
![]() ພົບປະສອງຝ່າຍ ລາວ-ຢີ່ປຸ່ນ(ສພຊ) ຕອນເຊົ້າວັນທີ 16 ທັນວາ 2019 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີພົບປະສອງຝ່າຍລາວ-ຍີ່ປຸ່ນ ເຊິ່ງຝ່າຍລາວນໍາໂດຍທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ຝ່າຍຍີ່ປຸ່ນນໍາໂດຍທ່ານ ໂອກາວະ ໂຕຊິໂອະ (OGAWA Toshio) ຮອງປະທານສະພາສູງຍີ່ປຸ່ນ ມີບັນດາຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ອ່ານເພີ່ມເຕີມ
|
![]() ປະທານ ສພຊ ເຂົ້າຮ່ວມພິທີປິດປີທ່ອງທ່ຽວລາວ-ຈີນ(ສພຊ) ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປຈີນ ແລະ ເຂົ້າຮ່ວມພິທີປິດປີທ່ອງທ່ຽວລາວ-ຈີນ 2019 ທີ່ນະຄອນຫລວງປັກກິງ ສປຈີນ ລະຫວ່າງວັນທີ 16-20 ທັນວາ 2019. ອ່ານເພີ່ມເຕີມ
|
![]() ຮອງປະທານສະພາສູງ ຢີ່ປຸ່ນ ຢ້ຽມຂຳນັບປະທານ ສພຊ(ສພຊ) ວັນທີ 15 ທັນວາຜ່ານມາ, ທີ່ຫ້ອງຮັບແຂກສະພາແຫ່ງຊາດ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂອກາວະ ໂຕຊິໂອະ (OGAWA Toshio) ຮອງປະທານສະພາສູງຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ອ່ານເພີ່ມເຕີມ
|
![]() ຮອງປະທານ ສພຊ ສືບຕໍ່ຕິດຕາມກວດກາຢູ່ແຂວງຫົວພັນ(ສພຊ) ວັນທີ 17 ທັນວາ 2019, ທີ່ສະພາປະຊາຊົນແຂວງ (ສພຂ) ຫົວພັນ, ທ່ານ ພົທ. ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ເຊິ່ງປະກອບດ້ວຍຮອງປະທານກໍາມາທິການບັນດາເຜົ່າ, ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ອ່ານເພີ່ມເຕີມ
|
![]() ສພຊ ຈັດກອງປະຊຸມ ປະພາກພື້ນ ອາຊີ-ປາຊີຟິກ ຄັ້ງທີ 9(ສພຊ) ລະຫວ່າງວັນທີ 12-14 ທັນວາ 2019 ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມປະຈໍາພາກພື້ນອາຊີ-ປາຊີຟິກ ຄັ້ງທີ 9 ຂອງສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ທີ່ໂຮງແຮມຫລວງພະບາງວິວ ນະຄອນຫລວງພະບາງ ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ; ອ່ານເພີ່ມເຕີມ
|
![]() ຮອງປະທານ ສພຊ ຕິດຕາມກວດກາຢູ່ແຂວງຫົວພັນ(ສພຊ) ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາລຸ່ມກົດໝາຍ ແລະ ລະບຽບການ ຂອງຜູ້ເຊື່ອຖືສາສະໜາຕ່າງໆ ແລະ ການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານສາສະໜາຂອງເຈົ້າໜ້າທີ່ ຮວມທັງການເຄື່ອນຍ້າຍພົນລະເມືອງຂອງປະຊາຊົນສອງຟາກຊາຍແດນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຂອງສອງປະເທດ ແລະ ສະພາບການຕ່າງໆຢູ່ລຽບຕາມຊາຍແດນ ອ່ານເພີ່ມເຕີມ
|
![]() ປະທານ ສພຊ ຕ້ອນຮັບການຂໍ່ານັບຂອງລັດຖະມົນຕີກະຊວງຍຸຕິທໍາແຫ່ງ ສສ. ຫວຽດນາມ(ສພຊ) ຕອນບ່າຍ ວັນສຸກ ທີ 6 ທັນວາ 2019 ທີ່ສະພາແຫ່ງຊາດ (ສພຊ) ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ (ສພຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ເລ ແທັງ ລ່ອງ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ອ່ານເພີ່ມເຕີມ
|
![]() ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ປິດລົງດ້ວຍຜົນສຳເລັດອັນຈົບງາມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫຼັງທີ່ດຳເນີນມາເປັນເວລາ 20 ວັນ ແຕ່ວັນທີ 7 ພະຈິກ - 6 ທັນວາ ນີ້ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມປິດກອງປະຊຸມມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ອ່ານເພີ່ມເຕີມ
|