
16/09/2019 00:00 -
(ສພຊ) ລະຫວ່າງວັນທີ 26-29 ສິງຫາ 2019, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສະພາແຫ່ງຊາດ ນໍາໂດຍທ່ານ ພົຈວ. ຄໍາສຸກ ວີອິນທະວົງ ປະທານກໍາມາທິການ ປກຊ-ປກສ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມເທື່ອທີ 4 ລະຫວ່າງ 3 ກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ, ສປປລາວ ແລະ ສສ.ຫວຽດນາມ ທີ່ນະຄອນພະນົມເປັນ ຣາຊະອານາຈັກກຳປູເຈຍ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງ 3 ປະເທດ: ຣາຊະອານາຈັກກຳປູເຈຍ, ສປປລາວ ແລະ ສສ.ຫວຽດນາມ ໃນສະພາບການໃໝ່; ເພື່ອແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານຕ່າງໆ ຕາມພາລະບົດບາດ ຂອງແຕ່ລະກໍາມາທິການ ໃນການຕິດຕາມກວດກາຄວາມໝັ້ນຄົງແຫ່ງຊາດ.
ເນື້ອໃນທີ່ນໍາເຂົ້າສະເໜີໃນກອງປະຊຸມຄັ້ງນີ້ ປະກອບມີ 5 ບົດ ຄື: 1. ບົດປະກອບຄໍາເຫັນຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກ່ຽວກັບພາລະບົດບາດໃນການຕິດຕາມກວດກາ ການພັດທະນາເຂດຊາຍແດນແຫ່ງສັນຕິພາບ ແລະ ມິດຕະພາບ; 2. ບົດປະກອບຄໍາເຫັນ ກ່ຽວກັບການຮັກສາຄວາມສະຫງົບຕາມແນວຊາຍແດນຮ່ວມກັນຂອງ 3 ປະເທດ CLV ຈາກກະຊວງປ້ອງກັນປະເທດ; 3. ບົດປະກອບຄໍາເຫັນ ກ່ຽວກັບການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍການເຂົ້າ-ອອກເມືອງ ຕາມແນວຊາຍແດນຮ່ວມກັນຂອງ 3 ປະເທດ CLV ຈາກກະຊວງປ້ອງກັນຄວາມສະຫງົບ; 4. ບົດປະກອບຄໍາເຫັນ ກ່ຽວກັບການຮັກສາຄວາມສະຫງົບ ແລະ ການຮ່ວມມືຕາມແນວຊາຍແດນຮ່ວມກັນຂອງ 3 ປະເທດ CLV ຈາກຕົວແທນແຂວງທີ່ມີຊາຍແດນຕິດຈອດ ລາວ-ກຳປູເຈຍ; ແລະ 5. ບົດປະກອບຄໍາເຫັນ ກ່ຽວກັບການຮັກສາຄວາມສະຫງົບ ແລະ ການຮ່ວມມື ຕາມແນວຊາຍແດນຮ່ວມກັນຂອງ 3 ປະເທດ CLV ຈາກຕົວແທນແຂວງທີ່ມີຊາຍແດນຕິດຈອດລາວ-ຫວຽດນາມ.
ໂອກາດດັ່ງກ່າວ ທ່ານ ພົຈວ. ຄໍາສຸກ ວີອິນທະວົງ ໄດ້ມີຄໍາເຫັນວ່າ: ເພື່ອສືບຕໍ່ການຮ່ວມມືຂອງສາມກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດກໍາປູເຈຍ-ລາວ-ຫວຽດນາມ ຕາມພາລະບົດບາດຂອງກໍາມາທິການໃນການເປັນເສນາທິການໃຫ້ສະພາແຫ່ງຊາດ, ຂໍແລກປ່ຽນຄໍາເຫັນເພີ່ມຕື່ມ 6 ຂໍ້ດັ່ງນີ້:
1. ສືບຕໍ່ເສີມຂະຫຍາຍການຮ່ວມມື ແລະ ຊຸກຍູ້ສົ່ງເສີມການປະຕິບັດບັນດາຂໍ້ຕົກລົງ ກ່ຽວກັບການຮ່ວມມື ລະຫວ່າງສາມລັດຖະບານ ໃນເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ໃຫ້ເປັນຮູບປະທໍາດ້ວຍການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນການຕິດຕາມກວດກາ ໂດຍຜ່ານລະບົບກົນໄກຂອງສະພາແຫ່ງຊາດ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມໃນເຂດສາມຫລ່ຽມພັດທະນາ;
- ສືບຕໍ່ການຕ້ານ ແລະ ສະກັດກັ້ນການເລັດລອດຂອງກຸ່ມຄົນບໍ່ດີທີ່ສວຍໃຊ້ການເຂົ້າ-ອອກເມືອງຜິດກົດໝາຍ ເພື່ອເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ;
- ສືບຕໍ່ຊຸກຍູ້ໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ດຳລົງຊີວິດ ໃນເຂດສາມຫລ່ຽມພັດທະນາ ໃຫ້ມີການພົວພັນໄປມາຫາສູ່ກັນ ແລະ ທັງແກ້ໄຂບັນຫາທີ່ເກີດຂຶ້ນ ຮ່ວມກັນ ໂດຍຫລັກການສະເໝີພາບ, ມິດຕະພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ;
- ສືບຕໍ່ການສໍາຫລວດ ປັກຫລັກໝາຍ ແລະ ແກ້ໄຂບັນຫາຊາຍແດນລາວ-ກໍາປູເຈຍ ໃຫ້ກ້າວໄປສູ່ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ;
- ສືບຕໍ່ຮ່ວມມືໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຕົກຄ້າງຫລັງສົງຄາມ ຕາມເຂດພື້ນທີ່ທີ່ມີຊາຍແດນຕິດຈອດກັນ ເພື່ອຮັກສາຄວາມສະຫງົບ ແລະ ປອດໄພ;
- ສືບຕໍ່ເພີ່ມທະວີການຮ່ວມມືການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍ ວັດຖຸບູຮານຂ້າມຊາດ.