ບົດປະກອບຄຳເຫັນ ຂອງກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ  ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນພັດທະນາ ໃນປີ 2018
06/11/2017

ບົດປະກອບຄຳເຫັນ ຂອງກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ

ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນພັດທະນາ ໃນປີ 2018 ໃນກອງປະຊຸມສະໄໝສາມັນ

ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII

(ສະເໜີໂດຍ: ທ່ານ ປອ. ສົມພູ ດວງສະຫວັນ, ກໍາມະການຄະນະປະຈໍາ, ປະທານກໍາມາທິການວັດທະນະທໍາ-ສັງຄົມ)

.....................................

 

ຮຽນ: - ທ່ານ ປະທານ ແລະ ຄະນະ ປະທານກອງປະຊຸມ ທີ່ເຄົາລົບ ແລະ ນັບຖື ຢ່າງສູງ,

  •  ບັນດາທ່ານ ລັດຖະມົນຕີ ທີ່ນັບຖື.
  •  ບັນດາ ທ່ານ ສະມາຊິກສະພາແຫ່ງຊາດ ທີ່ນັບຖື.
  •  ບັນດາແຂກຜູ້ມີກຽດ ທີ່ນັບຖື ແລະ ຮັກແພງ.

 

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບອະນຸຍາດຈາກທ່ານປະທານກອງປະຊຸມ ຕາງໜ້າໃຫ້ກຳມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ຂຶ້ນປະກອບ ຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນ ການພັດທະນາວຽກງານການທ່ອງທ່ຽວປະຈຳປີ 2018 ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 4  ຂອງສະພາແຫ່ງຊາດ ຊຸດທີ VIII.

ກ່ອນອື່ນຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເຫັນ​ດີເປັນເອກະພາບຕໍ່ບົດ​ລາຍ​ງານ​ຂອງ​ລັດຖະບານ ສະເໜີໂດຍ ທ່ານລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຜ່ານໄປນັ້ນ ແລະ ຂໍສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມຂອງລັດຖະບານ ທີ່ຖືເອົາການທ່ອງທ່ຽວເປັນໜຶ່ງໃນຂະແໜງຍຸດທະສາດທີ່ສຳ ຄັນໃນການພັດທະນາເສດຖະກິດ-ສັງຄົມສະເພາະໜ້າ ແລະ ຍາວນານ ຊຶ່ງມັນແທດເໝາະກັບສະພາບຈຸດພິເສດ, ທີ່ຕັ້ງ ແລະ ຄວາມ ອາດສາມາດບົ່ມຊ້ອນຂອງປະເທດເຮົາ ແລະ ຫຼາຍປະເທດກໍ່ໄດ້ເອົາໃຈໃສ່ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນເສດຖະກິດປາຍແຫຼມຂອງປະເທດຕົນເຊັ່ນດຽວກັນ. ລັດ ຖະບານ ໄດ້ຄົ້ນຄວ້າວາງ​ນະ​ໂຍບາຍ, ວິໄສທັດຮອດ 2030, ​ຍຸດ​ທະ​ສາດ​​ 2025 ແລະ ແຜນພັດທະນາ​ການທ່ອງທ່ຽວລະດັບຊາດ, ພາກ ແລະ ແຂວງ​ເປັນ​ແຕ່ລະໄລຍະ, ເອົາໃຈໃສ່​​ສ້າງ, ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການທ່ອງທ່ຽວ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ, ທັງອອກ​ນິຕິ​ກຳ​ລຸ່ມ​ກົດໝາຍຫຼາຍສະບັບ ​ເພື່ອ​ເປັນ​ເຄື່ອງມື​ໃນ​ການຄຸ້ມ​ຄອງການເຄື່ອນໄຫວວຽກງານທ່ອງທ່ຽວ ແນໃສ່ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ທາງ ດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ມີຫລາຍສີສັນ, ກາຍເປັນແຫຼ່ງທ່ອງທ່ຽວສີຂຽວ ແລະ ຍືນຍົງ ໂດຍການມີສ່ວນຮ່ວມ ຂອງປະຊາຊົນລາວບັນດາເຜົ່າ. ບັນດາສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ບັນເທີງ, ບໍລິສັດທ່ອງທ່ຽວ, ການອໍານວຍຄວາມສະດວກ, ການບໍລິການດ້ານຕ່າງໆ ໄດ້ຮັບການພັດທະນາ ແລະ ມີຈໍານວນເພີ່ມຂຶ້ນໃນແຕ່ລະປີ, ໄປຄຽງຄູ່ກັນນັ້ນຍັງໄດ້ສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າທັງໃນຕົວເມືອງ ແລະ ຊົນ ນະບົດ ໃຫ້​ນັບ​ມື້​ດີ​ຂຶ້ນ, ປະກອບສ່ວນສ້າງລາຍຮັບຂອງປະເທດ ແລະ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາ ສປປ ລາວ ນັບມື້ນັບຫຼາຍຂື້ນ ຊຶ່ງການຈັດລະດັບລາຍຮັບເມືື່ອສົມທຽບລະຫວ່າງລາຍຮັບຈາກການທ່ອງ ທ່ຽວກັບມູນຄ່າການສົ່ງອອກ ໃນປີ 2012-2014 ແມ່ນຢູ່ ອັນດັບ 2, ປີ 2015 ອັນດັບ 3 ແລະ ປີ 2016 ຢູ່ອັນດັບ 4. ໃນປີ 2017 ລັດຖະບານ ກໍໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວເຂົ້າມາໃຫ້ໄດ້ 5.4 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ 875 ລ້ານໂດລາສະຫະລັດ ຊຶ່ງເປັນຕົວເລກທີ່ກອງປະຊຸມສະພາແຫ່ງຊາດໄດ້ຮັບ ຮອງເອົາ, ແຕ່ໃນ 6 ເດືອນຕົ້ນປີ ຕາມການລາຍງານຂອງລັດຖະບານ ນັກທ່ອງທ່ຽວເຂົ້າມາແລ້ວ 2,02 ລ້ານເທື່ອຄົນ ແລະ ກໍຄາດຄະເນໝົດປີຈະໄດ້ພຽງແຕ່ 4,8 ລ້ານເທື່ອຄົນ ຈະສ້າງລາຍຮັບໄດ້ປະມານ 843 ລ້ານໂດລາສະຫະລັດ. ໃນປີ 2018 ລັດຖະບານ ໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 5,2 ລ້ານເທື່ອຄົນ ແລະ ສ້າງລາຍຮັບໃຫ້ໄດ້ 900 ຫຼື 910 ລ້ານໂດລາສະຫະລັດ ຊຶ່ງເປັນບັນຫາໜຶ່ງທີ່ພວກເຮົາຕ້ອງໄດ້ຄົ້ນຄວ້າ.

​ນອກນັ້ນກໍເຫັນວ່າ ຍັງມີຫຼາຍດ້ານທີ່ຄົງຄ້າງ ແລະ ເປັນສິ່ງທ້າທາຍ ເປັນຕົ້ນ ການລົງທຶນໃສ່ວຽກງານທ່ອງທ່ຽວ, ພື້ນຖານໂຄງລ່າງ, ສິ່ງເອື້ອອຳນວຍຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ, ການແບ່ງຂັ້ນຄຸ້ມຄອງ, ການປະສານສົມທົບລະຫວ່າງຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ, ການປະສານງານລະຫວ່າງຜູ້ປະກອບການດ້ວຍກັນ ຍັງບໍ່ທັນກົມກຽວ ແລະ ຄ່ອງຕົວ, ການໂຄສະນາການທ່ອງທ່ຽວຍັງບໍ່ທັນກວ້າງຂວາງ ເລິກເຊິ່ງ, ການບໍລິການຍັງບໍ່ທັນຮັບປະກັນຄຸນນະພາບ, ການພັດທະນາບຸກຄະລາກອນການ ທ່ອງທ່ຽວ ຍັງບໍ່ທັນຕອບສະໜອງທາງດ້ານປະລິມານ ແລະ ຄຸນນະພາບ, ຜະລິດຕະພັນການທ່ອງທ່ຽວຍັງມີໜ້ອຍ ແລະ ຈຳນວນນັກທ່ອງທ່ຽວບາງປະ ເທດທີ່ເຄີຍເຂົ້າມາທ່ຽວມີທ່າອ່ຽງຫຼຸດລົງ.

ເພື່ອສົ່ງເສີມດ້ານຕັ້ງໜ້າ ແລະ ແກ້ໄຂສິ່ງທ້າທ້າຍທີ່ກ່າວມານັ້ນ ກຳມາທິການວັດທະນະທຳ-ສັງຄົມ ຂໍສະແດງຄວາມຊົມເຊີຍ ຕໍ່ລັດຖະບານທີ່ໄດ້ກຳນົດປີ 2018 ໃຫ້ເປັນປີທ່ອງທ່ຽວລາວ ຄັ້ງທີ 3 ຊຶ່ງຈະເປັນການປຸກລະດົມຂະບວນການ ແລະ ຊຸກຍູ້ສົ່ງເສີມການພັດທະນາວຽກງານທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ນັບມື້ນັບດີຂຶ້ນ.

 

ຮຽນ ທ່ານປະທານ, ຄະນະປະທານ ກອງປະຊຸມທີ່ເຄົາລົບ !

ບັນດາທ່ານ ທີ່ນັບຖື ແລະ ຮັກແພງ

 

ຜ່ານການການຕິດຕາມກວດກາຂອງກຳມາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ, ສະຖານທີ່ທ່ອງທ່ຽວ ແລະ ການພົບປະກັບສະມາຄົມທຸລະກິດທ່ອງທ່ຽວ, ຄູອາຈານຈາກສະຖາບັນການສຶກສາ  ແລະ ຕົວແທນຜູ້ມີສິດເລືອກຕັ້ງຈໍານວນໜຶ່ງ ຂໍມີບາງຂໍ້ສັງເກດ ດັ່ງນີ້:

 

  1.  ພວກເຮົາມີນະໂຍບາຍ, ກົດໝາຍ ​ເພື່ອຊຸກຍູ້​ສົ່ງ​ເສີມ​ວຽກງານການທ່ອງທ່ຽວ ແຕ່ການຈັດຕັ້ງຜັນຂະຫຍາຍຍັງຊັກຊ້າ, ຕົວຢ່າງ ກົດໝາຍວ່າ​ດ້ວຍການທ່ອງທ່ຽວ ສະບັບ​ປັບປຸງ ປີ 2013 ມີ 4 ມາດຕາ ໄດ້ກໍານົດໃຫ້ມີລະບຽບການສະເພາະ ຄື ມາດຕາ 44 ກ່ຽວກັບຕຳຫຼວດທ່ອງທ່ຽວ, ມາດຕາ 70 ກ່ຽວກັບລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວ, ມາດຕາ 73 ກ່ຽວກັບການຄຸ້ມຄອງເມືອງທ່ອງທ່ຽວ, ມາດຕາ 76 ກ່ຽວກັບການນຳໃຊ້ ແລະ ການຄຸ້ມຄອງກອງທຶນການທ່ອງທ່ຽວ ມາຮອດປັດຈຸບັນສາມາດຜັນຂະຫຍາຍ ມາດຕາ 76 ອອກເປັນດຳລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 119/ລບ, ລົງວັນທີ 10 ເມສາ 2017, ກ່ຽວກັບຕໍາຫຼວດທ່ອງທ່ຽວຍັງນຳໃຊ້ ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ທີ່ອອກແຕ່ປີ 2008 ຊຶ່ງຍັງບໍ່ທັນໄດ້ປັບປຸງໃຫ້ສອດຄ່ອງກັບ ມາດຕາ 44 ຂອງກົດໝາຍສະບັບນີ້, ນອກຈາກນີ້ ການໂຄສະນາ​ເຜີຍແຜ່​​, ການຈັດ ຕັ້ງປະຕິບັດ ກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ກົດໝາຍ, ນິຕິກຳອື່ນທີ່ກ່ຽວຂ້ອງຍັງ​ບໍ່​ທັນ​ກວ້າງ​ຂວາງ ແລະ ເຂັ້ມງວດ. ພ້ອມດຽວກັນນີ້ ບັນດານິຕິກຳທີ່ມີແລ້ວ ຍັງບໍ່ຮັດກຸມ, ເປັນຊ່ອງຫວ່າງ, ບໍ່ແທດເໝາະກັບສະພາບຕົວຈິງ ແລະ ບໍ່ທັນເປັນລະບົບຄົບຊຸດ.
  2. ການເຜີຍແຜ່ດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ ສະບັບເລກທີ 119/ລບ, ລົງວັນທີ 10/4/2017 ມາຮອດປະຈຸບັນ ຍັງບໍ່ທັນທົ່ວເຖິງ. ການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບາງແຂວງເທົ່ານັ້ນ ໂດຍການເກັບເງິນຈາກນັກທ່ອງທ່ຽວໂດຍກົງ ຜູ້ລະ 1 ໂດລາ ຢູ່ດ່ານຕົ້ນທາງ ເຂົ້າກອງທຶນການທ່ອງທ່ຽວ,​ ບາງແຂວງ ໄດ້ຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງແລ້ວ ກໍໄດ້ສັ່ງໂຈະ ຍ້ອນຄວາມບໍ່ເຂົ້າໃຈ ແລະ ບໍ່ທັນເປັນເອ ກະພາບໃນການຈັດຕັ້ງປະຕິບັດ. ແຕ່ເຖິງຢ່າງໃດກໍຕາມຜ່ານການຄົ້ນຄວ້າ, ແລກປ່ຽນຄວາມຄິດຄວາມເຫັນຈາກຫຼາຍພາກສ່ວນ ແລະ ຜູ້ປະກອບການ ເຫັນ​ວ່າ ​ຖ້າປະຕິບັດໄດ້ຈະເປັນການປະກອບສ່ວນສ້າງກອງທຶນທ່ອງທ່ຽວໄດ້ຫຼາຍຂຶ້ນ ຫຼື ຖ້າປະຕິ ບັດກົນໄກການກຳນົດລາຄາທີ່ເໝາະສົມ ແລະ ເກັບຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວຜ່ານປະຕູດຽວສາມາດທ່ຽວໄດ້ຫຼາຍບ່ອນຕາມທີ່ກຳນົດ ກໍຈະເປັນການສ້າງລາຍຮັບເຂົ້າງົບປະມານຢ່າງລວມສູນ ແລະ ໂປ່ງໃສ (ຕົວຢ່າງ: ຖ້າຫາກເກັບ 1 ໂດລາ x ນັກທ່ອງທ່ຽວ 5,2 ລ້ານຄົນ = ຈະໄດ້ 5,2 ລ້ານໂດລາເຂົ້າກອງທຶນທ່ອງທ່ຽວ; ຄ່າເຂົ້າຊົມ 20 ໂດລາ x 5,2 ລ້ານຄົນ = ຈະໄດ້ 10,4 ລ້ານໂດລາເຂົ້າງົບປະມານແຫ່ງລັດ).
  3. ການພັດທະນາ​​ແຫຼ່ງທ່ອງ​ທ່ຽວ ເຖິງວ່າຈະມີນະໂຍບາຍ, ມີກົດໝາຍຮອງຮັບ, ມີການວາງແຜນ ການໃນແຕ່ລະລະດັບ ແລະ ກຳນົດເປັນແຜນງານ, ໂຄງການລະອຽດແລ້ວກໍຕາມ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ, ການລົງທຶນໃສ່ການພັດທະນາການທ່ອງທ່ຽວຍັງຈຳກັດ, ຈຳນວນໜຶ່ງຍັງອາໃສໂຄງການຊ່ວຍເຫຼືອຈາກຕ່າງປະເທດ, ຂອດການຄົ້ນຄວ້າ ອະນຸມັດການລົງທຶນຍັງຜ່ານຫຼາຍຂັ້ນຕອນ ຊັກຊ້າ, ບໍ່ເລິກເຊິ່ງ ຮອບດ້ານ ແລະ ການພັດທະນາບໍ່ມີຈຸດສຸມບູລິມະສິດ. ວຽກງານການທ່ອງທ່ຽວເປັນວຽກທີ່ຕິດພັນກັບຫຼາຍພາກ ສ່ວນ, ທຸກຄົນຕ້ອງມີພັນທະເຂົ້າຮ່ວມ ແຕ່ການປະສານສົມທົບຊຶ່ງກັນ ແລະກັນ ໃນໄລຍະຜ່ານມາຍັງບໍ່ທັນໄດ້ດີ, ການລົງທຶນພັດທະນາບາງໂຄງການຍັງມີຜົນກະທົບຕໍ່ສິ່ງ​ແວດ​ລ້ອມ, ການດຳ ລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ແຫຼ່ງທ່ອງທ່ຽວ; ການສຳຫຼວດ, ວາງແຜນ ແລະ ພັດທະນາບາງແຫຼ່ງທ່ອງທ່ຽວ ຍັງບໍ່ທັນຄຳນຶງເຖິງຜົນກະທົບໄລຍະຍາວ ແລະ ຮັບປະກັນຄວາມຍືນຍົງ.
  4. ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວເປັນຕົ້ນ ບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານ ພັດທະຄານ ສ່ວນໃຫຍ່ຍັງບໍລິຫານແບບຄອບຄົວ ດຳເນີນທຸລະກິດໂດຍບໍ່ມີບົດວິພາກ, ບໍ່ຖືບັນຊີ, ຜູ້ປະກອບການຈຳນວນໜຶ່ງ ສວຍໂອກາດເຮັດຫຼາຍກິດຈະການໄປຄຽງຄູ່ກັບທຸລະກິດທີ່ຕົນເອງໄດ້ຮັບອະນຸຍາດ, ມີບາງກິດຈະການຜູ້ໄດ້ຮັບອະນຸຍາດແມ່ນຄົນລາວ ແຕ່ການດຳເນີນຕົວຈິງແມ່ນຄົນຕ່າງປະ ເທດ; ການບໍລິການກິດຈະການການທ່ອງທ່ຽວເຫັນແຕ່ດ້ານລາຍຮັບ ແຕ່ບໍ່ຄຳນຶງເຖິງຜົນກະທົບຕໍ່ສຸຂະພາບ, ຄວາມປອດໄພຂອງຜູ້ມາໃຊ້ບໍລິ ການ, ຄ່າ​ພັກ​ແຮມ, ລາຄາ​ອາຫານ, ເຄື່ອງ​ດື່ມ, ເຄື່ອງທີ່ລະນຶກ, ຄ່າທ່ຽວຊົມຄ່າຂົນສົ່ງພາຍໃນ ຍັງມີຫາງສຽງຈົ່ມວ່າຈາກນັກທ່ອງທ່ຽວ ມີລາຄາແພງຖ້າທຽບໃສ່ປະເທດອ້ອມຂ້າງ ອາດຈະມາຈາກສາເຫດສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກຕ່າງປະເທດ ຫຼື ການສວຍໂອກາດຈາກຜູ້ປະກອບການ ແລະ ການຄຸ້ມຄອງຂອງພາກສ່ວນທີ່ກ່ຽວຂ້ອງ, ບາງແຫຼ່ງທ່ອງທ່ຽວທີ່ສຳຄັນກໍຍັງບໍ່ທັນໄດ້ເອົາໃຈໃສ່ລະບົບຄວາມປອດໄພເທົ່າທີ່ຄວນ ເປັນຕົ້ນ ຍັງບໍ່ທັນໄດ້ຕິດຕັ້ງອຸປະກອນຕິດຕາມຄວາມປອດໄພ (ກ້ອງວົງຈອນປິດ), ໜ່ວຍງານຊ່ວຍເຫຼືອສຸກເສີນຢູ່ສະຖານທີ່ທ່ອງທ່ຽວຂອງຕົນ.
  5. ການແບ່ງຂັ້ນຄຸ້ມຄອງຄວາມຮັບຜິດຊອບວຽກງານທ່ອງທ່ຽວ, ແຫຼ່ງທ່ອງທ່ຽວ, ກິດຈະການທ່ອງທ່ຽວ ແຕ່ລະປະເພດລະຫວ່າງສູນກາງ, ແຂວງ, ເມືອງ, ບ້ານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຍັງບໍ່ທັນຈະແຈ້ງ ຫຼື ໄປຕາມທິດສາມສ້າງ ເປັນຕົ້ນ ​ການອະນຸມັດດໍາເນີນທຸລະກິດການທ່ອງທ່ຽວແຕ່ລະປະເພດ, ການ​ໃຫ້​ສຳ​ປະທານກິດ ຈະການ​ທ່ອງ​ທ່ຽວ, ​ ການຈັດປະເພດເຮືອນພັກ, ໂຮງແຮມ, ການເກັບລາຍຮັບ ຍັງບໍ່ສອດຄ່ອງຕາມການກໍານົດໄວ້ໃນກົດໝາຍ; ການອຳນວຍຄວາມສະດວກໃນການເຂົ້າ-ອອກປະເທດ ໃຫ້ແກ່ນັກທ່ອງທ່ຽວຢູ່ບາງບ່ອນ​ຍັງຊັກຊ້າ ເປັນຕົ້ນ ການກວດກາເອກະສານ, ເຄື່ອງຕິດຕົວ, ຂັ້ນຕອນການເກັບຄ່າບໍລິການເຂົ້າ-ອອກປະເທດຍັງຊັກຊ້າ, ຍັງບໍ່ມີການນຳໃຊ້ເຕັກນິກ ເພື່ອກວດກາຄົນ, ເຄື່ອງ ແລະ ພາຫະນະ ໃນດ່ານສາກົນບາງບ່ອນ, ການເກັບຄ່າບໍລິການເຂົ້າຊົມຍັງບໍ່ທັນລວມສູນ, ເກັບຢູ່ທຸກບ່ອນທີ່ເຂົ້າຊົມພາໃຫ້ເປັນຊ່ອງຫວ່າງເຮັດໃຫ້ລາຍຮັບຮົ່ວໄຫຼຫຼາຍ ທັງເປັນການສ້າງຄວາມລຳຄານໃຫ້ແກ່ນັກທ່ອງທ່ຽວ ແລະ ມີຫາງສຽງຈົ່ມວ່າໃນສັງຄົມ, ການບໍລິການບໍ່ມີຄຸນະພາບ ບໍ່ໂປ່ງໃສ, ມີການຕໍ່ລອງລາຄາລະຫວ່າງຜູ້ບໍລິການກັບຜູ້ໄປໃຊ້ບໍລິການ (ການແຈ້ງຈຳນວນນັກທ່ອງທ່ຽວບໍ່ຄົບຖ້ວນ, ການຈີກປີ້ລະຫວ່າງນັກທ່ອງທ່ຽວທີ່ເປັນຄົນລາວ ແລະ ຕ່າງປະເທດມີການປົນເປກັນ ເກີດມີຊ່ອງຫວ່າງການສໍ້ໂກງບໍ່ໂປ່ງໃສ ການເກັບຄ່າທາງ ແລະ ອື່ນໆ ຊື່ງເຮັດໃຫ້ປະຊາຊົນຈົ່ມວ່າ);
  6. ເຖິງວ່າໄດ້ເອົາໃຈໃສ່ການໂຄສະນາ ແລະ ການສົ່ງເສີມການຕະຫລາດການທ່ອງທ່ຽວໂດຍຜ່ານສື່ໂຄສະນາຕ່າງໆ ແຕ່ກໍຍັງເຫັນວ່າ ທາງດ້ານເນື້ອໃນ ບໍ່ທັນສ່ອງແສງໃຫ້ເຫັນໄດ້ຄວາມໂດດ​ເດັ່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ​​ ແລະ ຮູບການການໂຄສະນາບໍ່ຫຼາກຫຼາຍ, ບໍ່ກວ້າງຂວາງ, ບໍ່ຕໍ່ເນື່ອງ,​ບໍ່ສາມາດເຂົ້າເຖິງກຸ່ມເປົ້າໝາຍ ແລະ ຍັງບໍ່ທັນໄດ້ນຳໃຊ້ຫຼາຍພາສາ ເພື່ອໂຄສະນາ ຢູ່ພາຍໃນ ແລະ ຕ່າງປະ ເທດ. ​
  7. ໂຄງປະກອບການຈັດຕັ້ງ ແລະ ການປະກອບບຸກຄະລາກອນເຂົ້າໃນການບໍລິຫານຄຸ້ມຄອງວຽກງານທ່ອງທ່ຽວ ບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານທ່ອງທ່ຽວ, ການບຳລຸງສ້າງພະນັກງານຜູ້ປະກອບການໃຫ້ມີຄວາມຮູ້ຄວາມສາມາດກ່ຽວກັບວຽກງານການທ່ອງທ່ຽວ ຍັງເຮັດໄດ້ໜ້ອຍ, ພະນັກງານຍັງຈໍາກັດທາງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະຂາດພະນັກງານນຳທ່ຽວ ທີ່ຮູ້ພາສາຂອງນັກທ່ອງທ່ຽວທີ່ເປັນເປົ້າໝາຍດຶງດູດ, ມີຄວາມຮູ້ຮອບຕົວ, ກຳແໜ້ນແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ອື່ນໆ.
  8. ການຊຸກຍູ້ສົ່ງເສີມໃຫ້ປະຊາຊົນເຂົ້າເຖິງ ແລະ ມີສ່ວນຮ່ວມໃນການພັດທະນາ, ການຄຸ້ມຄອງ ການປົກປັກຮັກສາ, ການໂຄສະນາເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີອັນດີງາມ, ວິຖີດຳລົງຊີວິດ; ການຜະ ລິດປຸ່ງແຕ່ງຫັດຖະກຳ, ກະສິກຳ ທີ່ເປັນເອກະລັກຂອງເຜົ່າ ແລະ ທ້ອງຖິ່ນ ໃຫ້ກາຍເປັນສິນຄ້າເພື່ອຕອບສະໜອງໃຫ້ແກ່ນັກທ່ອງທ່ຽວ ຍັງເຮັດໄດ້ໜ້ອຍ. ຜ່ານມາຍັງອາໄສການນຳເຂົ້າຈາກຕ່າງປະເທດ, ນັບທັງຊີ້ນ, ປາອາຫານ, ຜັກ, ດອກໄມ້ ແລະ ອື່ນໆ ຊຶ່ງພວກເຮົາສາມາດຜະລິດຢູ່ພາຍໃນ, ເຮັດໃຫ້ການແກ້ໄຂວຽກເຮັດງານ ທໍາ, ການສ້າງລາຍຮັບ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ບໍ່ທັນໄດ້ດີ.

 

  ຮຽນ​ ທ່ານ​ປະທານ, ຄະນະ​ປະທານກອງປະຊຸມ ທີ່ເຄົາລົບ

       ບັນດາ​ທ່ານ ແລະ ແຂກຜູ້ມີກຽດ ທີ່ຮັກແພງ

 

       ຕໍ່ກັບທິດທາງແຜນການວຽກງານການທ່ອງທ່ຽວປະຈໍາປີ ກໍຄືແຜນການປີທ່ອງທ່ຽວລາວ ຄັ້ງທີ 3 ໃນປີ 2018 ຂອງລັດຖະບານ ກໍາມາທິການວັດທະນະທໍາ-ສັງຄົມ ຂໍຊົມເຊີຍ ແລະ ເຫັນດີເປັນເອກະພາບນຳທິດທາງແຜນການວຽກງານແຕ່ລະດ້ານ, ບັນດາກິດຈະກຳ ລວມທັງບັນດາມາດຕະການການຈັດຕັ້ງປະຕິບັດ. ການເປີດປີທ່ອງທ່ຽວປີ 2018 ຖືເປັນງານບຸນມະໂຫລານທີ່ສຳຄັນໜຶ່ງ ເພື່ອເປັນການປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ມີການຂະຫຍາຍຕົວ, ຕໍ່ເນື່ອງ, ສີຂຽວ ແລະ ຍີືນຍົງ ໂດຍມີສ່ວນຮ່ວມຂອງປະຊາຊົນລາວ ບັນດາເຜົ່າ ເພື່ອສົ່ງເສີມການຜະລິດສິນຄ້າ ຫັດຖະກຳ, ກະສິກຳ, ການປຸງແຕ່ງ, ສົ່ງອອກກັບທີ່ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ ເພື່ອດືງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ທັງເປັນການປຸກລະດົມຂະ ບວນການລາວທ່ຽວລາວ. ສະນັ້ນ ເພື່ອສືບຕໍ່ກະກຽມ ແລະ ດຳເນີນ ເປີດປີທ່ອງທ່ຽວລາວ ໃນປີ 2018 ໃຫ້ໄປຕາມທິດ ແລະ ຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ກຳມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງບັນຫາ ດັ່ງນີ້:

 

  1.  ໃຫ້ສືບຕໍ່ຜັນຂະຫຍາຍບາງມາດຕາຂອງກົດໝາຍ ວ່າດ້ວຍການທ່ອງທ່ຽວ ທີ່ໄດ້ກຳນົດໃຫ້ມີລະ ບຽບການສະເພາະໃຫ້ສຳເລັດໂດຍໄວ, ພ້ອມທັງ ສ້າງ, ປັບປຸງນິຕິກໍາທີ່ມີແລ້ວ ແລະ ບັນດານິຕິກຳລຸ່ມກົດໝາຍອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕໍ່ກັບການຂະຫຍາຍຕົວຂອງການ ທ່ອງທ່ຽວລະດັບຊາດ ແລະ ທ້ອງຖິ່ນ ພ້ອມກັນນັ້ນໃຫ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງເລິກ ເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດ, ໃນນີ້ ກໍໃຫ້ຮີບຮ້ອນຄົ້ນຄວ້າອອກມາດຕະການແກ້ໄຂຂອດການເຂົ້າ-ອອກປະເທດ ທີ່ຍັງຊັກຊ້າ, ການ​ເກັບ​ຄ່າທຳນຽມ ຄ່າ​ບໍລິການ​ຕ່າງໆທີ່ຊ້ຳຊ້ອນ, ການສ້າງຕັ້ງສະມາ ຄົມ​ທຸລະ​ກິດ​ທ່ອງ​ທ່ຽວ, ກໍານົດມາດຕະການ, ລະບຽບການກ່ຽວກັບການຮັກສາຄວາມປອດໄພໃນສະຖານທີ່ທ່ອງທ່ຽວ, ມາດຕະການການຄວບຄຸມລາຄາຄ່າບໍລິການ ລວມທັງການຄົ້ນຄວ້າອອກນິຕິກຳກ່ຽວກັບການຄຸ້ມຄອງ, ສິດການອະນຸມັດໃນການໃຫ້ສຳປະທານແຫຼ່ງທ່ອງທ່ຽວລະດັບຕ່າງໆ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ ຫຼື ອາດຈະມີໃນອະນາຄົດ ແລະ ອື່ນໆ.
  2. ຮີບຮ້ອນສືບຕໍ່ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ແຜນພັດທະນາການທ່ອງທ່ຽວ ລະ ດັບຕ່າງໆ ຢ່າງມີຈຸດສຸມ ແລະ ພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ແລະ ເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ແລະ ປະເທດໃກ້ຄຽງ ໂດຍເລັ່ງໃສ່ພັດທະນາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ທີ່ໂດດເດັ່ນ, ເປັນເອກະລັກ ແລະ ເປັນທ່າແຮງ ຂອງຊາດ, ຂອງທ້ອງຖິ່ນ, ດ້ວຍການເພີ່ມງົບປະ ມານຂອງລັດ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການລົງທຶນ ໃສ່ພັດທະນາແຫຼ່ງທ່ອງທ່ຽວໃຫ້ຫຼາຍຂຶ້ນ; ໃຫ້ສືບຕໍ່ໃນການນຳສະເໜີເອົາມໍລະດົກທົ່ງໄຫຫີນຊຽງຂວາງ ແລະ ພູຫີນໜາມໜໍ່ ແຂວງຄຳມວນ ເຂົ້າເປັນມໍລະດົກໂລກໃຫ້ໄດ້ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອກາຍເປັນແຫຼ່ງທ່ອງທ່ຽວທີ່ໂດດເດັ່ນ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂື້ນ.
  3. ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ຜູ້ປະກອບການ, ປະຊາຊົນລາວບັນດາເຜົ່າ ປະກອບສ່ວນໃນການເປັນເຈົ້າພາບທີ່ດີ, ເສີມຂະຫຍາຍຮີດຄອງປະເພນີອັນດີງານ ຂອງຊາດ, ຂອງເຜົ່າ, ເຂົ້າຮ່ວມຂະບວນການ, ກິດຈະກຳຕ່າງໆ ຢ່າງຟົດຟື້ນ, ເປັນເຈົ້າການໃນການຜະລິດສິນຄ້າ ຫັດຖະກຳ, ເຄື່ອງທີ່ລະນຶກ, ກະສິກຳສະອາດ, ການປຸງແຕ່ງອາຫານທີ່ປອດໄພ. ເປັນເຈົ້າການ ແລະ ເຂົ້າຮ່ວມຂະບວນການຮັກສາຄວາມສະອາດ, ວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນສັງ ຄົມ ເພື່ອດືງດູດນັກທ່ອງທ່ຽວໃຫ້ມາທ່ຽວໃນທ້ອງຖິ່ນຕົນໃຫ້ຫຼາຍຂຶ້ນສາມາດບັນລຸຕາມຄາດໝາຍທີ່ວາງໄວ້.
  4. ໃຫ້ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ການປະກອບບຸກຄະລາກອນ, ການແບ່ງຂັ້ນຄຸ້ມຄອງ, ການປະສານສົມທົບລະຫວ່າງ ສູນກາງກັບທ້ອງຖິ່ນ  ແລະ ກັບບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ເປັນເອກະພາບ, ຈະແຈ້ງ ແລະ ຄ່ອງຕົວກວ່າເກົົ່າ ພ້ອມກັນນັ້ນ, ໃຫ້ສືບຕໍ່ໃນການສ້າງແຜນກຳນົດການບຳລຸງສ້າງຊັບພະຍາກອນມະນຸດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໂດຍສະ ເພາະພາສາຕ່າງປະເທດໃຫ້ມີຄວາມຫຼາກຫຼາຍ ນັບທັງພະນັກງານຂອງລັດ, ຜູ້ປະກອບການ.
  5. ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແຜນປີທ່ອງທ່ຽວ 2018 ໃຫ້ບັນລຸຕາມຈຸດປະສົ່ງລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນ ໃນການສຸມໃສ່ປະຕິບັດ ແຜນນະໂຍບາຍສົ່ງເສີມປີທ່ອງທ່ຽວ, ແຜນໂຄສະນາປີທ່ອງທ່ຽວ, ລາຍການກິດຈະກຳປີທ່ອງທ່ຽວ, ເອົາໃຈໃສ່ການຄຸ້ມຄອງ ການເກັບລາຍຮັບ, ລາຍຈ່າຍ, ງົບປະມານ ແລະ ກອງທຶນທ່ອງທ່ຽວ ໃຫ້ໄປຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ປຸກລະດົມການເປັນເຈົ້າການ, ຍົກສູງຄວາມຮັບຜິດ ຊອບການເມືອງ ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ການປຸກລະດົມທຸກພາກສ່ວນທົ່ວສັງຄົມ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າໃນການ ຈັດຕັ້ງປະຕິບັດພາລະບົດບາດໜ້າທີ່ຂອງຕົນ ແລະ ເພີ່ມທະວີການເອົາໃຈ ໃສ່ປະສານສົມທົບກັບບັນດາປະເທດເພື່ອນມິດ ແລະ ການຈັດຕັ້ງສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານການທ່ອງທ່ຽວ ກໍຄືການຈັດຕັ້ງປະຕິບັດແຜນການປີທ່ອງທ່ຽວລາວ ຄັ້ງທີ 3 ໃນປີ 2018 ໃຫ້ສຳເລັດຜົນຕາມແຜນການຢ່າງຕໍ່ເນື່ອງ ຕາມທິດສີຂຽວ ແລະ ຍືນຍົງ.

 

ທັງໝົດທີ່ໄດ້ສະເໜີມາຂ້າງເຖິງນີ້ ແມ່ນບາງທັດສະນະພື້ນຖານ ຂອງກຳມາທິການວັດທະນະທຳ-ສັງຄົມ ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ສືບຕໍ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ກ້າວໄປເຖິງການພິຈາລະນາຮັບຮອງເປັນມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອໃຫ້ລັດຖະບານນຳໄປຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕາມພາລະບົດບາດຂອງຕົນ.

ທ້າຍສຸດນີ້ ຂໍອວຍພອນໃຫ້ທ່ານປະທານ, ຄະນະປະທານ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ແຂກທີ່ມີກຽດ ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ອວຍພອນໃຫ້ກອງປະຊຸມຈົ່ງປະສົບຜົນສຳ ເລັດຕາມລະດັບຄາດໝາຍ.

ຂໍຂອບໃຈ