ທີ່ຕັ້ງ ຂອງກຳມາທິການກົດໝາຍ
ກຳມາທິການກົດໝາຍ ແມ່ນກົງຈັກການຈັດຕັ້ງ ຂອງສະພາແຫ່ງຊາດ ຊຶ່ງໄດ້ຖືກຮັບຮອງເອົາໃນ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ, ປະກອບດ້ວຍ ສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການສັງກັດກຳມາທິການກົດໝາຍ ປະຈຳການຢູ່ແຕ່ລະເຂດເລືອກຕັ້ງ ໃນທົ່ວປະເທດ.
ກຳມາທິການກົດໝາຍ ມີອາຍຸການ 5 ປີ ເທົ່າກັບອາຍຸການ ຂອງສະພາແຫ່ງຊາດ ແລະ ມີຊື່ຫຍໍ້ ເປັນຕົວອັກສອນ “ກກໝ”
ພະລະບົດບາດ ຂອງກຳມາທິການກົດໝາຍ
ກຳມາທິການກົດໝາຍ ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການສ້າງ, ປັບປຸງກົດໝາຍ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ, ຕີຄວາມໝາຍ ແລະ ອະທິບາຍກົດໝາຍ, ຕິດຕາມກວດກາການອອກນິຕິກຳລຸ່ມກົດໝາຍ; ການຄົ້ນຄວ້າບັນຫາສຳຄັນພື້ນຖານຂອງປະເທດຊາດ, ການຕິດຕາມກວດກາການເຄົາລົບ, ປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ຂອງອົງການອຳນາດລັດທຸກຂັ້ນ; ຄົ້ນຄວ້າປະກອບຄຳເຫັນ ຕໍ່ການໃຫ້ສັດຕະຍາບັນແກ່ ສັນຍາ ແລະ ສົນທິສັນຍາ ສາກົນ ຕາມຂອບເຂດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
ສິດ ແລະ ໜ້າທີ່ລວມ ຂອງກໍາມາທິການກົດໝາຍ
ກໍາມາທິການກົດໝາຍ ມີສິດ ແລະ ໜ້າທີ່ລວມ ດັ່ງນີ້:
1 ດ້ານນິຕິບັນຍັດ:
1. ເປັນໃຈການປະສານສົມທົບກັບກໍາມາທິການ ແລະ ຂະແໜງການອື່ນທີ່ກ່ຽວກັບວຽກງານການສ້າງ ແລະ ປັບປຸງກົດໝາຍ ເປັນຕົ້ນ ການສ້າງແຜນການ ແລະ ປັບປຸງກົດໝາຍ 5 ປີ ແລະ ແຜນການປະຈໍາປີ;
2. ຜັນຂະຫຍາຍ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ເປັນແຜນການປະຈໍາປີ;
3. ເປັນເຈົ້າການ ການປະສານສົມທົບກັບກໍາມາທິການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອກວດກາຄວາມພ້ອມ ຂອງການສ້າງ ແລະ ປັບປຸງກົດໝາຍ ໃນແຕ່ລະໄລຍະ;
4. ການຈັດກອງປະຊຸມສໍາມະນາ ແລະ ການຈັດຕັ້ງທາບທາມ ປະກອບຄໍາເຫັນໃສ່ຮ່າງກົດໝາຍ;
5. ກວດກາເນື້ອໃນໃນຮອບດ້ານ ຂອງບັນດາຮ່າງກົດໝາຍ ທີ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງສະເໜີມາ ກ່ອນນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ເປັນຕົ້ນ ຄວາມຈໍາເປັນ, ຈຸດປະສົງ, ຄາດໝາຍ ແລະ ຂອບເຂດຄວາມສອດຄ່ອງຂອງຮ່າງກົດໝາຍກັບ ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍອື່ນລວມທັງສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
6. ຄົ້ນຄວ້າ, ປະກອບຄໍາເຫັນໃສ່ ຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະດໍາລັດ, ຮ່າງດໍາລັດ ແລະ ຮ່າງນິຕິກໍາອື່ນ ທີ່ຂະແໜງການກ່ຽວຂ້ອງສະເໜີມາ;
7. ຈັດຕັ້ງການກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ;
8. ຄົ້ນຄວ້າ ການຕີຄວາມໝາຍ, ອະທິບາຍ ລັດຖະທໍາມະນູນ ແລະ ກົດໝາຍ ໂດຍໜ້າທີ່ ຫຼື ຕາມການສະເໜີ ຂອງກໍາມາທິການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ;
9. ຄົ້ນຄວ້າ, ປະກອບຄໍາເຫັນໃສ່ ສັນຍາ ແລະ ສົນທິສັນຍາ ສາກົນ ທີ່ລັດຖະບານ ສະເໜີມາ;/
10. ຮຽບຮຽງຮ່າງກົດໝາຍ ທີ່ກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງເອົາກ່ອນນໍາສະເໜີປະທານສະພາແຫ່ງຊາດ ພິຈາລະນາລົງລາຍເຊັນ ແລ້ວນໍາສົ່ງໃຫ້ ປະທານປະເທດ ອອກລັດຖະດໍາລັດປະກາດໃຊ້.
2 ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ
1. ເຂົ້າຮ່ວມແຕ່ຫົວທີກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນຂະແໜງການທີ່ຕົນຮັບຜິດຊອບ;
2. ຮັບ, ພິຈາລະນາ ບົດລາຍງານຂອງຂະແໜງການຕ່າງໆ ກ່ຽວກັບບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງຕົນ;
3. ຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ໂຄງການລົງທຶນຂະໜາດໃຫ່ຍ ແລະ ການສະເໜີປ່ຽນແປງ ອັດຕາພາສີ, ອາກອນ ຕາມພາລະບົດບາດຂອງຕົນ.
3 ດ້ານການຕິຕາມກວດກາ
1. ກໍານົດແຜນການຕິດຕາມກວດກາ ຂອງກໍາມາທິການ ແຕ່ລພໄລຍະ;
2. ຕິດຕາມກວດກາ ການອອກນິຕິກໍາ ແລະ ການປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາ ຂອງອົງການລັດ;
3. ຄົ້ນຄວ້າ ກ່ຽວກັບການໂຈະ, ການຈັດຕັ້ງປະຕິບັດ, ການປັບປຸງ, ຍົກເລີກ ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍອື່ນ ເພື່ອລາຍງານ ແລະ ຂໍທິດຊີ້ນໍາຈາກຄະນະປະຈໍາສະພາແຫ່ງຊາດ.
ສິດ ແລະ ໜ້າທີ່ສະເພາະ ຂອງກຊາມາທິການກົດໝາຍ
ກໍາມາທິການກົດໝາຍ ມີສິດ-ໜ້າທີ່ສະເພາະ ດັ່ງນີ້:
1. ສ້າງແຜນການເຄື່ອນໄຫວວຽກງານຂອງຕົນ ໃນແຕ່ລະໄລຍະ;
2. ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ;
3. ຄົ້ນຄວ້າ ການຕີຄວາມໝາຍ, ອະທິບາຍ ລັດຖະທໍາມະນູນ ແລະ ກົດໝາຍ;
4. ຈັດຕັ້ງ ໂຄສະນາເຜີຍແຜ່ ລັດຖະທໍາມະນູນ ແລະ ກົດໝາຍ ຕາມພາລະບົດບາດຂອງຕົນ;
5. ດໍາເນີນກອງປະຊຸມຄົບຄະນະຂອງກໍາມາທິການກົດໝາຍ ແລະ ກອງປະຊຸມຮ່ວມກັບພາກສ່ວນອື່ນ;
6. ສະເໜີຄະນະປະຈໍາສະພາແຫ່ງຊາດ ແຕ່ງຕັ້ງໜ່ວຍງານສະເພາະກິດ ເມືອມີຄວາມຈໍາເປັນ;
7. ພົວພັນ, ປະສານສົມທົບ ບັນດາກໍາມາທິການ, ຄະນະເລຂາທິການ ແລະ ການຈັດຕັ້ງອື່ນ ພາຍໃນສະພາແຫ່ງຊາດ, ກະຊວງ, ອົງການລັດທຽບເທົ່າກະຊວງ, ການຈັດຕັ້ງ ແລະ ບຸກຄົນຕ່າງໆ ທີ່ກ່ຽວຂ້ອງ;
8. ພົວພັນ, ຮ່ວມມື ວຽກງານທາງດ້ານກົດໝາຍ ກັບ ອົງການຈັດຕັ້ງຕ່າງປະເທດ, ພາກພື້ນ ແລະ ສາກົນຕາມການຕົກລົງ ຂອງຄະນະປະຈໍາສະພາແຫ່ງຊາດ;
9. ສະຫຼຸບ, ຖອດຖອນ ບົດຮຽນ ແລະ ລາຍງານການເຄື່ອນໄຫວຂອງກໍາມະທິການຕົນ ໃຫ້ຄະນະປະຈໍາສະພາແຫ່ງຊາດ ແຕ່ລະເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ.
(ອິງຕາມ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 0211/ຄປຈ, ລົງວັນທີ 7/12/2016 ວ່າດ້ວຍ ກາຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກຳມາທິການກົດໝາຍ)