ທີ່ຕັ້ງຂອງສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ
ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແມ່ນການຈັດຕັ້ງໜຶ່ງຂື້ນກັບຄະນະປະຈຳສະພາແຫ່ງຊາດ, ມີຊື່ຫຍໍ້ເປັນຕົວອັກສອນ”ສຄສ”, ມີຖານະທຽບກັບເທົ່າກັບບັນດາກຳມາທິການຂອງສະພາແຫ່ງຊາດ.
ພາລະບົດບາດຂອງສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ
ໜຶ່ງ, ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ມີພາລະບົດບາດໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ, ຊ່ວຍຄະນະປະຈຳ ໃນການຄຸ້ມຄອງການເຄື່ອນໄຫວຄົ້ນຄວ້າວິທະຍາສາດ ຂອງບັນດາອົງການສະພາແຫ່ງຊາດ;
ສອງ, ສ້າງຖານຂໍ້ມູນວິທະຍາສາດ ນິຕິກຳເພື່ອຊ່ວຍໜູນ ແລະ ຮັບໃຊ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ-ນະຄອນຫຼວງ ໃນການຈັດຕັ້ງປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍ ສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫຼວງ;
ສາມ, ເປັນໃຈກາງລວມສູນ ໃນການຝຶກອົບຮົມຍົກລະດັບ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ-ນະຄອນຫຼວງ ແລະ ບັນດາການຈັດຕັ້ງຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງບນະຄອນຫຼວງ.
ສິດ ແລະ ໜ້າທີ່ຂອງສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ
ໜຶ່ງ, ຄົ້ນຄວ້າບັນຫາພື້ນຖານກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ;
ສອງ, ຈັດຕັ້ງດຳເນີນການຄົ້ນຄວ້າວິທະຍາສາດ,ຝຶກອົບຮົມ, ສຳມະນາ, ຄຸ້ມຄອງ, ເຜີຍແຜ່ ແລະ ສະໜອງຜົນການຄົ້ນຄວ້າ ເພື່ອຊ່ວຍປັບປຸງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງບນະຄອນຫຼວງ ແລະ ບັນດາການຈັດຕັ້ງຂອງສະພາແຫ່ງຊາດ;
ສາມ, ຊ່ວຍຄະນະປະຈຳສະພາແຫ່ງຊາດ ໃນການຄຸ້ມຄອງການເຄື່ອນໄຫວວິທະຍາສາດ ຂອງບັນດາການຈັດຕັ້ງຂອງສະພາແຫ່ງຊາດ,ບັນດາການຈັດຕັ້ງທີ່ຂື້ນກັບຄະນະປະຈຳ ແລະ ຄະນະເລຂາທິການສະພາແຫ່ງຊາດ;
ສີ່, ເປັນສູນກາງໃນການເກັບກຳຂໍ້ມູນ-ຂ່າວສານ, ນຳໃຊ້ຜົນການຄົ້ນຄວ້າວິທະຍາສາດ ຂອງບັນດາອົງການຄົ້ນຄວ້າຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີການເລືອກເຟັ້ນ;
ຫ້າ, ສ້າງພື້ນຖານຂໍ້ມູນ-ຂ່າວສານວິທະຍາສາດ ທີ່ພົວພັນເຖິງພາລະບົດບາດ ຂອງສະພາແຫ່ງຊາດ;
ຫົກ, ສະໜອງຂໍ້ມູນ-ຂ່າວສານ ທີ່ພົວພັນເຖິງການຈັດຕັງປະຕິບັດພາລະບົດບາດຂອງສະພາແຫ່ງຊາດ;
ເຈັດ, ເປັນເຈົ້າການປະສານສົມທົບ ກັບບັນດາການຈັດຕັ້ງສະພາແຫ່ງຊາດ ໃນການສ້າງທິດສະດີທາງແຜນຍຸດທະສາດວຍກງານຄົ້ນຄວ້າປະຈຳປີ, 05 ປີ ຂອງບັນດາການຈັດຕັ້ງຂອງສະພາແຫ່ງຊາດ;
ແປດ, ເປີດກວ້າງການຮ່ວມມືກັບບັນດາອົງການຈັດຕັ້ງ, ສະຖາບັນ, ນັກວິທະຍາສາດ, ຜູ້ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ, ໃນການຄົ້ນຄວ້າວິທະຍາສາດ, ຝຶກອົບຮົມ, ສຳມະນາ, ສະໜອງຂໍ້ມູນ-ຂ່າວສານ ແລະ ວຽກງານອື່ນໆ ທີພົວພັນກັບສະພາແຫ່ງຊາດ;
ເກົ້າ, ປະຕິບັດສິດ ແລະ ໜ້າທີ່ວຽກງານອື່ນໆ ຕາມການມອບໝາຍຈາກຄະນະປະຈຳສະພາແຫ່ງຊາດ.
(ອິງຕາມ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 0124/ຄປຈ, ລົງວັນທີ 31/8/2016 ວ່າດ້ວຍ ກາຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ)