
27/03/2018 00:00 -
(ສພຊ) ວັນທີ 19 ມີນາຜ່ານມາ, ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ ໜ່ວຍ ພັກຮາກຖານກໍາມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ໃຫຍ່ຄັ້ງທີ I ຂອງຕົນ ໂດຍການເປັນປະທານຂອງສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາໜ່ວຍ ພັກຮາກຖານ, ປະທານກໍາມາທິການ ກຜງສ; ເຂົ້າຮ່ວມມີສະຫາຍ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີບັນດາຮອງເລຂາໜ່ວຍພັກກໍາມາທິການ ແລະ ສະມາຊິກພາຍໃນ ໜ່ວຍ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງ ໂດຍການຕີລາຄາການຈັດຕັ້ງປະຕິບັດວຽກງານ ສົກປີ 2016-2017 ແລະ ກໍານົດທິດທາງແຜນການສົກປີ 2018-2020 ເຊິ່ງໄດ້ກໍານົດ 7 ວຽກຈຸດສຸມ ເພື່ອສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວວຽກງານຂອງ ກຜງສ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ຮັບຟັງການຜ່ານບົດສໍາຫລວດ ຂອງຄະນະໜ່ວຍພັກຮາກຖານຕໍ່ການຊີ້ນໍາ-ນໍາພາວຽກງານໃນໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ມີຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາຕໍ່ການເຄື່ອນໄຫວວຽກງານຕ່າງໆຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກ. ແຕ່ຍັງມີບາງດ້ານຄວນເອົາໃຈໃສ່ ເປັນຕົ້ນການກໍານົດແຜນການຊີ້ນໍາ-ນໍາພາ ໃນແຕ່ລະໄລຍະບໍ່ທັນລະອຽດ, ລະບອບປະຊຸມສ່ອງແສງ ຍັງບໍ່ທັນໄດ້ເປັນປົກກະຕິ ແລະ ກົນໄກປະສານງານ ກັບບັນດາໜ່ວຍພັກອ້ອມຂ້າງຄະນະພັກສະພາແຫ່ງຊາດ ຍັງບໍ່ທັນຄ່ອງຕົວເທົ່າທີ່ຄວນ.
ກອງປະຊຸມໄດ້ເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານຂອງກໍາມາທິການແຜນການ, ການເງິນ ແລະ ການ ກວດສອບຊຸດໃໝ່ ເຊິ່ງມີສະມາຊິກພັກເຂົ້າຮ່ວມ 13 ສະຫາຍ, ມີຜູ້ສະໝັກຮັບເລືອກຕັ້ງ 5 ສະຫາຍ; ກອງປະຊຸມຄັ້ງ ປະຖົມມະລືກຂອງຄະນະໜ່ວຍພັກຮາກຖານ ກຜງສ ໄດ້ເປັນເອກະສັນ ເລືອກເອົາຄະນະບໍລິຫານງານໜ່ວຍພັກ ຮາກຖານຊຸດໃໝ່ ຈໍານວນ 3 ສະຫາຍຄື: ສະຫາຍ ວິໄລວົງ ບຸດດາຄໍາ ເປັນເລຂາໜ່ວຍພັກ, ສະຫາຍ ທັນຕາ ກອງ ຜາລີ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ເກດແກ້ວ ສີຫາລາດ ເປັນຄະນະໜ່ວຍພັກ ທັງເປັນປະທານກວດກາ ໜ່ວຍພັກຮາກຖານ; ເພື່ອສືບຕໍ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກສະພາແຫ່ງຊາດເວົ້າລວມ, ເວົ້າສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຮາກຖານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມະຕິດັ່ງກ່າວມີປະສິດທິຜົນ.
ສະຫາຍເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ມີຄໍາເຫັນໂອລົ້ມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະໜ່ວຍພັກຮາກຖານ ແລະ ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍຂອງກໍາມາທິການ ຍົກສູງຄວາມຮັບຜີດຊອບໜ້າທີ່ການເມືອງໃຫ້ສູງຂຶ້ນ ໂດຍການເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຢ່າງມີຈຸດສຸມ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນໍາພາສ້າງສະມາຊິກພັກໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ສ້າງໜ່ວຍພັກ, ສະມາຊິກພັກ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນການປະຕິບັດໜ້າ ທີ່ທີ່ໄດ້ຮັບມອບໝາຍ ໃຫ້ຖືກຕ້ອງສໍາເລັດທັນເວລາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ; ສືບຕໍ່ຊີ້ນໍາ-ນໍາພາພະນັກງານພາຍໃນກໍາມາທິການໃຫ້ປະຕິບັດໜ້າທີ່ໃນການເປັນເສນາທິການໃຫ້ແກ່ກໍາມາທິການ ຮັບໃຊ້ໜ້າທີ່ການເມືອງຕາມພາລະບົດບາດຂອງສະພາແຫ່ງຊາດ ໃນຂອບເຂດທີ່ຕົນຮັບຜິດຊອບ; ຮັບປະກັນໃຫ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງພັກ ກໍຄືວຽກງານວິຊາສະເພາະຂອງກໍາມາທິການ ແລະ ສະພາແຫ່ງຊາດ ໃຫ້ມີປະສິດທິຜົນ ແລະ ບັນລຸຄາດໝາຍທີ່ວາງໄວ້.
(ສົນນຶກ ແກ້ວໄຊຍະຈັກ)