
23/08/2019 00:00 -
(ສພຊ)ໂອກາດທີ່ທ່ານ ນາງ ບົວພັນ ລີໄກຢາ ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ, ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ເຄື່ອນໄຫວລົງພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງຄອບ ແຂວງໄຊຍະບູລີ ເພື່ອແຈ້ງຜົນຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທ່ານຍັງໄດ້ລົງຊຸກຍູ້ພື້ນຖານການຜະລິດຂອງປະຊາຊົນບ້ານປາງມອນ ເຊິ່ງຫ່າງຈາກເທສະບານເມືອງ 9 ກິໂລແມັດ ເປັນບ້ານຊົນເຜົ່າມົ້ງ ມີພົນລະເມືອງ 1.398 ຄົນ ຍິງ 660 ຄົນ ປະຊາຊົນປະກອບອາຊີບປູກຝັງ-ລຽງສັດ ເປັນບ້ານຕັ້ງຢູ່ໃກ້ຊາຍແດນກັບຣາຊະອານາຈັກໄທ.
ການລົງພົບປະຄັ້ງນີ້ ນາຍບ້ານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການຜະລິດຂອງປະ ຊາຊົນພາຍໃນບ້ານ ພ້ອມທັງສະເໜີບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ກໍຄືຂອງບ້ານເຊັ່ນ: ບັນຫາດິນທຳການຜະລິດຂອງປະຊາຊົນ ບາງຄອບຄົວບໍ່ທັນມີທີ່ດິນທຳການຜະລິດ, ເກີດໃຫ້ມີການບຸກລຸກປ່າ ເຊິ່ງເປັນບັນຫາການລະເມີດກົດໝາຍປ່າໄມ້ ແລະ ກົດໝາຍທີ່ດິນ, ບັນຫາການລັກລອບເຂົ້າ-ອອກ
ຊາຍແດນບໍ່ຖືກຕ້ອງ ເຮັດໃຫ້ເກີດມີປາກົດການຕົວະຍົວະໄປແຕ່ງງານກັບຄົນຕ່າງປະເທດ ໂດຍບໍ່ຖືກ ຕ້ອງຕາມລະບຽບກົດໝາຍວ່າດ້ວຍຄອບຄົວ, ບັນຫາຊາວໝຸ່ມເສບຢາເສບຕິດອັນເຮັດໃຫ້ບ້ານເກີດມີປາກົດການຫຍໍ້ທໍ້.
ຕໍ່ກັບບັນຫາທີ່ກ່າວມານັ້ນ ທ່ານ ນາງ ບົວພັນ ລີໄກຢາ ກໍໄດ້ໂອ້ລົມໃຫ້ທິດຊີ້ນຳໃນການແກ້ໄຂກ່ຽວກັບບັນຫາທີ່ດິນ ແມ່ນໃຫ້ເກັບກຳຂໍ້ມູນວ່າມີຈັກຄອບຄົວບໍ່ທັນມີທີ່ດິນທຳການຜະລິດ ນຳສະເໜີນາຍບ້ານ, ກຸ່ມບ້ານ, ອຳນາດການປົກຄອງເມືອງ, ຫ້ອງການກ່ຽວຂ້ອງ ເພື່ອຈັດສັນຕາມຄວາມເໝາະສົມ, ນຳໃຊ້ວິຊາການກະສິກຳ ມານຳພາພໍ່ແມ່ປະຊາຊົນໃນການປູກການລ້ຽງໃຫ້ຖືກຕ້ອງຕາມຫລັກວິຊາການ ເພື່ອຍົກຄຸນນະພາບຂອງການຜະລິດ ຍົກເວັ້ນການນຳໃຊ້ສານເຄມີ ອັນຈະກໍ່ໃຫ້ເກີດບັນຫາເຮັດໃຫ້ສະພາບແວດລ້ອມເສື່ອມໂຊມ ດິນຂາດສານອາຫານ ຜົນຜະລິດຕົກຕ່ຳ ສິ່ງສຳຄັນແມ່ນບັນຫາສຸຂະພາບ ຈະພາໃຫ້ເກີດພະຍາດຕາມມາ; ການແຕ່ງງານກັບຄົນຕ່າງປະເທດ ແມ່ນສາມາດແຕ່ງໄດ້ ແຕ່ຕ້ອງດຳເນີນການໄປຕາມຂໍ້ກຳນົດ ລະບຽບ ກົດໝາຍ ໃຫ້ຖືກຕ້ອງ ເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງລາວບັນດາເຜົ່າ; ບັນຫາຢາເສບຕິດ ທຸກຄົນພາຍໃນບ້ານຕ້ອງເປັນເຈົ້າການໃນການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຫາກເກີດກັບຄອບຄົວໃດ ລູກຫລານໃຜຕ້ອງຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ເພື່ອສົ່ງໄປບຳບັດ ເພື່ອໃຫ້ລູກຫລານມາເປັນພົນລະເມືອງດີໃນສັງຄົມ.
ຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງ ພໍ່ແມ່ປະຊາຊົນພາຍໃນບ້ານ ຈົ່ງເພີ່ມຄວາມສາມັກຄີເປັນເອກະພາບ ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ມີບັນຫາໃດກໍຕ້ອງປຶກສາຫາລືນາຍບ້ານ ກຸ່ມບ້ານ ອຳນາດການປົກຄອງເມືອງ ເພື່ອພ້ອມກັນແກ້ໄຂບັນຫາ.
(ວັນຊອນ ພອນວິໄລ)