
07/03/2018 00:00 -
(ສພຊ) ໃນວັນທີ 25 ມັງກອນ 2018 ທີ່ສະພາແຫ່ງຊາດ, ທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂອງສະພາແຫ່ງຊາດ ສາທາລະນະລັດເກົາຫລີ ນຳໂດຍທ່ານ ຢູ ກີ ຈຸນ ແລະ ທ່ານ ຢຸນ ຊັງ ຮຸນ ເຊິ່ງທັງສອງທ່ານແມ່ນສະມາຊິກສະພາແຫ່ງຊາດ, ສະມາຊິກກຳມາທິການການຕ່າງປະເທດ ແລະ ການທ້ອນໂຮມຂອງສະພາແຫ່ງຊາດ ສ.ເກົາຫລີ.ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປລາວ ລະຫວ່າງວັນທີ 24-26 ມັງກອນ 2018.
ການຢ້ຽມຂ່ຳນັບ, ທ່ານ ຢູ ກີ ຈຸນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມເຫັນດີເປັນເອກະພາບກ່ຽວກັບສາຍພົວພັນອັນດີຂອງສອງປະເທດ; ທ່ານໃຫ້ຮູ້ວ່າ: ປັດຈຸບັນພົນລະເມືອງ ສ.ເກົສຫລີ ມີຄວາມສົນໃຈ ສປປລາວ ຫລາຍຂຶ້ນ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດມີທ່າອ່ຽງເພີ່ມຂຶ້ນ ສະແດງອອກໃນປີ 2012 ນັກທ່ອງທ່ຽວ ສ.ເກົາຫລີ ມາທ່ອງທ່ຽວລາວມີປະມານ 50 ພັນຄົນ, ມາເຖິງປີ 2017 ເພີ່ມຂຶ້ນເປັນ 180 ພັນຄົນ ເນື່ອງຈາກ ສປປລາວ ເປັນປະເທດໜຶ່ງທີ່ ສ.ເກົາຫລີ ມາລົງທຶນຈຳນວນຫລາຍ ທັງເປັນປະເທດທີ່ລັດຖະບານ ສ.ເກົາຫລີ ໃຫ້ບູລິມະສິດໃນການຊ່ວຍເຫລືອ ເຊິ່ງ ສປປລາວ ເປັນປະເທດທີ 11 ໃນຈຳນວນ 24 ປະເທດທີ່ລັດຖະບານ ສ.ເກົາຫລີ ໃຫ້ບູລິມະສິດໃນການຊ່ວຍເຫລືອ; ພິເສດໃນປີ 2017 ລັດຖະບານ ສ.ເກົາຫລີ ໄດ້ໃຫ້ໂກຕາແຮງງານລາວ 500 ຄົນ ແຕ່ຄົນລາວສາມາດເສັງຜ່ານ 50 ຄົນ. ພ້ອມນັ້ນ, ທ່ານໄດ້ສະແດງຄວາມເຫັນດີໃຫ້ທັງສອງປະເທດ ກໍຄືສອງອົງການນິຕິບັນຍັດ ສ.ເກົາຫລີ-ລາວ ໄດ້ແລກປ່ຽນຮ່ວມມືກັນຕື່ມອີກ.
ໂອກາດດຽວກັນນີ້, ທ່ານ ເອກສະຫວ່າງ ວົງວິຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂອງສະພາແຫ່ງຊາດ ສ.ເກົາຫລີ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນໃນການເສີມສ້າງສາຍພົວພັນ ແລະ ເພີ່ມທະວີການຮ່ວມມືທີ່ດີລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ ສປປລາວ-ສ.ເກົາຫລີ ທັງເປັນໂອກາດດີທີ່ຈະໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍຂອງສອງປະເທດ. ທ່ານໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າສາຍພົວພັນມິດຕະພາບທີ່ດີງາມລະຫວ່າງສອງປະເທດລາວ-ສ.ເກົາຫລີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1995 ເປັນຕົ້ນມາ ເຊິ່ງການນຳລະດັບຕ່າງໆຂອງສອງປະເທດໄດ້ແລກປ່ຽນຢ້ຽມຢາມ ແລະ ໄປມາຫາສູ່ກັນຢ່າງຕໍ່ເນື່ອງ ແລະມີຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງ ສ.ເກົາຫລີ ຢູ່ລາວ ທີ່ກຳລັງຄວາມຄືບໜ້າ, ແຕກດອກອອກຜົນ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ, ທ່ານໄດ້ແຈ້ງສະພາບການຂອງ ສປປລາວ ໃຫ້ຊາບໂດຍຫຍໍ້ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ຮ່ວມມືອັນດີຂອງ ສ.ເກົາຫລີ ເຂົ້າໃນວຽກງານດ້ານການສຶກສາ, ການເກັບກູ້ລະເບີດບໍ່ທັນແຕກ, ແຮງງານ, ສາທາລະນະສຸກ ແລະ ອື່ນໆ ໃນແຕ່ລະປີ ເຊິ່ງເປັນການປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ ແລະ ສັງຄົມ ແລະ ຫວັງຢ່າງຍິ່ງວ່າ ສ.ເກົາຫລີ ຈະໃຫ້ການຊ່ວຍເຫລືອ ສປປລາວ ຕື່ມອີກ.
(ນາງ ປາກາລັກ ພົມມີໄຊ)