
15/08/2018 00:00 -
ເນື່ອງໃນໂອກາດ ວັນລັດຖະທຳມະນູນ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018), ທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບແວດລ້ອມແຫ່ງການກຳເນີດ ແລະ ຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປລາວ ເຊິ່ງເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຮອບດ້ານທີມີຫລັກການ ຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ ຮັກລະບອບໃໝ່ ພ້ອມທັງເປັນການຢືນຢັ້ງໃຫ້ປະຊາຊົນລຸ້ນຫຼັງ ໄດ້ຮັບຮູ້ວ່າ: ຄົນລາວ, ຊາດລາວ, ປະຊາຊົນລາວ ໄດ້ມີມູນເຊື້ອພິລະອາດຫານ, ບັນພະບູລຸດຂອງຊາດລາວ ໄດ້ ນໍາພາປະຊາຊົນລາວລຸກຂຶ້ນຕໍ່ສູ້ກັບສັດຕູຕະຫຼອດມາ ແລະ ໃນໄລຍະຜ່ານມາ ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຫັນໄດ້ວ່າ ປີ 1930 ເປັນຕົ້ນມາ ພາຍ ໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ພັກປະຊາຊົນປະຕິວັດລາວ ໃນປະຈຸບັນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຈັບມືກັນຕໍ່ສູ້ ດ້ວຍຄວາມຫຍຸ້ງຍາກ, ລໍາບາກ, ບໍ່ຍອມຈໍານົນ ເດັດຂາດຕໍ່ສັດຕູ້ຜູ້ຮຸກຮານ ຈຶ່ງສາມາດ ຍາດໄດ້ໄຊຊະນະເປັນກ້າວໆມາ ລົບລ້າງລະບອບສັກດີນາຢ່າງສິນເຊີງ, ປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສາຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ອັນໄດ້ໄຂສັງກາດໃໝ່, ປະເທດຊາດ ໄດ້ຮັບຄວາມເປັນເອກະລາດ, ປະຊາຊົນມີສິດເສລີພາບຢ່າງແທ້ຈິງ; ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ກໍານົດສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ດໍາເນີນພາລະກິດ ປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ, ຂຸດຄົ້ນ, ເສີມຂະຫຍາຍກໍາລັງແຮງ ສັງລວມຂອງຊາດ ແລະ ຂອງຍຸກສະໄໝເຮັດໃຫ້ປະຊາຊົນຮັ່ງມີ, ຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມມີ ຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ສ້າງປະຖົມປັດໃຈກ້າວຂຶ້ນ ສູ່ລະບອບສັງຄົມນິຍົມ; ໄລຍະນີ້ຊີວິດຂອງສັງຄົມໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງຫັນໄປສູ່ການຄຸ້ມຄອງ ລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ;
- ດັ່ງນັ້ນ, ລັດຖະທໍາມະນູນ ສະບັບທໍາອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991;
- ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມ ພັກຈຶ່ງ
- ໄດ້ມີການປັບປຸງ ແລະ ປະກາດໃຊ້ລັດຖະທໍາມະນູນ ສະບັບດັ່ງກ່າວໃນ ປີ 2003 ແລະ ປີ 2015 ກໍ່ໄດ້ຮັບການປັບປຸງ ແນ່ໃສປັບປຸງລະບົບອໍານາດລັດໃຫ້ມີປະສິດທີພາບສູງ, ສ້າງບາດລ້ຽວໃໝ່ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາ ເສດຖະກິດ-ສັງຄົມ ການເຊື່ອມໂຍ່ງກັບພາກພຶ້ນ ແລະ ສາກົນໃນໄລຍະໃໝ່;
- ລັດຖະທໍາມະນູນຂອງ ສປປລາວ ໄດ້ຮັບຮູ້ຜົນງານອັນຍິ່ງໃຫຍ່ຂອງ ປະຊາຊົນລາວ ທີ່ຍາດມາໄດ້ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ;
- ລັດຖະທໍາມະນູນ, ກໍານົດລະບອບການເມືອງ ເສດຖະກິດ-ສັງຄົມ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງ;
- ລັດຖະທຳມະນູນ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ, ຄໍາຄິດ, ຄໍາເຫັນ ຂອງປວງ ຊົນລາວທັງຊາດ ຢ່າງກ້ວາງຂວາງທົ່ວປະເທດ, ສອງແສງ, ຈະແຈ້ງເຖິງເຈດຈໍານົງ ອັນສູງສົ່ງ, ຍາວນານ ແລະ ຄວາມຕັດສີນໃຈອັ່ນເກັ່ງກ້າຂອງວົງຄະນະຍາດ ແຫ່ງ ຊາດ ບັນລຸເປົ້າໝາຍສັງຄົມນິຍົມ ສ້າງປະເທດໃຫ້ເປັນປະເທດ ສັນຕິພາບ, ເອກະ ລາດ ປະຊາທິປະໄຕ, ເອກະພາບ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະ ຖາວອນ;
ລັດຖະທໍາມະນູນ ແລະ ກົດໝາຍມີບົດບາດແນວໃດ ຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
- ລັດຖະທຳມະນູນ ເປັນພຶ້ນຖານຂອງກົດໝາຍຂອງທຸກໆຊາດ ກົດໝາຍຕ້ອງສອດຄ່ອງກັບລັດຖະທຳມະນູນ
- ລັດຖະທຳມະນູນ ແລະ ກົດໝາຍ ມີຄວາມສໍາຄັນໃຫ່ຍຫຼວງຕໍ່ພາລະກິດປົກປັກຮັກສາ ສ້າງສາພັດ ທະນາທັງຮອບດ້ານເສກຖະກິດ-ສັງຄົມ ແລະ ຄວາມຍຸຕິທໍາ; ເພື່ອ ເປັນ ຂອບເຂດໃຫ້ແກ່ການວາງນະໂຍບາຍ ເປັນທິດທາງເດີນ, ວາງນະໂຍບາຍ, ແຜນການນະໂຍບາຍຍຸດທະສາດອອກມາແລ້ວ ກໍຕ້ອງປະຕິບັດຢູ່ໃນກອບກົດໝາຍ;
ໃນໄລຍະຜ່ານມາການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍມີທັງດ້ານດີ ແລະ ດ້ານອ່ອນ; ດ້ານດີສະແດງອອກຄື: ສະຕິເຄົາລົບກົດໝາຍ ແຕ່ລະຂົງເຂດໄດ້ດີສົມຄວນ, ໄດ້ສະແດງອອກໃນການເຄື່ອນໄຫວ, ຈັດຕັ້ງປະຕິບັດໜ້າທີການເມືອງ ທີ່ໄດ້ຮັບການ ມອບໝາຍ; ມີຄວາມເປັນແບບຢ່າງ ຕໍ່ສະຕິເຄົາລົບກົດໝາຍ ມີຄວາມໝາຍຮັບຜິດ ຊອບ, ກ້າເວົ້າ, ກ້າຕໍານິ, ຕິຊົມ, ການຕົກລົງຂອງໝູ່ຄະນະ, ກ້າປ່ຽນແປງຈຸດອ່ອນ; ດ້ານອ່ອນສະແດງອອກຄື: ຕາມບົດສະຫຼຸບສັງລວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ; ອີງຕາມຜົນຂອງການ ກວດສອບ; ອີງຕາມສຽງສົ່ງຂ່າວຂອງປະຊາຊົນ; ອີງຕາມປະກົດການຂອງສັງຄົມ; ອີງຕາມ ກອງປະຊຸມເຊື່ອມຊື່ມ;
ປະກົດການຫຍໍ້ທໍ້ ເສດຖະກິດ ເຫັນວ່າຍັງໜັກໜວ່ງເປັນຕົ້ນ: ລາຍຮັບ ບໍ່ໄດ້ຄາດໝາຍ; ລາຍຈ່າຍພັດເພີ່ມຂຶ້ນ; ສະພາບການບໍ່ສະຫງົບທາງດ້ານໜີ້ສິນສຽງຈົ່ມວ່າລະຫວ່າງນັກທຸລະກິດ ກັບລັດ ໜີ້ສິນຄຸມເຄືອແກ້ບໍ່ຕົກ; ລາຍຮັບຄ່າຊັບພະຍາກອນ ເກືອບບໍ່ມີ; ສະຖິຕິການ ເກັບລາຍຮັບບໍ່ຄົບຖ້ວນ ຈະແຈ້ງມີລັກສະນະປິດບັງ; ບົດສະຫລຸບບໍ່ສະແດງອອກເຖິງ ຄວາມເປັນຈິງ; ຜ່ານມາຜູ້ແກ້ ແມ່ນຜູ້ກະທໍາຜິດ;
- ສິ່ງເສບຕິດ, ການສຶກສາ, ສາທາລະນະສຸກ, ອຸບັດຕິເຫດ
ຂົງເຂດຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ອົງການກວດກາລັດຖະບານບັນດາອົງການດັ່ງກ່າວສະຕິໃນການເຄົາລົບ ກົດໝາຍຍັງອ່ອນ.
ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ ວິທີການແກ້ໄຂຄື: ເພີ່ມການກວດກາປະເມີນ (ເຂື່ອນ ໄຟຟ້າ), ອົງກວດສອບ ກວດກາເຫັນອັນຕ້ອງແກ້, ການແກ້ໄຂຕ້ອງບໍ່ເອົາຜູ້ ກະທໍາຜິດ ມາແກ້,ການກວດກາຊັບສິນ ຕ້ອງສຶບຕໍ່ເຮັດໃຫ້ເປັນປົກກະຕິ, ນະໂຍບາຍດິນຖືເປັນເລື່ອງເດຶອດ ທີ່ຕ້ອງໄດ້ຮັບການປັບປຸງ, ການກວດກາພາຫະນະ ເພື່ອຮີບມາເປັນຊັບສິນຂອງລັດຖ້າເຫັນ ວ່າເກີນອັດຕາທີ່ກໍານົດ, ກະຈາຍ ງົບປະມານໃຫ້ທົ່ວເຖິງ, ສ່ວນ ຂົງເຂດຍຸຕິທໍາ ແມ່ນ ຈັນຍາບັນ, ຈັນຍາທໍາ, ຄວາມເປັນທໍາ, ຄວາມໂປ່ງໃສ, ການຕັດສີນຄະດີ, ການສັ່ງຟ້ອງຜູ້ຕ້ອງຫາຜິດ ໂດຍເຈດຕະນາ ຜູ້ມີການລະເມີດຕ້ອງໄດ້ຮັບການລົງໂທດເພີ່ມ.