
06/04/2018 00:00 -
ມີສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຄະນະກໍາມະການ, ຫົວໜ້າ-ຮອງຫົວໜ້າສູນ, ພະນັກງານສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ ແລະ ພະນັກງານ ສພຂ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມ ເພື່ອປຶກສາຫາລື ແລະ ເກັບກໍາຂໍ້ມູນວຽກເຝິກອົບຮົມ, ຂໍ້ມູນ-ຂ່າວສານ, ຫ້ອງສະໝຸດ. ໃນນັ້ນ,ແມ່ນຫົວຂໍ້ ແລະ ເນື້ອໃນການເຝິກອົບຮົມລະດັບຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃນໄລຍະຜ່ານມາມີຄວາມເໝາະສົມກັບສະພາບຄວາມເປັນຈິງບໍ່ ແລະ ສໍາຫລວດຄວາມຕ້ອງການ, ການຄົ້ນຄວ້າຮັບໃຊ້ ສພຂ, ປຶກສາຫາລືການພົວພັນປະສານງານ ລະຫວ່າງສະພາແຫ່ງຊາດ ກັບ ສພຂ, ພົວພັນປະສານງານລະຫວ່າງ ສພຂ ກັບບັນດາຂະແໜງການຕ່າງໆຂອງແຂວງ.ກອງປະຊຸມໄດ້ຮັບຟັງການສະເໜີພາລະບົດບາດຂອງສູນຄົ້ນຄວ້ານິຕິກໍາ ໃນການດໍາເນີນການຄົ້ນຄວ້າຮັບໃຊ້ການປະຕິບັດຂອງສະພາແຫ່ງຊາດ ແລະ ສພຂ ແລະ ຮັບຟັງການສະເໜີຫົວຂໍ້ໃນການຈັດຊຸດເຝິກອົບຮົມໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານວິຊາການໃຫ້ເປັນເສນາທິການທີ່ດີ, ສະໜອງຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ. ຫລັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນສະເໜີຄໍາຄິດຄໍາເຫັນຫລາຍບັນຫາທີ່ສໍາຄັນ ເພື່ອປັບປຸງ ແລະ ແກ້ໄຂໃນສະເພາະໜ້າໃຫ້ດີກວ່າເກົ່າ.
(ນາງ ສຸກສະຫວັນ ອິນທະແສງ)