
10/07/2018 00:00 -
ໃນລະຫວ່າງວັນທີ 2-4 ກໍລະກົດຜ່ານມາ ທີ່ ຫ້ອງປະຊຸມເຮືອນພັກແຄມງື່ມ ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ກໍາມາທິການກົດໝາຍ ແລະ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຮຽບຮຽງຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ທີ່ໄດ້ຜ່ານການຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ໂດຍການເປັນປະທານຮ່ວມຂອງ ທ່ານ ສາຍທອງ ແກ້ວດວງດີ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້; ໂດຍມີບັນດາທ່ານຮອງປະທານກໍາມາທິການ, ພະນັກງານບໍານານອາວຸໂສ, ຜູ້ຕາງໜ້າຫ້ອງວ່າການປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ລັດຖະກອນທີ່ກ່ຽວຂ້ອງ ຈາກສະພາແຫ່ງຊາດ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຈຳນວນໜຶ່ງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ນຳເອົາຄຳຄິດຄຳເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ມາຄົ້ນຄວ້າ ຮຽບຮຽງເຂົ້າໃນເນື້ອໃນຂອງຮ່າງກົດໝາຍ ໃຫ້ມີຄວາມກະຈ່າງແຈ້ງ, ຮັດກຸມ ລວມທັງບັນຫາທີ່ກອງປະຊຸມ ມີຄວາມສົນໃຈ ເປັນຫ່ວງໃນແງ່ປະຕິບັດ, ຊຶ່ງຫລັງຈາກນັ້ນ ຈະລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ທິດຊີ້ນຳ ຫຼື ຕົກລົງ ເປັນຕົ້ນແມ່ນ ມາດຕາທີ່ຕິດພັນກັບ ການແບ່ງຂັ້ນຄຸ້ມຄອງ, ການພິຈາລະນາ ຕົກລົງ ແລະ ຮັບຮອງ ເອົາໂຄງການຈັດສັນພູລຳເນົາໃນແຕ່ລະຂັ້ນ ກ່ອນຈະສະເໜີໃຫ້ປະທານສະພາແຫ່ງຊາດ ລົງນາມໃນກົດໝາຍດັ່ງກ່າວ ແລ້ວສົ່ງໃຫ້ປະທານປະເທດພິຈາລະນາອອກດຳລັດປະກາດໃຊ້ ຕາມກົດໝາຍວ່າດ້ວຍການສ້າງນິຕິກຳ.
(ກົມໂຄສະນາ ແລະ ຕີີຄວາມໝາຍກົດໝາຍ)