ລັດຖະມົນຕີ ກຜທ ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ
29/06/2020

ສພຊ. ໃນວັນທີ 25 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ເຊິ່ງປະກອບມີ 5 ຂໍ້ດັ່ງນີ້:
1.    ພາຍຫລັງທີ່ມີການລະບາດຂອງພະຍາດໂຄວິດ-19 ລັດຖະບານຈະມີວິທີການຟື້ນຟູເສດຖະກິດ ແລະ ດຶງດູດການລົງທຶນຄືແນວໃດ?
ຄໍາຕອບ: ນັບແຕ່ທ້າຍເດືອນທັນວາ ປີ 2019, ການລະບາດພະຍາດໂຄວິດ-19 ໄດ້ເລີ່ມເກີດຂຶ້ນຈາກແຂວງອູຮັນ ສປຈີນ ແລະ ໄດ້ແຜ່ຂະຫຍາຍໄປໃນທົ່ວໂລກ ເຊິ່ງໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດໂລກ ແລະ ພາກພື້ນ.  ສຳລັບ ສປປລາວ ກໍໄດ້ຮັບຜົນກະທົບຢ່າງຫລວງຫລາຍຈາກການລະບາດດັ່ງກ່າວ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະພາ. ເພື່ອຟື້ນຟູເສດຖະກິດ ແລະ ດຶງດູດການລົງທຶນ ລັດຖະບານໄດ້ມີມາດຕະການໄລຍະສັ້ນ ແລະ ໄລຍະກາງ ທາງດ້ານການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ນະໂຍບາຍການເງິນ, ນະໂນບາຍເງິນຕາ, ການປັບປຸງຄວາມສະດວກໃນການດໍາເນີນທຸລະກິດ, ມາດຕະການຟື້ນຟູ ແລະ ສົ່ງເສີມການຜະລິດກະສິກຳ, ການສົ່ງເສີມ SME, ການພັດທະນາບໍລິການຂ້າມຜ່ານປະເທດ, ການແກ້ໄຂຄວາມຫຍຸ້ງຍາກຂອງຂະແໜງການຜະລິດ ແລະ ບໍລິການ ທີ່ໄດ້ຮັບຜົນກະທົບ ແລະ ມາດຕະການດ້ານແຮງງານ ເຊິ່ງກະຊວງແຜນການ ແລະ ການລົງທຶນ ໃນນາມຄະນະສະເພາະກິດດ້ານເສດຖະກິດເພື່ອຫລຸດຜ່ອນຜົນກະທົບຈາກການລະບາດໂຄວິດ-19 ຕາມຂໍ້ຕົກລົງເລກທີ 32/ນຍ.
2.    ຈະແກ້ໄຂບັນຫາການອອກທະບຽນວິສາຫະກິດຂອງກະຊວງອຸດສາຫະກຳ ແລະ ການຄ້າຄືແນວໃດ? ເພື່ອໃຫ້ການສະໜອງຂໍ້ມູນ ແລະ ການແຈ້ງຕອບໃຫ້ຜູ້ປະກອບການມີຄວາມວ່ອງໄວ ແລະ ຈະແຈ້ງຂຶ້ນ (ເປັນຕົ້ນການຂໍອະນຸຍາດດໍາເນີນກິດຈະການປໍ້ານໍ້າມັນໃນເຂດຫ່າງໄກສອກຫລີກ)
ຄໍາຕອບ: ໂດຍປະຕິບັດຕາມຄໍາສັ່ງວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປລາວ ສະບັບເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປັບປຸງລະບົບການແຈ້ງຂຶ້ນທະບຽນວິສາຫະກິດ ໂດຍໄດ້ອອກຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 9 ມັງກອນ 2019 ເຊິ່ງໄດ້ເຮັດໃຫ້ການແຈ້ງຂຶ້ນທະບຽນວິສາຫະກິດ ສະດວກ, ງ່າຍດາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ແຕ່ຂັ້ນສູນກາງເຖິງທ້ອງຖິ່ນ; ສະເພາະຂັ້ນຕອນການບໍລິການອອກໃບທະບຽນວິສາຫະກິດ ໂດຍສະເລ່ຍໃຊ້ເວລາພຽງ 3 ວັນ; ນອກຈາກນັ້ນ, ກໍໄດ້ເປີດເວັບໄຊຖານຂໍ້ມູນທຸລະກິດແຫ່ງຊາດ (www.erm.gov.la) ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ແລະ ນັກທຸລະກິດ ໃນການຂຶ້ນທະບຽນວິສາຫະກິດ, ກວດສອບຊື່ວິສາຫະກິດ, ດາວໂຫລດຄໍາຮ້ອງ-ແບບຟອມ ແລະ ເຂົ້າເຖິງຄ່າທໍານຽມ, ຂັ້ນຕອນໃນການແຈ້ງຂຶ້ນທະບຽນວິສາຫະກິດ ແລະ ຂໍ້ມູນວິສາຫະກິດອື່ນໆ.
ກ່ຽວກັບການອະນຸຍາດສ້າງຕັ້ງ ແລະ ການດໍາເນີນທຸລະກິດ ນໍ້າມັນເຊື້ອໄຟ ທັງບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ແລະ ປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ແມ່ນກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງດໍາເນີນການດັດສົມ ຕາມດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ເຊິ່ງດຳລັດດັ່ງກ່າວ ພ້ອມດ້ວຍນິຕິກຳກ່ຽວຂ້ອງໄດ້ກໍານົດໃຫ້ດັດສົມບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ໃຫ້ໄດ້ຕາມເງື່ອນໄຂທີ່ກຳນົດໃນດຳລັດ  ແລະ ໃຫ້ສຳເລັດກ່ອນວັນທີ 1 ມິຖຸນາ 2019 ສໍາລັບປໍ້ານໍ້າມັນເຊື້ອໄຟ ແມ່ນໃຫ້ແລ້ວກ່ອນວັນທີ 1 ມິຖຸນາ 2020. ໃນໄລຍະໃຫ້ດຳເນີນການດັດສົມ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ໂຈະການພິຈາລະນາການສະເໜີສ້າງຕັ້ງໃໝ່ (ໂຈະການອອກໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດໃຫ້ແກ່ທຸລະກິດນໍ້າມັນເຊື້ອໄຟ). ປັດຈຸບັນ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍາລັງເກັບກຳສັງລວມຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟທີ່ບໍ່ສາມາດດັດສົມສຳເລັດຕາມກຳນົດເວລາ ແລະ ຈະຄົ້ນຄວ້າພິຈາລະນາແກ້ໄຂ. ຈາກນັ້ນ, ຈຶ່ງຈະພິຈາລະນາ ກ່ຽວກັບການສະເໜີສ້າງຕັ້ງໃໝ່ ແຕ່ໃນກໍລະນີຫາກມີຄວາມຈຳເປັນແທ້ເຊັ່ນ: ການສ້າງຕັ້ງນໍ້າມັນຢູ່ເຂດຫ່າງໄກສອກຫລີກ ດັ່ງກໍລະນີຢູ່ແຂວງຄຳມ່ວນ ທີ່ ສສຊ ໄດ້ສະເໜີມາ ກໍສາມາດພິຈາລະນາໄດ້ຕາມສະພາບຄວາມເປັນຈິງຢ່າງສົມເຫດສົມຜົນ ໂດຍສອດຄ່ອງຕາມເງື່ອນໄຂ ແລະ ຂັ້ນຕອນ ທີ່ກຳນົດໃນດຳລັດເລກທີ 331/ນຍ, ເພາະທຸລະກິດນໍ້າມັນເຊື້ອໄຟ ຜ່ານມາໄດ້ສ້າງຕັ້ງຂຶ້ນຫລາຍ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ, ລັດຖະບານ ຈຶ່ງໄດ້ຊີ້ນຳໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະສານສົມທົບກະຊວງກ່ຽວຂ້ອງຄົ້ນຄວ້າສ້າງນິຕິກຳ ເພື່ອດັດສົມທຸລະກິດດັ່ງກ່າວ.
3.    ລັດຖະບານຈະມີວິທີການແກ້ໄຂ ແລະ ຄຸ້ມຄອງແນວໃດ ຕໍ່ກັບບັນຫາການຈັບຈອງໂຄງການລົງທຶນແລ້ວຂາຍຕໍ່ ໂດຍບໍ່ມີການພັດທະນາ
ຄໍາຕອບ: ຜ່ານມາ ລັດຖະບານ ໄດ້ອະນຸຍາດໂຄງການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນຫລາຍຂະແໜງການໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ. ພາຍຫລັງໄດ້ຮັບອະນຸມັດແລ້ວ, ຫລາຍໂຄງການກໍມີຄວາມຄືບໜ້າດີ ແລະ ກໍມີບາງໂຄງການທີ່ຈັດຕັ້ງປະຕິບັດຫລ້າຊ້າ, ບໍ່ມີຄວາມຄືບໜ້າ ແລະ ມີລັກສະນະຈັບຈອງໂຄງການ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານໃນນາມຄູ່ສັນຍາຂອງໂຄງການ ໄດ້ມີມາດຕະການໃນການຕິດຕາມກວດກາໂຄງການເພື່ອປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕາມເນື້ອໃນຂອງສັນຍາ. ພ້ອມດຽວກັນ, ກໍເອົາໃຈໃສ່ປະຕິບັດນິຕິກຳຂອງລັດຖະບານຕ່າງໆ ເປັນຕົ້ນຄຳສັ່ງ 08/ນຍ ແລະ 09/ນຍ ກ່ຽວກັບການກວດກາປະເມີນຕີລາຄາການຈັດຕັ້ງບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດ. ຜ່ານການກວດກາບັນດາໂຄງການນັບແຕ່ປີ 2016 ເປັນຕົ້ນມາ ໄດ້ພົບເຫັນໂຄງການບໍ່ມີຄວາມຄືບໜ້າ ແລະ ເຮັດຜິດສັນຍາທີ່ໄດ້ເຊັນກັບລັດຖະບານ ເຊິ່ງໄດ້ມີການແຈ້ງຍົກເລີກໂຄງການທັງໝົດ 82 ໂຄງການ (ໃນນັ້ນ, ຂະແໜງບໍ່ແຮ່ 70 ໂຄງການ, ໄຟຟ້າ 9 ໂຄງການ ແລະ ກະສິກໍາ 3 ໂຄງການ). ພ້ອມນັ້ນ, ກໍໄດ້ຢຶດເງິນຄໍ້າປະກັນການປະຕິບັດສັນຍາຂອງ 5 ໂຄງການ ເປັນຈຳນວນເງິນ 160.000 ໂດລາ. ເຖິງຈະມີການຈັດຕັ້ງປະຕິບັດມາດຕະການດັ່ງກ່າວແລ້ວກໍຕາມ ແຕ່ກໍເຫັນວ່າສະພາບການຈັບຈອງໂຄງການ ແລະ ການບໍ່ປະຕິບັດພັນທະຕາມສັນຍາຍັງມີຢູ່ ເຊິ່ງຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໂດຍການເພີ່ມທະວີຄວາມເຄັ່ງຂັດໃນການຕິດຕາມກວດກາ ໃນລະດັບຂັ້ນສູນກາງ ແລະ ທ້ອງຖິ່ນ; ພ້ອມນັ້ນ, ກໍຈະສືບຕໍ່ປັບປຸງຂອດການປະສານງານລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ແລະ ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ຕິດຈອດກັນຫລາຍຂຶ້ນ ເພື່ອປະກອບເຮັດໃຫ້ໂຄງການລົງທຶນປະຕິບັດຕາມສັນຍາ ແລະ ຫລຸດຜ່ອນຊ່ອງຫວ່າງໃນການບໍ່ປະຕິບັດສັນຍາ ຫລື ຈັບຈອງໂຄງການ.
4.    ສະເໜີໃຫ້ສືບຕໍ່ຈັດສັນງົບປະມານເຂົ້າໃສ່ໂຄງການລົງທຶນຂອງລັດ ເພື່ອຟື້ນຟູຜົນກະທົບຈາກໄພທໍາມະຊາດຈະເປັນໄປໄດ້ບໍ່? (ບໍ່ຄວນເລື່ອນຈ່າຍເນື່ອງຈາກຈະສົ່ງຜົນກະທົບຕໍ່ຜູ້ປະກອບການ ແລະ ເສດຖະກິດ)
ຄໍາຕອບ: ໂດຍລວມແລ້ວລັດຖະບານໄດ້ສຸມໃສ່ບັນດາໂຄງການຕ່າງໆທີ່ສະພາແຫ່ງຊາດໄດ້ຮັບຮອງ ໃນປີ 2020, ແຕ່ເນື່ອງດ້ວຍວ່າປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ເຮົາສູນເສຍລາຍຮັບເປັນຈຳນວນຫລາຍ. ສະນັ້ນ, ກະຊວງແຜນການ ແລະ ການລົງທຶນ ຈະໄດ້ປະສານສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເບິ່ງຄວາມເປັນໄປໄດ້ໃນການສູ້ຊົນຈັດຕັ້ງປະຕິບັດໃຫ້ໄປຕາມແຜນການທີ່ສະພາແຫ່ງຊາດຮັບຮອງ ໂດຍຄົ້ນຄວ້າເລື່ອນຈ່າຍໂຄງການຈຳນວນໜຶ່ງ ເພື່ອໄປຊຳລະໃນປີ 2021. ສໍາລັບໂຄງການບຸລິມະສິດສະເໜີໃຫ້ຊຳລະຕາມແຜນທີ່ສະພາແຫ່ງຊາດຮັບຮອງ ເປັນຕົ້ນໂຄງການຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ໂຄງການຟື້ນຟູໄພພິບັດ, ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໂຄງການທຶນສົມທົບໂຄງ ການຊ່ວຍເຫລືອເພື່ອການພັດທະນາ ODA ແລະ ໂຄງການທຶນສົມທົບການຊົດເຊີຍໂຄງການທາງລົດໄຟລາວ-ຈີນ.
5.    ສະເໜີໃຫ້ລັດຖະບານຊີ້ແຈງກ່ຽວກັບການຫລຸດລາຄາໄຟຟ້າ ໃຫ້ມີິຄວາມຈະແຈ້ງຕື່ມ
ຄໍາຕອບ: ການປະຕິບັດນະໂຍບາຍຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 ຂອງລັດຖະບານ ມີໂຄງສ້າງລາຄາໄຟຟ້າດັ່ງນີ້:
•    ສໍາລັບກຸ່ມຜູ້ຊົມໃຊ້ທີ່ໃຊ້ໄຟຟ້າແຕ່ 0-150 ກິໂລວັດໂມງ/ເດືອນ ແມ່ນນຳໃຊ້ລາຄາ 355 ກີບ/ກິໂລວັດໂມງ.
•    ສໍາລັບກຸ່ມຜູ້ຊົມໃຊ້ທີ່ໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ/ເດືອນ ແມ່ນໃຫ້ຄູນລາຄາ 355 ກີບ/ ກິໂລວັດໂມງ ສຳລັບ 150 ກິໂລວັດໂມງທຳອິດ ສ່ວນພະລັງງານທີ່ເຫລືອແມ່ນໃຫ້ຄູນລາຄາ 710 ກີບ/ກິໂລວັດໂມງ ແລ້ວເອົາມູນຄ່າທັງສອງຂັ້ນ ບວກໃສ່ກັນເປັນລາຄາໄຟຟ້າ.
•    ສຳລັບກຸ່ມຜູ້ຊົມໃຊ້ທີ່ໃຊ້ໄຟຟ້າແຕ່ 462 ກິໂລວັດໂມງ/ເດືອນ ຂຶ້ນໄປ ແມ່ນຄູນລາຄາດຽວໃນອັດຕາ 710 ກີບ/ກິໂລວັດໂມງ.
ອີງຕາມສະຖິຕິ ຂອງເດືອນເມສາ 2020 ຈໍານວນກຸ່ມຜູ້ຊົມໃຊ້ໄຟຟ້າ ແຕ່ 0-150 ກິໂລວັດໂມງ ກວມ 75% ຂອງໝໍ້ນັບໄຟທັງໝົດ, ກຸ່ມຜູ້ຊົມໃຊ້ໄຟຟ້າແຕ່ 151-461  ກິໂລວັດໂມງ ມີຈໍານວນໝໍ້ນັບໄຟ ກວມ  19,8% ແລະ ກຸ່ມຜູ້ຊົມໃຊ້ໄຟຟ້າແຕ່ 462 ກິໂລວັດໂມງຂຶ້ນໄປ ມີຈໍານວນໝໍ້ນັບໄຟກວມ  5,2%. ການປຽບທຽບໂຄງສ້າງລາຄາແບບໃໝ່ ແລະ ແບບເກົ່າ ເຫັນວ່າທຸກກຸ່ມຜູ້ໃຊ້ໄຟຈະໄດ້ຮັບຜົນປະໂຫຍດຈາກການປັບໂຄງສ້າງໃນຄັ້ງນີ້.  ສັງລວມແລ້ວລາຄາໄຟຟ້າທີ່ປະຕິບັດໃນໄລຍະຂອງການແຜ່ລະບາດ ຂອງພະຍາດ COVID-19 ແມ່ນຈະສືບຕໍ່ປະຕິບັດຈົນຮອດເດືອນທັນວາ 2020 ສ່ວນໂຄງສ້າງລາຄາໄຟຟ້າໄລຍະຍາວ ລັດຖະບານຈະມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າຮ່ວມກັບພາກສັງຄົມ ເພື່ອໃຫ້ເໝາະສົມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລ້ວຈຶ່ງຈະນໍາສະເໜີລັດຖະບານ ພິຈາລະນາຕົກລົງ ໃນເດືອນຕຸລາ ປີ 2020 ແລະ ຈະໄດ້ໃຫ້ປະກາດໃຊ້ແຕ່ເດືອນມັງກອນ 2021 ເຖິງເດືອນທັນວາ 2025.