
04/09/2019 00:00 -
(ສພຊ) ວັນທີ 24 ສິງຫາຜ່ານມາ, ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ສະຫາຍ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຄະນະກຳມະການປ້ອງກັນການປະຕິວັດກູບາ ນຳໂດຍສະຫາຍ ແຄຣລອສ ມີຣານດາ ມາຕິແນວ (carlos Rafael Miranda Martinez) ກຳມະການສູນກາງພັກກອມມູນິດກູບາ ຫົວໜ້າຄະນະກຳມະການປ້ອງກັນການປະຕິວັດກູບາ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 23-25 ສິງຫານີ້.
ສະຫາຍ ແຄຣລອສ ມີຣານດາ ມາຕິແນວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຊາບ ແລະ ຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້; ທັງນີ້, ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງພັກ ສອງລັດ ກໍຄືສອງອົງການນິຕິບັນຍັດລະຫວ່າງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ສະຫາຍ ເອກສະຫວ່າງ ວົງວິຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງພັກ, ສອງລັດ ກໍຄືສອງອົງການນິຕິບັນຍັດ ລາວ-ກູບາ ທີ່ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ; ພ້ອມທັງສະແດງຄວາມປິຕິຍິນດີຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນໃນຄັ້ງນີ້.