ບົດລາຍງານຂອງລັດຖະບານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII
25/06/2020

ບົດລາຍງານຂອງລັດຖະບານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII

ວັນທີ 24 ມິຖຸນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII.

  1. ສະພາບແວດລ້ອມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປີ 2020

ສາມາດເວົ້າໄດ້ວ່າ ສະພາບແວດລ້ອມ ແລະ ເງື່ອນໄຂຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 20/ສພຊ, ລົງວັນທີ 18 ພະຈິກ 2019 ນັ້ນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ອຸປະສັກ. ອຸປະສັກທີ່ເນື່ອງມາຈາກຄວາມບໍ່ທັນເຂັ້ມແຂງຂອງເສດຖະກິດມະຫາພາກຂອງປະເທດເຮົາ ທີ່ມີຄວາມບອບບາງ ແລະ ຢູ່ໃນລະດັບມີ່ນໆມາຫຼາຍປີ ທີ່ສະສົມຢູ່ແລ້ວຍັງແກ້ບໍ່ທັນຕົກ ໃນປີ 2019 ຜ່ານມາ ເຖີ່ງວ່າລັດຖະບານ ໄດ້ພະຍະຍາມສຸມກໍາລັງຈັດຕັ້ງປະຕິບັດແຜນ ເພື່ອໃຫ້ບັນລຸບັນດາຄາດໝາຍທີ່ວາງໄວ້ ແຕ່ກໍ່ຍັງປະຕິບັດຕົວເລກຄາດໝາຍຫຼາຍດ້ານບໍ່ໄດ້ຕາມແຜນວາງໄວ້ ແລະ ການແກ້ໄຂຄວາມສ່ຽງຕ່າງໆ ກໍ່ຍັງບໍ່ທັນຕົກໄດ້. ດັ່ງນັ້ນ, ປີ 2019 ຜ່ານ ໄປ, ສະພາບເສດຖະກິດ ຂອງປະເທດເຮົາ ຍັງບໍ່ທັນພົ້ນຈາກສະພາບຕາບຈູນ. ດັ່ງນັ້ນ, ການວາງຄາດໝາຍຕົວເລກມະຫາພາກ ສໍາລັບປີ 2020 ຈຶ່ງໄດ້ສະເໜີຫຼຸດປີ 2019, ທັງນີ້ ກໍ່ຍ້ອນວ່າລັດຖະບານ ພະຍາຍາມສືບຕໍ່ປັບປ່ຽນວິທີຄິດ ໃນການວາງແຜນ ແລະ ກຳນົດຄາດໝາຍ ໃຫ້ແທດກັບຕົວຈິງທີ່ສຸດ ເພື່ອຢາກໃຫ້ເປັນໄປໄດ້ໃນທາງປະຕິບັດ. ເບື້ອງຕົ້ນ ລັດຖະບານ ກໍ່ຄິດວ່າແຜນທີ່ຖືກຮັບຮອງຈາກສະພາແຫ່ງຊາດນີ້, ລັດຖະບານ ກໍ່ຈະສູ້ຊົນສຸດຂີດ ຖ້າບໍ່ໄດ້ເຕັມສ່ວນ ກໍ່ອາດຈະຫຼຸດບໍ່ຫຼາຍເກີນໄປ.

ແຕ່ສິ່ງທີ່ບໍ່ຄາດຝັນກໍ່ເກີດຂຶ້ນ, ເຫດການໂຄວິດ-19 ນັ້ນ ເກີດຂຶ້ນໃນໄຕມາດທີ 1 ຂອງປີ 2020 ແລະ ເຫດການນີ້ ມັນເປັນຜົນກະທົບຊ້ຳເຕີມ ໃສ່ສະພາບຄວາມບອບບາງຂອງເສດຖະກິດປະເທດເຮົາຢ່າງໜັກໜ່ວງທີ່ສຸດ; ໂຄວິດ-19ກາຍເປັນບັນຫາໃຫຍ່ຂອງໂລກ (ມະຫັນຕະໄພ) ທີ່ທໍາລາຍສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງເກືອບທຸກປະເທດໃນໂລກ; ພ້ອມດຽວກັນນັ້ນ, ມັນໄດ້ສ້າງປະກົດການໃໝ່ຂອງຄວາມຂັດແຍ່ງມີລັກສະນະປະເຊີນໜ້າຂອງຝ່າຍຕ່າງໆ ໃນການພົວພັນສາກົນຂຶ້ນຢ່າງເຫັນໄດ້ຈະແຈ້ງ ເຊິ່ງບໍ່ອາດຈະຄາດຄະເນການຜັນແປຂອງຄວາມຂັດແຍ່ງນີ້ໄດ້ ເພາະມັນຈະພິກຜັນໄດ້ໃນແຕ່ລະວັນ.

ສະພາບສາກົນແບບນີ້ ບໍ່ປະຕິເສດໄດ້ໃນການກະທົບເຖິງປະເທດເຮົາ ມັນຈຳຕ້ອງເຮັດໃຫ້ພວກເຮົາຕ້ອງມີຄວາມລະມັດລະວັງສູງ ແລະ ຕັ້ງຮັບກັບສະຖານະການ ທີ່ອາດຈະເກີດຂຶ້ນ ແລະ ບານປາຍອອກໄປໃນທຸກດ້ານ.

ການພິກຜັນ ຫຼື ການຂະຫຍາຍຕົວຂອງສະພາບການໂລກ ຈະມາກະທົບເຖິງພວກເຮົາໃນສະເພາະໜ້າ ແລະ ຍາວນານ ໃນຄະນະທີ່ປະເທດເຮົາ ກຳລັງປະສົບກັບຄວາມຫຍຸ້ງຍາກຢູ່ນີ້, ພວກເຮົາຍັງຕ້ອງຕິດຕາມວິເຄາະວິໄຈສະຖານະການ ໃຫ້ທັນເວລາ ແລະ ຊັດເຈນ ເພື່ອເອົາຈຸດຢືນທີ່ເໝາະສົມ ທັງຕ້ອງປັບຕົວເຂົ້າໃນສະພາບຫຍຸ້ງເຫຍືອງນີ້ໃຫ້ໄດ້ ເພື່ອບໍ່ໃຫ້ປະເທດເຮົາຕົກ ຢູ່ໃນສະພາບກືນບໍ່ເຂົ້າຄ່າຍບໍ່ອອກ.

ຈາກສະພາບດັ່ງກ່າວມານີ້ IMF ໄດ້ປະເມີນ ແລະ ຄາດຄະເນວ່າເສດຖະກິດໂລກໂດຍລວມຈະບໍ່ຂະຫຍາຍຕົວ ແລະ ອາດຈະຕິດລົບ ເຖິງ -3% (ຊຶ່ງປີ​ 2019 ຢູ່ໃນ 2,9%).

ຕໍ່ກັບປະເທດເຮົາເບື້ອງຕົ້ນ ADB ຄາດຄະເນວ່າເສດຖະກິດຈະຂະຫຍາຍຕົວຈະຢູ່ໃນລະດັບ 3,5%, ແຕ່ຜົນການຄົ້ນຄວ້າລ່າສຸດເຫັນວ່າ ຈະຕິດລົບເຖິງ -0,5% ຍ້ອນຜົນກະທົບ ຈາກການລະບາດ ຂອງພະຍາດ ໂຄວິດ-19    ທີ່ແກ່ຍາວ ຊຶ່ງອາດເຮັດໃຫ້ການບໍລິການຕິດລົບເຖິງ -3,2 % ແລະ ຜົນຜະລິດກະສິກໍາ ຈະໄດ້ຮັບຜົນກະທົບຍ້ອນໄພທໍາມະຊາດ    (ໄພແຫ້ງແລ້ງ ແລະ ຝົນຕົກໜັກ), WB ຄາດຄະເນຢູ່ໃນລະດັບ 1% ແຕ່ຖ້າຜົນກະທົບຈາກໂຄວິດ-19 ແກ່ຍາວ ຈະເຮັດໃຫ້ ຕິດລົບເຖິງ -1,8% ແລະ IMF ຄາດຄະເນ ໃຫ້ 0,7% ເທົ່ານັ້ນ.

  1. ສັງລວມຜົນການຈັດຕັ້ງປະຕິບັດ ແຜນ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ 2020:

ຜ່ານການຈັດຕັ້ງປະຕິບັດຕົວຈິງ ບັນດາຕົວເລກຄາດໝາຍທີ່ມະຕິຂອງກອງປະຊຸມສະພາແຫ່ງຊາດ ເທື່ອທີ 8        ຊຸດທີ VIII ສະບັບເລກທີ 20/ສພຊ, ລົງວັນທີ 18 ພະຈິກ 2019 ໄດ້ຮັບຮອງເອົາ. ໃນໄລຍະ 5 ເດືອນທີ່ຜ່ານມາ ສາມາດຕີລາຄາ ໄດ້ດັ່ງນີ້:

  1. ດ້ານເສດຖະກິດມະຫາພາກ:
    1. ການຂະຫຍາຍຕົວຂອງເສດຖະກິດ: ຍ້ອນມີຜົນກະທົບຈາກຫຼາຍປັດໄຈ ດັ່ງທີ່ກ່າວມານັ້ນ, ອີງໃສ່ການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກີດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍນໍາໃຊ້ຂໍ້ມູນ 3 ເດືອນ ຄາດຄະເນໝົດປີ 2020 ເສດຖະກິດຂອງປະເທດເຮົາ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 3,3% ຫາ 3,6% (ສະພາແຫ່ງຊາດຮັບຮອງ 6,5%), ໃນກໍລະນີ GDP ຂະຫຍາຍຕົວ 3,6% ຈະມີມູນຄ່າໃນປີ ປະມານ 175.720 ຕື້ກີບ, ປັດໄຈທີເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີ ດັ່ງນີ້:
  • ຂະແໜງກະສິກໍາ: ຂະຫຍາຍຕົວ 2,3% ຫຼຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້    ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກຳ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫຼາດ      ຍ້ອນການຈຳກັດການສົ່ງອອກສິນຄ້າກະສິກຳ ຂອງປະເທດເພື່ອນບ້ານ ໄດ້ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫຼາຍຂຶ້ນ. ການປູກພືດ, ຜັກ ແລະ ໝາກໄມ້ຕ່າງໆ ສາ​ມາດປະຕິບັດໄດ້ ປະມານ 85.477 ເຮັກ​ຕາ, ​ຄາດ​ຄ​ະເນຜົນ​ຜະ​ລິດ ຈະໄດ້ຮັບ       ປະ​ມານ 813.970 ກວ່າ​ໂຕນ ເທົ່າກັບ 68% ຂອງແຜນການ; ການ​ຜະ​ລິດ​ພືດ​ລະ​ດູ​ແລ້ງ ​ປະ​ຕິ​ບັດ​ໄດ້ໃນເນື້ອທີ່ 24.578 ກວ່າ​ເຮັກ​ຕາ; ສະເພາະການຜະ​ລິດ​ເຂົ້າ​ສົ່ງອອກໄປ ສ​ປ ຈີນ ບັນລຸໄດ້ 15.000 ໂຕນ.
  • ຂະແໜງອຸດສາຫະກໍາ: ຂະຫຍາຍຕົວ 6,8% ຫຼຸດແຜນການ 1,5%. ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ປະຕິບັດໄດ້ 3.574 ຕື້ກີບ, ເທົ່າ​ກັບ 24,44% ຂອງ​ແຜນ​ການ​ປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 10,20%, ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດໄດ້ 6.256 ຕື້ກີບ.
  • ຂະແໜງບໍລິການ: ເຖິງແມ່ນວ່າ ລັດຖະບານ ໄດ້ເອົາໃຈໃສ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ການທ່ອງທ່ຽວລາວ-ຈີນ ແຕ່ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການບໍລິການ ຢ່າງໜັກໜ່ວງ, ຊຶ່ງເຫັນວ່າ ຈະສາມາດປະຕິບັດໄດ້ພຽງ 1,7% ຫຼຸດແຜນການ 5,2% ແລະ ອາດຈະຫຼຸດລົງເຖິງ -4,5%. ສັງລວມແລ້ວ ນັກທ່ອງທ່ຽວເຂົ້າມາປະເທດຂອງພວກເຮົາ ໃນ 5 ເດືອນ ຕົ້ນປີ 2020 ມີພຽງ 886.447 ເທື່ອຄົນ, ຫຼຸດລົງ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການຂົນສົ່ງທາງອາກາດ ແລະ ທາງບົກ ຜູ້ໂດຍສານຫຼຸດລົງຫຼາຍກວ່າ 90%.
  • ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ : ປະຕິບັດໄດ້ 39,78% ຂອງແຜນການປີ, ໃນນັ້ນການສົ່ງອອກຫຼຸດລົງ 6,1%, ການນໍາເຂົ້າຫຼຸດລົງ 8,1%. ຄາດວ່າໝົດປີ ຈະສາມາດປະຕິບັດ 91,7% ຂອງແຜນການປີ ຈະສູນເສຍລາຍຮັບຈາກການສົ່ງອອກ ປະມານ 483,3 ລ້ານໂດລາສະຫະລັດ ຫຼື ປະມານ 8,4% ຂອງມູນຄ່າການສົ່ງອອກ ທຽບໃສ່ປີ 2019. 

ການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 29.290 ຕື້​ກີບ ເທົ່າກັບ 40,47% ຂອງແຜນການ, ຄາດຄະເນ 6 ເດືອນທ້າຍປີ ຈະສາມາດບັນລຸໄດ້ 90,29% ຂອງແຜນການ. ໄດ້ຕິດຕາມ ແລະ ແກ້ໄຂຫຼາຍບັນຫາ ທີ່ເກີດຂຶ້ນໃນໄລຍະປິດດ່ານຊາຍແດນ   ເຮັດໃຫ້ການຂົນສົ່ງສິນຄ້າ ສາມາດດໍາເນີນໄປໄດ້ເປັນປົກກະຕິ; ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມ, ກວດກາ ແລະ     ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ທີ່ຈໍາເປັນ ຢ່າງຕັ້ງໜ້າ.

  • ຂະແໜງພະລັງງານ ແລະ ບໍ່ແຮ່: ການຜະລິດກະແສໄຟຟ້າ ປະຕິບັດໄດ້  18.808 ລ້ານ​ ກິ​ໂລ​ວັດ​ໂມງ, ມູນຄ່າ 9.792 ຕື້ກີບ ເທົ່າກັບ 46% ຂອງແຜນການປີ. ຄາດຄະເນໝົດປີ ຈະສາມາດປະຕິບັດໄດ້ 41.340 ລ້ານ​ ກິ​ໂລ​ວັດ​ໂມງ ມີມູນ​ຄ່າປະມານ 21.286 ຕື້​ກີບ,​ ຊຶ່ງເຫັນວ່າລື່ນແຜນເລັກນ້ອຍ. ສຳລັບການບໍລິການໄຟຟ້າ ພາຍຫຼັງທີ່ໄດ້ປະກາດນໍາໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ເຫັນວ່າມີຫາງສຽງສັງຄົມທີ່ຂັດຂ້ອງຈົ່ມວ່າ ຫຼາຍສົມຄວນ.  ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າປັບລາຄາກະແສໄຟຟ້າຄືນໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຊຶ່ງລາຍລະອຽດຂະແໜງການກ່ຽວຂ້ອງ ຈະຊີ້ແຈງຕໍ່ກອງປະຊຸມຕື່ມ. ສຳລັບດ້ານແຮ່ທາດ : ຜະລິດໄດ້ 5.181 ຕື້ກີບ ເທົ່າກັບ 47% ຂອງແຜນການ, ທຽບກັບໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 8% ຍ້ອນບາງໂຄງການໄດ້ຢຸດການຜະລິດ. ຄາດຄະເນໝົດປີ ການຜະລິດແຮ່ທາດຈະສາມາດປະຕິບັດໄດ້ 10.851 ຕື້ກີບ ລື່ນແຜນການ ປະມານ 13%.
    1. ຄາດໝາຍດ້ານງົບປະມານ :
  • ດ້ານລາຍຮັບ: ຮອດທ້າຍເດືອນ 5/2020 ປະຕິບັດໄດ້ 7.734 ຕື້ກີບ   ເທົ່າກັບ 27% ຕາມແຜນການປີແມ່ນ 28.997 ຕື້ກີບ, ແຕ່ທຽບໃສ່ໄລຍະດຽວກັນ ຫຼຸດລົງ 11%. ຄາດຄະເນໝົດປີ ຈະປະຕິບັດລາຍຮັບໄດ້ພຽງແຕ່ 78% ເຊິ່ງຫຼຸດແຜນປີ 6.322 ຕື້ກີບ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຫຼຸດລາຍຈ່າຍລົງ ໃນບາງຮ່ວງ.
  • ດ້ານລາຍຈ່າຍ: ຮອດທ້າຍເດືອນ 5/2020 ປະຕິບັດໄດ້ 8.614 ຕື້ກີບ  ເທົ່າກັບ 24,13% ຕາມແຜນການປີແມ່ນ 35.693 ຕື້ກີບ. ລັດຖະບານ ໄດ້ຕັດສິນໃຈຮັບປະກັນລາຍຈ່າຍທີ່ຈໍາເປັນ ໂດຍສະເພາະເງິນເດືອນ, ເງິນນະໂຍບາຍ, ການຊໍາລະໜີ້ສິນ ແລະ ວຽກສຸກເສີນ ໃຫ້ໄດ້ຕາມຄາດໝາຍ ເປັນສ່ວນໃຫຍ່.
  • ການດຸ່ນດ່ຽງງົບປະມານ: ຕາມຕົວເລກຄາດຄະເນ ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ໝົດປີ 2020 ຂ້າງເທິງນັ້ນ ຈະເຮັດການຂາດດຸນງົບປະມານ ເພີ່ມຕື່ມ 3.622 ຕື້ກີບ, ຊຶ່ງຈະເຮັດໃຫ້ການຂາດດຸນທັງໝົດ ເພີ່ມຈາກ 6.696 ຕື້ກີບ (3,77% ຂອງ GDP) ມາເປັນ 10.318 ຕື້ກີບ (5,78% ຂອງ GDP).
    1. ດ້ານເງິນຕາ: ໃນ 5 ເດືອນຕົ້ນປີ ປະລິມານເງິນ M2  ຂະຫຍາຍຕົວຢູ່ໃນລະດັບ 19,2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (ມະຕິສະພາ ບໍ່ເກີນ 20% ຕໍ່ປີ).  ຄັງສໍາຮອງເງິນຕາຕ່າງປະເທດ ຢູ່ໃນລະດັບທີ່ສາມາດກຸ້ມການນຳເຂົ້າໄດ້ 3,4 ເດືອນ ລື່ນລະດັບທີ່ສະພາແຫ່ງຊາດໄດ້ຮັບຮອງເລັກນ້ອຍ (ມະຕິສະພາ ຢ່າງໜ້ອຍ 3 ເດືອນ). ທຽບໃສ່ປີຜ່ານມາ, ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາສະຫະລັດ ໄດ້ອ່ອນຄ່າລົງ 3,8%  (ມະຕິສະພາ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5%). ອັດຕາເງິນເຟີ້ ສະເລ່ຍ 5 ເດືອນ ຢູ່ໃນລະດັບ 6,1%  ເຊິ່ງປັດໄຈຕົ້ນຕໍ ແມ່ນການເພີ່ມຂຶ້ນຂອງລາຄາສິນຄ້າໝວດສະບຽງອາຫານ ຊຶ່ງເພີ່ມຂຶ້ນເກືອບ 11% ໂດຍສະເພາະແມ່ນລາຄາເຂົ້າສານ, ຊີ້ນໝູ, ສັດປີກ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ. ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດເຫຼືອເງິນຝາກຂອງຂະແໜງທະນາຄານ ເພີ່ມຂຶ້ນ 5,93%, ກວມເອົາ 56,78% ຂອງ GDP (ມະຕິສະພາ 58,43% ຂອງ GDP ໃນທ້າຍປີ 2020); ຍອດເຫຼືອສິນເຊື່ອຂອງຂະແໜງທະນາຄານ ຂະຫຍາຍຕົວ 1,09%, ກວມເອົາ 46,6% ຂອງ GDP (ມະຕິສະພາ 49,56% ຂອງ GDP ໃນທ້າຍປີ 2020); ໜີ້ບໍ່ເກີດດອກອອກຜົນ (NPL) ຢູ່ໃນລະດັບ 3,2%  (ມະຕິສະພາ ບໍ່ເກີນ 3%); ສິນເຊື່ອໃຫ້ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ກວມເອົາ 18,4% ຂອງຍອດສິນເຊື່ອທັງໝົດ.
  1. ຄາດໝາຍດ້ານແຫຼ່ງທຶນເພື່ອການພັດທະນາ:
  • ການປະຕິບັດລາຍຈ່າຍການລົງທຶນຂອງລັດ: ບ້ວງລົງທຶນປົກກະຕິ ຈໍານວນ 2.600 ຕື້ກີບ (ທຶນຊົດເຊີຍທາງລົດໄຟ ລາວ-ຈີນ 400 ຕື້ກີບ), ສາມາດປະຕິບັດໄດ້ ທັງໝົດ 2.384 ໂຄງການ ລວມເປັນທຶນ 1.044 ຕື້ກີບ ເທົ່າກັບ 40,16% ຂອງແຜນການ.

ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາຄືນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງ ແລະ ປະສິດທິຜົນຕໍ່າ ໃນຂອບເຂດທົ່ວປະເທດ. ມາຮອດປະຈຸບັນໄດ້ສຳເລັດການກວດກາໄລຍະທີ 1 ເຫັນວ່າ ສາມາດປະຢັດງົບປະມານລົງໄດ້ຫຼາຍສົມຄວນ. ສັງລວມໂຄງການລົງທຶນຂອງລັດ ທັງໝົດ 4.601 ໂຄງການ (ມູນຄ່າ 103.187 ຕື້ກີບ) ທີ່ຕ້ອງກວດກາລົງເລິກມູນຄ່າຂອງໂຄງການ; ໃນນັ້ນ ໄດ້ກວດກາສຳເລັດແລ້ວ 672 ໂຄງການ  (ມູນຄ່າ 43.538 ຕື້ກີບ), ພົບເຫັນຕົວເລກເງິນທີ່ສາມາດປະຢັດງົບປະມານໄດ້ 1.213 ຕື້ກີບ, ເງິນຄ້າງມອບອາກອນ ຈໍານວນ 89,36 ຕື້ກີບ ຕ້ອງມອບຄືນໃຫ້ລັດ. ພ້ອມນີ້ ຍັງພົບເຫັນມູນຄ່າຜິດດ່ຽງສູງກວ່າ 20% ຂຶ້ນໄປ ທຽບໃສ່ລາຄາຫົວໜ່ວຍ ທີ່ກະຊວງກ່ຽວຂ້ອງກຳນົດ ມີຈຳນວນ 2.583 ຕື້ກີບ ເຊິ່ງຕ້ອງໄດ້ຕໍ່ລອງຄືນໃໝ່ ຈຳນວນ 672 ໂຄງການ ທີ່ໄດ້ກວດກາແລ້ວ.

  • ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ: ຍັງສືບຕໍ່ດຳເນີນໄປພາຍໃຕ້ນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19. ຮອດທ້າຍເດືອນ 5 ປີ 2020 ປະຕິບັດໄດ້ 750  ລ້ານໂດລາສະຫະລັດ ຫຼື ເທົ່າກັບ 7.125 ຕື້ກີບ (ແຜນການ 23.125 ຕື້ກີບ). ປັດຈຸບັນ ບັນດາໂຄງການລົງທຶນໃຫຍ່ ເປັນຕົ້ນ ໂຄງການທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 89,45%, ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ມີຄວາມຄືບໜ້າ 71%. ນອກນັ້ນ, ຍັງມີບັນດາໂຄງການຕ່າງໆ ທີ່ຍັງຢູ່ໃນໄລຍະສຶກສາຄວາມເປັນໄປໄດ້ຂອງໂຄງການ ສືບຕໍ່ດຳເນີນຢ່າງເປັນປົກກະຕິ ເຊັ່ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ປາກເຊ, ທາງດ່ວນເລກ 1 ແລະ ອື່ນໆ.
  • ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA): ປະຕິບັດໄດ້ 2.372 ຕື້ກີບ ເທົ່າກັບ 29% ຂອງແຜນການ (ມະຕິສະພາ 8.125 ຕື້ກີບ), ຄາດວ່າປີ 2020 ຈະສາມາດປະຕິບັດໄດ້ຕາມແຜນທີ່ວາງໄວ້.
  1. ການບໍລິຫານໜີ້ສິນສາທາລະນະ:
  • ການບໍລິຫານໜີ້ສິນຕ່າງປະເທດ: ໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍໜີ້ສິນສາທາລະນະ ແລະ ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2019 ແລະ ກຳລັງຄົ້ນຄວ້າສ້າງຮ່າງຍຸດທະສາດວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ໄດ້ສໍາເລັດໂດຍພື້ນຖານຮ່າງຍຸດທະສາດວ່າດ້ວຍການຄຸ້ມຄອງໜີ້ສິນ ແລະ ຂອບການກູ້ຢືມໄລຍະກາງ ເຊິ່ງຄາດວ່າຈະສຳເລັດໃນມໍ່ໆນີ້, ພ້ອມທັງໄດ້ມີການປຶກສາຫາລື ແລະ ຄົ້ນຄວ້າຮ່ວມກັບອົງການຈັດຕັ້ງສາກົນ, ບັນດາປະເທດເພື່ອນມິດ ກ່ຽວກັບນະໂຍບາຍຄຸ້ມຄອງ ແລະ ຟື້ນຟູເສດຖະກິດມະຫາພາກ ກໍຄື ການຄຸ້ມຄອງໜີ້ສິນໄລຍະກາງ ແລະ ໄລຍະຍາວ. ສິ່ງສຳຄັນ ໃນການສ້າງແຜນງົບປະມານແຫ່ງລັດ ນັບແຕ່ປີ 2019 ແມ່ນອີງໃສ່ຖານລາຍຮັບພາຍໃນຕົວຈິງ ໃນການຈັດສັນລາຍຈ່າຍ ຊຶ່ງເປັນບາດກ້າວໃໝ່ ໃນການຫຼຸດຜ່ອນການສ້າງໜີ້ສິນ ໄດ້ໃນລະດັບໜຶ່ງ; ໄດ້ຢຸດການກູ້ຢືມຈາກຕ່າງປະເທດ ເພື່ອມາດຸນດ່ຽງລາຍຈ່າຍງົບປະມານປົກກະຕິ, ການກູ້ຢືມຕ່າງປະເທດ ແມ່ນກູ້ສະເພາະ ເພື່ອມາຊໍາລະຕົ້ນທຶນເງິນກູ້ຕ່າງປະເທດເທົ່ານັ້ນ;        ໃນສະພາບການລະບາດຂອງ ໂຄວິດ-19 ທີ່ມີຜົນກະທົບຕໍ່ເສດຖະກິດຂອງໂລກ ຢ່າງໜັກໜ່ວງ, ກຸ່ມປະເທດ G20 ໄດ້ມີນະໂຍບາຍຜ່ອນຜັນໜີ້ສິນ ໃຫ້ປະເທດທີ່ລາຍໄດ້ຕໍ່າ, ສະນັ້ນ ປະຈຸບັນລັດຖະບານ ກຳລັງດຳເນີນການເຈລະຈາສອງຝ່າຍກັບບາງປະເທດເຈົ້າໜີ້ ເພື່ອເລື່ອນການຊຳລະໜີ້ສິນ ໃນປີ 2020 ນີ້.
  • ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ: ໄດ້ເອົາໃຈໃສ່ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ໂດຍສຸມໃສ່ແກ້ໄຂໂຄງການທີ່ຈັດຕັ້ງປະຕິບັດ ສໍາເລັດ 100% ແລະ ເປັນໜີ້ຄ້າງຈ່າຍມາດົນແລ້ວ ໂດຍນໍາໃຊ້ຫຼາຍແຫຼ່ງທຶນ ແລະ ຫຼາຍຮູບແບບ ເປັນຕົ້ນ ທຶນປົກກະຕິ, ທຶນບ້ວງສະເພາະ, ແກ້ໄຂໜີ້ 3 ແຈ ແລະ ພັນທະບັດ. ສໍາລັບ 6 ເດືອນທ້າຍປີ 2020 ລັດຖະບານ ຈະສືບຕໍ່ຄົ້ນຄວ້າແກ້ໄຂໜີ້ສິນໃນຮູບແບບອວ່າຍໜີ້ 3 ແຈ ແລະ ການອອກພັນທະບັດຕື່ມຈຳນວນໜຶ່ງ       ເພື່ອສ້າງສະພາບຄ່ອງຕໍ່ການດຳເນີນທຸລະກິດ ແລະ ການພັດທະນາ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19.
  1. ຄາດໝາຍດ້ານວັດທະນະທໍາ-ສັງຄົມ:
    1. ດ້ານການສຶກສາ:     ໄດ້ເອົາໃຈໃສ່ຊີ້ນຳສືບຕໍ່ຈັດຕັ້ງປະຕິບັດ 15 ຄາດໝາຍ ໃນນີ້: ມີ 6 ຄາດໝາຍ ທີ່ບັນລຸໃຫ້ມີຄວາມຍືນຍົງ, ມີ 3 ຄາດໝາຍ ມີຄວາມຄືບໜ້າ ທີ່ຄາດວ່າຈະບັນລຸໄດ້, ມີ 5 ຄາດໝາຍ ທີ່ບໍ່ປ່ຽນແປງ ແລະ ມີລັກສະ ນະຖອຍ ແລະ ມີ 1 ຄາດໝາຍ (ຄາດໝາຍ ອັດຕາສ່ວນນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນປາຍ) ທີ່ຍັງບໍ່ສາມາດເກັບກຳຂໍ້ມູນໄດ້ ໃນ 6 ເດືອນຕົ້ນປີ. ລັດຖະບານ ໄດ້ສຸມໃສ່ແກ້ໄຂບັນຫາການສຶກສາກ່ອນໄວຮຽນ ໃຫ້ມີຄຸນນະພາບ, ໃຫ້ກວ້າງຂວາງ ແລະ ໃຫ້ທົ່ວເຖິງ ໂດຍເນັ້ນໃສ່ການສະໜອງໂຄງລ່າງພື້ນຖານ, ອຸປະກອນຮັບໃຊ້ການຮຽນ-ການສອນ. ຊຸກຍູ້ສົ່ງເສີມໃຫ້ການສະໜອງຫໍພັກນັກຮຽນ ແລະ ຄູສອນໃຫ້ບັນດາໂຮງຮຽນມັດທະຍົມຕອນຕົ້ນ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດຈຸມສຸມພັດທະນາຂອງລັດຖະບານ.
  2.     19 ແມ່ນໄດ້ຈັດການຮຽນ-ການສອນ ຜ່ານການສຶກສາທາງໄກ, ສື່ການຮຽນ-ການສອນຜ່ານລະບົບອີເລັກໂຕຣນິກ. ແຕ່ກໍ່ເຫັນວ່າຍັງບໍ່ທັນໄດ້ຫຼາຍ ແລະ ບໍ່ຄົບຕາມຈຳນວນວິຊາ, ຊ່ອງທາງໃນການເຂົ້າເຖິງກຸ່ມເປົ້າໝາຍແບບອື່ນໆ ແລະ ພື້ນຖານວັດຖຸເຕັກນິກ ບໍ່ໄດ້ຖືກອອກແບບເພື່ອຮອງຮັບກັບສະພາບການດັ່ງກ່າວ.
    1. ດ້ານສາທາລະນະສຸກ: ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ໄດ້ກຳນົດໄວ້, ຜ່ານການປະເມີນຕີລາຄາເຫັນວ່າ ມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ:
  • ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີປະ​ຕິ​ບັດ​ໄດ້ 4,4/1.000 ເດັກເກີດມີຊີວິດ ຄາດຄະເນໝົດປີ ເຫັນວ່າມີທ່າອ່ຽງຈະສາມາດບັນລຸຄາດໝາຍໃນປີ 2020 (ຄາດໝາຍ SDG ຮອດປີ 2030 ແມ່ນ 12/1.000);
  • ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ປະ​ຕິ​ບັດ​ໄດ້ 5,1/1.000 ເດັກເກີດມີຊີວິດ ຄາດໝາຍໃນປີ 2020 ແມ່ນ 40/1.000 ເດັກເກີດມີຊີວິດ, ຄາດໝາຍ SDG ຮອດປີ 2030 ແມ່ນ 25/1.000 ຄາດຄະເນໝົດປີ ເຫັນວ່າມີທ່າອ່ຽງຈະສາມາດບັນລຸໄດ້;
  • ອັດຕາສ່ວນການຕາຍຂອງແມ່ ຄາດຄະເນໝົດປີຈະ​ປະ​ຕິ​ບັດໄດ້ 17,5/100.000 ເດັກເກີດມີຊີວິດ (ແຜນ​ການ 160/100.000, ຄາດໝາຍ SDG ຮອດປີ 2030 ແມ່ນ 70/100.000) ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນມີການຫຼຸດລົງເຖິງ 11,5/100,000 ເຊິ່ງເຫັນວ່າມີທ່າອ່ຽງທີ່ດີ;
  • ອັດຕາເກີດລູກມີແພດຊ່ວຍປະ​ຕິ​ບັດ​ໄດ້ 28,2% ຄາດຄະເນໝົດປີຈະບໍ່ສາມາດບັນລຸ ເນື່ອງຈາກຍັງຕໍ່າຫຼາຍເມື່ອທຽບໃສ່ຄາດໝາຍປີ 2020 ແມ່ນ 80% (ຄາດໝາຍ SDG ຮອດປີ 2030 ແມ່ນ>95%) ສະນັ້ນ ຈະຕ້ອງໄດ້ສູ້ຊົນຕື່ມໃນໄລຍະ 06 ເດືອນທ້າຍປີ 2020;
  • ອັດຕາການໃຫ້ວັກຊີນ​ກັນ​ພະ​ຍາດເຫັນວ່າ ອັດຕາເດັກລຸ່ມ 01 ປີ ທີ່ໄດ້ຮັບວັກຊີນ Penta 3 ແມ່ນຈະໄດ້ 34,2%, ຊຶ່ງຄາດໝາຍວາງໄວ້ໃນປີ 2020 ແມ່ນ 95% (ຄາດໝາຍ SDG ຮອດປີ 2030 ແມ່ນ 100%) ຄາດຄະເນໝົດປີ ຖືວ່າມີທ່າອ່ຽງທີ່ຈະບໍ່ສາມາດບັນລຸຕາມຄາດໝາຍປີ 2020.

ລັດຖະບານ ໄດ້ຊີ້ນຳທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ເຂັ້ມງວດປະຕິບັດຕາມຄໍາສັ່ງ ເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດລະບາດຂອງ ໂຄວິດ-19 ແລະ ມາດຕະການຜ່ອນຄາຍຈົນມາເຖິງທ້າຍເດືອນ ມິຖຸນາ 2020, ປະຈຸບັນ ລວມຍອດຜູ້ຕິດເຊື້ອສະສົມຍັງແມ່ນ 19 ຄົນ ເທົ່ານັ້ນ ແລະ ບໍ່ມີຜູ້ເສຍຊິວິດ, ໃນນັ້ນ ໄດ້ປິ່ນປົວຫາຍດີທັງໝົດ ເຊິ່ງເປັນຜົນສໍາເລັດໃນເບື້ອງຕົ້ນ ໃນການຮັບມືກັບພະຍາດ ໂຄວິດ-19 ແລະ ປັດຈຸບັນ ໄປຄຽງຄູ່ກັບການເຝົ້າລະວັງການລະບາດ ຂອງໂຄວິດ-19 ທີ່ອາດຈະກັບມາຮອບສອງ ກໍ່ຍັງໄດ້ຊີ້ນໍາໃຫ້ທຸກພາກສ່ວນສຸມໃສ່ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດຕາມລະດູການ ໂດຍສະເພາະແມ່ນ ໄຂ້ຍຸງລາຍ ທີ່ມີຜູ້ຕິດເຊື້ອແລ້ວ 1.733 ກໍລະນີ, ເສຍຊີວິດ 05 ກໍລະນີ, ປີ 2019 ມີຜູ້ຕິດເຊື້ອ 39.091 ກໍລະນີ, ເສຍຊີວິດ 76 ກໍລະນີ.

ໄດ້ເອົາໃຈໃສ່ໃນການປັບປຸງພື້ນຖານໂຄງລ່າງດ້ານສາທາລະນະສຸກ ໃຫ້ມີຄວາມທັນສະໄໝ ເພື່ອຮອງຮັບການບໍລິການປິ່ນປົວສຸຂະພາບຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ການສ້າງໂຮງໝໍທັນສະໄໝຢູ່ມະໂຫສົດ, ໂຮງໝໍ 150 ຕຽງ, ໂຮງໝໍ 103. ນອກນັ້ນ, ກໍ່ໄດ້ເອົາໃຈໃສ່ສະໜອງອຸປະກອນການແພດ ແລະ ປັບປຸງໂຮງໝໍແຫ່ງຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງເປັນສູນກັກກັນ ແລະ ປິ່ນປົວຜູ້ຕິດ ເຊື້ອພະຍາດໂຄວິດ-19. ພ້ອມກັນນັ້ນ, ກໍ່ໄດ້ໂຄສະນາຂົນຂວາຍການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຕ່າງໆ, ບັນດາຜູ້ປະກອບການ, ບໍລິສັດ ແລະ ປະຊາຊົນ ພາຍໃນປະເທດ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານການເງິນ, ວັດຖຸອຸປະກອນຕ່າໆ ເພື່ອນຳໃຊ້ເຂົ້່າໃນການປ້ອງກັນ ແລະ ປິ່ນປົວ ຜູ້ຕິດເຊື້ອຈາກພະຍາດ ໂຄວິດ-19, ຊຶ່ງລາຍລະອຽດຈໍານວນການບໍລິຈາກ ແລະ ການນໍາໃຊ້ ຄະນະສະເພາະກິດ ກໍ່ໄດ້ມີການຖະແຫຼງ ໃຫ້ມວນຊົນຮັບຮູ້ດ້ວຍຄວາມໂປ່ງໃສ.

  1. ດ້ານແຮງງານ ແລະ ສະຫວັດດີການສັງຄົມ: ໄດ້ປະເມີນຄືນ ແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ເດີນທາງມາຈາກຕ່າງປະເທດ ມີຫຼາຍກວ່າ 1 ແສນຄົນ ແລະ ແຮງງານຢູ່ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຈາກການປິດ ແລະ ຢຸດເຊົາກິດຈະການ ຊຶ່ງຈະຕ້ອງໄດ້ມີມາດຕະການແກ້ໄຂ ເພື່ອບໍ່ໃຫ້ມີໄພວ່າງງານເພີ່ມຂຶ້ນສູງໃນຕໍ່ໜ້າ; ສຸມໃສ່ລະດົມດຶງດູດນັກລົງທຶນເຂົ້າສູ່ໂຄງການໃດໜຶ່ງ ທີ່ຕ້ອງການນຳໃຊ້ກຳລັງແຮງງານ; ສົ່ງເສີມໃຫ້ມີການໃຊ້ແຮງງານລາວຫຼາຍຂຶ້ນ ເພື່ອແກ້ໄຂວຽກເຮັດງານທຳໃຫ້ປະຊາຊົນ, ໂດຍການຊຸກຍູ້ໃຫ້ພາກທຸລະກິດ ໄດ້ນຳໃຊ້ແຮງງານເຫຼົ່ານັ້ນ ເພື່ອທົດແທນການນຳເຂົ້າແຮງງານຈາກຕ່າງປະເທດ; ໄດ້ຂະຫຍາຍອັດຕາປົກຄຸມປະກັນສັງຄົມຂອງວິສາຫະກິດ ທີ່ມີຜູ້ອອກແຮງງານ 5 ຄົນຂຶ້ນໄປ ກວມ 25% ຂອງແຜນການ; ສາມາດຝຶກແຮງງານ ແລະ ພັດທະນາສີມືແຮງງານ ໄດ້ 11.432 ຄົນ ເທົ່າກັບ 13,6%; ສະໜອງແຮງງານ ເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໄດ້ 30.115 ຄົນ ເທົ່າກັບ 33,6%, ແຕ່ເຫັນວ່າຄຸນນະພາບຂອງແຮງງານລາວ ຍັງບໍ່ສູງ ແລະ ບໍ່ທັນຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດແຮງງານເທົ່າທີີ່ຄວນ; ສາມາດປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີ ໄດ້ 48,69% ຂອງແຜນການປີ; ເກັບກູ້ລະເບີດບໍ່ທັນແຕກ ຢູ່ 62 ບ້ານ ເທົ່າກັບ 13,4% ຂອງແຜນການປີ.
  2. ດ້ານຖະແຫຼງຂ່າວ ແລະ ວັດທະນະທໍາ: ໄດ້ຕິດຕາມ, ກວດກາດ້ານເນື້ອໃນສັງຄົມອອນລາຍ, ຕິດຕາມຂ່າວສານບິດເບືອນຕ່າງໆ ພ້ອມທັງ ສຶກສາອົບຮົມຜູ້ທີ່ເຄື່ອນໄຫວບໍ່ດີໃນສື່ສັງຄົມອອນລາຍ ໃນນີ້: ໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງສື່ມວນຊົນ ໃນທຸກຮູບແບບ ທີ່ອຸດົມສົມບູນ ແລະ ມີຊີວິດຊີວາກວ່າເກົ່າ ໃນການລະບາດຂອງພະຍາດໂຄວິດ-19 ພ້ອມທັງເຜີຍແຜ່ຂ່າວສານ ໃຫ້ຄວາມຮູ້ຕໍ່ສັງຄົມ ໃນການປ້ອງກັນ ແລະ ການຮັກສາສຸຂະພາບຂອງປະຊາຊົນໃຫ້ຫ່າງໄກຈາກພະຍາດລະບາດ. ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຕ່າງໆທີ່ກໍານົດໄວ້ ເປັນຕົ້ນ: ສາມາດຂະຫຍາຍຕາໜ່າງໂທລະໂຄ່ງໃຫ້ບ້ານ ໄດ້ 36 ຊຸດ (ແຜນ​ການ 220 ບ້ານ), ສ້າງ​ຄອບຄົວ​ວັດທະນະ​ທໍາ ໄດ້ 2.986 ຄອບຄົວ ເທົ່າ​ກັບ 9,95% ຂອງ​ແຜນ​ການ (ແຜນການ 30.000 ຄອບຄົວ), ບ້ານ​ວັດທະນະ​ທໍາ​​ໄດ້ 53 ບ້ານ ເທົ່າກັບ 26,5% ຂອງແຜນການປີ (ແຜນການ 200 ບ້ານ).
  3. ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ໄດ້ຈັດສັນທຶນເຂົ້າໃນວຽກງານດັ່ງກ່າວ ໃນຈຸດສຸມຂອງສູນກາງ ແລະ ທ້ອງຖິ່ນ ສະເພາະທຶນພາຍໃນ 120 ຕື້ກີບ, ມີທັງໝົດ 703​ ໂຄງການ, ສຸມໃສ່ຈັດຕັ້ງປະຕິບັດ 144 ຈຸດສຸມ ໃນຈໍານວນທັງໝົດ 449 ຈຸດສຸມ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີເງື່ອນໄຂສະດວກໃນການດໍາລົງຊີວິດ ຕິດພັນກັບການປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຊຶ່ງເຫັນວ່າ ໄດ້ຮັບຄວາມເອົາໃຈໃສ່ຢ່າງຕໍ່ເນື່ອງ, ມີຄວາມຄືບໜ້າດີ ແລະ ຫັນເຂົ້າສູ່ລວງເລິກ ໃນເຂດຈຸດສຸມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະສຸມໃສ່ 2 ເມືອງຈຸດສຸມຂອງປີ 2020 ຄື: ເມືອງຊ່ອນ ແຂວງຫົວພັນ ແລະ ເມືອງນອງ ແຂວງສະຫວັນນະເຂດ (ໄດ້ຈັດສັນທຶນເຂົ້າໃນ 2 ເມືອງດັ່ງກ່າວຈໍານວນ 7.752 ຕື້ກີບ, ເຊິ່ງລວມມີ 23 ໂຄງການ).
  4. ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ: ການອອກໃບຕາດິນ ປະຕິບັດໄດ້ 22.538 ຕອນ ເທົ່າກັບ 17,3% ຂອງແຜນການ; ສໍາເລັດການພັດທະນາໂປຼແກມຈົດທະບຽນທີ່ດິນ ແລະ ໄດ້ນໍາໃຊ້ໃນ 130 ເມືອງໃນທົ່ວປະເທດ; ສໍາເລັດໂດຍພື້ນຖານການສ້າງແຜນແມ່ບົດການປັບປຸງວຽກງານອຸຕຸນິຍົມ-ອຸທົກກະສາດ.
  5. ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ຮັກຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ໂດຍພື້ນຖານ, ສາມາດສະກັດກັ້ນ ແລະ ຕອບໂຕ້ ບັນດາເຫດການບໍ່ສະຫງົບ, ຈັບກຸມ ແລະ ມ້າງໄດ້ຂະບວນການຄ້າຢາເສບຕິດຫຼາຍລາຍສຳຄັນ;
  6. ວຽກງານການຕ່າງປະເທດ ແລະ ການຮ່ວມມືສາກົນ : ໃນ 6 ເດືອນຜ່ານມາ, ໄດ້ສືບຕໍ່ດຳເນີນໄປຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີລັກສະນະບຸກທະລຸພໍສົມຄວນ. ອັນພົ້ນເດັ່ນ ແມ່ນການສົນທະນາທາງໂທລະສັບ ລະຫວ່າງ ປະທານປະເທດ ລາວ-ຈີນ, ນາຍົກລັດຖະມົນຕີ ລາວ-ຫວຽດນາມ ແລະ ລາວ-ອິນເດຍ ເພື່ອຊຸກຍູ້ການຮ່ວມມື, ໂດຍສະເພາະແມ່ນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ແລະ ການຟື້ນຟູການພັດທະນາເສດຖະກິດ ພາຍຫຼັງການລະບາດຂອງພະຍາດ; ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລະດັບສຸດຍອດອາຊຽນ ແລະ ອາຊຽນ+3 ສະໄໝພິເສດກ່ຽວກັບການຮັບມືກັບການລະບາດຂອງພະຍາດ ໂຄວິດ-19; ນອກຈາກນັ້ນ, ສປປ ລາວ ພວກເຮົາຍັງໄດ້ຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມສະໄໝພິເສດລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ກ່ຽວກັບບັນຫາພະຍາດ ໂຄວິດ-19; ແລະ ບັນດາກອງປະຊຸມຂອງຄະແໜງການການເຊັ່ນ: ກອງປະຊຸມສະມັດຊາໃຫຍ່ ອົງການອະນາໄມໂລກຄັ້ງທີ 72 ແລະ ກອງປະຊຸມທາງໄກ ລະດັບສູງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຕ້ານການລະບາດຂອງພະຍາດ ໂຄວິດ-19”  ດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ສືບຕໍ່ການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ອາຊຽນ, ຂົງເຂດອື່ນໆ ແລະ ອົງການຈັດຕັ້ງສາກົນຢ່າງກວ້າງຂວາງຕື່ມ.

  1. ນະໂຍບາຍ ແລະ ມາດຕະການ ແກ້ໄຂຜົນກະທົບຕໍ່ເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ COVID-19:

ລັດຖະບານ ໄດ້ກຳນົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອໃຫ້ຂະແໜງການທີ່ກ່ຽວຂ້ອງນຳໄປປະຕິບັດ ດັ່ງນີ້:

  1. 10 ນະໂຍບາຍ ປະກອບມີ: ໄດ້ຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນ ຂອງຜູ້ອອກແຮງງານທັງໝົດ ທີ່ມີລາຍຮັບ 5 ລ້ານກີບ ລົງມາ ແລະ ໄດ້ຍົກເວັ້ນການເກັບອາກອນລາຍໄດ້ ຂອງຈຸນລະວິສາຫະກິດໃນລະຍະເວລາ 3 ເດືອນ (4, 5, 6 ປີ 2020); ໄດ້ຍົກເວັ້ນພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ໃນການນຳເຂົ້າສິນຄ້າປະເພດທີ່ຮັບໃຊ້ວຽກງານ ຕ້ານພະຍາດໂຄວິດ-19; ໄດ້ເລື່ອນການຊໍາລະພັນທະອາກອນທຸລະກິດທ່ອງທ່ຽວ ໃນໄລຍະເວລາ 3 ເດືອນ (ເລີ່ມແຕ່ເດືອນເມສາ 2020); ໄດ້ຕໍ່ເວລາການສົ່ງເອກະສານລາຍງານການເຄື່ອນໄຫວການເງິນ ແລະ ວຽກປະຈຳປີ 2019 ຂອງວິສາຫະກິດ; ໄດ້ຕໍ່ເວລາການຊຳລະຄ່າທຳນຽມທາງ; ໄດ້ຜ່ອນຜັນລາຄາ ແລະ ຕໍ່ເວລາ ການຊຳລະຄ່າໄຟຟ້າ ແລະ ນໍ້າປະປາ; ໄດ້ຫຼຸດຄ່າອິນເຕີເນັດ ແລະ ຄ່າໂທລະສັບ; ໄດ້ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ແລະ ຫຼຸດອັດຕາສ່ວນເງິນແຮຝາກບັງຄັບ ຂອງທະນາຄານທຸລະກິດ; ໄດ້ໃຫ້ນະໂຍບາຍສິນເຊື່ອ, ເລື່ອນເວລາຊຳລະໜີ້ຕົ້ນທຶນ ແລະ ດອກເບ້ຍ, ໄດ້ປະກອບທຶນ 200 ຕື້ກີບ, ໃນນັ້ນ ໄດ້ປ່ອຍ 100 ຕື້ກີບບ້ວງທໍາອິດ ໃຫ້ກອງທຶນ SME ໂດຍຜ່ານທະນາຄານທຸລະກິດ ໃນອັດຕາດອກເບ້ຍຄົງທີ່ 3% ຕໍ່ປີ ແລະ ໄດ້ອະນຸມັດເງິນກູ້ດອກເບ້ຍ 3% ໃຫ້ທະນາຄານທຸລະກິດ ໄປປ່ອຍຕໍ່ໃນອັດຕາດອກເບ້ຍ 5,5% ເພື່ອຟື້ນຟູບັນດາຫົວໜ່ວຍທຸລະກິດຜະລິດເປັນສິນຄ້າ ແລະ ເລື່ອນເວລາການຊຳລະພັນທະເຂົ້າກອງທຶນປະກັນສັງຄົມ ແບບບັງຄັບຂອງຫົວໜ່ວຍທຸລະກິດ;
  2. 9 ມາດຕະການ ປະກອບມີຄື: ໄດ້ຄົ້ນຄວ້າສະເໜີດັດປັບຕົວເລກການຂະຫຍາຍຕົວຂອງ GDP ແລະ ຕົວເລກຄາດໝາຍເສດຖະກິດມະຫາພາກ; ເພີ່ມທະວີການຄຸ້ມຄອງສະຖຽນລະພາບເສດຖະກິດມະຫາພາກ ໃຫ້ຮັດກຸມ; ເອົາໃຈໃສ່ເລັ່ງເກັບລາຍຮັບ ເທົ່າທີ່ສາມາດເຮັດໄດ້, ໂດຍສະເພາະ ລາຍຮັບທີ່ບໍ່ໄດ້ຮັບຜົນກະທົບຫຼາຍຈາກໂຄວິດ-19, ລາຍຮັບຈາກຜົນການກວດສອບ ແລະ ຜົນກວດກາ; ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ຮັດກຸມ, ປະຢັດ ແລະ ຫຼຸດຜ່ອນລາຍຈ່າຍທີ່ມີເງື່ອນໄຂຫຼຸດຜ່ອນລົງໄດ້ຈຳນວນໜຶ່ງ, ເປັນຕົ້ນ ລາຍຈ່າຍບໍລິຫານ-ດັດສົມສົ່ງເສີມ, ກວດກາ ແລະ ເຈລະຈາຄືນໂຄງການລົງທຶນຂອງລັດ, ໂດຍສະເພາະໂຄງການໃຫຍ່ ເພື່ອຫຼຸດຜ່ອນບາງກິດຈະການທີ່ບໍ່ຈຳເປັນລົງຕື່ມ, ພ້ອມທັງ ເຂັ້ມງວດວິໄນແຜນ ການ-ການເງິນ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ເລັ່ງປະຕິບັດກອງທຶນສົ່ງເສີມ SME ໂດຍໄວ;  ເລັ່ງສົ່ງເສີມການທ່ອງທ່ຽວພາຍໃນໃຫ້ຫຼາຍຂຶ້ນ; ຕິດຕາມ ແລະ ຄຸ້ມຄອງແຮງງານລາວ ທີ່ມາຈາກຕ່າງປະເທດ, ກໍາລັງແກ້ໄຂເງິນອຸດໜູນແຮງງານວາງງານ ສຳລັບແຮງງານໃນລະບົບປະກັນສັງຄົມ ແລະ ແຮງງານ ທີ່ໄດ້ຮັບຜົນກະທົບ; ປັບປຸງ ແລະ ກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນທຸລະກິດ ຂອງລັດວິສາຫະກິດການບິນລາວ.

10 ນະໂຍບາຍ ແລະ 9 ມາດຕະການ ໄດ້ເຜີຍແຜ່ອອກ ແລະ ກໍາລັງປະຕິບັດຢູ່ນັ້ນ ຫວັງວ່າຈະໄດ້ຮັບການສະໜັບສະໜູນ ໃນການປະຕິບັດຈາກທຸກໆພາກສ່ວນ, ສຳຄັນ ກໍ່ຫວັງວ່າ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ ຈະມີການເຂົ້າຮ່ວມ, ທັງກວດກາຕິດຕາມຢ່າງໃກ້ຊິດອີກດ້ວຍ.

           ເນື່ອງຈາກການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ພົບຄວາມຫຍຸ້ງຍາກ, ມີສິ່ງທ້າທາຍຫຼາຍປະການ ດັ່ງໄດ້ກ່າວມານັ້ນ. ດັ່ງນັ້ນ, ລັດຖະບານ ຈຶ່ງຂໍສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອຄົ້ນຄວ້າພິຈາລະນາ ດັ່ງນີ້:

  1. ຂໍ້ສະເໜີຕໍ່ສະພາແຫ່ງຊາດ:
  1. ສະເໜີດັດແກ້ຕົວເລກອັດຕາການເຕີບໂຕ ຂອງເສດຖະກິດ (GDP) ຈາກແຜນການທີ່ສະພາແຫ່ງຊາດ ໄດ້ຮັບຮອງ 6,5% ມາເປັນ 3,3% ຫາ 3,6% ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
  2. ສະເໜີດັດແກ້ແຜນງົບປະມານ ປະຈຳປີ 2020 ຕາມມາດຕາ 51 ແລະ ມາດຕາ 59 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ດັ່ງນີ້:
  1. ດັດແກ້ຫຼຸດແຜນລາຍຮັບຕາມສະພາແຫ່ງຊາດຮັບຮອງຈາກ 28.997 ຕື້ກີບ ມາເປັນ 22.725 ຕື້ກີບ (ຫຼຸດລົງ 6.272 ຕື້ກີບ);
  2. ດັດແກ້ຫຼຸດແຜນລາຍຈ່າຍ ຕາມແຜນສະພາແຫ່ງຊາດຮັບຮອງ ຈາກ 35.693 ຕື້ກີບ ມາເປັນ 33.043 ຕື້ກີບ (ຫຼຸດລົງ 2.650 ຕື້ກີບ), ໃນນັ້ນ: ຫຼຸດແຜນລາຍຈ່າຍບໍລິຫານ, ດັດສົມຂອງຂັ້ນສູນກາງ 30%, ຫຼຸດລາຍຈ່າຍດັດສົມສົງເສີມຂອງທ້ອງຖິ່ນ 10%, ເລື່ອນຈ່າຍເງິນລົງທຶນຂອງລັດ ຢ່າງໜ້ອຍ 50% ແລະ ລາຍຈ່າຍອື່ນໆ ທີ່ສາມາດເລື່ອນໄດ້;
  3. ດັດແກ້ເພີ່ມແຜນດຸ່ນດ່ຽງ ຈາກ 6.696 ຕື້ກີບ, ເທົ່າກັບ 3,77% ຂອງ GDP ມາເປັນ 10.318 ຕື້ກີບ, ເທົ່າກັບ 5,87% ຂອງ GDP (ຂາດດູນເພີ່ມ 3.622 ຕື້ກີບ).

ຕົວເລກຂໍດັດແກ້ທີ່ສະເໜີມານີ້, ລັດຖະບານ ໄດ້ຄົ້ນຄວ້າລະອຽດຖີ່ຖ້ວນພໍສົມຄວນ ແລະ ຄວາມອາດສາມາດຕົວຈິງ ກໍຈະໄດ້ໃນລະດັບນີ້ເທົ່ານັ້ນ (ຖ້າພວກເຮົາສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ຄືຜ່ານມາ) ເພາະເປັນເຫດສຸດວິໄສ. ຫວັງວ່າສະພາຈະໄດ້ພິຈາລະນາດ້ວຍ:

 

 

  1. ມາດຕະການຈຸດສຸມທີ່ຈະປະຕິບັດ ໃນ 6 ເດືອນ ທ້າຍປີ 2020 ມີດັ່ງນີ້:

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດ ສາມາດຮັບຮອງເອົາຕາມທີ່ສະເໜີມານີ້. ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

  1.  ສືບຕໍ່ຈັດຕັ້ງປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ  ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຈາກການລະບາດ ຂອງພະຍາດ ໂຄວິດ-19 ທີ່ໄດ້ປະກາດໄປແລ້ວ ໃຫ້ເປັນຮູບປະທຳ.
  2. ມາດຕະການດ້ານການເງິນ-ເງິນຕາ:
  • ສູ້ຊົນເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດ ທີ່ບໍ່ຖືກຜົນກະທົບຫຼາຍປານໃດ ຈາກພະຍາດ ໂຄວິດ-19 ແລະ ຫົວໜ່ວຍອື່ນໆ ພາຍຫຼັງມີມາດຕະການຜ່ອນຄາຍ ໃຫ້ໄດ້ຄົບຖ້ວນ ຕາມກົດໝາຍກຳນົດ ຢ່າງເຂັ້ມງວດ ແລະ ປະຕິບັດລາຍຈ່າຍທີີ່ຈໍາເປັນ ໃຫ້ໄດ້ຕາມແຜນການ ລວມທັງການສືບຕໍ່ຊໍາລະໃຫ້ແກ່ການລົງທຶນຂອງລັດ ເພືີ່ອສ້າງສະພາບຄ່ອງໃນການດໍາເນີນທຸລະກິດ ແລະ ການຈ້າງງານ;
  • ສືບຕໍ່ຫັນລະບົບເກັບລາຍຮັບງົບປະມານ ເປັນທັນສະໄໝໃຫ້ຫຼາຍຂຶ້ນ ໂດຍເຊື່ອມຕໍ່ກັບລະບົບທະນາຄານໃຫ້ກວ້າງ ຂວາງ ເພື່ອຫຼຸດຜ່ອນການຮົ່ວໄຫຼງົບປະມານ;
  • ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານ ທີ່ເຮັດຜິດກົດໝາຍ ແລະ ລະບຽບການ, ປັບປຸງການຈັດຕັ້ງຢູ່ຫົວໜ່ວຍເກັບ ແລະ ຄຸ້ມຄອງລາຍຮັບ, ກະຊວງການເງິນ ໄດ້ອອກລະບຽບສະເພາະເພີ່ມເຕີມ ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງກົງຈັກໃນຂົງເຂດການເງິນຢ່າງຕັ້ງໜ້າ;
  • ສືບຕໍ່ປະຢັດ-ຈຳກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ ທີ່ສາມາດປະຕິບັດໄດ້ ແລະ ຄົ້ນຄວ້າຊອກແຫຼ່ງລາຍຮັບ ເພື່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໂດຍການສົ່ງເສີມການສົ່ງອອກ, ຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ໃຫ້ຫຼາຍຂຶ້ນ;
  • ສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດ ທີ່ສໍາເລັດແລ້ວ ແລະ ຕໍ່ລອງມູນຄ່າໂຄງການຄືນໃໝ່ (ໃຫ້ຖຶກຄວາມເປັນຈິງ ແລະ ເປັນທຳ) ໃຫ້ສໍາເລັດ ຫຼື ເປັນຮູບປະທຳໂດຍໄວ;
  • ສືບຕໍ່ແກ້ໄຂໜີ້ສິນສາທາລະນະຢ່າງມີຍຸດທະສາດ ໂດຍນໍາໃຊ້ທັງມາດຕະການໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ເປັນຕົ້ນຫຼຸດການຂາດດຸນງົບປະມານ; ຫັນໜີ້ເປັນທຶນ; ສໍາລັບໂຄງການທີ່ຈໍາເປັນກູ້ຢືມຕ້ອງເຂັ້ມງວດ ໃນການປະເມີນປະສິດທິຜົນ ແລະ ມີຜົນຕອບແທນທາງດ້ານເສດຖະກິດແທ້; ປະເມີນຄວາມອາດສາມາດໃນການກູ້ຢືມໄລຍະກາງ ແລະໄລຍະຍາວ; ບໍລິຫານໜີ້ສິນດ້ວຍຄວາມລະມັດລະວັງ ແລະ ປະເມີນຄວາມສ່ຽງທາງດ້ານອັດຕາແລກປ່ຽນ, ສະກຸນເງິນກູ້ຢືມ, ຈຳນວນກູ້ຢືມ ແລະ ໄລຍະເວລາການກູ້ຢືມ; ພ້ອມທັງເສີມສ້າງຄວາມເຊື້ອໝັ້ນຂອງຕະຫຼາດ ຕໍ່ການບໍລິຫານໜີ້ສິນຂອງລັດ ແລະ ຫັນການບໍລິຫານໜີ້ສິນດ້ວຍລະບົບທັນສະໄໝ ເພື່ອຫຼຸດຜ່ອນຄວາມສ່ຽງທາງດ້ານໜີ້ສິນລົງ ເທື່ອລະກ້າວ, ຫຼຸດຜ່ອນການກູ້ຢືມທີີ່ບໍ່ສ້າງມູນຄ່າເພີີ່ມ ແລະ ບໍ່ມີຜົນຕອບແທນທາງດ້ານເສດຖະກິດ ດ້ວຍການຈຳກັດໂຄງການໃໝ່ທີ່ບໍ່ມີຜົນຕອບແທນທາງດ້ານເສດຖະກິດ ທັງເປັນການຫຼຸດຜ່ອນການສ້າງໜີ້ໃໝ່, ສຸມໃສ່ການແກ້ໄຂໜີ້ສິນ ຕິດພັນກັບປ່ອຍສິນເຊື່ອຂອງທະນາຄານ, ໂດຍສະເພາະໂຄງການໄພພິບັດ, ໂຄງການທີ່ກາຍເປັນໜີ້ແກ່ຍາວມາຫຼາຍປີ. ສຳລັບຕົ້ນທຶນ ແມ່ນຕ້ອງເຍື້ອນອາຍຸໜີ້ອອກໄປໃນໄລຍະເວລາທີ່ເໝາະສົມ ດ້ວຍການກູ້ຢືມ ໃໝ່ມາບໍລິຫານໜີ້ເກົ່າ, ໂດຍສະເພາະຕ້ອງຮັບປະກັນການກູ້ຢືມ ທີ່ມີໄລຍະເວລາ ແລະ ເງື່ອນໄຂທີ່ເໝາະສົມຕາມຄວາມອາດສາມາດ, ພ້ອມນັ້ນ ກໍເຈລະຈາເລື່ອນໜີ້ສິນຕາມນະໂຍບາຍຜູ້ໃຫ້ກູ້ ແລະ ຕາມຄວາມເປັນໄປໄດ້ ເພື່ອຫຼຸດຜ່ອນຄວາມກົດດັນໃນການຊໍາລະໜີ້ສິນ ແລະ ດຶງຄືນຄວາມເຊື່ອໝັ້ນຕໍ່ການບໍລິຫານໜີ້ສິນຂອງລັດ;
  • ສືບຕໍ່ດໍາເນີນນະໂຍບາຍເງິນຕາ ໂດຍການຄວບຄຸມປະລິມານເງິິນ ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20% ທຽບ ໃສ່ປີຜ່ານມາ; ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ; ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາສະຫະລັດ     ເໜັງຕີງໃນຂອບ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5% ທຽບໃສ່ປີຜ່ານມາ; ຄັງສໍາຮອງເງິນຕາຕ່າງປະເທດໃຫ້ຢູ່ໃນລະດັບ ທີ່ສາມາດກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 3 ເດືອນ; ຊຸກຍູ້ໃຫ້ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ຢູ່ໃນລະດັບ 58,43% ຂອງ GDP ແລະ ຍອດເຫຼືອສິນເຊື່ອຂອງຂະແໜງທະນາຄານ ຢູ່ໃນລະດັບ 49,56% ຂອງ GDP; ພ້ອມທັງຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບບໍ່ເກີນ 3%;
  • ສືບຕໍ່ຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນສະຖຽນລະພາບຂອງຄ່າເງິນກີບໝັ້ນທ່ຽງ.
    1. ມາດຕະການຊຸກຍູ້ການຜະລິດ :
  • ສຸມໃສ່ຊຸກຍູ້ການຜະລິດກະສິກໍາ, ການປູກຝັງ, ການລ້ຽງສັດ ເພື່ອທົດແທນການນໍາເຂົ້າ ໂດຍສະເພາະສຸມໃສ່ການຜະລິດເຂົ້ານາປີ ແລະ ພືດຜັກຕ່າງໆ ເພື່ອຮັບປະກັນດ້ານສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນ,  ມີສ່ວນແຮໄວ້ ແລະ ໃຫ້ມີການສົ່ງອອກເພີ່ມຂຶ້ນ;
  • ສືບຕໍ່ຈັດສັນທີ່ດິນສຳລັບການຜະລິດກະສິກຳ ໃຫ້ລະອຽດ ແລະ ເປັນລະບົບ ຕິດພັນກັບທ່າແຮງການຜະລິດ, ​ສ້າງໂຄງການ ເພື່ອຊຸກຍູ້ການຜະລິດເປັນກຸ່ມ, ສະຫະກອນ;
  • ສືບຕໍ່ເຝົ້າລະວັງແຕ່ຫົວທີ ສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ແຈ້ງເຕືອນໄດ້ທັນເວລາ ເພືີ່ອກຽມຄວາມພ້ອມໃນການຕ້ານແລ້ງຕ້ານຖ້ວມ; ເຝົົ້າລະວັງການແຜ່ລະບາດຂອງພະຍາດພືດ ແລະ ສັດ ຕາມລະດູການ; ຄົົ້ນຄວ້າ, ຜະລິດ ແລະ ສະໜອງແນວພັນພືດ, ພັນສັດ, ນໍາໃຊ້ເຕັກນິກວິຊາການ ໃຫ້ແທດເໝາະກັບສະພາບພື້ນທີີ່; ໃຫ້ຄໍາແນະນໍາທາງດ້ານວິຊາການກ່ຽວກັບການປູກ, ການລ້ຽງ ເພືີ່ອສົ່ງເສີມການຜະລິດກະສິກໍາ ໃຫ້ຮັບປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ; ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ຫັນມາທໍາການຜະລິດກຸ້ມຕົນເອງເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມທັງບໍລິໂພກ ແລະ ຊົມໃຊ້ຜະລິດຕະພັນຂອງຄົນລາວໃຫ້ຫຼາຍຂຶ້ນ ແລະ ເນັ້ນເລື່ອງກະສິກຳສະອາດ.
    1. ມາດຕະການສົ່ງເສີມການຜະລິດ ເປັນສິນຄ້າ:
  • ຊຸກຍູ້ການຜະລິດສິນຄ້າອຸປະໂພກ-ບໍລິໂພກ ເພືີ່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ມີມາດຕະການຫຼຸດຜ່ອນການນໍາເຂົົ້າ, ຄຸ້ມຄອງ ແລະ ດັດສົມລາຄາສິນຄ້າ ທີີ່ມີຄວາມອ່ອນໄຫວ ຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ໃຫ້ສົມເຫດສົມຜົນ;
  • ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ເພື່ອຊຸກຍູ້ສົ່ງເສີມ ແລະ ໃຫ້ຄໍາແນະນໍາ ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ປັບປຸງ ແລະ ສ້າງເງື່ອນໄຂຄົບຖ້ວນ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ໄດ້ສະດວກ ແລະ ວ່ອງໄວກວ່າເກົ່າ;
  • ຊຸກຍູ້ການຜະລິດເຂົ້າ ແລະ ລ້ຽງງົວ ເພື່ອສົ່ງອອກ ໄປ ສປຈີນ ໃຫ້ຫຼາຍຂຶ້ນກວ່າເກົ່າ (ໂກຕາທີ່ ສປຈີນ ຮັບຮອງເຂົ້າ ຈໍານວນ 50.000 ໂຕນ ຕໍ່ປີ ແລະ ງົວ ຈໍານວນ 500.000 ໂຕ ຕໍ່ປີ) ໂດຍຍູ້ແຮງການສົ່ງເສີມໃຫ້ມີການລົງທຶນຂະໜາດໃຫຍ່ ແລະ ຄົບວົງຈອນ ໃນລາວເຮົາ ເພື່ອສົ່ງອອກ;
  • ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າໃນການຜະລິດ ແລະ ປຸງແຕ່ງກະສິກຳເປັນສິນຄ້າ ໃຫ້ແຂງແຮງກວ່າເກົ່າ;
  • ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບ ແລະ ມີຕະຫຼາດຈຳໜ່າຍ.
    1. ມາດຕະການໃນການຟຶ້ນຟູຂະແໜງການບໍລິການ ແລະການທ່ອງ ທ່ຽວ:
  • ສືບຕໍ່ປະຕິບັດບັນດານະໂຍບາຍ, ມາດຕະການທີີ່ໄດ້ກໍານົດ ແລະ ຮີບຮ້ອນ ຄົ້ນຄວ້າພິຈາລະນາເພີີ່ມເຕີມບາງມາດຕະການ ເພືີ່ອກະຕຸ້ນການທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ໃຫ້ຫຼາຍຂຶ້ນ ແລະ ກຽມຄວາມພ້ອມ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19 ໄດ້ຖືກຄວບຄຸມໄດ້;
  • ສຸມໃສ່ປັບປຸງການບໍລິການຂົນສົ່ງສິນຄ້າຜ່ານແດນໃຫ້ສະດວກ ແລະ ວ່ອງໄວ ໄປຕາມຫຼັກການຂອງສາກົນ; ມີການຕິດຕາມກວດກາ ແລະ ແກ້ໄຂສິ່ງອຸດຕັນຢ່າງເປັນປະຈຳ;
  • ປັບປຸງຂັ້ນຂອດການບໍລິການ ແລະ ການອຳນວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນໃຫ້ກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ;
  • ຊຸກຍູ້ບັນດາໂຄງການລົງທຶນພັດທະນາທ່າບົກ (Dry Port) ທີ່ໄດ້ອະນຸຍາດແລ້ວໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນທີ່ວາງໄວ.
    1. ມາດຕະການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ:
  • ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 02/ນຍ, ເລກທີ 03/ນຍ ເພື່ອແກ້ໄຂຂັ້ນ, ຂອດຕົວຊີ້ວັດ ທີ່ຍັງເປັນອຸປະສັກ ໃນການດຶງດູດການລົງທຶນ ໃຫ້ດີຂຶ້ນ. ໃນໄລຍະທີ່ມີຄວາມຈຳເປັນຕ້ອງມີນະໂຍບາຍພິເສດ ຫຼື ໂຍະຍານ ຈຳນວນໜຶ່ງ ເພື່ອແກ້ງແຍ້ງດຶງດູດການລົງທຶນເຂົ້າປະເທດເຮົາ, ຊຸກຍູ້, ຕິດຕາມບັນດາໂຄງການໃຫຍ່ລະດັບຊາດທີີ່ກໍາລັງກໍ່ສ້າງ ແລະ ໂຄງການທີີ່ເຊັນສັນຍາແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ສືບຕໍ່ກວດກາຄືນບັນດາໂຄງການລົງທຶນຂອງລັດ ໂດຍສະເພາະໂຄງການທີີ່ມີມູນຄ່າສູງ ແລະ ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 12/ນຍ ວ່າດ້ວຍ 8 ມາດຕະການຊຸກຍູ້ເສດຖະກິດ;
  • ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດໃຫ່ຍ ເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ, ໂຄງການກໍ່ສ້າງເຂື່ອນໄຟຟ້າ, ໂຮງງານໄຟຟ້າຄວາມຮ້ອນຖ່ານຫີນ ແລະ ອື່ນໆ  ເພື່ອໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ທັນຕາມສັນຍາທີ່ໄດ້ເຊັນຂາຍໄຟຟ້າກັບຕ່າງປະເທດ.
    1. ມາດຕະການປັບປຸງລັດວິສາຫະກິດ:
  • ສືບຕໍ່ກວດກາ, ປັບປຸງ ແລະ ແກ້ໄຂ ບັນດາລັດວິສາຫະກິດ ທີ່ເຄື່ອນໄຫວທຸລະກິດບໍ່ມີປະສິດທິຜົນ, ມີໜີ້ສິນຄຸມເຄືອຫຼາຍ ແລະ ຫຼຸບທຶນຕໍ່ເນື່ອງ ເພື່ອປັບປຸງການບໍລິຫານ-ຈັດການໃຫ້ເປັນລະບົບ ແລະ ມີປະສິດທິຜົນ ກວ່າເກົ່າ;
  • ຄົ້ນຄວ້າການປັບປຸງລັດວິສາຫະກິດ ດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີ ເຊັ່ນ: ການຫັນເປັນຫຸ້ນສ່ວນ, ການໂອນຮຸ້ນ ຫຼື ການຂາຍກິດຈະການ ແລະ ອື່ນໆ ເປັນແຕ່ລະກໍລະນີ ຕາມຄວາມເໝາະສົມ.
    1.  ມາດຕະການທາງດ້ານວັດທະນະທໍາ-ສັງຄົມ:
  • ສືບຕໍ່ປັບປຸງ ແລະ ຂະຫຍາຍລະບົບການຮຽນ-ການສອນ ໂດຍນໍາໃຊ້ລະບົບໄອທີ ໃຫ້ກວ້າງຂວາງ, ມີຄວາມພ້ອມ ແລະ ມີປະສິດທິຜົນ;
  • ສືບຕໍ່ການສ້າງ, ເຝິກອົບຮົມແຮງງານລາວ ໃນດ້ານສິມືແຮງງານ ແລະ ລະບຽບວິໄນ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ; ສືບຕໍ່ເກັບກຳສະຖິຕິແຮງງານ ແລະ ຈັດປະເພດແຮງງານທີ່ກັບມາແຕ່ຕ່າງປະເທດ, ລັດຖະບານ ເຊິ່ງມີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງເຮັດໜ້າທີ່ປະສານງານກັບກຳມະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ແລະ ບັນດາໂຄງການລົງທຶນຕ່າງໆ ເພື່ອຮູ້ເຖິງຄວາມຕ້ອງການແຮງງານແຕ່ລະປະເພດ ແລະ ຈັດສັນໃຫ້ບັນດາແຮງງານດັ່ງກ່າວ; ກວດຄືນການນໍາໃຊ້ແຮງງານຕ່າງປະເທດ ຂອງບັນດາໂຄງການຂະໜາດໃຫຍ່, ແຮງງານປະເພດໃດ ທີ່ພາຍໃນເຮົາສາມາດສະໜອງໃຫ້ໄດ້ແລ້ວ ແມ່ນບໍ່ໃຫ້ນຳເຂົ້າແຮງງານຈາກຕ່າງປະເທດຢ່າງເດັດຂາດ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ໃຫ້ຜູ້ອອກແຮງງານ ເຂົ້າລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນກວ່າເກົ່າ; ສືບຕໍ່ປະຕິບັດເງິນອຸດໜູນບໍານານ, ເງິນສະຫວັດດີການສັງຄົມ ໃຫ້ຄົບຖ້ວນ ແລະ ທັນການ;
  • ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດຂອງແພດໝໍ ແລະ ປັບປຸງບັນດາໂຮງໝໍ, ສຸກສາລາ ໃຫ້ມີຄວາມພ້ອມ; ສືບຕໍ່ຮ່ວມມືກັບສາກົນ ໂດຍສະເພາະ ແມ່ນອົງການອະນາໄມໂລກ (WHO) ໃນການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19, ໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ;
  • ສືບຕໍ່ຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ເພື່ອເປັນກະບອກສຽງໃນການໂຄສະນາ ແລະ ເຜີຍແຜ່ ແນວທາງນະໂຍບາຍ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງລັດຖະບານ;
    1. ມາດຕະການໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ:
  • ສືບຕໍ່ຍູ້ແຮງມາດຕະການຍຸດທະສາດລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ ຂອງປະຊາຊົນ ເຂດຊົນນະບົດ, ພູດອຍ ໃຫ້ເປັນເຈົ້າການໃນການທຳການຜະລິດ ໃຫ້ມີກິນ, ມີໃຊ້ ກຸ້ມຕົນເອງ ເພິ່ງຕົນເອງ, ຕີຖອຍແນວຄິດຄອງຄອຍລໍຖ້າ ແລະ ສ້າງວິຖີຊີວິດໃໝ່ ແລະ ວິທີທາງທຳມາຫາກິນແບບໃໝ່ໃຫ້ປະຊາຊົນເຮົາ;
  • ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສືບຕໍ່ພັດທະນາໂຄງລ່າງພື້ນຖານທີີ່ຈໍາເປັນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ບັນດາເຂດຈຸດສຸມ ເພືີ່ອໃຫ້ປະຊາຊົນສາມາດເຂົົ້າເຖິງການບໍລິການຂັ້ນພື້ນຖານຂອງລັດ ແລະ ອອກສູ່ຕະຫຼາດ.
    1. ມາດຕະການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

      ສືບຕໍ່ຮັບປະກັນໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ຕ້ານ ແລະ ແກ້ໄຂປະກົດການຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດນ້ອຍຖອຍລົງ, ສ້າງຂະບວນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສ້າງບັນຍາກາດສູ່ກອງປະຊຸມໃຫຍ່ຂອງພັກ ສະໄໝທີ XI ໃຫ້ຟົດຟື້ນຫ້າວຫັນ. ອີກດ້ານໜຶ່ງ ກໍ່ກຽມພ້ອມປະຕິບັດມາດຕະການເຝົ້າລະວັງການກັບມາຂອງໂຄວິດ-19.

  1. ວຽກງານການຕ່າງປະເທດ ແລະ ພົວພັນຮ່ວມມືສາກົນ :
  • ສືບຕໍ່ການພົວພັນ ຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ອາຊຽນ, ປະເທດເພື່ອນມິດອື່ນໆ ແລະ ອົງການຈັດ ຕັ້ງສາກົນຢ່າງກວ້າງຂວາງຕື່ມ ເພື່ອເພີ່ມທະວີຍາດແຍ່ງການຮ່ວມມື, ຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ກໍຄືການປ້ອງກັນ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ໃຫ້ໄດ້ຕາມແຜນ ແລະ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນສູງ;
  • ກະກຽມໃຫ້ການນຳຂັ້ນສູງເດີນທາງຢ້ຽມຢາມ ປະເທດເພື່ອນມິດ; ກະກຽມເຂົ້າຮ່ວມກອງປະຊຸມທາງໄກລະດັບສຸດຍອດອາຊຽນ ຄັ້ງທີ 36 ໃນວັນທີ 26 ມິຖຸນາ 2020 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນທ້າຍປີນີ້ ທີ່ ສສ ຫວຽດນາມ; ກອງປະຊຸມສຸດຍອດແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ທີ່ ຮ່າໂນ້ຍ; ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ທີ່ພະນົມເປັນ; ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 17, ທີ່ ໜານໜິງ; ກຽມພ້ອມຈັດກອງປະຊຸມແມ່ນໍ້າຂອງ-ແມ່ນຳ້ລ້ານຊ້າງ, ກອງປະຊຸມແອັກແມັກ,​ CLMV, CLV ຢູ່ລາວ ແລະ ຕ້ອນຮັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຂັ້ນສູງອື່ນໆ ຖ້າສາມາດຈັດໄດ້ພາຍຫຼັງຈາກໂຄວິດ-19.

ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2020 ເຖິງພວກເຮົາຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ປານໃດກໍ່ຕາມ, ແຕ່ຍ້ອນວ່າເປັນປີມ້ວນທ້າຍຂອງແຜນ 5 ປີ ຄັ້ງທີ 8, ການປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກເຮົາ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວເຮົາ ຈະຕ້ອງໄດ້ພ້ອມພຽງຮຽງໜ້າກັນ ເພື່ອຜ່ານຜ່າບັນດາອຸປະສັກນັ້ນໄປໃຫ້ໄດ້ ເພື່ອເຮັດໃຫ້ຂະບວນການແຫ່ງການກ້າວເຂົ້າສູ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ໃຫ້ມີບັນຍາກາດແຫ່ງຄວາມເຊື່ອໝັ້ນທີ່ຟົດຟື້ນຂອງປວງຊົນລາວທັງຊາດ.

ລັດຖະບານ ຈະສືບຕໍ່ໃຊ້ທຸກຄວາມພະຍາຍາມສຸມທຸກກຳລັງແຮງນຳເອົາບົດຮຽນ ທີ່ເຄີຍໄດ້ຜ່ານຜ່າມາແລ້ວນັ້ນ ຮ່ວມກັບທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາ ທີ່ພວກເຮົາມີມູນເຊື້ອອັນດີງາມຂອງຊາດເຮົາ ໂດຍສະເພາະບົດຮຽນຂອງສົງຄາມຕ້ານ ໂຄວິດ-19 ນັ້ນ ທີ່ໄດ້ປະຕິບັດ ແລະ ກໍາລັງປະຕິບັດຢູ່ນີ້ ຊຶ່ງໄດ້ມາຈາກກໍາລັງແຮງສັງລວມ ຂອງປວງຊົນລາວທັງຊາດ ທີ່ມີສະຕິຕື່ນຕົວສູງ, ມີຄວາມເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍ, ມີລະບຽບວິໄນ, ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ມີຄວາມຮັກເຊື້ອແພງຊາດທີ່ດູດດື່ມ, ນອກນັ້ນ ປະຊາຊົນເຮົາຍັງມີນຳ້ໃຈກຽມພ້ອມທີ່ຈະເສຍສະຫຼະເພື່ອຊາດ, ເພື່ອມາຕຸພູມທີ່ແສນຮັກ ແລະ ຫວງແຫນຂອງເຮົາ ທີ່ໄດ້ສະແດງອອກ ໃນຂະບວນການຕໍ່ສູ້ກູ້ຊາດ, ຂະບວນການສ້າງສາ ແລະ ພັດທະນາປະເທດຊາດຂອງເຮົາ ໂດຍສະເພາະສະແດງອອກ ໃນຂະບວນການຕໍ່ສູ້ ຕ້ານກັບ ໂຄວິດ-19 ທີ່ຜ່ານຜ່າມານີ້ນັ້ນ ຈະເປັນກໍາລັງແຮງໃຫ້ພັກເຮົາ, ຊາດເຮົາຢ່າງແທ້ຈິງ ທັງຈະເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ລັດຖະບານ ທີ່ກຳລັງບໍລິຫານປະເທດ ໄດ້ສຸມສະຕິປັນຍາ, ກຳລັງວັງຊາ ປະຕິບັດໜ້າທີ່ຂອງຕົນ.