
28/01/2019 00:00 -
(ສພຊ) ເພື່ອຮັດແໜ້ນຄວາມສາມັກຄີຂອງພະນັກງານ-ລັດຖະກອນ ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ແລະ ກອງປະຊຸມໃຫຍ່ຄັ້ງທີ I ຂອງກໍາມະບານຮາກຖານກໍາມາທິການກົດໝາຍ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນເມສາ 2019 ທີ່ຈະມາເຖິງ, ກໍາມະບານຮາກຖານກໍາມາທິການກົດໝາຍ ສະພາແຫ່ງຊາດ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດ ການແຂ່ງຂັນກິລາບານເຕະມິດຕະພາບຂຶ້ນທີ່ສະໜາມກິລາໂດລ້າ ໃນວັນທີ 17 ມັງກອນ 2019 ເຂົ້າຮ່ວມມີທ່ານ ພອນແກ້ວ ຕົ້ນວໍລະຈິດ ວ່າການຫົວໜ້າກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ, ຮອງປະທານສະຫະພັນກໍາມະບານສະພາແຫ່ງຊາດ, ປະທານກໍາມະບານຮາກຖານກໍາມາທິການກົດໝາຍ ແລະ ທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນ-ຂ່າວສານ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ.
ບັນຍາກາດໃນການແຂ່ງຂັນຄັ້ງນີ້ ແມ່ນມີຄວາມຟົດຟຶ້ນທາມກາງກອງເຊຍຂອງທັງສອງທີມທີ່ໃຫ້ກໍາລັງໃຈແກ່ນັກກິລາ ເຊິ່ງຜົນຂອງການແຂ່ງຂັນແມ່ນທີມກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສາມາດຍິງປະຕູເອົາຊະນະທີມກໍາມາທິການກົດໝາຍ ສະພາແຫ່ງຊາດ ດ້ວຍຄະແນນ 11-7 ປະຕູ.
(ກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ)