ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ
ຕັ້ງແຕ່ສະຕະວັດທີສິບແປດເປັນຕົ້ນມາທີ່ປະຊາຊົນລາວໄດ້ຕໍ່ສູ່ ເພື່ອຄວາມເປັນເອກະລາດ. ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໄດ້ນໍາພາໄປເຖິງການ ປົດປ່ອຍປະເທດຊາດຢ່າງສົມບູນ. ໄປ ພ້ອມໆກັບການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ສະພາປະຊາຊົນສູງສຸດ ຊຸດທີ I ກໍໄດ້ຮັບການ ສ້າງຕັ້ງຂຶ້ນໂດຍກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດໃນວັນທີ 2 ທັນວາ 1975.
ສະພາປະຊາຊົນສູງສຸດ ຊຸດທີ I ປະກອບດ້ວຍສະມາຊິກທັງໝົດ 45 ທ່ານ, ເຊິ່ງໃນນັ້ນມີເພດຍິງ 4 ທ່ານ. ທ່ານ ສຸພານຸວົງ ຖືກເລືອກຕັ້ງເປັນປະທານສະພາ, ພ້ອມດຽວກັບທ່ານ ສີສົມພອນ ລໍວັນໄຊ,ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຼຍຢາວ ກໍຖືກເລືອກຕັ້ງເປັນຮອງປະທານ ແລະ ທ່ານ ຄໍາສຸກ ແກ້ວລາ ເປັນຮອງປະທານ ທັງ ເປັນເລຂາທິການໃຫຍ່. ສະພາປະຊາຊົນສູງສຸດຊຸດທີ I ປະກອບມີ ຄະນະປະຈໍາ ແລະ 3 ກໍາມາທິການຄື: ກໍາມາທິການຮ່າງລັດຖະທໍາມະນູນ, ກໍາມາທິການລັດຖະບັນຍັດ ແລະກົດໝາຍເລືອກຕັ້ງ ແລະກໍາມາທິການແຜນການ ແລະ ການເງິນ. ສະພາປະຊາຊົນສູງສຸດຊຸດທີ I ມີບົດບາດໜ້າທີ່ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ ແລະ ຊົນເຜົ່າໃນທົ່ວປະເທດ ເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະກໍ່ສ້າງປະເທດຊາດ.
ສະພາປະຊາຊົນສູງສຸດຊຸດທີ I ໄດ້ເຮັດ ຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນໃນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດກໍຄືຄວາມເປັນເອກະລາດແຫ່ງ ຊາດໄວ້ໄດ້ຢ່າງໝັ້ນຄົງ, ພ້ອມນີ້ກໍຍັງໄດ້ຟື້ນຟູເສດຖະກິດ, ວັດທະນະທໍາສັງຄົມ, ຮໍາບາດແຜສົງຄາມ ແລະປົວແປງຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໃຫ້ນັບ ມື້ດີຂຶ້ນ.
ນອກນີ້ສະພາປະຊາຊົນສູງສຸດ ຊຸດທີ I ຍັງໄດ້ເຮັດໜ້າທີ່ຄົ້ນຄວ້າພິຈາລະນາ ແລະຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີເທື່ອທີ 1 (1980-1985); ພິຈາລະນາຮັບຮອງເອົາກົດໝາຍໃໝ່ຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍສະພາລັດຖະມົນ ຕີ ແລະຄະນະກໍາມະການປົກຄອງທ້ອງຖິ່ນ, ກົດໝາຍລົງທຶນຕ່າງປະເທດ ແລະໄດ້ພິຈາລະນາຕົກລົງບັນດາບັນຫາສໍາຄັນອື່ນໆຂອງປະເທດຊາດອີກດ້ວຍ.
ມາໃນວັນທີ 26 ມີນາ 1989 ສະພາປະຊາຊົນສູງສຸດ ຊຸດທີ II ກໍ ໄດ້ຮັບການເລືອກຕັ້ງ ໂດຍຜ່ານການເລືອກຕັ້ງທົ່ວປະເທດ. ສະພາຊຸດນີ້ປະກອບດ້ວຍສະມາຊິກ 79 ທ່ານ, ໃນນັ້ນມີເພດຍິງ 5 ທ່ານ.ທ່ານ ໜູຮັກ ພູມສະຫວັນ ຖືກຄັດເລືອກໃຫ້ເປັນປະທານ ແລະປະກອບມີຄະນະປະຈໍາ 5 ທ່ານ ແລະກໍາມາທິການຈໍານວນໜຶ່ງເຊັ່ນ: ກໍາມາທິການກົດໝາຍ, ກໍາມາທິການເລຂານຸການ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການພົວພັນຕ່າງປະເທດ ແລະຫ້ອງວ່າການສະພາແຫ່ງຊາດ; ສໍາລັບຢູ່ທ້ອງຖິ່ນແມ່ນປະກອບດ້ວຍສະພາປະຊາຊົນແຂວງ ແລະສະພາປະຊາຊົນເມືອງ.
ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ມີຜົນງານອັນໃຫຍ່ຫຼວງໃນການເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນຄື: ໄດ້ເຮັດສໍາເລັດການຮ່າງລັດຖະທໍາມະນູນແຫ່ງຊາດ ສະບັບທໍາອິດຂອງສ ປປລາວ ເຊິ່ງໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມ ເທື່ອທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991, ສະພາປະຊາຊົນ ຊຸດທີ II ຍັງໄດ້ພິຈາລະນາຮັບຮອງເອົາກົດ ໝາຍໃໝ່ຈໍານວນ 22 ສະບັບ. ນອກນີ້ກໍຍັງໄດ້ຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດ, ແນໃສ່ເພີ່ມທະວີການພົວພັນຮ່ວມມືກັບອົງການລັດຖະສະພາສາກົນ, ພາກພື້ນ ແລະລັດຖະສະພາປະເທດເພື່ອນ
ມິດອີກ. ດ້ວຍເຫດນີ້ ສປປລາວ ຈຶ່ງໄດ້ເປັນທີ່ຮັບຮູ້ອັນກວ້າງຂວາງຈາກປະຊາຄົມໂລກ.
ກອງປະຊຸມໃຫຍ່ຄັ້ງທີ 83 ຂອງສະຫະພັນລັດຖະສະພາສາກົນທີ່ປະເທດໄຊປລັດຊ໌ໄດ້ຕົກລົງຮັບ ເອົາ ສປປລາວເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ. ສປປລາວ ຍັງເປັນຜູ້ສັງເກດການຂອງລັດຖະສະພາອາຊຽນ ແລະໄດ້ສ້າງຕັ້ງສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ.
ໃນວັນທີ 20 ທັນວາ 1992 ສະພາແຫ່ງຊາດ ຊຸດ ທີ III ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະໄດ້ປ່ຽນຊື່ຈາກສະພາປະຊາຊົນສູງສຸດ ມາເປັນສະພາແຫ່ງຊາດ ເພື່ອເຄື່ອນໄຫວປະຕິບັດພາລະບົດບາດແລະໜ້າທີ່ໃນຖານະອົງການນິ ຕິບັນຍັດຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນໃນພາກກ່ຽວກັບ ກົດໝາຍວ່າດ້ວຍສະພາແຫ່ງຊາດ. ສະພາແຫ່ງຊາດ ຊຸດທີ III ເປັນສະພາຊັ້ນດຽວ ບໍ່ມີສະພາທ້ອງຖິ່ນ.
ສະພາແຫ່ງຊາດ ຊຸດທີ III ປະກອບມີສະມາຊິກທັງໝົດ 85 ທ່ານ, ໃນນັ້ນມີເພດຍິງ 8 ທ່ານ, ທ່ານສະໝານ ວິຍະເກດ ຖືກເລືອກເປັນປະທານ ແລະມີຮອງປະທານ 2 ທ່ານ, ຄະນະ 07 ທ່ານ ແລະມີ 6 ກໍາມາທິການຄື: ກໍາມາທິການເລຂານຸການ, ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດແຜນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າແລະກໍາມາທິການການຕ່າງປະເທດພ້ອມນີ້ກໍ ມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.
ນັບແຕ່ມື້ເລືອກຕັ້ງເປັນຕົ້ນມາ, ສະພາແຫ່ງຊາດ ຊຸດທີ III ໄດ້ປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນເປັນຢ່າງດີຄືໄດ້ດໍາເນີນກອງປະຊຸມສະໄໝສາມັນ ແລະວິສາມັນຂອງຕົນ 9 ເທື່ອ.ບັນຫາທີ່ພົ້ນເດັ່ນໃນກອງປະຊຸມດັ່ງກ່າວແມ່ນໄດ້ຕົກລົງບັນຫາສໍາຄັນຂອງປະເທດ ຊາດເຊັ່ນ: ສ້າງຕັ້ງແລະປັບປຸງກົງຈັກໃນລະບົບອໍານາດແຫ່ງລັດຂັນສູນກາງ; ຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແລະງົບປະມານປະຈໍາປີ; ພິຈາລະນາຮັບຮອງເອົາກົດໝາຍໃໝ່ໄດ້ຫຼາຍສະບັບແລະດັດແກ້ກົດໝາຍ ເກົ່າໄດ້ 3 ສະບັບ, ໄດ້ຈັດຕັ້ງໜ່ວຍສະມາຊິກສະພາແຫ່ງຊາດ ແລະຫ້ອງການສະພາແຫ່ງຊາດຢູ່ແຕ່ລະເຂດເລືອກຕັ້ງ; ສືບຕໍ່ເຄື່ອນໄຫວວຽກງານການຕ່າງປະເທດໃຫ້ນັບມື້ກວ້າງຂວາງ.
ໃນຕະຫຼອດໄລຍະ 20 ກວ່າປີແຫ່ງການສ້າງຕັ້ງ, ປັບປຸງ ແລະເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແຫ່ງ ສປປລາວ ທັງ 3 ຊຸດລ້ວນແຕ່ໄດ້ເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ຂອງຕົນເປັນຢ່າງ ດີ; ຜົນສໍາເລັດຂອງສະພາແຕ່ລະຊຸດໄດ້ກາຍເປັນປັດໃຈທີ່ສໍາຄັນໃນ ຂະບວນວິວັດແຫ່ງການຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະແມ່ນໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ປະຊາຊົນປະຕິວັດລາວ, ປະກອບສ່ວນເຂົ້າໃນການກໍ່ສ້າງ, ປັບປຸງ ແລະບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ນັບມື້ນັບໜັກແໜ້ນ ແລະໝັ້ນຄົງ.
ສະພາແຫ່ງຊາດ ຊຸດທີ IV ຊຶ່ງໄດ້ຮັບການເລືອກຕັ້ງໃນວັນທີ 21 ທັນວາ 1997, ໄດ້ກາຍເປັນເຫດການປະຫວັດສາດ ທີ່ສໍາຄັນ ເຊິ່ງເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະຊາຊົນທີ່ເປັນໜ້າຈົດຈໍາໄວ້ໃນປະຫວັດສາດຂອງປະເທດເຮົາ.
ສະພາແຫ່ງຊາດ ຊຸດທີ IV ປະກອບດ້ວຍສະມາຊິກທັງໝົດ 99 ທ່ານ, ໃນນັ້ນມີເພດຍິງ 21 ທ່ານ. ທ່ານ ສະໝານ ວິຍະເກດຖືກເລືອກເປັນປະທານ ແລະມີຮອງປະທານ 3 ທ່ານ, ໃນນັ້ນເພດຍິງ 1ທ່ານ. ສະພາຊຸດນີ້ມີຄະນະປະຈໍາ ຈໍານວນ 7 ທ່ານ ແລະມີ 6 ກໍາມາທິການຄື: ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ-ການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນ ດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະກໍາມາທິການພົວ ພັນຕ່າງປະເທດ, ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.
ເປັນທີ່ສັງເກດເຫັນວ່າ ນັບແຕ່ສະພາຊຸດທີ I ຈົນເຖິງຊຸດທີ IV , ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ມີການຂະຫຍາຍຕົວບໍ່ຢຸດຢັ້ງ. ໃນແຕ່ລະຊຸດການເລືອກຕັ້ງຈໍານວນສະມາຊິກສະພາໄດ້ເພີ້ມຂື້ນທັງ ເພດຊາຍ ແລະເພດຍິງ. ຕົວຢ່າງ: ໃນສະພາຊຸດທີ I ປະກອບມີສະມາຊິກ ຈໍານວນ 45 ທ່ານ, ໃນນັ້ນມີເພດຍິງ 4 ທ່ານ. ແຕ່ມາຮອດສະພາຊຸດທີ 4 ມີເພດຍິງ 21 ທ່ານໃນຈໍານວນສະມາຊິກທັງໝົດ 99ທ່ານ. ສະພາແຫ່ງຊາດຄັ້ງນີ້ບໍ່ພຽງແຕ່ມີການປ່ຽນແປງດ້ານປະລິມານ, ແຕ່ຄຸນນະພາບຂອງວຽກງານກໍໄດ້ຮັບການປັບປຸງ ນັບມື້ນັບດິຂຶ້ນອີກດ້ວຍ.
ຜົນສໍາເລັດແຫ່ງການຈັດຕັ້ງ ແລະເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຜ່ານມາ ໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ການກ້າວເຂົ້າສູ່ໄລຍະໃໝ່ ຂອງສະພາແຫ່ງຊາດ ຊຸດທີ IV ກໍຄືຊຸດຕໍ່ໆໄປ.ການ ທີ່ສະພາແຫ່ງຊາດແຕ່ລະຊຸດໄດ້ກໍ່ສ້າງ ແລະຮັບຮອງເອົາກົດໝາຍຢ່າງເປັນລະບົບໃຫ້ສອດຄ່ອງກັບສະພາບການຂະ ຫຍາຍຕົວ ຂອງລະບອບປະຊາທິປະໄຕປະຊາຊົນນັ້ນໄດ້ເຮັດໃຫ້ພະນັກງານ ແລະປະ ຊາຊົນທຸກຊັ້ນຄົນໃນປະເທດມີຄວາມເບີກບານມ່ວນຊື່ນ ແລະເຊື່ອໝັ້ນຕໍ່ພັກ-ລັດທີ່ໄດ້ເລີ່ມກ້າວເຂົ້າສູ່ ການຄຸ້ມຄອງສັງຄົມດ້ວຍກົດໝາຍເພື່ອຮັບປະກັນສິດ ແລະພັນທະຂອງຕົນ.
ສະພາແຫ່ງຊາດ ຊຸດທີ V ໄດ້ຮັບການເລືອກຕັ້ງໃນວັນທີ 24 ກຸມພາ 2002 ເຊິ່ງປະກອບດ້ວຍສະ ມາຊິກທັງໝົດ 109 ທ່ານ ໃນນີ້ເພດຍິງມີ 25 ທ່ານ, ທ່ານ ສະໝານ ວິຍະເກດ ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ຖືກເລືອກຕັ້ງເປັນຮອງປະ ທານສະພາແຫ່ງຊາດ. ສະພາແຫ່ງຊາດ ຊຸດນີ້ມີຄະນະປະຈໍາ ຈໍານວນ 7 ທ່ານ ແລະ 6 ກໍາມາທິການຄື: ກໍາມາທິການກົດໝາຍ , ກໍາມາທິການເສດຖະກິດ-ການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະກໍາມາທິການພົວພັນຕ່າງປະເທດ, ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.
ໃນຕະຫລອດອາການຂອງສະພາແຫ່ງຊາດ ຊຸດທີ V, ເຊິ່ງເປັນຊ່ວງໄລຍະເວລາທີ່ສະພາບແວດລ້ອມຂອງໂລກ ແລະພາກພື້ນມີທັງຂໍ້ສະດວກ ແລະມີສິ່ງທ້າທາຍທົດສອບຫລາຍປະການ, ແຕ່ ພາຍໃຕ້ການນໍາພາຂອງພັກ, ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ຕັ້ງໜ້າຫັນເອົາເນື້ອໃຈຈິດໃຈມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ເພື່ອເປັນທິດນໍາໃຫ້ແກ່ການຈັດຕັ້ງຜັນຂະຫຍາຍແຜນເຄື່ອນໄຫວວຽກ ງານ ຂອງຕົນຕະຫລອດອາຍຸການຂອງສະພາແຫ່ງຊາດ ຊຸດທີ V ໃຫ້ກ້າວສູ່ຄຸນນະ ພາບໃໝ່. ຜົນສໍາເລັດອັນພົ້ນເດັ່ນຂອງສະພາແຫ່ງຊາດ ຊຸດນີ້ ແມ່ນການໄດ້ຮັບກຽດເປັນເຈົ້າ ພາບຈັດກອງປະຊຸມໃຫຍ່ຄັ້ງທີ 26 ຂອງອົງການລັດຖະສະພາລະຫວ່າງຊາດອາຊຽນ (ໄອໂປ) ໂດຍໄດ້ຮັບຜົນສໍາເລັດເປັນຢ່າງດີ ເຊິ່ງເປັນການສ້າງສືສຽງໃຫ້ແກ່ຊາດລາວ ເວົ້າລວມ, ເວົ້າສະເພາະແມ່ນ ສະພາແຫ່ງຊາດລາວ ຖືວ່າເປັນຄັ້ງທໍາອິດທີ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໄອ ໂປ ນັບຕັ້ງແຕ່ສະພາແຫ່ງຊາດລາວເຂົ້າເປັນສະມາຊິກອົງການດັ່ງກ່າວໃນ 1 ກັນຍາ 1997 ໄປພ້ອມກັບຜົນສໍາເລັດ ດັ່ງກ່າວສະພາແຫ່ງຊາດ ຊຸດນີ້ຍັງໄດ້ປະຕິບັດພາລະບົດບາດສິດ ແລະໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຕໍ່ການພິຈາລະນາ ແລະຮັບຮອງເອົາບັນດາໂຄງການສໍາຄັນຕ່າງຂອງຊາດ ເປັນຕົ້ນໂຄງການສ້າງເຂື່ອນໄຟຟ້ານໍ້າເທີນສອງ ມູນຄ່າການລົງທຶນ 1.580 ລ້ານໂດລາ; ໄດ້ພິຈາ ລະນາ ແລະຕົກລົງຮັບຮອງເອົາກົດໝາຍໃໝ່ 15 ສະບັບ ແລະປັບປຸງກົດໝາຍເກົ່າ 17 ສະບັບ.
ສະພາແຫ່ງຊາດ ຊຸດທີ VI ໄດ້ຮັບການເລືອກຕັ້ງໃນວັນທີ 30 ເມສາ 2006 ເຊິ່ງປະກອບດ້ວຍສະມາຊິກສະພາແຫ່ງຊາດ ທັງໝົດ 115 ທ່ານ ໃນນີ້ເພດຍິງມີ 29 ທ່ານ, ທ່ານ ທອງສິງ ທຳມະວົງ ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດ ແລະມີຮອງປະທານ 2 ທ່ານ , ໃນນັ້ນເພດຍິງ 1 ທ່ານ. ສະພາແຫ່ງຊາດ ຊຸດນີ້ມີຄະນະປະຈໍາ ຈໍານວນ 9 ທ່ານ ແລະ 6 ກໍາມາທິການຄື: ກໍາມາທິການກົດໝາຍ, ກໍາມາທິການ ເສດຖະກິດ, ແຜນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະກໍາມາທິການການຕ່າງປະເທດ,ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.
ສະພາແຫ່ງຊາດ ຊຸດທີ VII ໄດ້ຮັບການເລືອກຕັ້ງໃນວັນທີ 30 ເມສາ 2011 ເຊິ່ງປະກອບດ້ວຍສະມາຊິກສະພາແຫ່ງຊາດ ທັງໝົດ 132 ທ່ານ ໃນນີ້ເພດຍິງມີ 33 ທ່ານ, ທ່ານ ນາງ ປານີ ຢາທໍ່ຕູ້ ຖືກເລືອກຕັ້ງ ເປັນປະທານສະພາແຫ່ງຊາດ ແລະມີຮອງປະທານ 2 ທ່ານ. ສະພາແຫ່ງຊາດ ຊຸດນີ້ມີຄະນະປະຈໍາ ຈໍານວນ 10 ທ່ານ ແລະ 6 ກໍາມາທິການຄື: ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດແຜນການ ແລະການເງິນ, ກໍາມາທິການບັນດາເຜົ່າ, ກໍາມາທິການຕ່າງປະເທດ, ກຳມາທິການວັດທະນະທໍາ-ສັງຄົມ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.