ເໜັງ​ຕີງ​ກ້າວ​ກະໂດດ​ແຮງ​ໃນ​ໄລຍະ​ເດືອນ 10/2019, ຈາກ​ລະດັບ 3,92% ໃນ​ເດືອນ 9/2019 ມາ​ເປັນ 5,34% ໃນ​ເດືອນ 10/2019 ແລະ ໄດ້​ສືບຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ໄດ້​ເພີ່ມ​ຂຶ້ນ​ສູງ​ສຸດ​ຮອດ 6,94% ໃນ​ເດືອນ 1/2020 ຈາກ​ລະດັບ 6,29% ໃນ​ເດືອນ 12/2019. ສາເຫດ​ຫຼັກ​ທີ່​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ແຮງ ແມ່ນ​ຍ້ອນ​ການ​ເພີ່ມ​ຂຶ້ນ​ສູງ​ຫຼາຍ​ຂອງ​ດັດ​ສະ​ນີ​ລາຄາ​​ໝວດ​ສະບຽງ​ອາຫານ ແລະ ເຄື່ອງ​ດື່ມ​ທີ່​ບໍ່​ແມ່ນ​ເຫຼົ້າ ທີ່​ເປັນ​ຜົນ​ສະທ້ອນ​ຈາກ​ການ​ເພີ່ມ​ຂຶ້ນ​ຂອງ ລາຄາ​ຊີ້ນ, ເຂົ້າສານ, ປາ ຍ້ອນ​ໄດ້​ຮັບ​ຜົນ​ກະທົບ ຈາກ​ ໄພ​ນໍ້າ​ຖ້ວມ​ໃນ​ໄລຍະກ່ອນ​ ໜ້າ, ໂຣກ​ລະບາດ ໃນ​ສັດ ເຮັດ​ໃຫ້ການ​ສະໜອງ​ສະບຽງ​ອາຫານ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ຍັງ​ຢູ່​ໃນ​ລະດັບ​ສູງ ໂດຍສະເພາະ​ໃນ​ໄລຍະ​ບຸນປີໃໝ່​ຂອງ​ຊາວ​ຈີນ​-​ຫວຽດນາມ.    ນອກຈາກ​ນີ້, ດັດ​ສະ​ນີ​ລາຄາ​​ໝວດ​ສິນຄ້າ ແລະ ການ​ບໍລິການ​ອື່ນໆ” ກໍ​ໄດ້​ປັບ​ສູງ​ຂຶ້ນ ຕາມ​ລາຄາ​ສິນ​ຄ້າ​ນໍາ​ເຂົ້າ ທີ່​ເພີ່ມ​ຂຶ້ນ ຍ້ອນ​ການ​ອ່ອນ​ ຄ່າ ຂອງ​ຄ່າ​ເງິນ​ກີບ​ທຽບ​ກັບ​ ເງິນ​ໂດ​ລາ ແລະ ເງິນ​ບາດ, ແລະ ການ​ເພີ່ມ​ຂຶ້ນ​ສູງ​ຂອງ​ລາຄາ​ຄໍາ ​ໃນ​ໄລຍະເດືອນ 1/2020 ຕາມ​ການ​ໃຫ້​ເຫດຜົນ​ຂອງສູນ ​ສະຖິຕິ​ແຫ່ງ​ຊາດ​-​ກະຊວງ​ແຜນການ ແລະ ການ​ລົງທຶນ, ຈາກ​ນັ້ນ ນັບ​ແຕ່​ໄລຍະ​ເດືອນ 2/2020 ເປັນຕົ້ນ​ມາ ຈາກ​ນັ້ນ​ອັດຕາ​ເງິນ​ເຟີ້​ໄດ້​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ເລັກໜ້ອຍ ຕາມ​ສະພາບ​ລາ​ຄາ​ນໍ້າ​ມັນ​ຢູ່​ສາກົນ ແລະ ພາຍ ​ໃນ​ທີ່​ໄດ້​ຫຼຸດ​ລົງ ສົມທົບ​ກັບ​ລາຄາ​ສະບຽງ​ອາ​ຫານ​ຈໍາ​ນວນ​ໜຶ່ງ​ທີ່​ໄດ້​ປັບ​ຫຼຸດ​ລົງ, ພ້ອມ​ກັນ​ນັ້ນ ສະພາບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ກໍ​ໄດ້​ສົ່ງ​ຜົນ​ໃຫ້​ດັດ​ສະ​ນີ​ລາຄາ​ໝວດ​ຮ້ານ​ອາຫານ ແລະ ໂຮງແຮມ ແລະ ດັດ​ສະ​ນີ​ລາຄາ​ໝວດ​ເຫຼົ້າ ແລະ ຢາສູບ ປັບ​ຫຼຸດ​ລົງ​ເຊັ່ນ​ກັນ.
   ສັງ​ລວມ​ແລ້ວ ໃນ​ໄລຍະ 5 ເດືອນ​ຕົ້ນ​ປີ 2020, ປັດ​ໄຈ​ຕົ້ນຕໍ​ທີ່​ພາໃຫ້​ອັດຕາ​ເງິນ​ເຟີ້​ຂອງ ສປປ ລາວ ເພີ່ມ​ຂຶ້ນ ແມ່ນ​ໄດ້​ຮັບ​ແຮງ​ກົດ​ດັນ​ຈາກ​ທັງ​ເບື້ອງ​ຄວາມ​ຕ້ອງການ (Demand Pull) ໃນ​ສະພາບ​ທີ່​ພື້ນຖານ​​ການ​ຜະລິດ​ພາຍ​ໃນ​ຍັງ​ບໍ່​ເຂັ້ມແຂງ ສົມທົບ​ກັບ​ທຸກ​ປະເທດ​ປະຕິບັດ​ມາດ​ຕະການ​ປິດ​ປະເທດ ແລະ ສຸມ​ໃສ່​ແກ້​ໄຂ​ບັນຫາ​ພະຍາດ​ລະບາດ​ໂຄ​ວິດ-19 ໄດ້​ເຮັດ​ໃຫ້​ຄວາມ​ຕ້ອງການ ໂດຍ​ສະເພາະ ສະບຽງ​ອາຫານ, ສິນຄ້າ​ອຸປະໂພກ​ບໍລິໂພກ​ທີ່​ຈໍາ​ເປັນ​ພື້ນຖານ​ໃນ​ຊີວິດ​ປະ​ຈໍາ​ວັນ, ສິນຄ້າ​ປະເພດ​ຢາ ແລະ ອຸປະກອນ​ປ້ອງ​ກັນ​ພະຍາດ ຍິ່ງ​ມີ​ສູງ​ຂຶ້ນ ໃນ​ຂະນະ​ທີ່​ຕ່ອງ​ໂສ້​ການ​ຜະລິດ ແລະ  ການ​ຈໍ​ລະ​ຈອນ​ຂອງ​ຫຼາຍ​ສິນຄ້າ​ໄດ້​ຮັບ​ຜົນ​ກະທົບ ແລະ ມີ​ການ​ຢຸດ​ສະ​ງັກ; ພ້ອມ​ກັນ​ນັ້ນ, ປັດ​ໄຈ​ຈາກ​ແຮງ​ກົດ​ດັນ​ດ້ານ​ຕົ້ນ​ທຶນ (Cost Push) ກໍ​ມີ​ຜົນເນື່ອງ​ຈາກ​ການ​ປັບ​ຂຶ້ນ​ລາຄາ​ຂອງ​ສິນຄ້າ​ບາງ​ປະເພດ ຢູ່​ປະເທດ​ຜູ້​ສົ່ງ​ອອກ ຕາມ​ສະພາບ​ກົນ​ໄກ​ການ​ສະໜອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ສົມທົບ​ກັບ​ການ​ອ່ອນ​ຄ່າ​ຂອງ​ຄ່າ​ເງິນ​ກີບ​ທຽບໃສ່​ປີຜ່ານມາ ໄດ້​ສົ່ງຜົນ​ເຮັດ​ໃຫ້​ລາຄາ​ສິນ​ຄ້າ​ນໍາ​ເຂົ້າ​ເພີ່ມ​ຂຶ້ນ ສົ່ງ​ຜົນ​ໃຫ້​ຕົ້ນ​ທຶນ​ການ​ຜະລິດ​ສິນຄ້າ​ບາງ​ສ່ວນ​ເພີ່ມ​ຂຶ້ນ ຍ້ອນສິນຄ້າ​ປະເພດ​ວັດຖຸ​ດິບ​ຕ່າງໆ ເຊັ່ນ: ປຸຍ​ວິທະຍາສາດ, ແນວ​ພັນ​ພືດ, ແນວ​ພັນ​ສັດ, ຢາ​ປ້ອງ​ກັນພະຍາດ ຍັງ​ຕ້ອງ​ໄດ້​ອາໄສ​ການ​ນໍາ​ເຂົ້າ​ເປັນ​ຫຼັກ.