
20/03/2019 00:00 -
(ສພຊ) ວັນຈັນທີ 11 ມີນາ ຜ່ານມາ, ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ, ກໍາມາທິການແຜນການ ການເງິນ ແລະ ການກວດສອບ (ກຜງສ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນການເຄື່ອນໄຫວວຽກງານປະຈໍາປີ 2018 ແລະ ທິດທາງປີ 2019 ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ປະທານ ກຜງສ; ເຂົ້າຮ່ວມ ມີທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ບັນດາທ່ານ ຮອງປະທານກໍາມາທິການ, ຮອງລັດຖະມົນຕີກະຊວງແຜນການແຜນການ ແລະ ການລົງທຶນ, ກະ ຊວງການເງິນ ແລະ ອົງການກວດສອບແຫ່ງລັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນໃນການຈັດຕັ້ງ ປະຕິບັດວຽກງານການເຄື່ອນໄຫວປະຈຳປີ 2018 ທີ່ຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງວຽກງານຈຸດສຸມໃນປີ 2019 ຂອງ ກຜງສ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ເຊິ່ງ ກຜງສ ຈະໄດ້ປະເມີນຜົນການຈັດຕັ້ງປະຕິບັດວຽກງານການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ, ການປະສານສົມທົບ ແລະ ການປະຕິບັດໜ້າທີ່ວິຊາສະເພາະຮ່ວມກັບບັນດາກຳມາທິການ, ກົງຈັກທີ່ຄະນະປະຈຳສ້າງຕັ້ງ, ບັນດາກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນປະຕິບັດໜ້າທີ່ຕາມພາລະບົດບາດ ເປັນຕົ້ນແມ່ນການພົວພັນປະສານງານກັບບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງຂອງລັດຖະບານ.
ກອງປະຊຸມ, ໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດຄຳເຫັນໃສ່ເນື້ອໃນສໍາຄັນ ຄື: ລາຍງານຫຍໍ້ກ່ຽວກັບການຜັນຂະຫຍາຍມະຕິຂອງກອງປະຊຸມສະໄໝສາມັນເທື່ືອທີ 6 ຂອງສະພາ ແຫ່ງຊາດຊຸດທີ VIII ແລະ ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດປະຈຳປີ 2019; ລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດບັນດາມະຕິກອງ ປະຊຸມສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບແຜນງົບປະມານແຫ່ງລັດ ໂດຍສະເພາະການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດການ ຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນປີທີ່ຜ່ານມາ ແລະ ໃນຕໍ່ໜ້າ; ລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ ກ່ຽວກັບວຽກງານການກວດສອບແຫ່ງລັດໃນໄລຍະຜ່ານມາ, ການລາຍງານຮ່າງວິໄສ ທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບແຫ່ງລັດ; ລາຍງານຫຍໍ້ກ່ຽວກັບການພິຈາ ລະນາຮັບຮອງເອົາກົດໝາຍໃນໄລຍະຜ່ານມາ ແລະ ການກະກຽມເນື້ອໃນຮ່າງກົດໝາຍ 3 ສະບັບ ທີ່ ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII. ນອກຈາກນັ້ນ, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບັນດາເອກະສານດັ່ງກ່າວ ເພື່ອໃຫ້ມີເນື້ອໃນອຸດົມສົມບູນ, ຄົບຖ້ວນ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ເພື່ອນໍາສະເໜີລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ. ຜູ້ແທນກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄິດຄໍາເຫັນ ຕໍ່ການປະສານງານໃນການເຄື່ອນໄຫວວຽກງານຮ່ວມກັນໃນໄລຍະ 1 ປີທີ່ຜ່ານມາ ວ່າມີຄວາມສະດວກ ແລະ ຫຍຸ້ງຍາກແນວໃດ ເພື່ອຊອກຫາວິທີການແກ້ໄຂໃນຕໍ່ໜ້າ; ຖ້າຫາກມີຄຳເຫັນໃຫ້ປັບປຸງອາດກ້າວໄປເຖິງການປັບປຸງບາງຈຸດ, ບາງມາດຕາ ແລະ ເຊັນບົດບັນທຶກການປະສານງານ ລະຫວ່າງ ກຜງສ ກັບບັນດາກະຊວງ ແລະ ອົງການກ່ຽວຂ້ອງ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ເປັນເສນາທິການໃຫ້ວ່ອງໄວ, ໂປ່ງໃສ ແລະ ເຂັ້ມແຂງ.
(ສົມນຶກ ແກ້ວໄຊຍະຈັກ)