ຜູ້ວ່າການ ທຫລ ຊີ້ແຈງສາເຫດເງິນກີບອ່ອນຄ່າ
14/11/2019

ຫຼັງຈາກທີ່ເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ນັບແຕ່ເດືອນ ມິຖຸນາ ເປັນຕົ້ນມາ, ຕໍ່ບັນຫາດັ່ງກ່າວ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ລະບຸວ່າ: ໜຶ່ງໃນສາເຫດແມ່ນການ ຜະລິດສິນຄ້າຢູ່ພາຍໃນປະເທດເຮົາຍັງບໍ່ທັນເຂັ້ມແຂງ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າຈາກຕ່າງປະເທດ, ສົ່ງຜົນໃຫ້ຕ້ອງການເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ ເພື່ອມາຊຳລະສະສາງກັບຕ່າງປະເທດ, ໃນຂະນະທີ່ການສະໜອງຂອງ ລະບົບທະນາຄານມີພຽງປະມານ 50% ຂອງຄວາມຕ້ອງ ການບວກກັບການຜັນຜວນຂອງອັດຕາແລກປ່ຽນ ລະຫວ່າງເງິນໂດລາກັບເງິນບາດແຂງຄ່າຂຶ້ນ ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ ໃນຂະນະທີ່ອັດຕາເງິນເຟີ້ປີນີ້ ຄາດວ່າຈະບໍ່ເກີນ 3%. ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ໃຫ້ຮູ້ວ່າ: ປັດໄຈຫຼັກທີ່ເຮັດໃຫ້ເງິນກີບອ່ອນຄ່າ ມາຈາກທັງປັດໄຈພາຍນອກ ແລະ ປັດໄຈພາຍໃນ, ປັດໄຈພາຍນອກມາຈາກຄ່າເງິນໂດລາ ແລະ ເງິນບາດແຂງຄ່າຂຶ້ນ ຢ່າງຕໍ່ເນື່ອງ ແຕ່ປັດໄຈພາຍໃນແມ່ນມາຈາກພື້ນຖານເສດຖະກິດ ຂອງປະເທດເຮົາຍັງບໍ່ເຂັ້ມແຂງ, ເງິນກີບອ່ອນຄ່າໃນປັດຈຸບັນໄດ້ສ່ອງແສງເຖິງພາບລວມ ຂອງເສດຖະກິດຂອງພວກເຮົາ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຊຶ່ງນັບແຕ່ປີ 2008-2018 ຕະຫຼອດໄລຍະເວລາ 10 ປີ ມານີ້ ປະເທດເຮົາຂາດດຸນການຄ້າ ໂດຍສະເລ່ຍແລ້ວ 850 ລ້ານໂດລາຕໍ່ປີ ຊຶ່ງມູນຄ່າການຄ້ານຳເຂົ້າສະເລ່ຍຢູ່ທີ່ປະມານ 3,7 ພັນລ້ານໂດລາຕໍ່ປີ ໃນນີ້ແຫຼ່ງເງິນຕາທີ່ຮອງຮັບການນຳເຂົ້າສະເລ່ຍແລ້ວ 50% ແມ່ນການສະໜອງຈາກລະບົບທະນາຄານ ແລະ ອີກ 50% ແມ່ນການສະໜອງຈາກສັງຄົມ ຊຶ່ງເຫັນວ່າ ຢູ່ໃນສັງຄົມລາວເຮົາມີການໃຊ້ຈ່າຍເງິນຕາຕ່າງປະເທດເປັນຈຳນວນຫຼວງຫຼາຍ, ເຫັນວ່າພວກເຮົາໄດ້ອະນຸຍາດໃຫ້ປະຊາຊົນສາມາດຝາກທະນາຄານ ເປັນເງິນຕາຕ່າງປະເທດໄດ້, ຢູ່ໃນລະບົບທະນາຄານເງິນຝາກ ເປັນເງິນຕາຕ່າງປະ ເທດສູງກວ່າ 50% ຂອງເງິນຝາກທັງໝົດ, ນັ້ນກໍສະແດງໃຫ້ເຫັນວ່າພວກເຮົາ ໃຫ້ປະຊາຊົນຖືຄອງເງິນຕາຕ່າງປະ ເທດໄດ້ ຊຶ່ງໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດລະບຸວ່າ ການຊຳລະສະສາງຢູ່ພາຍໃນຕ້ອງເປັນເງິນກີບ ແຕ່ເມື່ອປະຊາຊົນຖືຄອງເງິນຕາຕ່າງປະເທດໄດ້ນັ້ນ ເຮັດໃຫ້ການຄຸ້ມຄອງເງິນຕາພົບຄວາມຫຍຸ້ງຍາກ ດັ່ງທີ່ເປັນຢູ່ໃນປັດຈຸບັນ. ເມື່ອສະພາບເປັນຄືແນວນັ້ນ ບວກກັບການຜັນຜວນຂອງຄ່າເງິນໂດລາ ແລະ ເງິນບາດ ແຂງຄ່າຂຶ້ນຄືແນວນັ້ນ ໃນຂະນະດຽວກັນຄວາມຕ້ອງການ ການນຳເຂົ້າສິນຄ້າສະເລ່ຍແລ້ວປະມານ 490 ລ້ານໂດລາຕໍ່ເດືອນ ໃນນັ້ນນຳເຂົ້າຈາກໄທ ປະມານ 312 ລ້ານໂດລາຕໍ່ເດືອນ ໃນຂະນະທີ່ລະບົບທະນາຄານ ສາມາດສະໜອງເງິນຕາຕ່າງ ປະເທດ ເພື່ອຊຳລະສະສາງໄດ້ພຽງແຕ່ 200 ກວ່າລ້ານໂດລາ ຫຼື ປະມານເຄິ່ງໜຶ່ງ ແລະ ອີກເຄິ່ງໜຶ່ງສັງຄົມສະໜອງກັນເອງ ເປັນຕົ້ນແມ່ນການນຳເຂົ້າ ປະເພດເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລະບົບທະນາຄານສະໜອງໄດ້ພຽງບາງສ່ວນທີ່ເຫຼືອແມ່ນສັງຄົມສະໜອງກັນເອງ. ຜູ້ວ່າການທະນາຄານກ່າວອີກວ່າ: ປີນີ້ ປະເທດເຮົານອກຈາກຈະປະເຊີນກັບໄພພິບັດທາງທຳມະຊາດແລ້ວ ຍັງພົບກັບພະຍາດລະບາດ ສົ່ງຜົນໃຫ້ການສະໜອງສະບຽງອາຫານ ບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ບວກກັບການຜັນຜວນຂອງລາຄານ້ຳມັນໃນຕະຫຼາດໂລກ, ການແຂງຄ່າຂອງເງິນບາດ ສົ່ງຜົນໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນປະເທດເຮົາມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ຄ່າສະເລ່ຍໃນ 10 ເດືອນປີນີ້ ຢູ່ໃນລະດັບ 2,5% ແລະ ຄາດວ່າຈະມີທ່າອ່ຽງເພີ່ມຂຶ້ນ ແຕ່ອາດຈະບໍ່ເກີນ 3%.