ບົດປະກອບຄຳເຫັນຂອງ ຄປຈສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ, ແຜນເງິນຕ າ6 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2017 ແລະ ທິດທາງແຜນການປີ 2018
20/10/2017

ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ 6 ​ເດືອນ​ຕົ້ນ​ປີ ​ແລະ ຄາດ​ຄະເນ​ໝົດ​ປີ 2017: ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະບານ ທີ່​ໄດ້​ເອົາ​ໃຈ​ໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ​ໄລຍະ 6 ​ເດືອນ​ຕົ້ນປີ​ ໄດ້ຮັບຜົນສໍາ​ເລັດ​ດີພໍ​ສົມຄວນ ເຖິງ​ວ່າສະພາບການຂອງໂລກ, ພາກພື້ນ ​ແລະ ຂອງ ສປປລາວ ຍັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ຫລາຍ​ປະການ; ​ເສດຖະກິດຂອງ​ໂລກ ​ແລະ ພາກ​ພື້ນ ກໍຍັງສືບ​ຕໍ່​ຂະຫຍາຍຕົວ​ຊ້າ ​ແລະ ບໍ່​ແນ່ນອນ; ຫລາຍ​ປະ​ເທດໃນ​ໂລກ ລວມທັງ ສປປລາວ ​ໄດ້ປະ​ເຊີນກັບ​ໄພພິບັດທາງທໍາມະຊາດ, ​ມີສັດຕູ​ພືດ​ເກີດ​ຂຶ້ນ​ໃນ​ຂະ​ແໜງ​ກະສິກຳ; ສະພາບ​ເສດຖະກິດ ຂອງ ສປປລາວ ຍັງ​ສືບຕໍ່​ມີ​ຄວາມ​ຫຍຸ້ງຍາກ ​ໂດ​ຍສະ​ເພາະ ປີ 2017 ເປັນ​ປີ​ເລີ່ມຕົ້ນ​ຈັດ​ຕັ້ງ​ປະຕິບັດ​ງົບປະມານ ຕາມ​ປີ​ປະຕິທິນ ​ເຊິ່ງ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​​​ແຜນພັດທະນາ​ເສດຖະກິ​ດ-ສັງຄົມ ຍັງ​ບໍ່​ທັນ​ຄ່ອງ​ຕົວດີ​ເທົ່າ​ທີ່​ຄວນ. ແຕ່​ເຖິງ​ຢ່າງ​ກໍ​ດີ ດ້ວຍ​ຄວາມ​ພະຍາຍາມຂອງ​ລັດຖະບານ ຍັງສືບ​ຕໍ່ມີສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງຢ່າງ​ໜັກ​ແໜ້ນ, ສັງຄົມມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ​ດີ, ເສດຖະກິດແຫ່ງຊາດມີ​ການ​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ ຄາດ​ຄ​ະ​ເນ GDP ​ໝົດ​ປີ 2017 ຈະ​ບັນລຸໄດ້ 6,83% ທຽບ​ໃສ່​ແຜນ​ສະພາ​ຮັບຮອງ​ 7%, ລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 2.472 ໂດລາສະຫະລັດ ​ເຊິ່ງລື່ນຄາດໝາຍທີ່ວາງໄວ້ (2.341 ໂດລາສະຫະລັດ), ອັດຕາເງິນເຟີ້ສະເລ່ຍ ຢູ່ໃນເກນປົກກະຕິ, ອັດຕາແລກປ່ຽນມີການເໜັງຕິງເລັກໜ້ອຍ ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຢ່າງຕັ້ງໜ້າ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໄດ້ຮັບການເອົາໃຈໃສ່ດີຂຶ້ນ, ເປົ້າໝາຍການພັດທະນາ​ແບບ​ຍືນ​ຍົງ (SDGs) ໄດ້ຮັບ​ການ​ເຊື່ອມ​ສານ ເຂົ້າ​ໃນ​ແຜນ​ພັດທະນາ​​ເສດຖະກິດ-ສັງຄົມ​ຂອງແຕ່ລະ​ຂະ​ແໜງ​ການ, ການພັດທະນາຊັບພະຍາກອນມະນຸດ ໄດ້ຮັບການເອົາໃຈໃສ່ດ້ວຍການຍົກສູງຄຸນນະພາບການສຶກສາ ແລະ ຂະຫຍາຍໂອກາດດ້ານການສຶກສາ, ຕາໜ່າງສາທາລະນະສຸກຂັ້ນຮາກຖານໄດ້ເພີ່ມຂຶ້ນ, ຄຸນນະພາບການບໍລິການສຸຂະພາບ, ການຄວບຄຸມ ແລະ ປ້ອງກັນພະຍາດໄດ້ຮັບການເອົາໃຈໃສ່ດີຂຶ້ນ, ການພັດທະນາສີມືແຮງງານ​ໄດ້​ຮັບ​ການ​ເປີດ​ກວ້າງ, ຮັກສາ​ໄດ້ມູນເຊື້ອວັດທະນະທໍາທີ່ເປັນເອກະລັກຂອງຊາດ, ພາຫະນະ​ສື່​ມວນ​ຊົນ ​ແລະ ລະບົບການສະໜອງຂໍ້ມູນ-ຂ່າວສານ​, ການທ່ອງ​ທຽວໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ ​ເຮັດ​ໃຫ້​ການໂຄສະນາແນວທາງນະໂຍບາຍຂອງພັກ-ລັດໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດຢ່າງ​ກວ້າງຂວາງ; ການພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກຕິດ​ພັນ​ກັບວຽກງານ 3 ສ້າງ ໄດ້ສຳເລັດຜົນໃນຫລາຍດ້ານ, ຊັບພະຍາກອນ​ທຳ​ມະ​ຊາດໄດ້​ຮັບ​ການ​ຄຸ້ມ​ຄອງ​ ແລະ ນຳ​ໃຊ້​ຢ່າງ​ມີປະສິດທິ​ຜົນ; ການເຊື່ອມໂຍງ, ການ​ເຊື່ອມ​ຈອດ, ການພົວພັນຮ່ວມມືທາງດ້ານເສດຖະກິດ ກັບພາກພື້ນ ແລະ ສາກົນໄດ້ມີການຂະຫຍາຍຕົວດີຂຶ້ນເປັນ​ແຕ່​ໄລຍະ.

ຄຽງຄູ່ກັບຜົນສໍາເລັດຂ້າງເທິງນັ້ນ ຄປຈສພຊ ເຫັນວ່າ ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຈຳນວນ​ໜຶ່ງ ຍັງບໍ່ທັນສາມາດບັນລຸໄດ້ຕາມລະດັບຄາດໝາຍ ຕາມ​ມະຕິທີ່ສະພາ​ແຫ່ງ​ຊາດຮັບຮອງ ເປັນຕົ້ນອັດຕາ​ການ​ເຕີບ​ໂຕ​ຂອງ GDP ປະຕິບັດ​ໄດ້ 6,83% (​ແຜນ 7%), ຄາດໝາຍການຜະລິດເຂົ້າ 98,16%, ຄາດໝາຍ​ການ​ຜະລິດ​ແຮ່​ທາດ 72,12 %, ການ​ທ່ອງ​ທ່ຽວ 88,8%, ການ​ພັດທະນາ​ສີ​ມື​ແຮງ​ງານ 12.805 ຄົນ ​ເທົ່າກັບ 9,7% (​ແຜນ 131.600 ຄົນ), ການ​ສະໜອງ​ແຮງ​ງານ​ 69.352 ຄົນ ​ເທົ່າ​ກັບ 48,4% (​ແຜນ 143.230 ຄົນ), ການ​ເຂົ້າ​ເຖິງ​ການ​ປະກັນ​ສຸຂະພາບ​ 30,7% (​ແຜນ 51%). ນອກຈາກ​ນີ້, ຍັງ​ມີ​ຫລາຍ​ຕົວ​ເລກ​ຄາດໝາຍ​ຢູ່​ໃນ​ຂົງ​ເຂດ​ວັດທະນະທຳ-​ສັງຄົມທີ່​ຍັງ​ມີ​ຄວາມ​ສ່ຽງຈະບໍ່​​ບັນລຸ ເຊັ່ນ: ອັດຕາລອດເຫລືອ, ອັດຕາຄ້າງຫ້ອງ, ອັດຕາປະລະການຮຽນ, ການຂາດສານອາຫານໃນເດັກອາຍຸຕໍ່າກ່ວາ 5 ປີ, ອັດຕາການຕາຍຂອງແມ່ ແລະ ເດັກ, ວຽກງານໂພຊະນາການ, ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄຸນງາມ ວາມດີ ການປະຕິວັດຊາດປະຊາທິປະໄຕ, ການເກັບກູ້ລະເບີດ, ການຂະຫຍາຍຕາໜ່າງໂທລະ​ໂຄ່ງ, ການ​ສ້າງ​ກຸ່ມ​ບ້ານ​ວັດທະນາ​ທຳ, ການຈັດສັນງົບປະມານ ຂົ້າໃນຂະແໜງການສຶກສາ, ສາທາລະນະສຸກ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ.

ສາເຫດທີ່​ບໍ່​ສາມາດ​ບັນລຸ​ໄດ້​ຄາດໝາຍ​ ຕົ້ນຕໍແມ່ນ ຖານ​ຂໍ້​ມູນ​ບໍ່​ແນ່ນອນ ​ເຮັດ​ໃຫ້ການ​ຂຶ້ນ​ແຜນ​ເບື້ອງ​ຕົ້ນ ບໍ່​​​ແທດ​ກັບ​ຄວາມ​ເປັນ​ຈິງ, ບາ​ງຕົວ​ເລກ​ຄາດໝາຍ​ສູງ​​ເກິ​ນ​ໄປ ​ຕົວຢ່າງ: ການ​​​ທ່ອງ​ທ່ຽວ, ການ​ພັດທະນາ​ສີມື ​​ແລະ ການ​ສະໜອງ​ແຮງ​ງານ; ຄວາມເປັນເຈົ້າການຂອງຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ບໍ່ທັນຈິງ​ຈັງເທົ່າທີ່ຄວນ; ການ​ສະໜອງ​ງົບປະມານເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນ ບໍ່​ທັນ​​ແທດ​ເໝາະ, ບໍ່​ທັນສົມ​ຄູ່​ກັນ ທັງຊັກ​ຊ້າ ​ແລະ ​ແກ່ຍາວ; ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໂດຍ​ສະ​ເພາະກົນໄກປະສານງານ ລະຫວ່າງສາຍຕັ້ງສາຍຂວາງ ຍັງບໍ່ທັນກົມກຽວຈະແຈ້ງ ແລະ ຂາດໂຕ; ການສ້າງ ແລະ ຜັນຂະຫຍາຍບາງມາດຕາຂອງກົດໝາຍອອກເປັນນິຕິກຳລຸ່ມກົດໝາຍ ຍັງຊັກຊ້າ, ການເຄົາລົບ ແລະ ປະຕິບັດກົດໝາຍ, ນິຕິກຳລຸ່ມກົດໝາຍ ຍັງບໍ່ເຂັ້ມງວດ; ການລົງທຶນໃສ່ວຽກງານກໍ່ສ້າງຊັບພະຍາກອນ​ມະນຸດ, ການ​ເຝິກອົບຮົມວິຊາຊີບ ແລະ ສີມືແຮງງານ, ການສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກຊ່ວຍວຽກຂອງລັດ ຍັງບໍ່ທັນຕອບສະໜອງກັບໜ້າທີ່ການ ເມືອງໃນໄລຍະໃໝ່.

ແຜນພັດທະນາເສດຖະກິດ-ສັງຄົມ ປີ 2018: ຄປຈສພຊ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະບານທີ່ໄດ້ສຳ​ເລັ​ດການຫ້າງຫາກະກຽມແຜນພັດທະນາເສດຖະກິດ-ສັງຄົມປີ 2018 ດ້ວຍ​ຄວາມ​ຮັບຜິດ​ຊອບ​ສູງ, ມີ​ໂຄງການ​​ແຜນ​ງານທີ່​​ລະອຽດ ​ແລະ ຈະ​ແຈ້ງ​ກວ່າ​ເກົ່າ ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ເງິນ, ມີການວິເຄາະວິໄຈຢ່າງສົມເຫດສົມຜົນ. ຄປຈສພຊ ​ເຫັນ​ດີ​ເປັນ​ເອກະ​ພາບ ກັບລັດຖະບານທີ່ໄດ້ກຳນົດເອົາອັດຕາການເຕີບໂຕຂອງເສດຖະກິດເທົ່າກັບ 7% ​ແລະ ບັນດາ​ຄາດໝາຍສູ້ຊົນ ​ເປັນ​ຕົ້ນ 9 ນະ​​ໂຍບາຍ ແລະ ມາດຕະການການຈັດຕັ້ງປະຕິບັດ​ແຜນ​ປີ 2018 ໃນແຕ່ລະດ້ານ ແລະ ວຽກງານຈຸດສຸມທີ່ລັດຖະບານໄດ້ວາງອອກ ສູ້​ຊົນ​ຊຳລະ​ໜີ້​ສິນ 40% ຂອງ​ລາຍ​ຈ່າຍ​ລົງທຶນ ​ເຊິ່ງ​ເຫັນ​ວ່າ​ສອດຄ່ອງ​ກັບ​ແຜນ​ດັດ​ແກ້​ມະຫາ​ພາກ 4 ປີ ທີ່​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ ​ເຊິ່ງ​ຈະ​ເປັນ​ການ​ປະກອບສ່ວນ​ຢ່າງ​​ແຂງ​ແຮງ ເຮັດ​ໃຫ້​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ VIII ບັນລຸ​ເປົ້າ​ໝາຍ​ໃຫຍ່​ໃນ​ການ​ພັດທະນາ ຄື ນຳເອົາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ​​ເຮັດ​ໃຫ້ການ​ພັດທະນາເສດຖະກິດ-ສັງຄົມ​ໄປ​ຕາມທິດສີຂຽວ ແລະ ຢືນຍົງ, ຊັບພະຍາກອນທຳມະຊາດ ໄດ້ຮັບການຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິພາບປະສິດທິຜົນສູງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ.

ເພື່ອແກ້ໄຂບັນດາຂໍ້ຄົງຄ້າງໃນປີທີ່ຜ່ານມາ ຄປຈສພຊ ສະເໜີໃຫ້ລັດຖະບານ​ເອົາ​ໃຈໃສ່ບາງບັນຫາ ດັ່ງນີ້:

ດ້ານເສດຖະກິດ: ຄປຈສພຊ ​ເຫັນ​ວ່າ ​ການເພີ່ມຂຶ້ນໃນຂະແໜງກະສິກໍາ 2,8%, ກວມເອົາປະມານ 15,73% ຂອງ GDP ​ເປັນ​ຕົ້ນການ​ຜະລິດເຂົ້າ ໃຫ້ບັນລຸ 4,22 ລ້ານໂຕນ ທຽບ​ໃສ່​ການຈັດ​ຕັ້ງ​ປະຕິບັດປີ 2017 4,27 ລ້ານ​ໂຕນ ​ເຫັນ​ວ່າ​ຫລຸດ​ລົງ ​ແຕ່​​​ຕົວ​ເລກດັ່ງກ່າວ ຍັງມີຄວາມສ່ຽງສູງທີ່​ຈະ​ບັນລຸ ຍ້ອນການຜະລິດກະສິກໍາສ່ວນໃຫຍ່ຍັງອີງໃສ່ທໍາມະຊາດ, ສະພາບດິນຟ້າອາກາດມີ​ການ​ປ່ຽນ​ແປງ, ບໍ່​ແນ່ນອນ ຍັງ​ມີສະພາບ​ສັດຕູ​ພືດ​ລະບາດ, ການນໍາໃຊ້​ເຕັກ ນິກ-ວິທະຍາດເຂົ້າ​ໃນ​ການ​ຜະລິດ​ກະສິກຳ ຍັງ​ບໍ່​ທັນ​ມີ​ການ​ຂະຫຍາຍຕົວເທົ່າ​ທີ່​ຄວນ;

 ຂະ​ແໜງ​ການ​ບໍລິການ ​ເພີ່ມ​ຂຶ້ນ 6,4% ​ກວມ​ເອົາ 41,83% ຂອງ GDP ທຽບ​ໃສ່​ປີ ຜ່ານມາ ເພີ້​ມຂຶ້ນ​ແຕ່​ເຫັນ​ວ່າ​ຍັງມີ​ຄວາມ​ສ່ຽງທີ່​ຈະ​ສຳ​ເລັດ ​ເປັນ​ຕົ້ນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ ສປປລາວ ​​ໃຫ້​ບັນ​ລຸ 5,2 ລ້ານ​ຄົນ ​ເຊິ່ງປີຜ່ານມາ (4,8/5,4) ບໍ່​ໄດ້​ຕາມ​ແຜນ, ການ​ຄົມມະນາຄົມ-​ຂົນ​ສົ່ງ ຍັງ​ມີ​ຄວາມ​ຫຍຸ້ງຍາກ, ການ​ລົງທຶນ​​ສ້າງສິ່ງອຳນວຍ​ຄວາມ​ສະດວກ​​ ຍັງ​ຈຳກັດ ​ແລະ ການບໍລິການ​ໃຫ້​​ແກ່​ການທ່ອງ​ທຽວ ຍັງ​ບໍ່​ທັນ​ກົມກຽວ​ກັນ​ເທົ່າ​ທີ່​ຄວນ.

ການສະ​ໜອງ​ນ້ຳ​ສະອາດ​ໃຫ້​ໄດ້ 88%.

ສະນັ້ນ, ຈຶ່ງສະເໜີໃຫ້ລັດຖະບານ ​ເອົາ​ໃຈ​ໃສ່​ຮີບ​ຮ້ອນປັບປຸງ​ກົນ​ໄກ​ບໍລິຫານ ທີ່​ມີ​ຫລາຍ​ຂອດ​ຂັ້ນອືດ​ອາດ​ຊັກ​ຊ້າໃຫ້​ຫລຸດ​ລົງ, ກຳນົດລະບອບ​ລະບຽບ ​ແລະ ບັນດານະໂຍບາຍຕ່າງໆ ​ໃຫ້ຄົບ​ຊຸດ ​ແລະ ​ແທດ​ເໝາະ, ຄົ້ນຄວ້າສະໜອງ​​ແຫ​ລ່ງທຶນ​ເພື່ອ​ພັດທະນາໃຫ້​​ສົມ​ຄູ່, ​ແທດ​ເໝາະມີ​ຄວາມ​ຈະ​ແຈ້ງ​ແນ່ນອນ, ​​​ເອົາ​ໃຈ​ໃສ່​ຊຸກຍູ້​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ທີ່​ເປັນພື້ນຖານ​ລາຍ​ຮັບ​ຕົ້ນ​ຕໍ​ຂອງ​ລັດ ລວມທັງການ​ປັບປຸງ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ເພື່ອຮັບປະກັນໃຫ້ແກ່ການຈັດ​ຕັ້ງ​ປະຕິບັດ​ແຜນ​ທີ່ວາງ​ອອກໃຫ້​ບັນລຸ​ຕາມ​ຄາດໝາຍທີ່​ວາງ​ໄວ້.   

ຂົງເຂດວັດທະນະທໍາ-ສັງຄົມ: ໃນຂົງເຂດສຶກສາທິການ ແລະ ກິລາ ສະເໜີໃຫ້ສືບຕໍ່ເອົາໃຈໃສ່ພັດທະນາ ແລະ ປັບປຸງ​ຄຸນນະພາບຂອງການສຶກສາທຸກຊັ້ນທຸກສາຍ ​ໂດຍສະເພາະການຕອບສະໜອງຄູ​ອະນຸບານ, ຄູ​ສາຍທຳມະຊາດ, ຄູພາລະສຶກສາ, ຄູສອນພາສາອັງກິດໃນຊັ້ນ ປ3 ບໍ່ພຽງພໍ, ສືບຕໍ່ຂະຫຍາຍ​ໂຮງຮຽນ​ອະນຸບານ, ຫ້ອງ​ກຽມ​ປະຖົມຢູ່​ເຂດ​ຊົນນະບົດ​, ແກ້ໄຂບັນຫານັກຮຽນ​ລົ້ນ​ຫ້ອງ, ອັດຕາ​ການ​ປະລະການຮຽນກາງປີທີ່ຍັງມີຫລາຍ, ອັດຕາຄ້າງ​ຫ້ອງຊັ້ນ ປ1-ປ2 ແລະ ການ​ສອນ​ຫ້ອງ​ຄວບ​, ປັບປຸງຫລັກສູດການ​ຮຽນ-ການ​ສອນ, ປຶ້ມຕໍາລາຮຽນ, ອຸປະກອນການຮຽນ-ການສອນ, ຫ້ອງທົດລອງ, ຫໍສະໝຸດ, ສົ່ງເສີມການຄົ້ນຄວ້າວິທະຍາສາດຢູ່ສະຖາບັນການສຶກສາ ໂດຍລົງທຶນໃສ່​ໂຄງການບູລິມະສິດ ເພື່ອໃຫ້ສາມາດນຳໃຊ້ຜົນການຄົ້ນຄວ້າປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ນັກຮຽນເຂົ້າຮຽນ​ວິຊາ​ຊີບ​ໃຫ້​ຫລາຍ​ຂຶ້ນ ດ້ວຍ​ການສ້າງ​ຫໍ​ພັກ​ນັກຮຽນ​ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍສຳລັບ​ຜູ້​ທຸກ​ຍາກ ແລະ ຜູ້ດ້ອຍໂອກາດຢູ່ເຂດຊົນນະບົດ, ຮີບຮ້ອນອອກນິຕິກຳ ເພື່ອຄຸ້ມຄອງການສຶກສາພາກເອກະຊົນ ແລະ ຊຸກຍູ້ສົ່ງເສີມສັງຄົມ​​ ໃຫ້ມີສ່ວນຮ່ວມຕໍ່ວຽກງານການສຶກສາ. ພ້ອມ​ນີ້ ​ໃຫ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ງານ​ກິລາ​ແຫ່ງ​ຊາດ​ ຄັ້ງ​ທີ XI ທີ່​ແຂວງ​ຊຽງ​ຂວາງ ​ໃຫ້​ໄດ້​ຮັບຜົນ​ດີ ​ແລະ ສາມາດ​ແກ້​ໄຂ້​ບັນຫາ​ທີ່​ຄົງ​ຄ້າງ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ໄດ້​ຢ່າງ​ຂາດ​ຕົວ.

ສືບຕໍ່ເອົາໃຈໃສ່ວຽກງານໂພຊະນາການ, ການສັກຢາກັນພະຍາດ, ແກ້ໄຂອັດຕາການຕາຍຂອງແມ່ ແລະ ເດັກ ໃຫ້ຫຼຸດລົງ, ສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ, ສືບຕໍ່ປະຕິບັດນະ​ໂຍບາຍ​ປິ່ນປົວ​ເສຍ​ຄ່າ, ​ບໍ່​ເສຍ​ຄ່າ​ ​ແລະ ການ​ຍົກ​ສູງ​ຄຸນນະພາບ​ການ​ບໍລິການປິ່ນປົວ​ສຸຂະພາບ ​ໂດຍ​ສະ​ເພາະລະບຽບ​ການ​ຄຸ້ມ​ຄອງບັນດາ​ຄລີ​ນິກ​ເອກະ​ຊົນ, ​​ເອົາ​ໃຈໃສ່ຕອບສະໜອງບຸກຄະລາ​ກອນແພດທີ່ມີຄວາມສາມາດຄວາມຊໍານານງານ ແລະ ອຸປະກອນການ​ແພດຢູ່ສຸກສາລາ, ໂຮງໝໍນ້ອຍ ແລະ ​ໂຮງໝໍ​ເມືອງ ໃຫ້ໄດ້ຕາມມາດຕະຖານທີ່ກຳນົດໄວ້, ​ສືບຕໍ່ຂະຫຍາຍ​ລະບົບ​ປະກັນ​ສຸຂະພາບ​ໃຫ້​ກວ້າງຂວາງ ແລະ ຍືນຍົງ, ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​, ​ຄຸ້ມຄອງຄຸນນະພາບອາຫານ ແລະ ຢາ ເປັນ​ຕົ້ນການນໍາໃຊ້ສານ​​ເຄມີທີ່ເກີນ​ຄ່າ​ມາດຕະຖານເຂົ້າໃນການປຸງແຕ່ງອາຫານ​​ ​ ​ເຊິ່ງໄດ້ສົ່ງ​ຜົນ​ກະທົບຕໍ່​ສຸຂະພາບ​ຂອງ​ຜູ້ບໍລິ​ໂພ​ກ ທັງ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ.

ເພີ່ມທະວີການພັດທະນາສີມືແຮງງານ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່ຕະຫລາດແຮງງານ ແລະ ໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ຈັດຫາວຽກເຮັດງານທໍາໃຫ້ປະຊາຊົນເພື່ອສ້າງອາຊີບທີ່ໝັ້ນຄົງ, ສືບຕໍ່ເກັບກຳຂໍ້ມູນ ແລະ ຄຸ້ມຄອງແຮງງານລາວ ແລະຕ່າງປະເທດ ຢູ່ສປປລາວ, ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ, ກວດກາ​ຄືນ​ຂອດ​ຂັ້ນ​ການ​ບໍລິການ​ວຽກ​ງານ​ສະຫວັດດີ​ການ​ສັງຄົມ ແລະ ຂະຫຍາຍສະມາຊິກປະກັນສັງຄົມ ໃຫ້ກ້ວາງຂວາງ, ສືບຕໍ່ເກັບກໍາຂໍ້ມູນການປະຕິບັດນະໂຍບາຍ ຕໍ່ແຕ່ລະເປົ້າໝາຍໃຫ້ຈະ​ແຈ້ງຢ່າງມີຈຸດສຸມ ໂດຍສະເພາະເປົ້າໝາຍຜູ້ມີຄຸນງາມຄວາມດີ​ຕໍ່​ປະເທດຊາດ ປີ 1954 ຄືນຫລັງໃຫ້ສໍາເລັດໂດຍໄວ.

​ສືບຕໍ່ຂະຫຍາຍ​ລະບົບ​ໂທລະ​ໂຄ່ງ​ໄປ​ສູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ​ໃຫ້​ຫລາຍ​ຂຶ້ນ, ທົບທວນຄືນມາດຕະຖານການສ້າງບ້ານ ແລະ ກຸ່ມບ້ານວັດທະນະທຳ, ສືບຕໍ່ປັບປຸງ, ຂະຫຍາຍ, ພັດທະນາແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ສົ່ງເສີມວຽກງານການທ່ອງທ່ຽວໃຫ້ກາຍເປັນອຸດສະຫະກຳການທ່ອງທ່ຽວທີ່ຄົບຊຸດ, ທັນສະໄໝ  ແລະ ຍືນຍົງ, ກະກຽມແຜນ ເພື່ອເປີດປີທ່ອງທ່ຽວ ​ໃນ​ປີ 2018 ​​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ຫລາຍ​ຂຶ້ນ ພ້ອມ​ດຽວ​ກັນ​ນັ້ນ​ ກໍຕ້ອງຮັບປະກັນຄວາມສະຫງົບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມປອດໄພໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ.

ກວດກາ ແລະ ປະເມີນຄືນບັນດາ​ຕົວ​ເລກຄາດໝາຍທີ່ບໍ່ບັນລຸຕາມແຜນການທີ່​ວາງ​ໄວ້.

ສືບຕໍ່ກວດກາຄືນຈຳນວນລັດຖະກອນຄູ, ແພດໝໍ ທີ່ມີໃນປັດຈຸບັນ ແລະ ແກ້ໄຂການບັນຈຸຊັບຊ້ອນອາສາສະໝັກທີ່ມີໃນປັດຈຸບັນ​ໃຫ້​ໄດ້​ ​ໂດຍ​ອີງໃສ່ຕາມຄວາມຮຽກຮ້ອງຄວາມຕ້ອງການຕົວຈິງ.

ພິຈາລະນາ​ຕື່ມການຈັດສັນງົບປະມານເຂົ້າໃນຂະແໜງ ສຶກສາທິການ ແລະ ກິລາ ໃຫ້ໄດ້ 17% ແລະ ສາທາລະນະສຸກໃຫ້ໄດ້ 9% ຕາມມະຕິຂອງສະພາແຫ່ງຊາດ, ຫລີກ​ລ່ຽງການ​ນຳ​​ເອົາ​ງົບປະມານ​ການ​ສຶກສາ​, ສາທາລະນະສຸກໄປ​ໃຊ້​ໃນ​ເປົ້າ​ໝາຍ​ອື່ນ.

ວຽກງານພັດທະນາຊົນນະບົດ ລືບລ້າງຄວາມທຸກຍາກ:    ຄປຈສພຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາບັນດາທ້ອງຖິ່ນທີ່ກ່ຽວຂ້ອງຕໍ່​ວຽກຈັດສັນພູມລໍາເນົາ, ບ່ອນທໍາມາຫາກິນໃຫ້ປະຊາຊົນໃນບັນດາຈຸດສຸມທີ່ໄດ້ກໍານົດໄວ້ໃນແຜນ ພ້ອມທັງແກ້ໄຂການເຄື່ອນຍ້າຍພົນລະເມືອງແບບຊະຊາຍ; ເອົາໃຈໃສ່ຈັດແບ່ງ ແລະ ຄຸ້ມຄອງງົບປະມານ ລົງທຶນໃສ່ໂຄງການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ທ້ອງຖິ່ນຕາມແຜນທີ່ສະພາແຫ່ງຊາດຮັບຮອງ ເພື່ອຮັບປະກັນບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້; ຄົ້ນຄວ້າອອກ​​​ນິຕິ​ກຳ​ສະ​ເພາະ​ເພື່ອ​ຄຸ້ມ​ຄອງ​ວຽກ​ງານ​ດັ່ງກ່າວ ໃຫ້​ເປັນ​ເອກະ​ພາບ​ກັນ​ ທັງເປັນບ່ອນອີງໃນ​ການຈັດ​ຕັ້ງ​ປະຕິ​ບັດຕົວຈິງ; ແກ້ໄຂບັນຫາລະເບີດບໍ່ທັນແຕກຢ່າງຈິງຈັງ ເພື່ອຮັບປະກັນຄວາມປອດໄພ ໃຫ້ປະຊາຊົນ ມີບ່ອນທຳມາຫາກິນ.

        ກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ:          ຄປຈສພຊ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມາດຕະການເດັດຂາດ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດຂອງລັດຖະບານ ເປັນຕົ້ນ: ການອອກນິຕິກໍາຕ່າງໆ, ອັນພົ້ນເດັ່ນແມ່ນການອອກຄໍາສັ່ງເລກທີ 15/ນຍ. ແຕ່ເຖິງຢ່າງໃດກໍຕາມ,  ຄປຈສພຊ ສະເໜີໃຫ້ລັດຖະບານຮີບ​ຮ້ອນວາງແຜນຍຸດທະສາດພັດທະນາທີ່ດິນ, ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ຕາມ​ມະຕິຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເລກທີ 26/ຄບສພ, ລົງ​ວັນ​ທີ 3 ສິງຫາ 2017 ​ໃຫ້​ສຳ​ເລັດ​ໂດຍ​ໄວ ເພື່ອສະເໜີໃຫ້ສະພາ​ແຫ່ງ​ຊາດຮັບຮອງ, ສືບຕໍ່ຈັດສັນ 3 ປະເພດປ່າ ຕາມທີ່ກົດໝາຍກໍານົດ ພ້ອມທັງມີວິທີການ ແລະ ມາດຕະການໃນການຕິດຕາມກວດກາຄຸ້ມຄອງການອອກໃບຕາດິນ, ການແກ້ໄຂການອອກໃບຕາດິນທີ່ຊໍ້າຊ້ອນ, ການຊົດເຊີຍຜົນ​ເສຍ​ຫາຍ​ໃຫ້​ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາ; ກວດກາ ​ແລະ ປັບປຸງຄືນ​ກົນ​ໄກ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ກອງ​ທຶນ​ໄພພິບັດ ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ແລະ ນຳ​ໃຊ້​​ໃຫ້​ຖືກ​ເປົ້າ​ໝາຍ.​​ ເພື່ອ​ຫລີກ​ລ່ຽງ​ການ​ການ​ສວຍ​​ໂອກາດນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດຢ່າງ​ຊະຊາຍ ສະ​ເໜີ​ໃຫ້​ລັດຖະບານອອກ​ນິຕິ​ກຳ​​ສະ​ເພາະ ​ເພື່ອ​ຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ​-ຈີນ ຮັບປະກັນ​ໃຫ້​ລັດໄດ້​ຮັບ​ຜົນ​ປະ​ໂຫຍ​ດສຸງສຸດ​ຈາກ​ໂຄງການ​ດັ່ງກ່າວ ກ່ອນ​ອື່ນ​ໝົດຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດການຊົດເຊີຍໃຫ້ແກ່ປະຊາຊົນ ​ໃຫ້​ໄດ້​ຕາມດຳລັດ​ເລກທີ 84/ລບ, ລົງ​ວັນ​ທີ 5/4/2016 ​ແລະ ມະຕິ​ກອງ​ປະຊຸມ​ຮ່ວມ​ ລະຫວ່າງ​  ຄປຈສພຊ ​ແລະ ຄະນະ​ລັດຖະບານ​ເລກທີ 0145/ຄປຈ, ລົງ​ວັນ​ທີ 13/9/2017.

ການຈັດ​ຕັ້ງ​ປະຕິບັດ ​ແຜນງົບປະມານແຫ່ງລັດ6 ​ເດືອນ​ຕົ້ນ​ປີ ​ແລະ ຄາດ​ຄະ​ເນ​ ໝົດ​ປີ 2017: ຜ່ານການຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ​ເດືອນ​ຕົ້ນ​ປີ ​ແລະ ຄາດ​ຄະ​ເນໝົດ​ປີ 2017, ຄປຈສພຊ ສະ​ແດງ​ຄວາມ​ຊົມ​ເຊີຍ​ລັດຖະບານທີ່​ໄດ້​ມີ​ຄວາມ​ພະຍາຍາມ ທີ່​ຈະສູ້ຊົນຈັດ​ເກັບ​ລາຍ​ງົບປະມານປີ 2017 ​ໃຫ້​ໄດ້​ບໍ່​ຫລຸດ 98,1% ​ແລະ ມີ​​ແຜນ​ປັບ​ຫລຸດ​ລາຍ​ຈ່າຍ​ລົງ ​ເພື່ອ​ຮັບປະກັນ​ໃຫ້​ມີ​ຄວາມ​ສົມ​ດູ​ນ ລະຫວ່າງ​ລາຍ​ຮັບ ​ແລະ ລາຍ​ຈ່າຍຕາມ​ທິດ​ມີ​ລາຍ​ຮັບ ​ຈິ່ງ​ມີ​ລາຍ​ຈ່າຍ​ຮັບປະກັນ​ບໍ່​ໃຫ້​ມີ​ການ​ຂາດດູນ​ເກີນ 6,18% ​ເຊິ່ງ​ຫລຸດ​ຈາກ​ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ 6,52% ຂອງ GDP ​ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຄປຈສພຊ ​ເຫັນ​ວ່າການຈັດຕັ້ງ​ປະຕິບັດ​ແຜນ​ລາຍ​ຮັບລາຍ​ຈ່າຍ​​ງົບປະມານປີ 2017 ຍັງ​ບໍ່​ເປັນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ​ເທົ່າ​ທີ່​ຄວນ ​​ເມື່ອ​ທຽບ​ໃສ່ການ​ໃຊ້​ຈ່າຍຕົວ​ຈິງຂອງ​ລັດຖະບານ  ​ເຊິ່ງ​ຈະ​ເປັນສາ​ເຫດ​ໜຶ່ງ ກໍ​ໃຫ້​ເກີດ​ມີ​ໜີ້​ສິນຄຸ້ມ​ເຄືອ​ມາ​ແລ້ວ ​​ເພີ່ມຂຶ້ນຕື່ມ. ສາ​ເຫດ​ຕົ້ນຕໍ​ ແມ່ນ​ເນື່ອງ​ມາ​ຈາກ​ການ​ປະຕິບັດ​ວິ​ໄນ​ການ​ເງິນ ​ຍັງ​ບໍ່​ທັນ​ເຂັ້ມ​ງວດ ຍັງ​ມີ​ການ​ຮົ່ວ​ໄຫລຄ້າງ​ມອບ, ​ເຊື່ອງອຳ, ການ​ຕັ້ງໜ້າ​ເຂົ້າຮ່ວມ​​​ປະຕິບັດ​ລະບຽບ​ກົດໝາຍ ຂອງ​ພາກ​ທຸລະ​ກິດ​ຕ່າງໆ ຍັງ​ບໍ່​ທັນ​ໄດ້​ດີ ເທົ່າ​ທີ່​ຄວນ ຍັງ​ມີ​ສອງ​ບັນຊີ, ຍັງ​ມີ​ການ​ຄ້າ​ຂາຍບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ເຊັ່ນ: ທຸລະ​ກິດ​ໄມ້; ການຈັດ​ເກັບ​ພາສີ​ທີ່​ດິນ ຍັງ​ບໍ່​​ທັນ​​ເປັນ​ເອກະ​ພາບ ​ແລະ ບໍ່​ໄດ້​ຕາມ​ຄາດໝາຍ ການ​ຄາດ​ຄະ​ເນ​ລາຍ​ຮັບ​ໃນ​ແຜນ​ເບື້ອງ​ຕົ້ນບໍ່​ທັນ​ຈະ​ແຈ້ງ ​ເປັນ​ຕົ້ນລາຍ​ຮັບ​ອາກອນຈາກ​ທຸລະ​ກິດ​ແຮ່​ທາດ, ການທ່ອງທ່ຽວ; ຄຽງ​ຄູ່​ກັນ​ນັ້ນ, ການຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປະ​ຫຍັດ​ທີ່​ລັດຖະບານວາງ​ອອກບໍ່​ທັນ​ໄດ້​ຮັບ​ການ​ຮ່ວມ​ມື​ເທົ່າ​ທີ່​ຄວນ ​ເປັນ​ຕົ້ນການ​ນຳ​ໃຊ້​ພາຫະນະ​ຂອງ​ລັດ, ການ​ຄິດ​ໄລ່ມູນ​ຄ່າ​ໂຄງການແພງ​ກວ່າ​ມາດຕະຖານ, ການຈັດ​ຊື້​ຈັດ​ຈ້າງ, ການ​ໃຊ້​ຈ່າຍ​ງົບປະມານ ຍັງ​ບໍ່​ທັນ​ໄປ​ຕາມ​ລະບຽບ​ການ ບໍ່​ທັນ​​ເປັນ​ເອກະ​ພາບ ​ແລະ ​ຟູມ​ເຟືອຍ.

ແຜນງົບປະມານແຫ່ງລັດປີ 2018 : ຄປຈສພຊ ​ເປັນ​ເອກະພາບຕໍ່ຄາດໝາຍສູ້ຊົນປະຕິບັດລາຍຮັບໃຫ້ໄດ້ລື່ນ 8,3% ແລະ ຄຸ້ມຄອງແຜນລາຍຈ່າຍໃຫ້ລື່ນ 4% ທຽບໃສ່ການຈັດຕັ້ງປະຕິບັດງົບປະມານປີ 2017; ການຂາດດຸນງົບປະມານໃຫ້ຢູ່ໃນລະດັບ  4,92% ຂອງ GDP ​ຖື​ວ່າ​ຕ່ຳ​ກວ່າ​ປົກກະຕິ ​ເຊິ່ງ​ຜ່ານ​ມາ​ບໍ່​ເຄີຍ​ມີ; ສູ້ຊົນລາຍຈ່າຍລົງທຶນຂອງລັດ ໃຫ້ໄດ້ 8.052 ຕື້ກີບ ໃນນີ້, ບ້ວງລົງທຶນພາຍໃນບໍ່ໃຫ້ເກີນ 4.600 ຕື້ກີບ ຊຳລະ​ໜີ້​ສິນ 40% ຂອງ​ລາຍ​ຈ່າຍ​ລົງທຶນ ​ແລະ ເປັນເອກະພາບ ຕໍ່ 10 ມາດ​ຕະການ​ຈັດ​ເກັບ​ລາຍ​ຮັບ ​ປີ 2017 ​ແລະ 5 ມາດຕະການກະ​ຕຸ້ນ​ເສດຖະກິດ​ປີ 2018​ ແລະ 16 ກົນ​ໄກ​ ມາດ​ຕະການ​ປະຕິບັດ​ແຜນການ​ເງິນ​ປີ 2018, ການ​ນຳ​ໃຊ້​ເງິນ​ເກີນ​ແຜນ 60/40 ທີ່​ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມຄັ້ງນີ້, ພ້ອມດຽວກັນນີ້ ຄປຈສພຊ ສະ​ເໜີ​ບາງທັດສະນະເພື່ອແລກປ່ຽນ ດັ່ງນີ້:

  • ດ້ານການຈັດເກັບລາຍຮັບ:

          ເພີ່ມທະວີຄວາມເອົາໃຈໃສ່ໃນການສ້າງ ແລະ ປັບປຸງກົດໝາຍ ແລະ ບັນດານິຕິກຳກ່ຽວຂ້ອງ ທີ່ພົວພັນກັບການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ເປັນລະບົບຄົບຊຸດ.

          ຜ່ານການລົງຕິດຕາມກວດກາ ຂອງສະພາ​ແຫ່ງ​ຊາດ ຢູ່ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມ ທີ່ໄດ້ປະກາດໃຊ້ແລ້ວ ໂດຍສະເພາະບັນດານິຕິກຳ ທີ່ພົວພັນກັບຂົງເຂດລາຍຮັບ ຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນ:

  • ການຈັດເກັບຄ່າຊັກພິເສດ ບາງປະເພດລາຍການສິນຄ້າ ແມ່ນຍັງບໍ່ທັນໄດ້ກຳນົດໄວ້ ຢູ່ໃນ

ລັດຖະບັນຍັດ 02/ປປທ ຢ່າງຄົບຖ້ວນ,  ມີບາງດ່ານສາກົນ ໄດ້ນໍາໃຊ້ ຕາມມະຕິຕົກລົງ ຂອງສະ ພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມີຖຸນາ 1989 ວ່າດ້ວຍ ລະບອບພາສີ-ອາກອນຂອງລັດ ເປັນບ່ອນອີງໃນການປະຕິບັດ;

  • ການຈັດຕັ້ງປະຕິບັດລັດຖະບັນຍັດ​ເລກທີ 02/ປປທ ກ່ຽວກັບ ການກຳນົດອັດຕາຄ່າເຊົ່າ

ເຫັນວ່າ ລາຄາຕ່ຳຫລາຍ;

  • ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15/12/2015

(ສະບັບປັບປຸງ), ມາດຕາ 20, 46, 48 ແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້ຄົບຖວ້ນ​ ຍັງ​ຂາດ​ນິຕິ​ກຳ​ລຸ່ມ​ກົດໝາຍ ​ໃນ​ການຈັດ​ຕັ້ງ​ປະຕິບັດ;

  • ເພີ່ມທະວີການປະຕິບັດວິໄນແຜນການ-ການເງິນ ຢ່າງເຂັ້ມງວດ, ແກ້ໄຂການຈົດຮັບ-ຈົດ

ຈ່າຍ ແລະ ການເກັບລາຍຮັບວິຊາການ ຂອງບັນດາກະຊວງ ແລະ ແຂວງໃຫ້ເຂົ້າສູ່ລະບົບລວມສູນງົບປະມານ ​ແລະ ​ເອົາ​ໃຈ​ໃສ່ຫັນເປັນທັນສະໄໝ ໃນການເກັບລາຍຮັບຂອງລັດ ​ເປັນ​ຕົ້ນການ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ພັນທະ​ຕ່າງໆ ​ດ້ວຍ​ລະບົບ​ເອ​​ເລັກໂຕຣນິກ ​ເພື່ອ​ຮັບປະກັນຄວາມ​ໂປ່​ງ​ໃສ, ອັດ​ໄດ້​ຊ່ອງ​ຫວ່າງການ​ຮົ່ວ​ໄຫລ.

  • ມາດຕະການດ້ານລາຍຈ່າຍ:
  • ເອົາໃຈໃສ່ ອອກມາດຕະການລະອຽດ ໃນການຄຸ້ມຄອງການຈົດຮັບ-ຈົດຈ່າຍກອງທຶນ

ຕ່າງໆໃຫ້ຮັດກຸມ ພ້ອມ​ທັງ​ຕິດຕາມ​ກວດກາ​ການ​ນຳ​ໃຊ້​ກອງ​ທຶນ​ດັ່ງກ່າວ ເປັນຕົ້ນ ກອງທຶນທາງ, ກອງທຶນສິ່ງແວດລ້ອມ, ກອງທຶນພັດທະນາ​ປ່າ​ໄມ້, ກອງທຶນພັດທະນາວິທະຍາສາດ, ເງິນຈັດຈ້າງ ແລະ ຕິດຕາມໂຄງການຕ່າງໆຂອງລັດ;

  • ອອກຂໍ້ແນະນຳລະອຽດກ່ຽວກັບການນຳໃຊ້ເງິນເກີນແຜນ ​ເພື່ອ​ໃຫ້ສອດຄ່ອງ ຕາມມາດຕາ

49 ຂອງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ;

  • ກວດກາຄືນການຈັດສັນຮ່ວງລາຍຈ່າຍຈໍານວນໜຶ່ງ ທີ່ມີຄວາມຈຳເປັນຕ້ອງໄດ້ປະຕິບັດ ໃຫ້

ສອດຄ່ອງກັບນະໂຍບາຍທີ່ໄດ້ປະກາດໃຊ້ແລ້ວ ເປັນຕົ້ນເງິນອຸດໜູນໃຫ້ພະນັກງານປະຕິວັດອາວຸໂສ, ບຳນານ ແລະ ເສຍອົງຄະ, ເງິນອຸດໜູນ ໃຫ້ອົງການບໍລິຫານຂັ້ນບ້ານ, ເງິນກອງທຶນປະກັນສັງຄົມ ແລະ ການຈັດສັນບ້ວງເງິນຄົ້ນຄວ້າວິທະຍາສາດ 1% ຂອງລາຍຈ່າຍລົງທຶນທັງໝົດໃນແຕ່ລະປີ;

  • ​​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ລາຍຈ່າຍຮ່ວງຄັງສະສົມແຫ່ງລັດ, ​ກອງທຶນໄພພິບັດ ແລະ ບັນດາການ

ຊ່ວຍໜູນງົບປະມານແຫ່ງລັດ ໃຫ້​ສອດຄ່ອງ​ຕາມກົດໝາຍກຳ​ນົດໄວ້​; ສັງລວມໜີ້ສິນຕ່າງ​ໆໃຫ້ລະອຽດ ລວມທັງໂຄງການລົງທຶນຂອງລັດ ເປັນຕົ້ນໂຄງການທີ່ປະຕິບັດສຳເລັດແລ້ວ 100%, ໂຄງການ​ແກ້​ໄຂ​ໄພ​ພິບັດທຳ​ມະ​ຊາດ ​ເພື່ອ​ຂຶ້ນ​ແຜນການ​ຊຳລະ​ໃນ​ແຕ່ລະ​ປີ.

     ການປະຕິບັດແຜການເງິນ-​ເງິນຕາ  ​6 ເດືອນຕົ້ນປີ, ຄາຄະເນ ໝົດປີ 2017 :  ຄປຈສພຊ ສະ​ແດງ​ຄວາມຊົມເຊີຍຕໍ່ທະນາຄານແຫ່ງ ສປປລາວ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນ ໃນປີ 2017 ເປັນຕົ້ນ ການຄຸ້ມຄອງການເງິນ-ເງິນຕາ ມີສະຖຽນລະພາບ ແລະ ໝັ້ນທ່ຽງ, ການສະໜອງສິນເຊື່ອ ໃຫ້ແກ່ການສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບຜົນສຳເລັດດີ​ພໍ​ສົມຄວນ. ແຕ່ເຖິງຢ່າງໃດກໍຕາມ ຜ່ານການຕິດຕາມກວດກາຂອງສະພາ​ແຫ່ງ​ຊາດ ເຫັນວ່າການຄຸ້ມຄອງອັດຕາແລກປ່ຽນລະຫວ່າງຕະຫລາດກັບ ທະນາຄານຍັງມີຄວາມແຕກໂຕນກັນຢູ່, ອັດຕາໜີ້​ເສຍ (NPL 3,25%) ຍັງຢູ່​ໃນ​ລະດັບສູງກວ່າ ທີ່ສະພາ​ແຫ່ງ​ຊາດຮັບຮອງ (3%).

     ທິດທາງແຜນເງິນຕາ ປີ 2018

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະແດງຄວາມເປັນເອກະພາບຕໍ່ ກັບຄາດໝາຍສູ້ຊົນ ຂອງແຜນເງິນຕາ ປີ 2018 ​ເປັນ​ຕົ້ນ ອັດຕາ​ເງິນ​ເຟີ້​​ໃຫ້​ຕ່ຳ​ກວ່າ​ອັດຕາ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ, ອັດຕາ​ແລກປ່ຽນ ​ໃຫ້​ຢູ່​ໃນ​ລະດັບ + ຫລື - 5% ທຽບ​ໃສ່​ເງິນຕາ​ຕ່າງປະ​ເທດ​ສະກຸນ​ຫລັກ, ຄັງ​ສຳ ຮອງ​ໃຫ້​ກຸ້ມການ​ນຳ​ເຂົ້າ​ໃຫ້​ໄດ້ 5 ​ເດືອນ, ປ່ອຍ​ສິນ​ເຊື່ອ ໃຫ້​ໄດ້ 55% ຂອງ GDP ເຫັນວ່າ ມີຄວາມສົມເຫດສົມຜົນ ມີຄວາມເປັນໄປໄດ້ສູງ ທີ່ຈະບັນລຸຄາດໝາຍ ທີ່ກ່າວມານັ້ນ.

ຄປຈສພຊ ສະເໜີໃຫ້ລັດຖະບານ ​ເອົາ​ໃຈ​ໃສ່ບາງບັນຫາ ດັ່ງນີ້:

  • ​ຄາດໝາຍຄັງ​ແຮ​ສຳຮອງ​ເງິນຕາ​ຕ່າງປະ​ເທດ ​ໃຫ້​ກຸ້ມ​ການ​ນຳ​ເຂົ້າ 5 ​ເດືອນ, ຖ້າ​ເບິ່ງ​ແຜນ​

ນຳເຂົ້າ ​ປີ 2018 ຄາດ​ຄະ​ເນ​4.978 ລ້ານ​ໂດ​ລາ​ສະຫະລັດ ຖ້າ​ຈະ​ໃຫ້ຄັງ​ສຳຮອງ​ເງິນຕາ​ຕ່າງ​ປະ​ເທດ ​ກຸ້ມ​ການ​ນຳ​ເຂົ້າ 5 ​ເດືອນ ທະ​ນາ​ຄານ​ຕ້ອງ​ມີ​ເງິນ​ຕາ ​ແຮ​ໄວ້ ບໍ່​ຕ່ຳ​ກວ່າ 2.500 ລ້າ​ນ​ໂດ​ລາ​ສະຫະ ລັດ;

  • ການ​ເພີ້​ມຂື້ນ​ຂອງບໍລິມາດເງິນ M2 ບໍ່​ໃຫ້​ເກີນ 25% ​ໂດຍ​ພື້ນ​ຖານ ​ແມ່ນ​ເຫັນ​ດີ ​ແຕ່​ຕ້ອງ​

ຮັບ​ປະ​ກັນ​ບໍ່​ໃຫ້ກະທົບເຖິງລະດັບເງິນເຟີ້ ແລະ ການອັດສີດເງິນເຂົ້າສູ່ລະບົບທີ່​ຈະ​ກໍ່ໃຫ້​ເກີດຜົນ​ກະທົບ​ຕໍ່ການສົ່ງເສີມການຜະລິດທຸລະກິດ​ໂດຍ​ລວມ;

  • ການ​ຄຸ້ມ​ຄອງ​ໜີ້​ເສຍ NPL ບໍ່​ໃຫ້​ເກີນ 3% ​ໂດຍ​ພື້ນຖານ​ແມ່ນ​ເຫັນ​ດີ ​ແຕ່​ໃນ​ພາກ​ປະຕິບັດ​ຕົວ​ຈິງ ເຫັນ​ວ່າ​ບັນດາທະນາຄານທຸລະ​ກິດ​ຂອງ​ລັດ (ທະນາຄານ​ພັດທະນາ​ລາວ, ທະ ນາຄານ​ສົ່ງ​ເສີມ​ກະສິກຳ, ທະນາຄານ​ນະ​ໂຍບາຍ) ຍັງ​ມີ​ໜີ້​ເສຍ ສູງ​ກວ່າ​ລະດັບ 3% ບັນຫາ​ນີ້ ທະນາຄານ ​ແຫ່ງ ສປປລາວ ຕ້ອງ​ໄດ້​ມີ​ມາດ​ຕະການ​ແກ້​ໄຂ ​ຢ່າງ​ເປັນ​ລະບົບ​ໂດຍ​ໄວ;
  • ເອົາໃຈໃສ່ລະດົມເງິນຝາກໃຫ້​ໄດ້ຕາມ​ແຜນທີ່ກຳນົດໄວ້​​; ​ຖື​ສຳຄັນ​ການປ່ອຍສິນເຊື່ອ​ເພື່ອ​ທຳ​ການຜະລິດໃຫ້ແກ່ບັນດາ​ເມືອງທຸກຍາກຂອງປະເທດ ໃຫ້ຫລາຍຂຶ້ນຕາມນະໂຍບາຍ 3 ສ້າງ ດ້ວຍ​ອັດຕາດອກເບ້ຍ ແລະ ໄລຍະການກູ້ຢືມ ທີ່ສົມເຫດສົມຜົນ;
  • ເພີ່ມທະວີເອົາໃຈໃສ່ຄຸ້ມຄອງ ສະຖາບັນການເງິນ, ການເງິນຈຸລະພາກ ແລະ ຫົວໜ່ວຍສິນ

ເຊື່ອຕ່າງໆ ​​ໃຫ້​ເຂົ້າ​ສູ່​ລະບົບ​ຕາມ​ລະບຽບ​ກົດໝາຍ ​ແລະ ມີມາດຕະການ​ເດັດຂາດຕໍ່ຜູ້​ລະ​ເມີດ

  •