ບົດລາຍງານ ກ່ຽວກັບການເຄື່ອນໄຫວປະຕິບັດວຽກງານ ພົ້ນເດັ່ນ ຂອງລັດຖະບານໃນໄລຍະຜ່ານມາ ແລະ ທິດທາງຈຸດສຸມໃນປີຕໍ່ໜ້າ.
22/11/2018

ສະເໜີໂດຍ: ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

(ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 20 ພະຈິກ 2018)
ຮຽນ: - ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
-    ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ທີ່ເຄົາລົບ ແລະ ນັບຖື.
-    ຄະນະປະທານກອງປະຊຸມ ທີ່ເຄົາລົບ.
-    ບັນດາທ່ານ ຜູ້ນຳພັກ ແລະ ລັດ ທີ່ເຄົາລົບ ແລະ ນັບຖື.
-    ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ບັນດາທ່ານ ແຂກທີ່ມີກຽດ.

ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ມາລາຍງານ ໂດຍສັງເຂບ ກ່ຽວກັບການເຄື່ອນໄຫວປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ. ບົດລາຍງານນີ້ ລັດຖະບານ ໄດ້ສັງລວມຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ບັນດາໂຕເລກຄາດ ໝາຍໃຫຍ່ໆ ຕາມມະຕິ ຂອງກອງປະຊຸມສະພາແຫ່ງຊາດ ໃນຄັ້ງຜ່ານມາ.  ຂ້າພະເຈົ້າ ຈະລາຍງານແບບສັງລວມ, ບັນຫາທີ່ພົ້ນເດັ່ນ ແລະ ໄດ້ມອບໃຫ້ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ຂຶ້ນມາລາຍງານລະອຽດຕື່ມ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດສະຖິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການໃນປີ 2019 ຊຶ່ງລວມເຖິງບັນຫາທີ່ຈະສະເໜີໃຫ້ກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ ພິຈາລະນາຮັບຮອງ. ນອກຈາກນີ້, ທາງຂະແໜງການ ກໍ່ຈະລາຍງານຫົວຂໍ້ທີ່ສະມາຊິກສະພາແຫ່ງຊາດ ກໍ່ຄື ປະຊາຊົນ ມີຄວາມສົນໃຈ ເປັນຕົ້ນແມ່ນ ສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ; ຄຸນນະພາບການບໍລິການການປິ່ນປົວຢູ່ໂຮງໝໍ, ສຸກສາລາ ແລະ ອື່ນໆ.  ພາຍຫຼັງການລາຍງານຂອງລັດຖະບານ ແລະ ຂະແໜງການທີ່ກ່ຽວຂ້ອງ, ຖ້າບັນດາທ່ານ ສະມາຊິກສະພາແຫ່ງຊາດ ຍັງມີຄວາມສົນໃຈ ແລະ ຢາກໃຫ້ອະທິບາຍບັນຫາໃດຕື່ມ ຂ້າພະເຈົ້າ ແລະ ບັນດາ ລັດຖະມົນຕີ ທີ່ກ່ຽວຂ້ອງ ຈະຊີ້ແຈງ ແລະ ອະທິບາຍເພີ່ມ ກ່ອນສະພາແຫ່ງຊາດ ພິຈາລະນາ ແລະ ອອກມະຕິ ເພື່ອໃຫ້ລັດຖະບານ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ.

 

ບົດລາຍງານຂອງຂ້າພະເຈົ້າ ປະກອບດ້ວຍ 4 ພາກຄື:

  1. ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານພົ້ນເດັ່ນ ​ຂອງ​ລັດ​ຖະ​ບານ ໃນເຄິ່ງສະໄໝຂອງ ແຜນ 5 ປີ ຜ່ານມາ.
  2. ການຕີລາຄາການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ໃນປີ 2018.
  3. ທິດທາງແຜນການໃນປີ 2019.
  4. ມາດຕະການຈັດຕັ້ງປະຕິບັດ

 

  1. ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານພົ້ນເດັ່ນ ​ຂອງ​ລັດ​ຖະ​ບານ ໃນເຄິ່ງສະໄໝຂອງແຜນ 5 ປີ ຜ່ານມາ.

 

ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີ່ ຕາມທີ່ກົດໝາຍວ່າດ້ວຍລັດຖະບານ ໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິ ຂອງພັກ, ມະຕິກອງປະຊຸມ ຂອງສະພາແຫ່ງຊາດ ແຕ່ລະຄັ້ງ ເຂົ້າໃນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸໄດ້ຄາດໝາຍໃນຫຼາຍດ້ານ. ເຖິງແມ່ນວ່າໃນໄລ​ຍະ​ທີ່​ຜ່ານ​ມາ ສະພາບການຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ສະຫຼັບທັບຊ້ອນຫຼາຍປະການ ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະເທດເຮົາ ຢ່າງຫຼີກລ້ຽງບໍ່ໄດ້, ໃນເວລາດຽວກັນນັ້ນ ຢູ່ປະເທດຂອງພວກເຮົາ ກໍ່ມີຫຼາຍບັນຫາສະສົມມາຢ່າງຫຼວງຫຼາຍກ່າຍກອງ, ບໍ່ພຽງແຕ່ເທົ່ານັ້ນ ໃນ 2 ປີຜ່ານມາ ປະເທດເຮົາພັດປະສົບກັບໄພທໍາມະຊາດ ຢ່າງໜັກ ບວກໃສ່ ກັບກໍລະນີຄູກັນນ້ຳຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ໃນເດືອນ ກໍລະກົດ ທີ່ຜ່ານມາ ມັນໄດ້ເປັນການກະທົບຊໍ້າເຕີມເຂົ້າຕື່ມ, ການລະບາດຂອງສັດຕູພືດ (ຕັກກະແຕນຝູງໄມ້ປ່ອງ) ຢູ່ບັນດາ ແຂວງພາກເໜືອ ແລະ ອື່ນໆ... ທັງໝົດເຫຼົ່ານັ້ນມັນໄດ້ເປັນຜົນກະທົບຢ່າງໜັກໜ່ວງ ທັງທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ຢ່າງຕ່ອງໂສ້.

ໃນເຄິ່ງສະໄໝຂອງແຜນ 5 ປີ ຜ່ານມາ, ພາຍໃຕ້ການຊີ້ນຳຂອງພັກ, ການຕິດຕາມກວດກາຂອງ ສະພາແຫ່ງຊາດລັດຖະບານໄດ້ພະຍາຍາມສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ ໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ ຂອງປະຊາຊົນ ບັນດາເຜົ່າ ໄດ້ຮັບການປົວແປງ ໃຫ້ດີຂຶ້ນກວ່າເກົ່າ, ການປົກປັກຮັກສາສິ່ງແວດລ້ອມ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ຕາມທິດການພັດທະນາສີຂຽວ-ຍືນຍົງ ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ, ນຳພາປະເທດກ້າວສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDC) ເທື່ອລະກ້າວ. ລັດຖະບານ ໄດ້ສຸມໃສ່ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ເປັນແຜນພັດທະນາເສດຖະກິດ-ສັງຄົມ ເພື່ອຈັດຕັ້ງປະຕິບັດໃນແຕ່ລະປີໃຫ້ແທດຕົວຈິງກວ່າເກົ່າ. ພ້ອມນັ້ນ, ກໍ່ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການນໍາໃຊ້ບັນດາມາດຕະການເພື່ອປຸກລະດົມ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ທີ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໄດ້ຮັບຮອງເອົາແຕ່ລະຄັ້ງທີ່ຜ່ານມາ, ຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ແກ້ໄຂບັນຫາເຄັ່ງຮ້ອນຈໍານວນໜຶ່ງ ເປັນຕົ້ນແມ່ນການປັບປຸງລະບົບການເງິນ-ງົບປະມານ ໃຫ້ເຂັ້ມແຂງ, ຄຸ້ມຄອງລະບົບເງິນຕາ ໃຫ້ມີສະຖຽນລະພາບ, ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ເພື່ອກະຕຸ້ນການຂະຫຍາຍໂຕທາງເສດຖະກິດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ແລະ ອື່ນໆ. ນອກຈາກນັ້ນ ໄດ້ພະຍາຍາມ ແຕ່ຫົວທີສະກັດກັ້ນ ບັນດາບັນຫາທີ່ເກີດຂຶ້ນ ແລະ ກຳລັງຈະເກີດ ທີ່ມີແນວໂນ້ມຈະບານປາຍ ພາໃຫ້ເກີດຜົນສະທ້ອນຕາມມາ ໄລຍະຍາວໄດ້ຈຳນວນໜຶ່ງອີກດ້ວຍ.

 

ຂ້າພະເຈົ້າ ຂໍອະນຸຍາດຕີລາດ້ວຍຄວາມເປັນຈິງວ່າ ລັດຖະບານ ໄດ້ພະຍາຍາມຢ່າງສຸດຂີດ ແລະ ​ເຖິງ​ແມ່ນ​ວ່າ ຍັງ​ບໍ່ສາມາດປະຕິບັດໄດ້ທັງ​ໝົດ, ແຕ່ຫຼາຍວຽກງານທີ່ສໍາຄັນກໍ່ໄດ້ຮັບການແກ້ໄຂ ທີ່ມີລັກສະນະພົ້ນເດັ່ນ ໄດ້ຈຳນວນໜຶ່ງ ເຊັ່ນ:

          2 ປີກວ່າມານີ້, ລັດຖະບານ ໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໄດ້ສຸມໃສ່ກວດກາຄືນ, ວິເຄາະວິໄຈສະພາບການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ພາກພື້ນ ແລະ ສະພາບຄວາມເປັນຈິງພາຍໃນປະເທດ, ລັດຖະບານ ຈຶ່ງສະເໜີຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ໃນເດືອນ ກັນຍາ 2016 ເພື່ອດັດແກ້ບາງຕົວເລກຄາດໝາຍ ມະຫາພາກ, ໂດຍສະເພາະ ແມ່ນຕົວເລກເຕີບໂຕ ທາງດ້ານເສດຖະກິດ ສະເລ່ຍ 4 ປີ (2017-2020) ຈາກ 7.5% ມາເປັນ 7.2%, ພ້ອມດຽວກັນນີ້ສະພາແຫ່ງຊາດ ກໍໄດ້ຮັບຮອງປັບວາລະການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຈາກສົກປີງົບປະມານ ມາເປັນປີປະຕິທິນ ເລີ່ມແຕ່ປີ 2017 ໄດ້ໃຊ້ເວລາແກ້ໄຂ ແຜນໃນໄລຍະຂ້າມຜ່ານ ໃຫ້ມີລັກສະນະກົມກຽວ, ຄ່ອງຕົວ ແລະ ​ໃຫ້​ມີ​ລັກສະນະຕໍ່ເນື່ອງ.

ໃນໄລຍະ 2 ປີກວ່າຜ່ານມາ ການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນຈັງຫວະທີ່ຊ້າລົງ ສະເລ່ຍ 6,8% ເຫັນວ່າ ຫຼຸດແຜນການທີ່ວາງໄວ້ 0,4% (ແຜນດັດແກ້ 4 ປີ 7,2%); ຂະແໜງກະສິກຳ ປະຕິບັດໄດ້ 2,7%, ຫຼຸດແຜນທີ່ວາງໄວ້ 0,7% (ແຜນດັດແກ້ສະເລ່ຍ 3,4%); ຂະແໜງອຸດສາຫະກໍາ ປະຕິບັດໄດ້ 10,4%, ລື່ນແຜນທີ່ວາງໄວ້ 1,1% (ແຜນດັດແກ້ສະເລ່ຍ 9,3%); ຂະແໜງບໍລິການ ປະຕິບັດໄດ້ 5,6%, ຫຼຸດແຜນການທີ່ວາງໄວ້ 2,5% (ແຜນດັດແກ້ 8,1%); ອັດຕາ​ເງິນ​ເຟີ້ສະ​ເລ່ຍ​ 2 ປີ 8 ເດືອນ ຢູ່​ໃນ​ລະດັບ 1,66% (ຕ່ຳ​ກວ່າ​ອັດຕາ​ຂະຫຍາຍຕົວຂອງ GDP). ການເກັັບລາຍຮັບງົບປະມານ ປະຕິບັດໄດ້ 70.746,06 ຕື້ກີບ ກວມເອົາ 16,7% ຂອງ GDP (ແຜນດັດແກ້ 4 ປີ ກວມເອົາ 18,6% ຂອງ GDP); ລາຍຈ່າຍ ປະຕິບັດໄດ້ 92.861,02 ຕື້ກີບ ກວມເອົາ 22% ຂອງ GDP (ແຜນດັດແກ້ 4 ປີ ກວມ 23,3% ຂອງ GDP); ການຂາດດຸນງົບປະມານ ສະເລ່ຍ 5,7% (ແຜນດັດແກ້ 4 ປີ ກວມເອົາ 4,23%); ການ​ລົງທຶນ​ລວມຂອງ​ທົ່ວ​ສັງຄົມ​ ປະຕິບັດໄດ້ 128.400,10 ຕື້ກີບ ກວມເອົາ 30,4% ຂອງ GDP (ແຜນດັດແກ້ 4 ປີ ກວມເອົາ 29% ຂອງ GDP ປະມານ 173,329 ຕື້ກີບ) ບາງຕົວເລກ ທີ່ບໍ່ໄດ້ຕາມຄາດໝາຍນັ້ນ ກໍ່ມີຫຼາຍເຫດຜົນ, ແຕ່ເຫດຜົນສໍາຄັນອັນໜຶ່ງແມ່ນ ແຜນການທີ່ກໍານົດໄວ້ກ່ອນນັ້ນ ແມ່ນຂາດບ່ອນອີງທີ່ໜັກແໜ້ນ ແລະ ບໍ່ແທດຕົວຈິງເທົ່າທີ່ຄວນ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ປັບຄືນໃໝ່ ເພື່ອໃຫ້ແທດເໝາະກັບຄວາມເປັນຈິງ ທີ່ສາມາດປະຕິບັດໄດ້ ດ້ວຍສະພາບແວດລ້ອມຕ່າງໆ.

ພາຍຫຼັງເຂົ້າຮັບໜ້າທີ່, ລັດຖະບານໄດ້ປັບປຸງ ແລະ ຊັບຊ້ອນບາງກົງຈັກການຈັດຕັ້ງຂອງກົງຈັກລັດຖະບານ ຕາມທິດກະທັດຮັດ, ປະຢັດງົບປະມານ, ຫຼຸດຜ່ອນພາລະບົດບາດທັບຊ້ອນ ໃຫ້ສົມເຫດສົມຜົນ ໂດຍໂອນບາງກົງຈັກ ທີ່ຂຶ້ນກັບສຳນັກງານນາຍົກລັດຖະມົນຕີ ໄປຂຶ້ນກັບຂະແໜງການທີ່ກ່ຽວຂ້ອງ ແລະ ຕິດພັນໂດຍກົງ. ນອກນັ້ນ, ຍັງປັບປຸງພາລະບົດບາດຂອງບາງຂະແໜງຄືນໃໝ່ ກໍ່ໄດ້ໃຊ້ເວລາປັບຕົວໄລຍະໜຶ່ງ.

          ໄດ້ກວດກາ ແລະ ຮັດແຄບຊ່ອງຫວ່າງ ການຮົ່ວໄຫຼ ຂອງການ​ເກັບລາຍຮັບງົບປະມານ ໂດຍການກວດກາ ແລະ ຢຸດຕິການຍົກເວັ້ນພາສີ-ອາກອນນຳເຂົ້າ ພາຫະນະ, ນໍ້າມັນ​ເຊື້ອ​ໄຟ,  ວັດສະດຸກໍ່ສ້າງ, ສິນຄ້າຟຸມເຟືອຍ, ສິນຄ້າອຸປະໂພກ-ບໍລິໂພກ ລວມທັງເຂັ້ມງວດໃນການລັກລອບ ໃຫ້ຮັດກຸມເຂົ້າ ແລະ ມາດຕະການທາງກົງ, ທາງອ້ອມອື່ນໆ ເຮັດໃຫ້ລາຍຮັບພາສີ-ອາກອນ ເພີ່ມຂຶ້ນ. ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ຮັດກຸມເຂົ້າ ໂດຍອອກຄຳສັ່ງ ເລກທີ 09/ນຍ ວ່າດ້ວຍການປະຢັດການໃຊ້ຈ່າຍງົບປະມານຂອງລັດ, ຫັນການພັດທະນາ ໄປຕາມທິດ​ສີ​ຂຽວ-ຍືນຍົງ ໂດຍການຢຸດຕິການຕັດໄມ້ທຳລາຍປ່າ, ຢຸດຕິການສົ່ງອອກໄມ້ທ່ອນ, ຈໍາກັດການສົ່ງວັດຖຸດິບອອກຕ່າງປະເທດໂດຍບໍ່ໄດ້ປຸງແຕ່ງ ເນັ້ນໃສ່ການຜະລິດເປັນຜະລິດຕະພັນສໍາເລັດຮູບ ເພື່ອສ້າງມູນຄ່າເພີ່ມ, ກວດກາຄືນບັນດາລັດວິສາຫະກິດທີ່ຂາດທຶນ, ກວດກາຄືນການລົງທຶນ ໃນຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ບໍ່ມີປະສິດທິຜົນ ແລະ ບໍ່ປະຕິບັດຕາມສັນຍາ ຊຶ່ງມາເຖິງປະຈຸບັນ ລັດຖະບານ ກໍສາມາດຍົກເລີກໄປຫຼາຍໂຄງການທີ່ລະເມີດ. ​  

          ລັດຖະບານ ໄດ້ສຸມໃສ່ເປັນພິເສດຕໍ່ການປັບປຸງຄຸ້ມຄອງລະບົບການເງິນ-ງົບປະມານ ຢ່າງຮອບດ້ານ ໂດຍໄດ້ປັບປຸງການຈັດຕັ້ງ, ສັບຊ້ອນບຸກຄະລາກອນໃຫ້ແທດເໝາະຂຶ້ນ, ນໍາໃຊ້ລະບົບເຄື່ອງມືທັນສະໄໝ ໄປພ້ອມກັບລະບົບການຖືບັນຊີເຂົ້າໃນການຈັດເກັບລາຍຮັບພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ. ໄດ້ເຊື່ອມໂຍງການຊຳລະຜ່ານລະບົບທະນາຄານ ຊຶ່ງເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະ ການລະເມີດວິໄນການເງິນ ມີທ່ວງທ່າທີ່ຫຼຸດລົງຢ່າງຊັດເຈນ. ດໍາເນີນມາດຕະການດ້ວຍຫຼາຍວິທີ ເພື່ອປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ເຮັດໃຫ້ສາມາດຫຼຸດຜ່ອນລາຍຈ່າຍງົບປະມານທີ່ບໍ່ສົມເຫດສົມຜົນລົງ, ກວດຄືນ ແລະ ສ້າງຖານລາຍຮັບໃໝ່. ໄດ້ເຂັ້ມງວດ ຕໍ່ວິໄນແຜນການ-ການເງິນ ໂດຍໄດ້ມີມາດຕະການຫ້າມ ແລະ ສະກັດກັ້ນ ບໍ່ໃຫ້ມີການປະຕິບັດໂຄງການນອກແຜນ ຊຶ່ງມາເຖິງປະຈຸບັນ ສາມາດເວົ້າໄດ້ວ່າ ໂຄງການນອກແຜນທີ່ອະນຸຍາດຜ່ານມາ ແມ່ນຖືກຕັດອອກໄປເກືອບໝົດ ແລະ ເປັນເອກະພາບກັນວ່າຈະບໍ່ອະນຸຍາດຕື່ມອີກ; ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງໜີ້ສີນ ໂດຍສໍາເລັດການສ້າງ ແລະ ຮັບຮອງເອົາກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສີນສາທາລະນະ, ກວດກາຄືນທຸກການກູ້ຢືມ ເພື່ອຢຸດຕິການກູ້ຢືມ ທີ່ບໍ່ມີປະສິດທິຜົນ ແລະ ສ້າງແຜນບໍລິຫານໜີ້ສິນຄືນໃໝ່ ເພື່ອຫຼຸດຄວາມສ່ຽງທາງດ້ານໜີ້ສິນ ລົງເທື່ອລະກ້າວ, ໄດ້ຢຸດຕິການປ່ອຍເງິນກູ້ ແລະ ຄໍ້າປະກັນ ໃຫ້ແກ່ທຸລະກິດພາກລັດ ແລະ ເອກະຊົນ ທີ່ເຕັມໄປດ້ວຍຄວາມສ່ຽງນັ້ນຢ່າງເດັດຂາດ ແລະ ກໍາລັງສ້າງແຜນເກັບກູ້ເງິນດັ່ງກ່າວເຂົ້າຄືນສູ່ລະບົບ.

ໄດ້ເລັ່ງລັດກວດກາ ແລະ ສ້າງແຜນປະຕິຮູບບັນດາລັດວິສາຫະກິດຂະໜາດໃຫຍ່ ແລະ ຂະໜາດກາງ ທີ່ດໍາເນີນທຸລະກິດຂາດປະສິດທິຜົນ ໂດຍສະເພາະແມ່ນ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດການບິນລາວ, ປັບປຸງຫັນທິດບັນດາບໍລິສັດ ທີ່ເຮັດໂຄງການສ້າງກອງທຶນຕ່າງໆ ໃຫ້ລັດຖະບານຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ, ປັບປຸງບົດບາດ ແລະ ນະໂຍບາຍຂອງບັນດາເຂດເສດຖະກິດພິເສດ ໃຫ້ຮັດກຸມກວ່າເກົ່າ, ການບໍລິການປະສິດທິພາບຕໍ່າ ໃຫ້ມີການຫັນປ່ຽນ ແລະ ອື່ນໆ. ໄດ້ອອກ​ຄຳ​ສັ່ງ ​ເລກທີ 02/ນຍ ເພື່ອ​ປັບ​ປຸງກົນ​ໄກ​ປະສານ​ງານອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ແນ​ໃສ່ສົ່ງ​ເສີມ​ການ​ລົງທຶນທັງພາຍໃນ ແລະ ຕ່າງປະເທດ ​​ຢູ່​ຂັ້ນ​ສູນ​ກາງ ​ແລະ ​ທ້ອງ​ຖິ່ນ​ ​ໃຫ້​ດີ​ຂຶ້ນ.​

           ດ້ານວັດທະນະທໍາ-ສັງຄົມ ​ໄດ້​ເອົາ​ໃຈ​​ໃສ່​ວຽກ​ງານ​ພັດທະນາ​ແບບ​ຍືນ​ຍົງ ​ໂດຍ​ລັດຖະບານ ​ໄດ້ເຊື່ອມສານເອົາ 92 ຕົວຊີ້ວັດ ທີ່ຕິດພັນກັບເປົ້າໝາຍ ແລະ ຄາດໝາຍ ຂອງການ​ພັດທະ​ນາ​ແບບ​ຍືນ​ຍົງຂອງ ສະຫະປະຊາຊາດ ຫຼື (SDGs) ເຂົ້າໃນຂອບຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ​ ຄັ້ງທີ VIII. ​ປະທານ​ປະ​ເທດ​ ກໍ່​ໄດ້​ອອກ​ລັດຖະດຳລັດ ​ແຕ່ງ​ຕັ້ງ​ຄະນະ​ຊີ້​ນຳ​ລະດັບ​ຊາດ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະ​ນາ​ແບບ​ຍືນ​ຍົງ (SDGs) ຢູ່ ສປປ ລາວ ຊຶ່ງຄະນະ​ດັ່ງກ່າວ​ ຈະ​ໄດ້​ຊີ້​ນຳ​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເພື່ອ​ກຳນົດ​ບູລິ​ມະ​ສິດ ​ແລະ ​ເຊື່ອມ​ສານ SDGs ​ເຂົ້າ​ໃນ​ແຜນ​ພັດທະນາ​ຂອງ​ຕົນ, ພ້ອມ​ທັງ​ຈະ​ໄດ້ຕິດຕາມ, ຊຸກຍູ້ ​ແລະ ທົບ​ທວນຄືນຜົນ​ການຈັດ​ຕັ້ງ​ປະ​ບັດ ​ເປັນ​ແຕ່ລະ​ໄລຍະ.  

             ໄດ້​ປະຕິຮູບວຽກງານສຶກສາຢ່າງມີຄວາມຕັ້ງໜ້າ ​ແລະ ພັດທະນາ​​ໂຄງ​ລ່າງພື້ນຖານ​​, ປັບ​ປຸງລະບົບ​ການ​ຮຽນ-ການ​ສອນ​ ​ໃຫ້​ດີ​ຂຶ້ນ ໂດຍ​ສະ​ເພາະແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​. ໄດ້​​ປະຕິ​ຮູບ ແລະ ​ຂະຫຍາຍຕາງ​ໜ່າງ​ສາ​ທາ​ລະ​ນະ​ສຸກ ທາງ​ດ້ານປະລິມານ ແລະ ຄຸນ​ນະພາ​ບ; ​ການ​ບໍລິການ​ຮັກສາ​ສຸຂະພາບ​ຂັ້ນຕົ້ນ ​ໄດ້​ຮັບ​ການ​ປັບປຸງດີ​ຂຶ້ນ, ພື້ນຖານໂຄງ​ລ່າງດ້ານ​ສາທາລະນະ​ສຸກ ໄດ້​ຮັບ​ການ​ຂະຫຍາຍ​ລົງ​ສູ່​ເຂດ​ຊົນນະບົດ ​ເປັນຕົ້ນຈຳນວນສຸກສາລາ ​ແລະ ຖົງ​ຢາ​ປະຈຳ​ບ້ານ​ເພີ່ມ​ຂຶ້ນ ເຮັດ​ໃຫ້ຕາໜ່າງສາທາລະນະ​ສຸກ​ ສາມາດປົກ​ຄຸມ​ເຖິງ 98% ຂອງ​ທົ່ວ​ປະ​ເທດ.

             ວຽກງານ​​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ, ​ການຝຶກອົບຮົມສ້າງສີມືແຮງງານ ແລະ ການສ້າງວຽກເຮັດງານທໍາ ກໍ່ມີຜູ້​ອອກ​ແຮງ​ງານ ໄດ້​ຮັບ​ການ​ປົກ​ປ້ອງ​ຕາມ​ກົດໝາຍ ແລະ ລະບຽບການ ​ດີ​ຂຶ້ນ; ການພັດທະນາສີມືແຮງງານ ມີການຂະຫຍາຍຕົວ ໂດຍການຮ່ວມມືຈາກ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ, ໄດ້ຕັ້ງໜ້າປະຕິບັດນະໂຍບາຍ ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ທັງຢູ່ໃນຖັນແຖວ ແລະ ຜູ້ອອກພັກຜ່ອນບຳນານ ໃຫ້ໄດ້ຮັບເງິນເດືອນ, ເງິນນະໂຍບາຍ ເປັນປົກະຕິ.

             ໄດ້​ຕັ້ງໜ້າ​ປະຕິບັດ​ວຽກ​ງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມ​ທຶນ ​ແລະ ຈັດ​ຕັ້ງ​ປະຕິບັດ 92 ຈຸດສຸມ ຈໍານວນ 272 ໂຄງການ, ເປັນທຶນທັງໝົດ 165,32 ຕື້ກີບ; ທຶນປ່ອຍຜ່ານທະນາຄານນະໂຍບາຍ 2.343,2 ຕື້ກີບ. ​ບັນດາ​ແຜນ​ງານ ​ແລະ ​ໂຄງການ​ ຢູ່ຈຸດ​ສຸມ​ຕ່າງໆ. ການ​ລົງທຶນ​ສ່ວນ​ໃຫຍ່​ ​ແມ່ນ​ສຸມ​ໃສ່​ການ​ພັດທະນາ​ພື້ນຖານໂຄງ​ລ່າງ ທີ່​ຈຳ​ເປັນເຊັ່ນ: ການກໍ່ສ້າງ ​ແລະ ສ້ອມ​ແປງ​​ເສັ້ນທາງ ລະຫວ່າງ​ ເມືອງ​ ຫາ ​ບ້ານ​ ແລະ ບ້ານ​ ຫາ ​ບ້ານ, ຊົນລະປະທານ​ຂະໜາດ​ນ້ອຍ, ​ໂຮງຮຽນ, ສຸກສາລາ-ຖົງ​ຢາ​ປະຈຳ​ບ້ານ, ນໍ້າ​ລິນ, ວິດຖ່າຍ ແລະ ອື່ນໆ; ​ຈັດ​ຝຶກ​ອົບຮົມ​ວິຊາ​ຊີບ ດ້ານ​ປູກຝັງ ​ແລະ ລ້ຽງສັດ; ສັກ​ຢາ​ກັນ​ພະ​ຍາດ, ຈັດ​ຕັ້ງ ​ແລະ ບໍລິການ​ກອງ​ທຶນ​ພັດທະນາ​ບ້ານ ​ແລະ ວຽກ​ງານອື່ນໆ​ ພ້ອມ​ນີ້, ກໍ​ໄດ້​ຈັດ​ສັນພູ​ມລຳ​ເນົາ​ຄົງ​ທີ່, ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ ​ແລະ ​ແກ້​ໄຂ​ການ​ເຄື່ອນ​​ຍ້າຍ​ແບບ​ຊະຊາຍ ຂອງ​ປະຊາຊົນ ຢູ່​ເຂດ​ຊົນນະ​ບົດ. ນອກຈາກການຈັດສັນງົບປະມານຂອງລັດແລ້ວ ລັດຖະບານໄດ້ຈັດວາງງົບປະມານໃຫ້ບັນດາໂຄງການພັດທະນາທາງຊົນນະບົດ ທາງອ້ອມ, ທັງລະດົມການລົງທຶນຂອງພາກລັດ ແລະ ເອກະຊົນລົງສູ່ຊົນນະບົດ ລວມທັງການນໍາໃຊ້ໂຄງການຊ່ວຍເຫຼືອຂອງຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆ ເຂົ້າສູ່ຊົນນະບົດ ໃຫ້ຫຼາຍຂື້ນກວ່າເກົ່າ ແລະ ກໍ່ມີຕົວແບບເກີດຂຶ້ນ ເຊັ່ນ : ຊຸກຍູ້ໃຫ້ມີໂຕແບບສະຫະກອນ, ສະຫະຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຜະລິດສິນຄ້າ, ການຕະຫຼາດ, ປົກປ້ອງລາຄາ, ຊຸກຍູ້ໃຫ້ຜູ້ສັ່ງສິນຄ້າລົງໄປຊ່ວຍຜູ້ຜະລິດ ເພື່ອໃຫ້ຜະລິດຕະພັນຂອງເຂົາ ສະໜອງຕະຫຼາດໄດ້ຄ່ອງຕົວຂຶ້ນ ແລະ ບໍ່ຖືກເອົາລັດເອົາປຽບເກີນໄປ.

             ວຽກງານຖະແຫຼງຂ່າວ-ວັດທະນະທຳ ກໍ່ໄດ້ຫັນເຂົ້າສູ່ທັນສະໄໝ ແລະ ມີຄຸນນະພາບສູງຂຶ້ນ ກາຍເປັນກະບອກສຽງທີ່ສຳຄັນໃຫ້ແກ່ພັກ ແລະ ລັດຖະບານ ຕີ​ຖອຍ​ບັນ​ດາ​ສື່​ສັງ​ຄົມ ທີ່​ອອກ​ຂ່າວ​ບີດ​ເບືອນ​ຄວາມ​ຈິງ, ສ້າງຄວາມແຕກແຍກໃນສັງຄົມ. ເຖິງວ່າພື້ນຖານໂຄງລ່າງ ແລະ ຄຸນນະພາບຂອງການບໍລິການຍັງຈຳກັດ, ແຕ່ພາຍຫຼັງເປີດປີທ່ອງທ່ຽວ 2018 ສັງເກດເຫັນວ່າ ແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ທໍາມະຊາດ ໄດ້ຮັບການພັດທະນາ ແລະ ມີຈຳນວນເພີ່ມຂຶ້ນ ສາມາດດຶງດູດນັກທ່ອງທ່ຽວໄດ້​ດີ. ໄດ້​​ສ້າງ​ຄອບຄົວ​ວັດທະນະທຳ, ​ສົ່ງ​ເສີມ​ການ​ຟື້ນ​ຟູສີ​ລະ​ປະ ​ວັນນະຄະດີ​, ເອກະລັກ ​ວັດທະ ນະທຳ​ພື້ນ​ເມືອງ ​ແລະ ຮີດຄອງ​ປະ​ເພນີ​ປະຊາຊົນລາວ​ບັນດາ​ເຜົ່າ ເພື່ອປົກ​ປັກ​ຮັກສາວັດ​ທະ​ນາ​ທຳ ອັນ​ດີງາມ​ຂອງ​ຊາດ.

             ໄດ້​ສ້າງ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ຕາມມະຕິຂອງຄະນະບໍລິ ຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່, ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ວຽກ​ງານປົກປັກຮັກສາ ແລະ ຄຸ້ມຄອງ​ສິ່ງ​ແວດ​ລ້ອມ, ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ແຫຼ່ງກຳ​ເນີ​ດມົນ​ລະ​ພິດ, ສ້າງ​ສູນ​ເຕືອນ​ໄພ​ລ່ວງ​ໜ້າ​​ແຫ່ງ​ຊາດ, ຕິດຕາມ ​ແລະ ​ເຝົ້າລະວັງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຍົກ​ລະດັບ​ ຄວາມ​ອາດ​ສາມາດ ​ແລະ ຄວາມ​ພ້ອມ ​ໃນ​ການ​ຮັບ​ມືກັບ​ໄພພິບັດ​ທຳ​ມະ​ຊາດ ຂື້ນໄດ້ກ້າວໜຶ່ງສຳຄັນ.

ໄດ້ເອົາໃຈໃສ່ວຽກງານການປົກຄອງ, ຄຸ້ມຄອງ ແລະ ບໍລິຫານລັດ ໂດຍໄດ້ສ້າງໃໝ່ ແລະ ປັບປຸງນິຕິກໍາລຸ່ມກົດ     ໝາຍ; ປັບປຸງກົນໄກການປະສານງານ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ; ໄດ້ປັບປຸງຊັບຊ້ອນຈັດວາງພະນັກງານນໍາພາ ຄຸ້ມຄອງ ແລະ ລັດຖະກອນ ໃນບາງຂົງເຂດ ທີ່ມີຄວາມຈໍາເປັນຮີບດ່ວນ ແນໃສ່ຫັນໄປສູ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ນັບແແຕ່ປີ 2016-2018 ສ້າງໃໝ່ ແລະ ປັບປຸງກົດ ໝາຍ ລວມ​ທັງ​ໝົດ 50 ສະ​ບັບ. ພ້ອມກັນນີ້, ລັດຖະບານ ກໍ່ໄດ້ມີຄວາມພະຍາຍາມ ຊີ້ນໍາການຈັດຕັ້ງປະຕິບັດກົດໝາຍ ຢູ່ໃນຂົງເຂດຍຸຕິທຳ ໂດຍສະເພາະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕາມພາລະບົດບາດຂອງຕົນ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດ      ໝາຍ.

ລັດຖະບານ ​ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ການຕ່າງປະ​ເທດ ​ຢ່າງຕັ້ງໜ້າ ຕາມນະ​ໂຍບາຍ​ການ​ຕ່າງປະ​ເທດ ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ເລີ່ມຈາກການເປັນປະທານອາຊຽນມາ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ ກັບ​ພາກ​ພື້ນ ​ແລະ ສາກົນ. ລັດຖະບານ ສືບ​ຕໍ່ຍາດ​ໄດ້ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ໃນ​ຫຼາຍ​ດ້ານ ເປັນຕົ້ນແມ່ນ ​ສາຍ​ພົວພັນ​ ​ແລະ ການຮ່ວມ​ມື​ກັບປະ​ເທດ​ເພື່ອນມິດ​ຍຸດ​ທະ​ສາດ ຢ່າງຮອບດ້ານ, ກວ້າງຂວາງ ແລະ ເຂົ້າສູ່ທາງເລິກ ທັງໃນລະດັບລັດຖະບານ ກໍ່ຄືຂະແໜງການ ແລະ ທ້ອງຖິ່ນ ຕະຫຼອດຮອດໃນລະດັບປະຊາຊົນ; ຮັກສາໄດ້​ສາ​ຍ ພົວພັນ​ອັນ​ເປັນ​ປົກກະຕິ​ກັບປະ​ເທດ ​ເພື່ອນ​ມິດຕ່າງໆ ​ໃນ​ພາກ​ພື້ນ ແລະ ໃນ​ໂລກ;  ​ ​ບົດບາດ​ອັນ​ຕັ້ງໜ້າ​ຂອງ​ ສປປ ລາວ ​ໃນ​ປະຊາ​ຄົມ​ອາ​ຊຽນ ກໍ​ຄື​ຂອບ​ການ​ຮ່ວມ​ມື​ອື່ນໆ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ໄດ້ຮັບ​ການ​ເສີມ​ຂະຫຍາຍຢ່າງ​ຕໍ່​ເນື່ອງ, ສືບຕໍ່ເຮັດພັນທະສາກົນ ທີ່ລາວເຮົາເປັນພາຄີໄດ້ເປັນຢ່າງດີ. ໄດ້ເອົາໃຈໃສ່ແກ້ໄຂບັນຫາຊາຍແດນກັບ ປະເທດອ້ອມຂ້າງດ້ວຍສັນຕິວິທີ ຮັບປະກັນບໍ່ໃຫ້ມີເຫດການປະທະກັນດ້ວຍກຳລັງເກີດຂຶ້ນ. ທັນທີ ທີ່ລັດຖະບານ ຊຸດທີ 8 ເຂົ້າມາຮັບໜ້າທີ່ກໍ່ໄດ້ດຳເນີນໜ້າທີ່ ເປັນປະທານອາຊຽນ, ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ຢ່າງມີຜົນສໍາເລັດ, ຕໍ່ນັ້ນມາ ກໍ່ຍັງມີເຫດການໃຫຍ່ໆທາງດ້ານການພົວພັນສອງຝ່າຍ, ຫຼາຍຝ່າຍ ແລະ ວຽກງານການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດນັ້ນປະຕິບັດໄດ້ເປັນຢ່າງດີ.

ຕີລາຄາລວມແລ້ວ, ສະພາບພົ້ນເດັ່ນ ໃນໄລຍະ 2 ປີ ກວ່າຜ່ານມາ ແມ່ນ ລັດຖະບານ ໄດ້ສຸມໃສ່ຫັນການເຄື່ອນໄຫວຂອງລັດ ແລະ ສັງຄົມ ເຂົ້າສູ່ກົດໝາຍ ແລະ ລະບຽບການ, ເດັດດ່ຽວແກ້ໄຂການລະເມີດກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ,  ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມະຫາພາກ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍ່ມີຄວາມໝັ້ນທ່ຽງ ແລະ ເຕີບໂຕໃນລະດັບດີ, ປ້ອງກັນໄດ້ຄວາມສ່ຽງສູງທີ່ຈະຕົກເຂົ້າສູ່ເສັ້ນທາງສັບສົນ, ຫຍຸ້ງຍາກຮ້າຍແຮງ, ສາມາດຄວບຄຸມໄດ້ ບໍ່ໃຫ້ມີໂຄງການນອກແຜນ, ປັບປຸງໄດ້ບັນດາກົນໄກການເກັບລາຍຮັບ ເຮັດໃຫ້ສາມາດເກັບໄດ້ເພີ່ມຂຶ້ນ. ສ່ວນການພັດທະນາ ໃນຂົງເຂດວັດທະນະທຳ-ສັງຄົມ ກໍ່ມີຄວາມຄືບໜ້າໃນຫຼາຍດ້ານ. ພ້ອມດຽວກັນນີ້, ຍັງສໍາເລັດການສ້າງ ແລະ ປັບປຸງກົດໝາຍ ເພື່ອນໍາສະເໜີສະພາແຫ່ງຊາດຮັບຮອງ ແລະ ຜັນຂະຫຍາຍອອກເປັນນິຕິກໍາລຸ່ມກົດໝາຍ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ມີຄວາມເຂັ້ມງວດ, ເດັດຂາດ ແລະ ມີປະສິດທິພາບສູງຂື້ນ ຢ່າງຈະແຈ້ງ, ເດັ່ນຊັດ.

 

  1. ການຕີລາຄາການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ໃນປີ 2018.

ສະພາບແວດລ້ອມທາງພາຍໃນ ແລະ ພາຍນອກ ຂອງການປະຕິບັດວຽກງານຂອງລັດຖະບານ ຕະຫຼອດປີ 2018 ບໍ່ແມ່ນຢູ່ໃນສະພາບປົກກະຕິປານໃດ. ແຕ່ລັດຖະບານ ກໍ່ມີຄວາມພະຍາຍາມຜັນຂະຫຍາຍແນວທາງຂອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ດັ່ງນີ້:

  1. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
  2. , ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ. ໄດ້ສືບຕໍ່ເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ສຸມກຳລັງຫັນລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນເຂດໃຈກາງຂອງປະເທດ ເພື່ອສ້າງຮາກຖານ ໃຫ້ມີຄວາມໜັກແໜ້ນ, ຮັບປະກັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ, ວັນຊາດທີ 2 ທັນວາ ຄົບຮອບ 43 ປີ ຄວາມປອດໄພ ການຈັດຕັ້ງເຫດການຈັດກອງປະຊຸມສາກົນໃຫຍ່ໆຂື້ນພາຍໃນປະເທດ, ກໍາລັງກະກຽມວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ແລະ ວັນສໍາຄັນອື່ນໆຂອງຊາດ ໃຫ້ມີຄວາມສະຫງົບ ແລະ ປອດໄພ.
  3. ວຽກງານຂົງເຂດເສດຖະກິດ:

             ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕົ້ນຕໍ ທາງດ້ານເສດຖະກິດ ທີ່ລັດຖະບານ ໄດ້ສະ  ເໜີຕໍ່ສະພາແຫ່ງຊາດ ໃນເດືອນມິຖຸນາ ທີ່ຜ່ານມາ ເປັນຕົ້ນແມ່ນ 8 ມາດຕະການ ໃນການຊຸກຍູ້ເສດຖະກິດ, ສືບຕໍ່ປະຕິບັດບັນດາມາດຕະການຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ເພື່ອສົ່ງເສີມການຜະລິດ ແລະ ບໍລິການພາຍໃນປະເທດ. ແຕ່ຍ້ອນສະພາບຄວາມຫຍຸ້ງຍາກ ຂອງເສດຖະກິດມະຫາພາກ ທີ່ສະສົມ, ເປັນຕົ້ນແມ່ນບັນຫາໜີ້ສິນພາຍໃນ ແລະ ຕ່າງປະເທດ, ການຂາດດູນການຄ້າ, ຖານລາຍຮັບ ບໍ່ແນ່ນອນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ (GDP) ຢູ່ໃນລະດັບ 6,5% (ຫຼຸດຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ 0,5%), ແຕ່ສະເລ່ຍຕໍ່ຫົວຄົນໝົດປີ ຈະສາມາດບັນລຸໄດ້ 2.599 ໂດລາສະຫະລັດ ລື່ນແຜນການສະພາຮັບຮອງ 2.536 ໂດລາ, ລາຍໄດ້ແຫ່ງຊາດ ສະເລ່ຍຕໍ່ຫົວຄົນ (GNI) 2.209 ໂດລາສະຫະລັດ (ລື່ນແຜນການສະພາ ຮັບຮອງ 2.004 ໂດລາສະຫະລັດ). ການລົງທຶນຂອງລັດປະຕິບັດໄດ້ 3.281 ໂຄງການ, ມູນຄ່າ 2.378,2 ຕື້ກີບ ເທົ່າກັບ 51,7% ຂອງແຜນການປີ.

  • ໄດ້ສຸມໃສ່ການຊຳລະຜ່ານລະບົບທະນາຄານ ຊຶ່ງເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍ ງົບປະມານ ແລະ ການລະເມີດວິໄນການເງິນ ມີທ່ວງທ່າທີ່ຫຼຸດລົງຢ່າງຊັດເຈນ, ຕາມການຕີລາຄາຂອງຂະແໜງການ ໃນຜ່ານມາການເກັບລາຍຮັບ ແມ່ນຈະບໍ່ບັນລຸຕາມແຜນການ ປະມານ 4-5%, ແຕ່ລັດຖະບານ ກໍ່ໄດ້ຕັດສິນໃຈສູ້ຊົນ ແລະ ມີມາດຕະການຊຸກຍູ້ດ້ວຍຫຼາຍວິທີ ອັນເຮັດໃຫ້ລາຍຮັບໝົດປີ ຈະບັນລຸໄດ້ 25.496,15 ຕື້ກີບ ເທົ່າກັບ 100,17% ຂອງແຜນການທີ່ສະພາແຫ່ງຊາດ ຮັບຮອງ; ດ້ານລາຍຈ່າຍງົບປະມານ ແມ່ນໄດ້ກວດກາຄືນ ການໃຊ້ຈ່າຍທີ່ບໍ່ຈຳເປັນ ບົນຈິດໃຈ ປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ຄາດຄະເນລາຍຈ່າຍໝົດປີ ຈະຢູ່ໃນລະດັບປະມານ 32.692,74 ຕື້ກີບ ຫຼື ປະມານ 99,64% ຂອງແຜນການປີ.
  • ຮອດເດືອນ 9/2018 ອັດຕາເງິນເຟີ້ ສະເລ່ຍເທົ່າກັບ 2,08% (ມະຕິສະພາຮັບຮອງ 5%) ສູງກວ່າປີ 2017 ເລັກນ້ອຍ (1,09%), ອັດຕາແລກປ່ຽນມີການເໜັງຕີງ ພຽງເລັກໜ້ອຍ ແລະ ໃນຂອບທີ່ສາມາດຄວບຄຸມໄດ້.
  • ໄດ້ຊຸກຍູ້ຕິດຕາມກວດກາການກໍ່ສ້າງທາງລົດໄຟ ແຕ່ບໍ່ເຕັນ-ນະຄອນຫຼວງວຽງຈັນ ເລີ່ມກໍ່ສ້າງທາງດ່ວນໄລຍະທີ 1 ແຕ່ນະຄອນຫຼວງວຽງຈັນ-ວັງວຽງ. ສໍາເລັດການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໄດ້ສຸມທຶນກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມລໍານໍ້າຂອງ ແລະ ນໍ້າເຫືອງໃນຈຸດທີ່ຫຼໍ່ແຫຼມ; ບ້ານທີ່ມີເສັ້ນທາງເຂົ້າເຖິງ ແລະ ທຽວໄດ້ຕະຫຼອດປີ ກວມ 83,36% (ເພີ່ມຂຶ້ນ 24 ບ້ານ).

 

        ລັດຖະບານ ກຳລັງສຸມໃສ່ຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດ ຕາມຄໍາສັ່ງເລກທີ 12/ນຍ, ດັ່ງນີ້:

  • ມາດຕະການທີ 1: ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ ສາມາດຄວບຄຸມປະລິມານເງິນ M2 ອອກສູ່ຂອດຈໍລະຈອນໄດ້ 9,89%  (ຢູ່ໃນກອບບໍ່ເກີນ 25%); ສາມາດຄວບຄຸມສ່ວນແຕກຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ຕະຫຼາດ ໃຫ້ຢູ່ໃນຂອບທີ່ສະພາແຫ່ງຊາດ ຮັບຮອງ. ໄດ້ມີການຈຳກັດ ການນຳໃຊ້ເງິນຕາຕ່າງປະເທດ ໂດຍສົ່ງເສີມການຊໍາລະສິນຄ້າ-ບໍລິການ ເປັນເງິນກີບ, ຊຸກຍູ້ການຊຳລະຄ່າທາງ, ພາສີ-ອາກອນ ຜ່ານລະບົບທະນາຄານ. ຄົ້ນຄວ້າໂຄງປະກອບ, ກວດກາ, ດັດປັບ ແລະ ຄຸ້ມຄອງລາຄານໍ້າມັນ ຕາມການຂຶ້ນລົງຂອງລາຄານ້ຳມັນໃນຕະຫຼາດໂລກ, ດັດສົມຈໍານວນບໍລິສັດນໍ້າມັນເຊື້ອໄຟ ແລະ ບໍລິການ ໃຫ້ມີມາດຕະຖານ ປະຈຸບັນມີ 26 ບໍລິສັດ, ຄາດໝາຍທ້າຍປີ 2019 ຈະໄດ້ຫຼຸດລົງຢ່າງຊັດເຈນ ຕາມມາດຕະຖານ ທີ່ຈະສ້າງຂຶ້ນໃໝ່, ສໍາລັບວຽກກວດກາ ແລະ ດັດສົມຈໍານວນບໍລິສັດ ແລະ ຮ້ານຕົວແທນຈຳໜ່າຍພາຫະນະ ປະຈຸບັນກຳລັງປັບປຸງດຳລັດ 98/ນຍ ວ່າດ້ວຍພາຫະນະ ແລະ ຂໍ້ກຳນົດຕ່າງໆ.
  • ມາດຕະການທີ 2: ກັບປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດ. ພາຍຫຼັງປະກາດໃຊ້ ຄຳສັ່ງ 02/ນຍ ໂດຍລວມແມ່ນປະຕິບັດໄດ້ດີຂຶ້ນ, ແຕ່ຍັງມີບາງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໃຫ້ການຮ່ວມມືເທົ່າທີ່ຄວນ ໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ, ຍັງໄດ້ຄົ້ນຄວ້າມາດຕະການອື່ນໆ ເພື່ອປັບປຸງແກ້ໄຂ ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດ ໃນການດໍາເນີນທຸລະກິດ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ໃຫ້ຫຼຸດລົງເທື່ອລະກ້າວ. ໄດ້ສ້າງຕັ້ງຫ້ອງການບໍລິການລົງທຶນຜ່ານປະຕູດຽວ ແລະ ສ້າງຕັ້ງຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ ຂັ້ນສູນກາງ ແລະ ທ້ອງຖິ່ນ. ຈັດກອງປະຊຸມຮ່ວມກັບພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການລົງທຶນ ພ້ອມທັງຮັບຟັງຄຳຄິດເຫັນຕົວຈິງ ທີ່ເປັນປະໂຫຍດ ເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ດຳເນີນທຸລະກິດ ພາຍໃນປະເທດ; ສຸມໃສ່ແກ້ໄຂ, ປັບປຸງບັນດາດັດສະນີໝາຍຍ່ອຍ ທີ່ທະນາຄານໂລກ ໄດ້ວາງຄາດໝາຍ ໂດຍສະເພາະດັດສະນີທີ່ພວກເຮົາ ປະຕິບັດບໍ່ທັນໄດ້ດີນັ້ນ ໃຫ້ດີຂື້ນກວ່າເກົ່າ (ອະທິບາຍເພີ່ມ).
  • ມາດຕະການທີ 3: ການສືບຕໍ່ແກ້ໄຂໜີ້ສິນພາຍໃນ ຊຶ່ງປະຕິບັດດ້ວຍຫຼາຍວິທີ ເປັນຕົ້ນແມ່ນ ໄດ້ຊໍາລະໜີ້ດ້ວຍແຫຼ່ງທຶນປົກກະຕິ, ອວ່າຍໜີ້ສາມແຈ, ຊຳລະຄືນຕົ້ນທຶນພັນທະບັດລົງທຶນ ແມ່ນມີຄວາມຕັ້ງໜ້າດີ ເຮັດໃຫ້ໜີ້ສິນ ໂຄງການປະຕິບັດສຳເລັດ 100% ຫຼຸດລົງ.  ສ່ວນການສ້າງແຜນລົງທຶນ ໃນຕໍ່ໜ້າແມ່ນໃຫ້ຂຶ້ນກັບຄວາມອາດສາມາດ ຂອງລາຍຮັບງົບປະມານ ບໍ່ຂຶ້ນແຜນລາຍຈ່າຍ ເກີນລາຍຮັບງົບປະມານອີກ. ໄດ້ທົບທວນຄືນການກູ້ຢືມຈາກຕ່າງປະເທດ ໂດຍກໍານົດເພດານການກູ້ຢືມໄວ້ຢ່າງເຄັ່ງຄັດ.
  • ມາດຕະການທີ 4: ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໄດ້ສືບຕໍ່ກວດກາຄືນຖານລາຍຮັບຕົ້ນຕໍ ທີ່ມີແລ້ວໃຫ້ຄົບຖ້ວນ, ນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເກັບຄ່າທໍານຽມທາງ ຊຶ່ງເຫັນວ່າ ກ່ອນການນໍາໃຊ້ລະບົບທັນສະໄໝ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ພຽງແຕ່ 10 ຕື້ກວ່າກີບ, ພາຍຫຼັງນຳໃຊ້ລະບົບທັນສະໄໝ ສາມາດເກັບລາຍຮັບໄດ້  5-6 ເທົ່າຕົວ (ຮອດເດືອນ 9 ປີ 2018 ສາມາດເກັບໄດ້ 58,4 ຕື້ກວ່າກີບ, ຊຶ່ງເຫັນວ່າ ຕົວເລກດັ່ງກ່າວ ແມ່ນພຽງແຕ່ 10 ກວ່າເປີເຊັນ ຂອງພາຫະນະຈົດທະບຽນທັງໝົດ 2 ລ້ານກວ່າຄັນ), ພ້ອມນີ້ ຈະຂະຫຍາຍໄປສູ່ການເກັບອາກອນປະເພດອື່ນໆ ຕາມເງື່ອນໄຂຕົວຈິງ.
  • ມາດຕະການທີ 5: ການພັດທະນາ SMEs ​ແລະ ການ​ສົ່ງ​ເສີມ​ການ​ຜະລິດ ສືບຕໍ່ປັບປຸງດຳລັດ ວ່າດ້ວຍກອງທຶນສົ່ງເສີມ SMEs ເພື່ອຍົກລະດັບນະໂຍບາຍ, ກົນໄກ ແລະ ເຄື່ອງມືໃນການພັດທະນາ SMEs ໃຫ້ມີປະສິດທິຜົນກວ່າເກົ່າ; ຂະຫຍາຍກອງທຶນ SMEs ແລະ ຊຸກຍູ້ໃຫ້ທະນາຄານລັດ ແລະ ທະນາຄານທຸລະກິດ ລະດົມທຶນ ເພື່ອສະໜອງສິນເຊື່ອໃຫ້ແກ່ SMEs ທີ່ມີຄວາມອາດສາມາດສູງ. ປັດຈຸບັນກໍາລັງຈັດຕັ້ງປະຕິບັດສ້າງກອງທຶນພັດທະນາ SMEs ຈຳນວນ 200 ຕື້ກີບ ໂດຍມີດອກເບ້ຍຕໍ່າ, ປ່ອຍກູ້ໃຫ້ເປົ້າໝາຍຮັບໃຊ້ນະໂຍບາຍລັດຖະບານ. ນອກນີ້ ຍັງໄດ້ຊອກແຫຼ່ງທຶນກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ ທີ່ມີໄລະຍະຍາວ ແລະ ດອກເບ້ຍຜ່ອນຜັນ.
  • ມາດຕະການທີ 6: ການ​ປັບປຸງ​ໂຄງ​ສ້າງ​ການ​ລົງທຶນ  ​ໂດຍໄດ້ກວດກາຄືນມາດຕະຖານເຕັກນິກ ແລະ ມູນຄ່າຂອງບັນດາໂຄງການລົງທຶນຂອງລັດ ໃນປີ 2017 ຈຳນວນ 18 ໂຄງການ ສາມາດເກັບກູ້ ແລະ ປະຢັດງົບປະມານຂອງລັດ ໄດ້ປະມານ 200 ລ້ານໂດລາສະຫະລັດ ແລະ ໃນສົກປີ 2018 (ເດືອນ1-10) ຈໍານວນ 12 ໂຄງການ ສາມາດເກັບກູ້ງົບປະມານຂອງລັດໄດ້ 219 ລ້ານໂດລາສະຫະລັດ ລວມທັງໝົດ ປະມານ 419 ລ້ານໂດລາສະຫະລັດ. ພ້ອມນີ້ໄດ້ກວດກາຄືນໂຄງການ ທີ່ໄດ້ຜ່ານການຮັບຮອງແລ້ວ ແຕ່ບໍ່ທັນຈັດຕັ້ງປະຕິບັດ ຫຼື ປະຕິບັດໄປແລ້ວ ແຕ່ບໍ່ທັນສຳເລັດ ແມ່ນໄດ້ກວດກາຄືນ ຖ້າບໍ່ມີແຫຼ່ງງົບປະມານ ທີ່ອາດສາມາດຊຳລະ ແລະ ເປັນໂຄງການທີ່ບໍ່ທັນຈຳເປັນແທ້, ປະສິດທິຜົນຕ່ຳ ແມ່ນໄດ້ໃຫ້ຢຸດຕິ ຫຼື ໂຈະໂຄງການໄວ້ກ່ອນ ແລະ ໂຄງການໃດ ທີ່ມີຄວາມຈຳເປັນ ກໍ່ໃຫ້ຫຼຸດມາດຕະຖານ-ເຕັກນິກ ໃນບາງອັນເຊັ່ນ: ຈາກທາງປູເບຕົງ ເປັນທາງປູຢາງ, ຈາກທາງປູຢາງ ເປັນທາງປູຫີນແຮ່, ຫຼຸດຄວາມກວ້າງໜ້າທາງລົງ ເຫຼົ່ານີ້ເປັນຕົ້ນ ເພື່ອເຮັດແນວໃດ ໃຫ້ຫຼຸດຜ່ອນການສ້າງໜີ້ສິນ ເພີ່ມຂຶ້ນໃໝ່ ໃຫ້ໜ້ອຍທີ່ສຸດ, ປະຈຸບັນສາມາດເວົ້າໄດ້ວ່າ ໄດ້ຢຸດຕິການຈັດຕັ້ງປະຕິບັດໂຄງການນອກແຜນ ໄດ້ຢ່າງສິ້ນເຊິ່ງ; ສົ່ງເສີມການລົງທຶນຂອງພາກສັງຄົມ ແລະ ທຸລະກິດເຂົ້າໃນການພັດທະນາກໍ່ສ້າງພື້ນຖານໂຄງລ່າງໃນຮູບແບບ BOT ແລະ PPP ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນພາລະແບກຫາບຂອງລັດ.
  • ມາດຕະການທີ 7: ການ​ຄຸ້ມ​ຄອງ​ທີ່​ດິນ ​ແລະ ການ​ເກັບ​ລາຍ​ຮັບ​ຈາກ​ທີ່​ດິນ ໄດ້ເອົາໃຈໃສ່ວຽກງານໃນການອອກໃບຕາດິນ ເພື່ອສ້າງຖານຂໍ້ມູນ ແລະ ພື້ນຖານໃນການເກັບພາສີ-ອາກອນທີ່ດິນ ແລະ ໃນຕໍ່ໜ້າຈະຊຸກຍູ້ໃຫ້ມີການເກັບພາສີທີ່ດິນ ດ້ວຍລະບົບເອເລັກໂຕນິກ ຜ່ານລະບົບທະນາຄານ. ຮອດເດືອນ 11/2018 ສາມາດອອກໃບຕາດິນໃນຂອບເຂດທົ່ວປະເທດ ໄດ້ 92.242 ຕອນ, ເທົ່າກັບ 92,24% ຂອງແຜນການ (ມະຕິສະພາ 100.000 ຕອນ).
  • ມາດຕະການທີ 8: ການ​ຕິດ​ຕາ​ມ-ກວດກາ ການຈັດ​ຕັ້ງ​ປະຕິບັດ​ ລະບຽບ​ ກົດໝາຍ ຢ່າງ​ເຂັ້ມ​ງວດ ໄດ້ກວດກາການປະຕິບັດຄຳສັ່ງ ເລກທີ 15/ນຍ ເຊິ່ງປະຈຸບັນສາມາດ ປະມູນຂາຍໄມ້ຢຶດ ເອົາງົບປະມານເຂົ້າລັດ ໄດ້ 1,94 ລ້ານກວ່າໂດລາ ແລະ 34 ຕື້ກວ່າກີບ. ພ້ອມນັ້ນ, ກໍ່ສືບຕໍ່ແກ້ໄຂໄມ້ຢຶດ ທີ່ບໍ່ທັນໄດ້ຈັດຕັ້ງການປະມູນ ແລະ ເລັ່ງທວງການຄ້າງມອບພັນທະຈາກຜູ້ປະກອບການທີ່ຊະນະການປະມູນ ແຕ່ບໍ່ທັນຊຳລະຄ່າພັນທະໄມ້ ໃຫ້ລັດ; ກ່ອນຄໍາສັ່ງ ເລກທີ 15/ນຍ ມີໂຮງງານອຸດສາຫະກຳໄມ້ ທັງໝົດ 2.102 ໂຮງງານ, ພາຍຫຼັງ ປະກາດໃຊ້ຄຳສັ່ງດັ່ງກ່າວ ລັດຖະບານ ໄດ້ກວດກາຄືນ ແລະ ຢຸບເລີກໂຮງງານໄມ້ ທີ່ບໍ່ໄດ້ມາດຕະຖານ ເປັນຈຳນວນຫຼາຍ ຊຶ່ງປັດຈຸບັນ ທົ່ວປະເທດ ຍັງມີ ຈຳນວນ 1.150 ໂຮງງານ ແລະ ຍັງຈະສືບປັບປຸງ ດັດສົມຕື່ມ.
  1. ຂົງເຂດວັດທະນະທໍາ-ສັງຄົມ:

          ລັດ​ຖະ​ບານ ເອົາໃຈໃສ່ເປັນພິເສດໃນການຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມ ໃນທົ່ວປະເທດ, ໂດຍສະເພາະແມ່ນ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກບັນຫາສັນ​ເຂື່ອນ​ກັນ​ນ້ຳ D ໂຄງ​ການ​ເຊ​ປ່ຽນ-ເຊ​ນ້ຳ​ນ້ອຍ​ແຕກ ໂດຍໄດ້ປະກາດເປັນເຂດປະສົບໄພພິບັດລະດັບຊາດ ເພື່ອລະດົມການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ, ນອກນັ້ນ ລັດຖະບານ ກໍ່ໄດ້ຈັດສັນງົບປະມານ ເພື່ອແກ້ໄຂສຸກເສີນ. ປັດຈຸບັນ ກໍ່ໄດ້ຈັດສັນໃຫ້ປະຊາຊົນ ໄດ້ເຂົ້າຢູ່ບ້ານຈັດສັນຊົ່ວຄາວ, ໄດ້ເບີກຈ່າຍເງິນແຮຖົງ, ສະໜອງສະບຽງອາຫານ ແລະ ກຳລັງປຸກສ້າງເຮືອນຢູ່ຖາວອນ, ບຸກເບີກເນື້ອທີ່ທຳການຜະລິດ ໃຫ້ແຕ່ລະຄອບຄົວ. ຈາກເຫດການສັນເຂື່ອນແຕກດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານ ຕັດສິນໃຈຊີ້​ນຳ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງກວດ​ຄືນ​ ບັນ​ດາ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ ທີ່​ກຳ​ລັງ​ກໍ່​ສ້າງ ແລະ ສ້າງ​ສຳ​ເລັດ ທີ່ນຳ​ໃຊ້​ແລ້ວ​ທັງ​ໝົດ ແກ້ໄຂເປັນແຕ່ລະກໍລະນີ (ຖ້າຫາກເຫັນວ່າບໍ່ທັນໄດ້ມາດຕະຖານ) ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ ໃຫ້​ແກ່​ປະ​ຊາ​ຊົນ ແລະ ບໍ່ໃຫ້ເຫດການເກີດຂຶ້ນຊໍ້າອີກ, ສຳ​ລັບ​ບັນດາເຂື່ອນ​ ທີ່​ຍັງ​ບໍ່​ທັນ​ໄດ້​ກໍ່​ສ້າງ ແລະ ເຂື່ອນ​ຂະ​ໜາດ​ນ້ອຍ ແມ່ນ​ໃຫ້​ໂຈະ​ໄວ້​ກ່ອນ ເພື່ອ​ທົບ​ທ​ວນ​ຄືນ​ແຜນ​ພັດ​ທະ​ນາ​ພະ​ລັງ​ງານ ຂອງ​ປະ​ເທດ​ເຮົາ. ໄດ້ແຕ່ງຕັ້ງຄະນະສະເພາະກິດ ສົມທົບກັບຜູ້ພັດທະນາໂຄງການ ແລະ ຜູ້ກວດສອບອິດສະຫຼະ ເພື່ອກວດກາຫາສາເຫດການແຕກຂອງເຂື່ອນ ເພື່ອກຳນົດຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ ແກ້ໄຂໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ. ນອກນັ້ນ, ລັດຖະບານ ຍັງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາຄວາມຮັບຜິດຊອບຂອງພະນັກງານລັດ ຕໍ່ເຫດການດັ່ງກ່າວ.

              ໄດ້ມີການຈັດຕັ້ງປະຕິບັດສະເຫຼີມສະຫຼອງປີທ່ອງທ່ຽວລາວ ປີ 2018 ຢ່າງກວ້າງຂວາງ ແລະ ດໍາເນີນການເປີດປີທ່ອງທ່ຽວລາວ ຢູ່ບັນດາແຂວງຕ່າງໆ ແລະ ຍັງໄດ້ໂຄສະນາການທ່ອງທ່ຽວລາວ ຜ່ານສື່ທັງພາຍໃນ ແລະ ຕ່າງປະເທດ ສໍາລັບສື່ຕ່າງປະເທດ ໄດ້ໂຄສະນາຜ່ານວາລະສານ Biz News ຂອງເຢຍລະມັນ ແລະ CNN ຂອງສະຫະລັດອາເມລິກາ. ໄດ້ມີນັກທ່ອງທ່ຽວເຂົ້າມາລາວ ປະມານ 3 ລ້ານເທື່ອຄົນ ໃນ 9 ເດືອນຜ່ານມາ, ຄາດວ່າໝົດປີຈະມີທ່າອ່ຽງເພີ່ມຂຶ້ນ 4 ລ້ານກວ່າເທື່ອຄົນ. ໄດ້ໂຄສະນາເຜີຍແຜ່, ຟື້ນຟູ ສີລະປະວັນນະຄະດີ, ວັດທະນະທໍາ ພື້ນເມືອງ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກຂອງຊາດ. ໄດ້ສະເຫຼີມສະຫຼອງສຽງແຄນລາວ ທີ່ໄດ້ຖືກຈົດທະບຽນ ເປັນມໍລະດົກໂລກ.ໃນ 9 ເດືອນຕົ້ນປີ ສາມາດສ້າງຄອບຄົວວັດທະນະທຳໄດ້ 19.868 ຄອບຄົວ ແລະ ບ້ານວັດທະນະທໍາໄດ້ 205 ບ້ານ (ປະຕິບັດໄດ້ລື່ນແຜນການ).

              ວຽກງານພັດທະນາການສຶກສາທິການ ແລະ ກິລາ ກໍ່ມີຄວາມຄືບໜ້າດີ ສາມາດປະກາດເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ຕື່ມອີກ 24 ເມືອງ ລວມແລ້ວທົ່ວປະເທດ ມີທັງໝົດ 117 ເມືອງ. ລັດຖະບານ ໄດ້ປະກາດໂຈະການຈັດງານແຂ່ງຂັນກິລາແຫ່ງຊາດ ແລະ ງານກິລາອື່ນໆ ເພື່ອກັນງົບປະມານໄປແກ້ໄຂບັນຫາຫຍຸ້ງຍາກຂອງປະຊາຊົນທີ່ກຳລັງປະສົບໄພຢູ່ປະຈຸບັນ.

              ວຽກງານສາທາລະນະສຸກ ໄດ້ປັບປຸງຄຸນນະພາບ ແລະ ການບໍລິການປິ່ນປົວຢູ່ໂຮງໝໍ, ສຸກສາລາ ໃຫ້ນັບມື້ນັບດີຂຶ້ນ; ຕາໜ່າງບໍລິການສາທາລະນະສຸກ ນັບແຕ່ສູນກາງ ຮອດທ້ອງຖິ່ນ ໄດ້ເພີ່ມຂຶ້ນ 98%, ສາມາດຈັດຕັ້ງປະຕິບັດບ້ານສາທາລະນະສຸກແບບຢ່າງໄດ້ 6,283 ບ້ານ ກວມ 74,28%, ເກືອບທຸກບ້ານ ມີກຳມະການສຸຂະພາບ ແລະ ອາສາສະໝັກບ້ານ; ສໍາເລັດການກໍ່ສ້າງໂຮງໝໍໃໝ່ທັນສະໄໝ ມາດຕະຖານສາກົນ (308 ຕຽງ) ທີ່ໂຮງໝໍມິດຕະພາບ ແລະ ຈະເປີດນໍາໃຊ້ໄວໆນີ້; ໂຮງໝໍ ແລະ ຄຼີນິກປິ່ນປົວເອກະຊົນ ມີຈຳນວນເພີ່ມຂຶ້ນ; ພະນັກງານແພດ-ໝໍ ໄດ້ຮັບການຝຶກອົບຮົບ ແລະ ບໍາລຸງຍົກລະດັບດ້ານວິຊາສະເພາະຫຼາຍ ຄຽງຄູ່ກັບການອົບຮົມດ້ານການເມືອງແນວຄິດ, ສິນທໍາປະຕິວັດ ແລະ ຈັນຍາບັນ ໃນການບໍລິການຮັບໃຊ້ປະຊາຊົນຫຼາຍຂຶ້ນ ເພື່ອຕີຖອຍ ແລະ ຫຼຸດຜ່ອນການລັ່ງໄຫຼໄປປິ່ນປົວ ຢູ່ຕ່າງປະເທດ.

              ວຽກງານແຮງງານ-ສະຫວັດດີການສັງຄົມ ສືບຕໍ່ພັດທະນາສີມືແຮງງານ ທັງພາກລັດ ແລະ ພາກເອກະຊົນ; ສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ ໄດ້ຈຳນວນ 53.822 ຄົນ, ຍິງ 28.344 ຄົນ, ປັບປ່ຽນສະຖານະພາບແຮງງານ ເຮັດວຽກບໍ່ຖືກຕ້ອງຢູ່ປະເທດໃກ້ຄຽງ 30.309 ຄົນ, ຍິງ 15.904 ຄົນ; ຂະຫຍາຍອັດຕາການຄຸ້ມຄອງຂອງປະກັນສັງຄົມ, ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ການປະຕິວັດຊາດ .

              ໄດ້ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບການກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ຢູ່ບັນດາຈຸດສຸມຕ່າງໆ ເຮັດໃຫ້ລະບົບການເມືອງ ຢູ່ທ້ອງຖິ່ນຮາກຖານ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງໜັກແໜ້ນຂຶ້ນເທື່ອລະກ້າວ, ໂຄງລ່າງພື້ນຖານໄດ້ຮັບການປັບປຸງ, ຍົກລະດັບ ແລະ ກໍ່ສ້າງໃໝ່ ເພື່ອເປັນສິ່ງເອື້ອອໍານວຍໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ, ຊຶ່ງໃນປີນີ້ ລັດຖະບານ ໄດ້ລົງທຶນໃສ່ວຽກງານດັ່ງກ່າວ ທັງໝົດ 681,29 ຕື້ກີບ (ທັງທຶນພາຍໃນ ແລະ ຕ່າງປະເທດ),ໄດ້ຮັບການສະໜັບສະໜູນ ຈາກປະເທດເພື່ອນມິດ ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ຕາມຮູບແບບຮ່ວມມື 2 ຝ່າຍຄື: ສປ ຈີນ ແມ່ນສູນສາທິດ ແລະ ບໍລິການເຕັກນິກ ຮັບໃຊ້ບັນດາແຂວງພາກເໜືອ ຢູ່ແຂວງອຸດົມໄຊ; ສສ ຫວຽດນາມ ໄດ້ສໍາເລັດການສ້າງສູນຝຶກອົບຮົມ ຢູ່ບ້ານໂອ້ງ, ເມືອງຊຳເໜືອ, ແຂວງຫົວພັນ ແລະ ບ້ານຢອນ, ເມືອງແປກ, ແຂວງຊຽງຂວາງ. ນອກນັ້ນ ຍັງມີສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ແລະ ສ້າງບ້ານຕົວແບບພັດທະນາຊົນນະບົດ ຊືເມົາອຸດົງ ຢູ່ 30 ບ້ານ, 6 ເມືອງ ຂອງແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ ຊື່ງບັນດາສູນຕ່າງໆ ໄດ້ຝຶກອົບຮົມໃຫ້ຊາວກະສິກຳກອນແລ້ວ ຫຼາຍພັນເທື່ອຄົນ. ສິນເຊື່ອທະນາຄານນະໂຍບາຍ ກອງທຶນພັດທະນາບ້ານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການຊອກແຫຼ່ງທຶນຊ່ວຍເຫຼືອຈາກຕ່າງປະເທດ ສຸມໃສ່ພັດທະນາຈຸດສຸມຕ່າງໆ ຂອງສູນການ ແລະ ທ້ອງຖິ່ນ, ຊຶ່ງປັດຈຸບັນສາມາດລຶບລ້າງຄອບຄົວທຸກຍາກໄດ້ 5.179 ຄອບຄົວ ຍັງເຫຼືອ 64.593 ຄອບຄົວລື່ນຄາດໝາຍທີ່ວາງໄວ້ 346 ຄອບຄົວ; ລຶບລ້າງບ້ານທຸກຍາກ ໄດ້ 120 ບ້ານ, ຍັງເຫຼືອ 1.536 ບ້ານ ແລະ ເມືອງທຸກຍາກ ຍັງເຫຼືອ 23 ເມືອງ.

  1. ວຽກງານໃນຂົງເຂດສິ່ງແວດລ້ອມ ພັດທະນາແບບສີຂຽວ-ຍືນຍົງ:

ໄດ້ເອົາໃຈໃສ່ປະຕິບັດພັນທະສາກົນ ໂດຍໄດ້ສ້າງຕັ້ງຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງລະດັບຊາດ, ໄດ້ເຊື່ອມສານເປົ້າໝາຍ SDGs ເຂົ້າໃນແຜນການ 5 ປີ ຄັ້ງທີ VIII ຢ່າງຮອບດ້ານ. ຄະນະກໍາມະການນະໂຍບາຍການພັດທະນາຂອງສາກົນ (CDP) ໄດ້ປະເມີນເບື້ອງຕົ້ນແລ້ວ ໃນຕົ້ນປີນີ້ ເຫັນວ່າ ສປປ ລາວ ບັນລຸ 2 ໃນ 3 ເງື່ອນໄຂ ຕາມມາດຕະຖານທີ່ໄດ້ກໍານົດ,  ແຕ່ດັດສະນີຄວາມບອບບາງດ້ານເສດຖະກິດ (EVI) ຍັງບໍ່ທັນບັນລຸຄ່າມາດຕະຖານ ເນື່ອງມາຈາກໂຄງປະກອບເສດຖະກິດ ຍັງບໍ່ທັນມີຄວາມຫຼາກຫຼາຍ, ຍັງອາໄສການຜະລິດ ໃນຂະແໜງຊັບພະຍາກອນທໍາມະຊາດ ເປັນສ່ວນໃຫຍ່ ເຊິ່ງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຈະໄດ້ປະເມີນອີກຄັ້ງທີ 2 ໃນປີ 2021.

 

  1. ຂົງເຂດບໍລິຫານ-ຄຸ້ມຄອງລັດ:

ໃນ​ປີ 2018 ນີ້ ລັດ​ຖະ​ບານ ຈະຫຼຸດໂຄຕາພະນັກງານລັດຖະກອນໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສໍາລັບປີ 2019. ພ້ອມນີ້, ກໍ່ໄດ້ກວດຜ່ານບັນຊີລັດຖະກອນ ກັບ ບັນຊີເງິນເດືອນຂອງລັດຖະກອນ ແລະ ຕັດສິນໃຈແກ່ຍາວການເພີ່ມດັດຊະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປະຈຸບັນ, ຫວັງວ່າພະນັກງານລັດຖະກອນເຮົາ ຈະສືບຕໍ່ເສຍສະຫຼະ ແລະ ອົດທົນໄປໄລຍະໜຶ່ງກ່ອນ.

ອີງໃສ່ມະຕິຂອງສະພາແຫ່ງຊາດ ເທື່ອທີ 4 ສະບັບເລກທີ 075/ສພຊ, ລົງວັນທີ 30 ພະຈິກ 2017 ວ່າດ້ວຍການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ປີ 2018 ແຜນຂອງສະພາແຫ່ງຊາດ 27 ສະບັບ, ສ້າງໃໝ່ 14 ສະບັບ, ປັບປຸງ 13 ສະບັບ. ເທື່ອທີ 5 ມີ 15 ສະບັບ, ສ້າງໃໝ່6 ສະບັບ, ປັບປຸງ 9 ສະບັບ. ເທື່ອທີ 6 ຕາມການສະເໜີຂອງລັດຖະບານ ມີ 12 ສະບັບ, ແຕ່ກໍານົດເອົາພຽງແຕ່ 9 ສະບັບ.

ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໂດຍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 037 ວ່າດ້ວຍການຍົກສູງປະສິດທິພາບຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ຫັນການບໍລິຫານວຽກງານ ເຂົ້າສູ່ກົດໝາຍ ແລະ ລະບຽບການ ໃຫ້ເຂັ້ມງວດກວ່າເກົ່າ; ປັບປຸງກົນໄກການປະສານງານ, ການບໍລິຫານລັດໃຫ້ກະທັດຮັດ, ໜັກແໜ້ນ, ກົມກຽວກັນ, ມີປະສິດທິພາບ ແລະ ຫັນເປັນທັນສະໄໝ ຫຼາຍຂຶ້ນ. ໃນປີ 2018 ໄດ້ສຳເລັດການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ ນຳສະເໜີສະພາແຫ່ງຊາດ ຮັບຮອງ ແລ້ວ ຈຳນວນ 11 ສະບັບ, ສຳລັບ ກອງປະຊຸມໃນຄັ້ງນີ້ ລັດຖະບານ ໄດ້ສະເໜີ ສະພາແຫ່ງຊາດ ພິຈາລະນາ ຕື່ມອີກ 9 ສະບັບ. ພ້ອມນີ້, ລັດຖະບານ ຍັງໄດ້ຄົ້ນຄວ້າ ແລະ ປະກາດໃຊ້ນິຕິກໍາລຸ່ມກົດໝາຍ ຈຳນວນໜຶ່ງ ໂດຍສະເພາະ ມະຕິ, ຄຳສັ່ງ, ດຳລັດ, ຂໍ້ຕົກລົງ ແລະ ແຈ້ງການ ເພື່ອເປັນບ່ອນອີງໃຫ້ແກ່ການບໍລິຫານ ແລະ ຄຸ້ມຄອງລັດ ຂອງບັນດາແໜງການ ແລະ ທ້ອງຖິ່ນ ໃຫ້ເຂົ້າສູ່ລະບຽບການຢ່າງເຂັ້ມງວດ. ໄດ້ສໍາເລັດການຮັບຮອງ ແລະ ປະກາດການສ້າງຕັ້ງ 3 ນະຄອນຢ່າງເປັນທາງການ ຄື: ນະຄອນຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ.

 

  1. ວຽກງານຕ່າງປະເທດ:

ໄດ້ສືບຕໍ່ປະຕິບັດແນວທາງເປີດກວ້າງ ແລະ ຕັ້ງໜ້າປະຕິບັດ ພັນທະຕໍ່ສາກົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການກວ່າເກົ່າ, ສາມາດຍົກລະດັບຄວາມເຊື່ອໝັ້ນຂອງສາກົນຕໍ່ປະເທດເຮົາສູງຂື້ນຢ່າງບໍ່ຢຸດຢັ້ງ. ໄດ້ເອົາໃຈໃສ່ແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ ຢ່າງສ້າງສັນ ເຮັດໃຫ້ຄວາມເຄັ່ງຕຶງໄດ້ຮັບການແກ້ໄຂ ແລະ ສອງຝ່າຍໄດ້ເອກະພາບ ເຫັນດີກຳນົດເຂດດັ່ງກ່າວເປັນຂົງເຂດຄົງຄ້າງ ເພື່ອສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ເສີມຂະຫຍາຍສາຍພົວພັນມິດຕະພາບຮອບດ້ານແບບພິເສດ ຢ້ຽມຢາມທາງການລາວ-ຫວຽດນາມ, ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ, ເປັນເຈົ້າການ ຍາດແຍ່ງຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ຈາກປະເທດເພື່ອນມິດ, ເປັນເຈົ້າການເຂົ້າຮ່ວມກອງປະຊຸມ ແລະ ປະຕິບັດພັນທະໃນກອບຫຼາຍຝ່າຍ.

     

ຜ່ານການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດ ໃຈຂອງມະຕິສະພາແຫ່ງຊາດ ສະບັບເລກທີ 097/ສພຊ,​ ລົງວັນທີ 28 ມິຖຸນາ 2018, ມາຮອດປັດຈຸບັນ ລັດຖະບານ ສາມາດດໍາເນີນການມີຄວາມຄືບໜ້າ ດັ່ງນີ້:

 

  1. ໂຄງປະກອບລາຄານ້ຳມັນເຊື້ອໄຟ:

1. ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ບໍ່ສູງເກີນໄປລັດຖະບານ ໄດ້ໃຊ້ມາດຕະການດັດສົມ ດັ່ງນີ້: u ປັບຫຼຸດຄັງແຮນໍ້າມັນແອັດຊັງທໍາມະດາ ແລະ ນໍ້າມັນກາຊວນ ລົງຕື່ມ 50 ກີບ/ລິດ ຈາກ 100 ເຫຼືອ 50 ກີບ/ລິດ, ສ່ວນນໍ້າມັນແອັດຊັງພິເສດ ຮັກສາໄວ້ຄືເກົ່າ ແລະ ຫຼຸດການເກັບຄ່າບໍລິການ ກວດນັບບໍລິມາດນໍ້າມັນ ແອັດຊັງທໍາມະດາ ແລະ ນໍ້າມັນກາຊວນ ລົງ 10 ກີບ/ລິດ ຈາກ 22 ເຫຼືອ 12 ກີບ/ລິດ, ສໍາລັບນໍ້າມັນແອັດຊັງພິເສດ ຮັກສາໄວ້ຄືເກົ່າ. v ຫຼຸດຄ່າກວດສອບຄຸນນະພາບນໍ້າມັນທຸກຊະນິດລົງ 16 ກີບ/ລິດ (ຈາກ 32 ເຫຼືອ 16 ກີບ/ລິດ), ຫຼຸດຄ່າກວດນັບບໍລິມາດນໍ້າມັນທຸກຊະນິດເຫຼືອ 6 ກີບ/ລິດ ແລະ ຫຼຸດກໍາໄລຂາຍຍົກຂອງຜູ້ປະກອບການນໍາເຂົ້ານໍ້າມັນເຊື້ອໄຟລົງ 20 ກີບ/ລິດ.

2. ການ​ດັດສົມ​ຈຳນວນ​ລັດວິສາຫະກິດ​ນໍ້າມັນ​ເຊື້ອ​ໄຟ, ທຸລະກິດນ້ຳມັນເຊື້ອໄຟ ​ແລະ ບໍລິການ​ໃຫ້​ມີ​ຕາມມາດຕະຖານ​ ດຳລັດ 331/ນຍ, ​ແມ່ນ​ໄດ້​ແຍກ​ບໍລິສັດ​ນໍາ​ເຂົ້າ ​ແລະ ປໍ້າ​ນໍ້າມັນ​ອອກ​ຕ່າງ​ຫາກ; ປະຈຸ​ບັນ​ມີ 25 ບໍລິສັດ ນໍາ​ເຂົ້າ​ນ້ຳມັນ ຄາດໝາຍກຳນົດ​ຊັບຊ້ອນ ໃນປີ 2019 ໃຫ້ຫຼຸດລົງຢ່າງເປັນຮູບປະທຳ. ​ຖ້າຈະປະຕິບັດ ຕາມດໍາລັດ ເລກທີ 331/ນຍ ໂຄງປະກອບລາຄານໍ້າມັນເຊື້ອໄຟ ຈະຖືກກໍານົດເປັນ 3 ຂອດຄື: ຂອດບໍລິສັດນໍາເຂົ້າ, ບໍລິສັດຈໍາໜ່າຍພາຍໃນ ແລະ ປໍ້ານໍ້າມັນເຊື້ອໄຟ ຈະເຮັດໃຫ້ຕົ້ນທຶນຕ່າງໆເພີ່ມຂຶ້ນ. ການເໜັງຕີງລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ເກີດຈາກ 2 ປັດໄຈຄື: ປັດໄຈພາຍນອກ ແລະ ປັດໄຈພາຍໃນ ຊຶ່ງປັດໄຈພາຍນອກ ແມ່ນລາຄາຕະຫຼາດໂລກ ທີ່ເຮົາບໍ່ສາມາດຫຼີກລ້ຽງໄດ້; ສ່ວນປັດໄຈພາຍໃນ ກໍຄືພັນທະ, ຄ່າທໍານຽມຕ່າງໆ ແລະ ຄ່າສີ້ນເປືອງ-ກໍາໄລ ຂອງຜູ້ປະກອບການ ທີ່ສາມາດກໍານົດໄດ້. ໂດຍລວມແລ້ວ, ເຫັນວ່າ: ພັນທະຕ່າງໆ ທີ່ກໍານົດຢູ່ໃນໂຄງປະກອບລາຄານໍ້າມັນເຊື້ອໄຟ, ເວົ້າສະເພາະນໍ້າມັນກາຊວນ (ພາສີຂາເຂົ້າ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ກອງທຶນທາງ, ຄັງແຮ, ກວດສອບຄຸນນະພາບ ແລະ ອີ-ມິດເຕີ) ກວມ 34%, ລາຍຈ່າຍຜູ້ປະກອບການ (ຄ່າຄວາມສ່ຽງ, ສີ້ນເປືອງ, ກໍາໄລ ແລະ ຄ່າບໍລິການປໍ້າ) ກວມພຽງ 5% ຂອງລາຄາຂາຍຍ່ອຍ. ໃນຕໍ່ໜ້າລັດຖະບານ ໄດ້ຄົ້ນຄວ້າວິທີການ ແລະ ກົນໄກຄຸ້ມຄອງລາຄານ້ຳມັນເຊື້ອໄຟຢູ່ພາຍໃນປະເທດ ເພື່ອໃຫ້ສອດຄ່ອງ ແລະ ທັນກັບສະພາບການເໜັງຕີງ ຂອງລາຄານ້ຳມັນເຊື້ອໄຟ ໃນຕະຫຼາດພາກພື້ນ ແລະ ສາກົນ, ຊຶ່ງຈະພິຈາລະນາຮັບຮອງໃນຕໍ່ໜ້ານີ້.

2) ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ແມ່ນຂ້າພະເຈົ້າ ໄດ້ລາຍງານໂດຍລວມ ຂ້າງເທິງນັ້ນແລ້ວ, ແຕ່ຈະຂໍເໜັ້ນໜັກຕື່ມວ່າ: ລັດຖະບານ ໄດ້ເອົາໃຈໃສ່ຊີ້ນໍາບັນດາຂະແໜງການ, ຜູ້ປະກອບການ, ວິສາຫະກິດ ເຂົ້າຮ່ວມຊ່ວຍເຫຼືອສ້າງບ້ານຕົວແບບລຶບລ້າງຄວາມທຸກຍາກ, ຊຸກຍູ້ບັນດາວິສາຫະກິດລົງທຶນໃສ່ການຜະລິດກະສິກຳ ເປັນສິນຄ້າ ດ້ວຍຮູບແບບຕ່າງໆ, ປະເທດເພື່ອນມິດ ກໍ່ໄດ້ໃຫ້ການສະໜັບສະໜູນ ດ້ວຍທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ຕາມຮູບແບບຮ່ວມມື 2 ຝ່າຍ.

        3) ນະໂຍບາຍຊົດເຊີຍຕໍ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ: ຄະນະກໍາມະການໄກ່ເກ່ຍຂັ້ນນະຄອນຫຼວງ ແລະ ແຂວງ ໄດ້ປະສານສົມທົບກັບຜູ້ຮັບເໝົາ ໄດ້ດຳເນີນການໄກ່ເກ່ຍກັບປະຊາຊົນ ມາຮອດປັດຈຸບັນ, ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້ສຳເລັດ 94%. ສ່ວນການຊົດເຊີຍສິ່ງກີດຂວາງ ງວດທີ 1 ມີມູນຄ່າທັງໝົດ 56 ກວ່າຕື້ກີບ ໃຫ້ແກ່ປະຊາຊົນ ແຂວງວຽງຈັນ, ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ແລະ ໃນປີ 2019 ລັດຖະບານ ໄດ້ຈັດສັນງົບປະມານ ຈຳນວນ 250 ຕື້ກີບ ແລະ ສປ ຈີນ ໄດ້ມີນະໂຍບາຍ ໃຫ້ກູ້ຢືມຕື່ມ ຈຳນວນ 160 ລ້ານໂດລາສະຫະລັດ ເພື່ອນຳໄປຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ.

 

ຮຽນ: ບັນດາທ່ານ ສະມາຊິກສະພາແຫ່ງຊາດ ທີ່ນັບຖື ແລະ ຮັກແພງ.

 

ເຖິງແນວໃດກໍ່ຕາມ ລັດຖະບານ ຮູ້ວ່າໝາກຜົນທີ່ບັນລຸໄດ້ແລ້ວນັ້ນ ຍັງມີຫຼາຍດ້ານຍັງບໍ່ທັນສົມຄູ່ກັບຄວາມອາດສາມາດບົ່ມຊ້ອນ ແລະ ເງື່ອນໄຂທີ່ອໍານວຍ. ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງເອົາໃຈໃສ່ແກ້ໄຂຢ່າງຈິງຈັງ, ເປັນຕົ້ນແມ່ນ:

 

ຂ. ດ້ານຄົງຄ້າງ.

  1. ອັດຕາສ່ວນການເຕີບໂຕຂອງເສດຖະກິດ ກໍ່ຖືວ່າດີ, ແຕ່ພື້ນຖານການເຕີບໂຕຍັງຂາດປະສິດທິພາບ, ຈຶ່ງເຮັດໃຫ້ຖານລາຍຮັບບໍ່ສົມບູນແບບ, ຈຶ່ງເຮັດໃຫ້ການເກັບລາຍຮັບບໍ່ສາມາດດຸ່ນດ່ຽງລາຍຈ່າຍໄດ້, ເປັນເຫດໃຫ້ມີຄວາມກົດດັນຕໍ່ສະພາບຄ່ອງ ແລະ ມີຄວາມສ່ຽງຕໍ່ການຄຸ້ມຄອງເສດຖະກິດມະຫາພາກ ເນື່ອງຈາກ ສ່ວນໃຫຍ່ຍັງອີງໃສ່ຊັບພະຍາກອນທຳມະຊາດເປັນຕົ້ນຕໍ, ສ່ວນຂະແໜງການຜະລິດພາຍໃນ ຍັງບໍ່ທັນປະກອນສ່ວນຢ່າງແຂງແຮງ, ການເຕີບໂຕຂອງເສດຖະກິດ ຈຶ່ງມີຫຼາຍຕົວເລກວາງອອກ ບໍ່ສາມາດບັນລຸໄດ້ຕາມແຜນການ.
  2. ການເກັບລາຍຮັບ ແມ່ນເພີ່ມຂຶ້ນ ຈາກການນຳໃຊ້ລະບົບທັນສະໄໝ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ, ແຕ່ກໍຍັງເຫັນວ່າບໍ່ສາມາດເກັບໄດ້ຢ່າງຄົບຖ້ວນ ໃນແຕ່ລະປີ ບາງທ້ອງຖິ່ນ ທີ່ຫ່າງໄກສອກຫຼີກ ຍັງບໍ່ສາມາດນໍາໃຊ້ລະບົບດັ່ງກ່າວໄດ້. ການຂາດດຸນບັນຊີການຊຳລະສະສາງເງິນຕາ ກັບຕ່າງປະເທດ ມີລັກສະນະເພີ່ມຂຶ້ນ. ປະລິມານຄັງສໍາຮອງເງິນຕາຕ່າງປະເທດ ກໍ່ບໍ່ທັນເພີ່ມຂຶ້ນໄດ້ເທົ່າທີ່ຄວນ ບາງຄັ້ງຍັງລຸດລົງຕື່ມອີກ ຍ້ອນວ່າການຂາດດູນການຄ້າຍັງສູງ, ຍັງບໍ່ທັນສາມາດຄຸ້ມຄອງການນຳເຂົ້າສິນຄ້າ ທີ່ບໍ່ຈຳເປັນ ແລະ ສິນຄ້ານອກລະບົບ ຢູ່ຕາມຊາຍແດນ, ການສົ່ງອອກ ສ່ວນໃຫຍ່ ມີການຊໍາລະສະສາງເງິນຕາຢູ່ຕ່າງປະເທດ.
  3. ສະມັດຕະພາບຂອງການຜະລິດຍັງບໍ່ທັນສູງ, ຍັງມີລັກສະນະທຳມະຊາດ ຈຶ່ງເຮັດໃຫ້ການຜະລິດກະສິກຳ ເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ບໍ່ທັນຂະຫຍາຍຕົວດີ ແລະ ບໍ່ທັນສົມຄູ່ກັບທ່າແຮງຂອງປະເທດ, ການນໍາໃຊ້ເຕັກໂນໂລຊີໃໝ່, ທັນສະໄໝ ຍັງມີໜ້ອຍ, ການປູກໄມ້ ເພື່ອສະໜອງໃຫ້ແກ່ອຸດສາຫະກຳປຸງແຕ່ງ ສ້າງມູນຄ່າເພີ່ມ ທົດແທນໄມ້ຈາກທໍາມະຊາດ ເພື່ອສ້າງລາຍຮັບ ໃຫ້ແກ່ປະເທດ ຍັງຈຳກັດ. ໂຄງປະກອບການລົງທຶນ ສ່ວນໃຫຍ່ ຍັງສຸມໃສ່ການພັດທະນາໂຄງລ່າງພື້ນຖານເປັນຕົ້ນຕໍ, ບໍ່ທັນເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ, ບໍ່ທັນມີກົນໄກນະໂຍບາຍ ທີ່ຈູງໃຈໃຫ້ແກ່ການລົງທຶນໃນກະສິກຳ; ການແຂ່ງຂັນຂອງ SMEs ຍັງບໍ່ທັນຂະຫຍາຍຕົວ ເຖິງວ່າພວກເຮົາຈະມີນິຕິກໍາທີ່ຮັບຮອງແລ້ວ ຫຼາຍສະບັບ ແຕ່ກໍ່ຍັງບໍ່ທັນສາມາດຊຸກຍູ້ສົ່ງເສີມ ໃຫ້ເຕີບໃຫຍ່ກາຍເປັນພື້ນຖານເສດຖະກິດແຫ່ງຊາດໄດ້, ລາຄາສິນຄ້າ, ຄ່າຄອງຊີບຂອງປະເທດເຮົາ ຍັງສູງກວ່າປະເທດອ້ອມຂ້າງຫຼາຍ.
  4. ການຄຸ້ມຄອງການລົງທຶນ ໂຄງການຂະໜາດໃຫຍ່ ພັດທະນາພື້ນຖານໂຄງລ່າງ ຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ, ເປັນຕົ້ນແມ່ນຂະແໜງໄຟຟ້າ, ບໍ່ແຮ່; ສ່ວນຂະແໜງການບໍລິການ ຍັງບໍ່ທັນປະກອບສ່ວນຢ່າງແຂງແຮງ ຕໍ່ການເຕີບໂຕເສດຖະກິດ ແລະ ການສ້າງລາຍຮັບ ໃຫ້ແກ່ງົບປະມານແຫ່ງລັດ.
  5. ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຍັງບໍ່ທັນເຮັດຢ່າງຈິງຈັງເຖິງຮາກຖານແທ້ ຈຶ່ງເຮັດໃຫ້ການພັດທະນາລະຫວ່າງຊົນນະບົດ ແລະ ຕົວເມືອງ ຍັງມີຄວາມແຕກຕ່າງກັັນຫຼາຍ.
  6. ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການຫຼິ້ນກິນຟຸມເຟືອຍ, ບັນຫາຢາເສບຕິດ, ການປຸ້ນຈີ້, ຂີ້ລັກງັດແງະ, ອຸບັດຕິເຫດ ແລະ ໄພສັງຄົມອື່ນໆ ເຖິງແມ່ນວ່າໄດ້ເອົາໃຈໃສ່ແກ້ໄຂ ແຕ່ກໍ່ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ຍັງມີລັກສະນະແຜ່ຫຼາຍ ແລະ ສົ່ງຜົນທາງລົບຕໍ່ສັງຄົມ ໂດຍສະເພາະແມ່ນໄວໜຸ່ມ, ການແກ້ໄຂຄະດີຕາມຂະບວນຍຸຕິທຳ ມີຫຼາຍອັນຍັງຊັກຊ້າ, ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ຕາມກົດໝາຍ ຍັງບໍ່ທັນມີປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍ.
  7. ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຍັງບໍ່ທັນເຂັ້ມງວດ ແລະ ສັກສິດແທ້, ກົງຈັກລັດ ຍັງບໍ່ທັນກະທັດຮັດ ແລະ ການປະສານງານລະຫວ່າງສາຍຕັ້ງ-ສາຍຂວາງ ແລະ ການຕິດຕາມກວດກາແຕ່ລະວຽກງານຍັງບໍ່ທັນເປັນລະບົບ ແລະ ຄ່ອງຕົວເທົ່າທີ່ຄວນ. ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ-ຫຼາຍຝ່າຍ ໃນລະດັບຂະ     ແໜງການ ກໍ່ຍັງດຳເນີນໄປຊັກຊ້າ, ຂາດນໍ້າໃຈຮັບຜິດຊອບ, ຂາດຄວາມກະຕືລືລົ້ນ, ມີຊ່ອງຫວ່າງໃຫ້ມີການສວຍໂອກາດ ກົດໜ່ວງຖ່ວງດຶງເພື່ອຜົນປະໂຫຍດຂອງ ກຸ່ມຄົນ ແລະ ບຸກຄົນ,  ລະບົບປະສານງານ, ຕິດຕາມ ແລະ ຊຸກຍູ້ ກໍ່ຍັງເຮັດບໍ່ທັນເປັນລະບົບຕໍ່ເນື່ອງ ເຮັດໃຫ້ຄຸນປະໂຫຍດຕົວຈິງຈາກວຽກງານດັ່ງກ່າວຍັງຈໍາກັດ. ຕະຫຼອດເຖິງການປັບປຸງສະພາບແວດລ້ອມໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ ຍັງບໍ່ທັນມີການຫັນປ່ຽນຢ່າງຕັ້ງໜ້າ.
  8. ການສົ່ງເສີມປີທ່ອງທ່ຽວ 2018 ເຫັນວ່າເປັນຂະບວນການດີ, ແຕ່ການລົງເລິກແກ້ໄຂສິ່ງກີດຂວາງ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ເປັນຕົ້ນ ແມ່ນບັນຫາການເຂົ້າ-ອອກ ຂອງນັກທ່ອງທ່ຽວ ຢູ່ບັນດາດ່ານສາກົນ, ການເກັບຄ່າທໍານຽມຢູ່ແຕ່ລະດ່ານ, ການເກັບປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ, ການເກັບຄ່າໂດຍສານຂົນສົ່ງ ແລະ ອື່ນໆ ຕະຫຼອດຮອດການປັບປຸງຄຸນນະພາບຂອງການບໍລິການ ຕໍ່ນັກທ່ອງທ່ຽວ ຍັງເຮັດໄດ້ຊ້າ ແລະ ບໍ່ເປັນເອກະພາບ.

 

              ຮຽນ: ທ່ານ ປະທານກອງປະຊຸມ ທີ່ເຄົາລົບ.

              ບັນດາທ່ານ ສະມາຊິກສະພາແຫ່ງຊາດ ທີ່ຮັກແພງທັງຫຼາຍ.

 

                ທັງໝົດນັ້ນ, ແມ່ນຕີລາຄາສະພາບໂດຍລວມ ທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ຈຳນວນໜຶ່ງ ຂອງລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ ຈໍາເປັນຈະຕ້ອງໄດ້ມີການປັບປຸງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ບັນລຸຕາມຄາດໝາຍທີ່ວາງໄວ້. ສະນັ້ນ ໃນຕໍ່ໜ້າ ຈະຕ້ອງໄດ້ເອົາໃຈໃສ່ໃນບາງບັນຫາດັ່ງນີ້:

 

  1. ທິດທາງແຜນການໃນປີ 2019.
  1. ສຸມໃສ່ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ ໄວ້ຢ່າງໜັກແໜ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີປະສິດທິຜົນກວ່າເກົ່າ ເພື່ອເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.
  2. ຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ, ເຂັ້ມແຂງ ແລະ ຍືນຍົງ, ສູ້ຊົນເຮັດໃຫ້ການເຕີບໂຕຂອງເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພີ່ມຂຶ້ນ 6,7% ຂຶ້ນໄປ, ສະເລ່ຍລາຍຮັບຕໍ່ຫົວຄົນ ປະມານ 2.726 ໂດລາສະຫະລັດ, GNI ໃຫ້ໄດ້ປະມານ 2.317 ໂດລາສະຫະລັດ. ສືບຕໍ່ລະດົມທຶນ ເພື່ອການພັດທະນາໃຫ້ໄດ້ທັງໝົດບໍ່ຕໍ່ຳກວ່າ 44.347 ຕື້ກີບ ເທົ່າກັບ 27% ຂອງ GDP.
  3. ສຸມໃສ່ປະຕິບັດຕາມ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII ຢ່າງເຂັ້ມງວດ ແລະ ເຄັ່ງຄັດກວ່າເກົ່າ ເພື່ອພ້ອມກັນສູ້ຊົນໃຫ້ບັນລຸໄດ້ຄາດໝາຍຕ່າງໆ ທີ່ວາງໄວ້ ບົນພື້ນຖານຈິດໃຈປະຢັດ, ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ, ຄໍາສັ່ງ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ຄໍາສັ່ງ ເລກທີ 12/ນຍ ດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ແລະ ແຈ້ງການອື່ນໆ ຂອງລັດຖະບານວາງໄວ້ ຢ່າງເຂັ້ມງວດ ເພື່ອຮັກສາຈັງຫວະການເຕີບໂຕທາງດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຢູ່ໃນທ່ວງທ່າທີ່ດີຂຶ້ນ.
  4. ໃນປີ 2019 ນີ້, ລັດຖະບານ ຖືວ່າຈະເປັນປີ ປ່ຽນແປງທີ່ສຳຄັນ ໃນການສ້າງແຜນລາຍຮັບ-ລາຍຈ່າຍ ໂດຍອີງໃສ່ຄວາມອາດສາມາດທາງດ້ານງົບປະມານຕົວຈິງ ເພື່ອສ້າງແຜນລາຍຈ່າຍງົບປະມານ  ແນໃສ່ຫຼຸດຜ່ອນການຂາດດຸນງົບປະມານ ທີ່ຊໍ້າເຮື້ອມາດົນ, ແຜນການປີ 2019 ຕ້ອງເປັນແຜນມີລັກສະນະຫັນປ່ຽນ ຢ່າງເລິກເຊິ່ງແທ້. ໃນເງື່ອນໄຂທີ່ພວກເຮົາມີຄວາມຫຍຸ້ງຍາກດ້ານງົບປະມານ ຄືປະຈຸບັນ ລັດຖະບານ ຈະສຸມໃສ່ແກ້ໄຂໄພພິບັດ ແລະ ຈັດສັນງົບປະມານໃຫ້ແກ່ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ການລົງທຶນທີ່ຈຳເປັນເທົ່ານັ້ນ.
  5. ສືບຕໍ່ປັບປຸງບັນດາຫົວໜ່ວຍວິສາຫະກິດຂອງລັດ ໃຫ້ມີປະສິດທິພາບ ທາງດ້ານເສດຖະກິດ, ເປັນຖານທີ່ເຂັ້ມແຂງ ເພື່ອສາມາດສ້າງລາຍຮັບ ທີ່ໝັ້ນຄົງ ໃຫ້ແກ່ງົບປະມານແຫ່ງລັດ ຢ່າງແທ້ຈິງ. ປຸກລະດົມໃຫ້ພາກເອກະຊົນ, ທຸກຫົວໜ່ວຍທຸລະກິດ, ທົ່ວສັງຄົມເຂົ້າຮ່ວມ ແລະ ປະກອບສ່ວນໃນການພັດທະນາ ໃຫ້ຫຼາຍຂຶ້ນ (ບໍ່ເອື່ອຍອີງໃສ່ແຕ່ການລົງທຶນຂອງລັດ). ເພີ່ມທະວີການຂຸດຄົ້ນລາຍຮັບ ຈາກຖານລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນ ປະຕິຮູບຫັນໄປສູ່ທັນສະໄໝ ແລະ ຍົກລະດັບຄວາມສາມາດຂອງພະນັກງານໃນການຄຸ້ມຄອງ ແລະ ເກັບລາຍຮັບຢ່າງເປັນລະບົບຮັດກຸມ.
  6. ໃຫ້ຄວາມສຳຄັນການຜັນຂະຫຍາຍການຄົ້ນຄວ້າທາງດ້ານວິທະຍາສາດ ເພື່ອຍົກສູງສະມັດຕະພາບການຜະລິດໃນຂົງເຂດກະສິກຳ ໃຫ້ມີສະມັດຖະພາບສູງກວ່າເກົ່າ (ແນວພັນ, ເຕັກນິກໃໝ່) ຮັບປະກັນໃຫ້ແກ່ການຄໍ້າປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານຂອງຊາດ, ສົ່ງເສີມການຜະລິດເປັນສິນຄ້າ ອຸດສາຫະກໍາຜະລິດສະບຽງອາຫານ ແລະ ສົ່ງອອກ ໂດຍສຸມໃສ່ເປົ້າໝາຍ ສົ່ງເສີມ SMEs ແລະ MSMEs (ຈຸລະວິສາຫະກິດ) ໃຫ້ມີຄວາມເຂັ້ມແຂງສາມາດແຂ່ງຂັນ; ເອົາໃຈໃສ່ແກ້ໄຂບັນຫາການຄ້າຂາຍ ບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕາມຊາຍແດນ ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ແນໃສ່ຄຸ້ມຄອງລັດ ດ້ວຍກົດໝາຍ ໃຫ້ມີຜົນສັກສິດ ເຂັ້ມແຂງ ໃນທຸກຂະແໜງການ.
  7. ເດັດດ່ຽວຕັດສິນໃຈແກ້ໄຂຂໍ້ຄົງຄ້າງ ຂອງລະບົບການເງິນ, ເງິນຕາ ໃຫ້ໄດ້ຢ່າງເລັ່ງດ່ວນ, ຄຸ້ມຄອງການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ມີປະສິດທິຜົນ, ປະຢັດ, ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ການນຳໃຊ້ງົບປະມານແຫ່ງລັດ; ສົ່ງເສີມກົນໄກເສດຖະກິດຕະຫຼາດ ທີ່ມີການດັດສົມຂອງລັດ; ປະຕິບັດວິໄນແຜນການ-ການເງິນ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການນຳໃຊ້ທຶນມີປະສິດທິຜົນສູງ ແລະ ຫຼຸດຜ່ອນໜີ້ສິນລົງເປັນກ້າວໆ. 
  8. ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃຫ້ບັນດາໂຄງການຂະໜາດໃຫຍ່ ເປັນຕົ້ນແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟ, ບັນດາໂຄງການໃນຂະແໜງໄຟຟ້າ-ບໍ່ແຮ່, ກະສິກໍາ ແລະ ຂະແໜງການອື່ນໆ ທີ່ໄດ້ກ້າວເຂົ້າສູ່ຂັ້ນຕອນເຊັນສັນຍາການພັດທະນາໄປແລ້ວນັ້ນ ໃຫ້ສາມາດຈັດຕັ້ງປະຕິບັດຕາມແຜນການ, ຊຸກຍູ້ບັນດາໂຄງການທີ່ໄດ້ອະນຸຍາດ ໄປແລ້ວນັ້ນ ໃຫ້ດຳເນີນຢ່າງເປັນລະບົບ ແລະ ສອດຄ່ອງກັບກົດໝາຍ ແລະ ສັນຍາ ທີ່ໄດ້ເຊັນກັບລັດຖະບານ. ພ້ອມນັ້ນ, ກໍ່ເລັ່ງແກ້ໄຂບັນຫາການຜະລິດໄຟຟ້າ ທີ່ບໍ່ມີຕະຫຼາດຮອງຮັບ.
  9. ສືບຕໍ່ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານສາມສ້າງ ໃຫ້ເລິກເຊິ່ງກວ່າເກົ່າ, ໃນປີ 2019 ນີ້ ຈະສຸມໃສ່ສ້າງບ້ານ ໃຫ້ມີເງື່ອນໄຂບັນລຸມາດຕະຖານພົ້ນທຸກ 220 ບ້ານ ແລະ ສ້າງເມືອງພົ້ນທຸກ ຈຳນວນ 2 ເມືອງ : ເມືອງຊ່ອນ, ແຂວງຫົວພັນ ແລະ ເມືອງນອງ, ແຂວງສະຫວັນນະເຂດ; ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າ ສ້າງລາຍໄດ້ໃຫ້ແກ່ຄອບຄົວ ຕິດພັນກັບການລົງທຶນ, ການບໍລິການສອງສົ້ນ ຂອງຜູ້ປະກອບການຕ່າງໆ, ສຸມໃສ່ຈັດສັນພູມລຳເນົາ ແລະ ອາຊີບໝັ້ນທ່ຽງໃຫ້ປະຊາຊົນ ຢູ່ບັນດາຈຸດສຸມຈັດສັນຂອງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ໃຫ້ມີປະສິດທິຜົນ. ແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງ; ສຸມໃສ່ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງ ໃຫ້ຫຼາຍຂຶ້ນ, ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄວາມເຂັ້ມແຂງ ຕາມທິດ 3 ສ້າງ, ຍາດແຍ່ງການສະໜັບສະໜູນ ທາງດ້ານທຶນຮອນ ແລະ ວິຊາການກັບບັນດາປະເທດເພື່ອນມິດພາກພື້ນ ແລະ ສາກົນ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ກ້າວສູ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຕາມທິດພັດທະນາສີຂຽວ-ຍືນຍົງ (Green Growth).
  10. ສືບຕໍ່ຄົ້ນຄວ້າ ແລະ ປັບປຸງໂຄງສ້າງຂອງການລົງທຶນ ໂດຍສະເພາະ ໃນຂົງເຂດສັງຄົມ ໃຫ້ສອດຄ່ອງ, ແທດ   ເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.
  11. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ ມີປະສິດທິຜົນ, ຫຼຸດໂກຕາພະນັກງານ-ລັດຖະກອນໃໝ່ ລົງໃນແຕ່ລະປີ ເພື່ອຫຼຸດຜ່ອນພາລະແບກຫາບຂອງງົບປະມານລັດ ແຕ່ຈະເໜັ້ນໜັກໃສ່ການຍົກລະດັບຄວາມຮູ້ດ້ານວິຊາການ ແລະ ຫົວຄິດປະດິດຄິດສ້າງ ຂອງພະນັກງານ-ລັດຖະກອນ ເພື່ອສ້າງຂີດຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດທິຜົນ ແລະ ປະສິດທິພາບດີຂຶ້ນກ່ວາເກົ່າ, ຫັນພະນັກງານສູນກາງ ລົງຊ່ວຍທ້ອງຖິ່ນ ຕາມທິດຂອງສູນກາງພັກ ໄດ້ວາງອອກ.
  12. ສືບຕໍ່ສ້າງເງື່ອນໄຂເອື້ອອຳນວຍ ແລະ ແກ້ໄຂບັນຫາຂອດຂັ້ນ ທີ່ຍັງເປັນການກົດໜ່ວງຖ່ວງດຶງການພັດທະນາ ໂດຍສະເພາະ ແມ່ນການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ, ທັງເປັນການຊຸກຍູ້ ສົ່ງເສີມການທ່ອງທ່ຽວ ເພື່ອເປັນການກະກຽມໃຫ້ແກ່ປີ ທ່ອງທ່ຽວລາວ-ຈີນ ໃນປີ 2019 ໃຫ້ໄດ້ດີກວ່າເກົ່າ.
  13. ສືບຕໍ່ຟື້ນຟູ ປັບປຸງພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ໂດຍສະເພາະແມ່ນເມືອງສະໜາມໄຊ ແຂວງອັດຕະປື.
  14. ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດ ການເຊື່ອມໂຍງສາກົນ ແລະ ພາກພື້ນ ຢ່າງເປັນເຈົ້າການ.

 

  1. ມາດຕະການຈັດຕັ້ງປະຕິບັດ:

          ​ເພື່ອ​ເຮັດ​ໃຫ້​ໜ້າ​ວຽກ​ຈຸດ​ສຸມ ​ແລະ ຄາດ​ໝາຍ​ຕົ້ນຕໍ​ບັນລຸ​ຕາມ​ແຜນ​ທີ່​ວາງ​ໄວ້​ນັ້ນ, ​ໃນ​ໄລຍະ 2 ປີ​ຕໍ່ໜ້າ, ລັດຖະ ບານ​ ຈະ​ເອົາ​ໃຈ​ໃສ່​ປະຕິບັດ​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ ​ດັ່ງນີ້:

  1. ຍົກສູງຄວາມຮັບຜິດຊອບຂອງ ການນໍາຂັ້ນລັດຖະບານ, ກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຕ້ອງສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ໃນໄລຍະເວລາ 2 ປີ ທີ່ຍັງເຫຼືອໃຫ້ເລິກເຊິ່ງກວ່າເກົ່າ ແນໃສ່ບັນລຸຕາມຄາດໝາຍທີ່ກໍານົົດໄວ້ຕາມແຜນການ. 
  2. ສຸມໃສ່ຮັກສາສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ແກ້ໄຂຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແລະ ປະກົດການຫຍໍ້ທໍ້ທາງສັງຄົມ, ການຄ້າຂາຍຢາເສບຕິດ, ການກໍ່ອາດສະຍາກໍາ, ຊິງຊັບ, ຂີ້ລັກງັດແງະ, ອັກຄີໄພ ໃຫ້ໄດ້ຢ່າງໜັກແໜ້ນ. ສຸມໃສ່ຫັນລົງກໍ່ສ້າງຮາກຖານການເມືອງ ໃຫ້ເຂັ້ມແຂງກວ່າເກົ່າ ໂດຍຫັນພະນັກງານຂັ້ນສູນກາງ ລົງຊ່ວຍທ້ອງຖິ່ນ ເພື່ອຮັບປະກັນໃຫ້ຮາກຖານມີຄວາມເຂັ້ມແຂງໜັກແໜ້ນ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນແມ່ນບັນຫາຢາເສບຕິດ ແລະ ຮັບປະກັນໃຫ້ການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ ມີຄວາມປອດໄພ 100%.
  3. ຊີ້ນໍາບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃຫ້ເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍ  ແລະ ຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ລະບຸໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2019 ແຕ່ຕົ້ນປີ ເພື່ອໃຫ້ບັນລຸຕາມແຜນການ. ໃນນັ້ນ:
  • ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນກ່ຽວ ຂ້ອງສ້າງແຜນການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ, ຄໍາສັ່ງ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ຄໍາສັ່ງ ເລກທີ 12/ນຍ ດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊູກຍູ້ເສດຖະກິດ ຢ່າງມີຈຸດສຸມ ເພື່ອຕິດຕາມກວດກາ ແລະ ປະເມີນຜົນລາຍງານລັດຖະບານ ແລະ ສະພາແຫ່ງຊາດ ເປັນແຕ່ລະໄລຍະ.
  • ໃຫ້ກະຊວງການເງິນ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກົນໄກຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍ ຫັນໄປສູ່ທັນສະໄໝ ໃຫ້ຄົບຖ້ວນຕາມກົດໝາຍ ກຳນົດ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ພ້ອມທັງ ກວດກາຄືນຖານລາຍຮັບ ໃຫ້ມີຄວາມຊັດເຈນ ເພື່ອວາງແຜນງົບປະມານ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະປີ. ຊີ້ນຳໃຫ້ຄະນະສະເພາະກິດ ທີ່ໄດ້ຮັບການແຕ່ງຕັ້ງ ຮີບຮ້ອນກວດກາ ແລະ ປັບປຸງບັນດາລັດວິສາຫະກິດຕ່າງໆ ໃຫ້ສຳເລັດໂດຍໄວ ເພື່ອປະຕິຮູບໃຫ້ມີຄວາມເຂັ້ມແຂງ ເປັນຖານລາຍຮັບ ທີ່ເຂັ້ມແຂງໃຫ້ງົບປະມານ ແຫ່ງລັດແທ້.
  • ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປັບປຸງນະໂຍບາຍ ແລະ ກົນໄກ ເພື່ອດຶງດູດການລົງທຶນຂອງພາກເອກະຊົນ ເຂົ້າໃນການນພັດທະນາ ໃຫ້ເປັນຮູບປະທຳແທ້ ເປັນຕົ້ນແມ່ນ ການລົງທຶນໃສ່ພື້ນຖານໂຄງລ່າງ ໃນຮູບແບບ BOT ແລະ PPP ແກ້ໃຫ້ໄດ້ບັນດາສິ່ງອຸດຕັນໃນການລົງທຶນ.
  • ໃຫ້ກະຊວງການເງິນ ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກວດກາຄືນງົບປະມານ ໃນການຄົ້ນຄວ້າວິທະຍາສາດ ເພື່ອນຳໃຊ້ເຂົ້າໃນການນຳເອົາຜົນຂອງການຄົ້ນຄວ້າທີ່ດີ ມາດັດປັບ ໃຫ້ເຂົ້າກັບສະພາບຕົວຈິງ ຂອງບ້ານເຮົາ ເພື່ອຍົກສະມັດທະພາບ ໃນຂົງເຂດການຜະລິດຕ່າງໆ ໃຫ້ມີປະສິດຜົນສູງກວ່າເກົ່າ, ບໍ່ອະນຸຍາດໃຫ້ໃຊ້ງົບປະມານຄົ້ນຄວ້າວິທະຍາສາດ ໃຊ້ເຂົ້າໃນວຽກງານບໍລິຫານ, ສ້າງພື້ນຖານໂຄງລ່າງ ຫຼື ໃຊ້ໄປຕ່າງປະເທດ.
  • ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບທະນາຄານແຫ່ງ ສປປ ລາວ ຄົ້ນຄວ້າກ່ຽວກັບກອງທຶນ SMEs ໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນແຕ່ຕົ້ນປີ 2019 ແລະ ປ່ອຍກູ້ໃຫ້ຖືກກັບເປົ້າໝາຍ ເພື່ອຊຸກຍູ້ SMEs ໃຫ້ຂະຫຍາຍຕົວ ກາຍເປັນຖານການຜະລິດ ແລະ ແຫຼ່ງລາຍຮັບໃໝ່ເພີ່ມຂຶ້ນ. ຄຸ້ມຄອງລາຄາສິນຄ້າ ຕາມທ້ອງຕະຫຼາດ ເພື່່ອບໍ່ໃຫ້ມີການສວຍໂອກາດ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ.
  • ໃຫ້ອົງການກວດກາລັດຖະບານ ສົມທົບກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ແລະ ຜູ້ປະກອບການ ເພື່ອແກ້ໄຂຕໍ່ຜູ້ທີ່່ກະທຳຜິດຕໍ່ກົດໝາຍ ແລະ ລະບຽບການ, ວິໃນແຜນການ-ການເງິນ ຢ່າງເຂັ້ມງວດ.
  • ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາຄືນ ບັນດາໂຄງການລົງທຶນ ທີ່ໄດ້ອະນຸມັດໄປແລ້ວ ໃຫ້ຈັດຕັ້ງປະຕິບັດໄປຕາມສັນຍາ, ເດັດຂາດແກ້ໄຂ ບັນດາໂຄງການ ທີ່ບໍ່ປະຕິບັດຕາມສັນຍາ, ປະສິດທິພາບຕໍ່າ, ມີຜົນກະທົບຕໍ່ສະພາບແວດລ້ອມສູງ. ນອກນັ້ນ, ໂຄງການໃດ ທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ (ແກ່ຍາວເວລາ) ກໍ່ໃຫ້ຄົ້ນຄວ້າແກ້ໄຂຕາມສັນຍາ ແລະ ລະບຽບກົດໝາຍ ເພື່ອບໍ່ເປັນການຖ່ວງດຶງການພັດທະນາຂອງທ້ອງຖິ່ນ.
  • ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການກວດກາ ບັນດາເຂື່ອນໄຟຟ້າ ທີ່ສ້າງສຳເລັດ ດຳເນີນການຜະລິດໄຟຟ້າແລ້ວ, ກຳລັງກໍ່ສ້າງ ຖ້າເຫັນວ່າຍັງບໍ່ທັນໄດ້ຕາມມາດຕະຖານ-ເຕັກນິກ ແມ່ນໃຫ້ສະເໜີລັດຖະບານ ພິຈາລະນາ ແກ້ໄຂເປັນແຕ່ລະກໍລະນີ ເພື່ອບໍ່ໃຫ້ເກີດເຫດການຊ້ຳອີກ. ພ້ອມກັນນີ້, ກໍ່ໃຫ້ກວດກາບັນດາໂຄງການທີ່ໄດ້ອະນຸຍາດໃຫ້ສຳຫຼວດ, ຂຸດຄົ້ນ ແຮ່ທາດຕ່າງໆ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ.
  • ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ຈັດຕັ້ງປະ ຕິບັດການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ບັນລຸໄດ້ຕາມແຜນການ ແລະ ເປົ້າໝາຍການພັດທະນາຕ່າງໆ ໂດຍສະເພາະບັນດາຈຸດສົມຂອງສູນກາງ, ຂອງແຂວງ ໃຫ້ມີໂຄງການ, ມີຜູ້ຮັບຜິດຊອບ ແລະ ມີງົບປະມານເຂົ້າໃນການປະຕິບັດຕົວຈິງ.
  • ໃຫ້ກະຊວງພາຍໃນ ຮີບຮ້ອນຄົ້ນຄວ້າກ່ຽວກັບກົງຈັກຂອງລັດຖະບານ, ບັນດາກົງຈັກຂອງກະຊວງ, ອົງ ການລັດທຽບເທົ່າກະຊວງ, ບັນດາແຂວງ, ນະຄອນຫຼວງວຽງຈັນ ຕະຫຼອດຮອດຂັ້ນເມືອງ, ບ້ານ ໃຫ້ມີຄວາມກະທັດຮັດກວ່າເກົ່າ, ແຕ່ມີປະສິດທິຜົນ. ສືບຕໍ່ອອກບັດໃຫ້ລັດຖະກອນໃນທົ່ວປະເທດ ເພື່ອຄຸ້ມຄອງລັດຖະກອນໃຫ້ເຂັ້ມງວດ.
  • ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ສຸມໃສ່ແກ້ໄຂພື້ນຖານໂຄງລ່າງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ກວດກາຄືນຢ່າງລະອຽດ, ຮັດກຸມ ເພື່ອບໍ່ໃຫ້ເປັນຊ່ອງຫວ່າງ ຂຶ້ນແຜນງົບປະມານເກີນຄວາມເປັນຈິງ ແລະ ເປັນໂຄງການທີ່ໄດ້ຮັບຜົນກະທົບຈາກໄພພິບັດແທ້.
  • ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາ ແລະ ແກ້ໄຂບັນຫາຄົງຄ້າງ ທີ່ຍັງບໍ່ທັນເປັນການອຳນວຍຄວາມສະດວກ ໃຫ້ແກ່ການດຶງດູດການທ່ອງທ່ຽວ ເພື່ອສຸມໃສ່ດຶງດູດເອົານັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ໂດຍສະເພາະປີທ່ອງທ່ຽວລາວ-ຈີນ ໃນປີ 2019 ນີ້ ໃຫ້ບັນລຸໄດ້ຕາມແຜນ ການ, ພ້ອມທັງສ້າງກິດຈະກຳຕ່າງໆ ເພື່ອສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວຢາກກັບຄືນມາທ່ອງທ່ຽວໃນປະເທດອີກ.
  • ໃຫ້ກະຊວງການຕ່າງປະເທດ ເປັນເຈົ້າການເຈົ້າການກະກຽມ ໃຫ້ແກ່ການ ເຄື່ອນໄຫວຕ່າງປະເທດ ຂອງການນຳພັກ-ລັດ ໃຫ້ໄດ້ຢ່າງມີຈຸດສຸມ, ຊຸກຍູ້ຜັນຂະຫຍາຍການຕົກລົງກັບຕ່າງປະເທດໃຫ້ເປັນຮູບປະທຳແທ້, ບໍ່ຢາກໃຫ້ເປັນໄປຕາມມີຕາມເກີດ.
  1. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການສ້າງ ແລະ ປັບປຸງກົນໄກ ແລະ ແຜນການຕິດຕາມກວດກາ, ປະເມີນຜົນ ແລະ ສະຫຼຸບຕີລາຄາຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ເພື່ອລາຍງານລັດຖະບານ ແລະ ສະພາແຫ່ງຊາດ ຊາບ ແລະ ມີທິດຊີ້ນໍາເປັນແຕ່ລະໄລຍະ.

 

ທ່ານ ປະທານ ທີ່ນັບຖື

ບັນດາທ່ານ ຜູ້ນຳ, ສະມາຊິກສະພາແຫ່ງຊາດ, ແຂກທີ່ມີກຽດທັງຫຼາຍ

 

ຂ້າພະເຈົ້າ ສະເໜີຄຳເຫັນທີ່ຈະລົງທ້າຍນີ້ ດ້ວຍຄວາມຮຽກຮ້ອງ ມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ໂດຍສະເພາະຕໍ່ສະພາແຫ່ງຊາດ ເພື່ອຂໍການສະໜັບສະໜູນ ໃຫ້ກຳລັງໃຈແກ່ລັດຖະບານ ໃນການປະຕິບັດໜ້າທີ່ຂອງຕົນໃນປີ 2019 ນີ້ ໃຫ້ເປັນປີແຫ່ງ :

  • ບຸກໃຫ້ທະລຸ ໃນການບໍລິຫານຈັດການ ທີ່ດີກວ່າ, ໜັກແໜ້ນ, ເຂັ້ມແຂງກວ່າ ເພື່ອສ້າງທ່ວງທ່າໃຫຍ່ກວ່າ ເພື່ອຕໍ່ສູ້ກັບບັນຫາ, ອຸປະສັກ ແລະ ຄວາມຫຍຸ້ງຍາກ ດ້ານການພັດທະນາເສດຖະກິດ ໃຫ້ລຸໂລ່ງໄປ ເພື່ອເປັນທ່າແຮງໃຫ້ຊຸມປີຕໍ່ໆໄປ.
  • ປີ 2019 ທີ່ຈະມາເຖິງນີ້ ຂໍໃຫ້ເປັນປີທີ່ຫັນລົງສູ່ຊົນນະບົດ, ຫັນລົງສູ່ຮາກຖານ, ສ້າງຂະບວນການ ຢູ່ຮາກຖານ ໃຫ້ມີສະຖຽນລະພາບທາງການເມືອງ, ເສດຖະກິດ ພັດທະນາຊີວິດການເປັນຢູ່ໃຫ້ມີການປ່ຽນແປງດີຂຶ້ນ, ຄວາມທຸກຍາກໃຫ້ຫຼຸດຜ່ອນລົງ ໃຫ້ປະຊາຊົນເຮົາເປັນເຈົ້າທ້ອງຖິ່ນ, ເປັນເຈົ້າຕົນເອງ, ຮູ້ສ້າງ, ຮູ້ສາ, ຮູ້ຄ້າ, ຮູ້ຂາຍ ດີຂຶ້ນກວ່ານີ້ ຢ່າງເປັນຮູບປະທຳ ເຮັດໃຫ້ແນວທາງນະໂຍບາຍ ຖືປະຊາຊົນເປັນກົກ, ຖືຊົນນະບົດເປັນຮາກຖານທີ່ໝັ້ນ ອັນໜັກ   ແໜ້ນ ຂອງພັກເຮົາ ໃຫ້ປະກົດຜົນເປັນຈິງ.
  • ຢາກໃຫ້ປີ 2019 ເປັນປີແຫ່ງການເປີດຂະບວນການແຂ່ງຂັນຮັກຊາດ ເພື່ອພັດທະນາ ທີ່ເປັນຂະບວນການທົ່ວສັງຄົມ ໃຫ້ຟົດຟື້ນກວ່າເກົ່າ, ສ້າງຄວາມຕື່ນຕົວ, ກະຕືລືລົ້ນກວ່າເກົ່າ...

ທັງໝົດເຫຼົ່ານີ້, ກໍ່ເພື່ອສ້າງຂະບວນການໃຫ້ແກ່ການກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຮົາ ເຮັດໃຫ້ເຫດການສຳຄັນດັ່ງກ່າວ ທີ່ຈະມາເຖິງນັ້ນ ໃຫ້ກາຍເປັນການສ້າງທ່ວງທ່າໃໝ່ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ, ສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍໝາກຜົນຂອງການປະຕິວັດ ທີ່ບັນພະບູລຸດຂອງພວກເຮົາ ໄດ້ສຸມສະຕິປັນຍາ, ເລືອດເນື້ອ, ເຫື່ອແຮງ ດ້ວຍຄວາມເສຍສະຫຼະ ປະໄວ້ ໃຫ້ພວກເຮົາ ແລະ ຄົນລຸ້ນຕໍ່ໆໄປໄດ້ປົກປັກຮັກສາໃຫ້ໝັ້ນຄົງຕະຫຼອດໄປ.

ສຸດທ້າຍນີ້ ຂໍໍອວຍພອນໃຫ້ທ່ານ ປະທານປະເທດ, ປະທານ, ຄະນະປະທານກອງປະຊຸມ, ການນຳພັກ ແລະ ລັດ, ບັນດາສະມາຊິກສະພາ, ຜູ້ແທນກອງປະຊຸມ ແລະ ແຂກຜູ້ມີກຽດທຸກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

ອວຍພອນໃຫ້ກອງປະຊຸມສະພາແຫ່ງຊາດ ໃນເທື່ອນີ້ ຈົ່ງປະສົບຜົນສຳເລັດ ຢ່າງສະຫງ່າງາມ.

ມາຮອດນີ້ ການລາຍງານຂອງຂ້າພະເຈົ້າ ກໍ່ສິ້ນສຸດລົງ.

 

ຂໍຂອບໃຈ