
ຂ່າວໜັງສືພິມ+ ລາຍການຂ່າວທັງໝົດ
![]() ປະທານສະພາ ເນັ້ນນັກກວດສອບ ຕ້ອງມີຈັນຍາບັນ- ຊື່ສັດບໍລິສຸດໃນໂອກາດທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ, ທ່ານນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ເນັ້ນໃຫ້ອົງການກວດສອບສ້າງນັກກວດ ສອບຢ່າງມີຄຸນນະພາບ. ມີຈັນຍາບັນ, ຈັນຍາທໍາ ມີຄວາມຊື່ສັດ ບໍລິສຸດ, ມີຄວາມທ່ຽງທຳ. ອ່ານເພີ່ມເຕີມ
|
![]() ປະທານ ສພຊ, ນາຍົກ ຢ້ຽມຢາມໂຄງການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່(ສພຊ) ຕອນບ່າຍວັນທີ 23 ກໍລະກົດຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສພຊ ພ້ອມດ້ວຍຄະນະ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະລັດຖະບານ ໄດ້ຢ້ຽມຢາມໂຄງການປຸກສ້າງຫໍສະພາແຫ່ງຊາດຫລັງໃຫມ່. ອ່ານເພີ່ມເຕີມ
|
![]() ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສພຂ ສະຫວັນນະເຂດ ຊຸດທີ I(ສພຊ) ລະຫວ່າງວັນທີ 22-24 ກໍລະກົດ 2020 ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ (ສພຊ), ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ I. ອ່ານເພີ່ມເຕີມ
|
![]() ຮອງປະທານ ສພຊ ເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ(ສພຊ) ໃນຕອນບ່າຍວັນທີ 14 ກໍລະກົດ 2020, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ (ສພຊ) ຮ່ວມກັບສະພາປະຊາຊົນແຂວງ (ສພຂ) ໄຊສົມບູນ ໂດຍມີທ່ານ ຄໍາແດງ ສີລາວົງ ຮອງປະທານ ສພຂ ແລະ ທ່ານ ນາງ ຂັນກາບ ໄຊຍະກຸມມານ ເລຂາທິການ ສພຂ ໄດ້ລົງຕິດຕາມກວດກາໂຄງການລ້ຽງງົວພັນພື້ນເມືອງ ແລະ ປູກຫຍ້າລ້ຽງງົວ ຢູ່ບ້ານອອມ ເມືອງອະນຸວົງ ແຂວງໄຊສົມບູນ. ອ່ານເພີ່ມເຕີມ
|
![]() ສະຫະພັນກໍາມະບານ ສພຊ ເປີດກອງປະຊຸມໃຫຍ່ຄັ້ງທີ V(ສພຊ) ໃນຕອນເຊົ້າວັນທີ 10 ກໍລະກົດ 2020 ສະຫະພັນກໍາມະບານສະພາແຫ່ງຊາດ (ສພຊ) ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ V ທີ່ຫ້ອງປະຊຸມໃຫຍ່ ສພຊ (ຫລັກ 6) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ສຸບັນ ສະວະບຸດ ປະທານສະຫະພັນກໍາມະບານ ສພຊ, ເຂົ້າຮ່ວມມີສະຫາຍ ນາງ ສີໃສ ລືເດດມູນສອນ ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ. ອ່ານເພີ່ມເຕີມ
|