
21/06/2018 00:00 -
(ສພຊ) ວັນພຸດທີ 13 ມິຖຸນາ 2018 ທີ່ສະພາແຫ່ງຊາດ ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເດວິດ ຮິວ ອີແວນສ (David Hugh Evans) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະຣາຊະນາຈັກອັງກິດ ປະຈຳ ສປປລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສືບຕໍ່ປຶກສາຫາລື ແລະ ສະເໜີໂຄງການໃໝ່ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຂອງລັດຖະບານອັງກິດໂດຍຜ່ານເອກອັກຄະລັດຖະທູດປະຈຳລາວ.
ໂອກາດນີ້, ທ່ານ ເດວິດ ຮິວ ອີແວນສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານເລຂາທິການສະພາແຫ່ງຊາດລາວ ພ້ອມທັງລາຍງານໃຫ້ຮູ້ວ່າໂຄງການດັ່ງກ່າວມີຄວາມກ້າວໜ້າ ແລະ ຄືບໜ້າເປັນຢ່າງດີ; ໂຄງການດັ່ງກ່າວ, ນອກຈາກສົ່ງເສີມໃນຂົງເຂດຍຸຕິທຳ ແລະ ກົດໝາຍແລ້ວ ຍັງໄດ້ສົ່ງເສີມສະຖາບັນຄົ້ນຄວ້ານິຕິກຳແຫ່ງຊາດ; ພ້ອມໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປລາວ ຕໍ່ໄປ ເພື່ອໃຫ້ສາຍພົວພັນຂອງສອງປະເທດນັ້ນໄດ້ຮັບການພັດທະນາໄປເລື້ອຍໆ; ພ້ອມທັງສະເໜີ ແລະ ຂໍອະນຸຍາດປິດໂຄງການ ເພື່ອທີ່ຈະໄດ້ສືບຕໍ່ໂຄງການໃໝ່ ເຊິ່ງໂຄງການໃໝ່ຈະສືບຕໍ່ຈາກໂຄງການເກົ່າຄື ເນັ້ນໜັກກ່ຽວກັບເສີມສ້າງຄວາມອາດສາມາດໃນຂົງເຂດຍຸຕິທຳ ແລະ ກົດໝາຍ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອຊ່ວຍໃຫ້ສະພາແຫ່ງຊາດເຄື່ອນໄຫວດີກວ່າເກົ່າ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ລາວ-ອັງກິດໃນໄລຍະຜ່ານມາ ໂດຍສະເພາະແມ່ນຕໍ່ການພົວພັນຮ່ວມມື ແລະ ສະໜັບສະໜູນລະຫວ່າງສອງປະເທດ; ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບການປະຕິບັດໂຄງການ ແລະ ກິດຈະກຳຕ່າງໆ ທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະຣາຊະອານາຈັກອັງກິດ; ພ້ອມນັ້ນທ່ານຍັງໄດ້ກ່າວຕື່ມອີກວ່າ: ຕໍ່ຄຳສະເໜີໂຄງການຊ່ວຍເຫລືອແກ່ສະພາແຫ່ງຊາດຂອງລັດຖະບານອັງກິດ ທ່ານຂໍຮັບເອົາ ແລະ ຈະນຳເອົາຄຳສະເໜີດັ່ງກ່າວໄປສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອຄົ້ນຄວ້າພິຈາລະນາໃນຂັ້ນຕອນຕໍ່ໄປ. ພ້ອມທັງສະເໜີໃຫ້ເສີມສ້າງຄວາມອາດສາມາດໃນຫລາຍຂົງເຂດ ເປັນຕົ້ນຂົງເຂດເສດຖະກິດ, ຂົງເຂດແຜນການ-ການເງິນ ແລະ ຂົງເຂດອື່ນໆຕື່ມອີກ ແລະ ສືບຕໍ່ຊຸກຍູ້ເພີ່ມທະວີການພົວພັນຮ່ວມມື, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ຕົງລົງກັນໃນໄລຍະຜ່ານມາ ລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນດີຍິ່ງຂຶ້ນ.
(ນາງ ອາລິນ ສຸພິມມະປະດິດ)