
23/08/2019 00:00 -
(ສພຊ) ໃນໂອກາດຢ້ຽມຢາມຣາຊະອານາຈັກກໍາປູເຈຍ ລະຫວ່າງວັນທີ 12-17 ສິງຫາ 2019 ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ນໍາພາຄະນະເຂົ້າຢ້ຽມຂໍ່ານັບທ່ານ ນາງ ກິດຕິສັງຄາຫາບິນດິດ ຄວນ ສຸດາລີ ຮອງປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກໍາປູເຈຍ ທີ່ນະຄອນພະນົມເປັນ, ຣາຊະອານາຈັກກໍາປູເຈຍ ເຊິ່ງກ່ອນອື່ນທ່ານຮອງປະທານສະພາແຫ່ງຊາດກໍາປູເຈຍ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ສວນສະຫວັນ ວິຍະເກດ ພ້ອມດ້ວຍຄະນະ ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະ ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈທີ່ທ່ານຮອງປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ສະຫລະເວລາຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະ ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ແລະ ຂໍຖືໂອກາດອັນສໍາຄັນນີ້, ນໍາເອົາຄວາມຢ້ຽມຢາມຖາມຂ່າວ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ເຖິງສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊຳຣິນ ປະທານສະພາແຫ່ງຊາດ ແລະ ການນຳຂັ້ນສູງ ຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດນີ້ດ້ວຍ ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະ ໃນຄັ້ງນີ້ ແມ່ນການຕອບສະໜອງຕາມການເຊື້ອເຊີນຂອງທ່ານ ເລັງ ເປັງລອງ ເລຂາທິການໃຫຍ່ສະພາແຫ່ງຊາດກໍາປູເຈຍ, ການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສອງປະທານສະພາແຫ່ງຊາດລາວ ແລະ ກຳປູເຈຍ ເຊິ່ງໄດ້ລົງນາມຮ່ວມກັນ ໃນວັນທີ 14 ມັງກອນ 2019 ທັງເປັນການແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ເຊິ່ງກັນ ແລະ ກັນ ເພື່ອປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສປປລາວ ແລະ ຣາຊະອານາຈັກກໍາປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.
ໂອກາດດຽວກັນນີ້, ທ່ານ ນາງ ກິດຕິສັງຄາຫາບິນດິດ ຄວນ ສຸດາລີ ໄດ້ສະແດງຄວາມຍີນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາແຫ່ງຊາດລາວຄັ້ງນີ້ ເຊິ່ງເປັນການສົ່ງເສີມການພົວພັນຮ່ວມມືຂອງສອງສະພາແຫ່ງຊາດກໍາປູເຈຍ-ລາວໃຫ້ກ້າວເຂົ້າສູ່ລວງເລິກ.
ຫລັງຈາກນັ້ນ, ທີ່ສະພາແຫ່ງຊາດກໍາປູເຈຍ ໄດ້ມີພິທີພົບປະສອງຝ່າຍ ເຊິ່ງໄດ້ແລກປ່ຽນຮ່ວມກັນ 2 ຫົວຂໍ້ຄື: 1. ວຽກງານໂຄສະນາທາງສື່ມວນຊົນ ແລະ 2. ວຽກງານໄອທີ.
ເຊິ່ງກ່ອນອື່ນ ຫົວໜ້າຄະນະຜູ້ແທນກໍາປູເຈຍ ໄດ້ແຈ້ງສະພາບ ແລະ ກົງຈັກການຈັດຕັ້ງຂອງຄະນະເລຂາທິການສະພາແຫ່ງຊາດກໍາປູເຈຍ ໃຫ້ຝ່າຍລາວຊາບວ່າ: ສໍາລັບກົມໂຄສະນາຂ່າວສານ ຮັບຜິດຊອບໂຄສະນາການເຄື່ອນໄຫວຂອງສະພາແຫ່ງຊາດ ຜ່ານສື່ຂອງສະພາ, ພົວພັນກັບສື່ມວນຊົນອື່ນ ເພື່ອໂຄສະນາການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບຜິດຊອບລະບົບສຽງ ແລະ ພາບ ຢູ່ຫ້ອງປະຊຸມສະພາ ແລະ ຫ້ອງປະຊຸມອື່ນຂອງສະພາ ແລະ ລະບົບໄມໂຄຣໂຟນຢູ່ຫ້ອງປະຊຸມ, ລະບົບແປພາສາ, ຮັບຜິດຊອບລະບົບກ້ອງຖ່າຍວິດີໂອໃນຫ້ອງປະຊຸມ, ການຕິດຕາມຂ່າວ ແລະ ຕອບໂຕ້ຖ້າມີຂ່າວບໍ່ມີຄວາມຈິງກ່ຽວກັບສະພາ; ສ່ວນກົມໃຫຍ່ໄອຊີທີ ປະກອບມີ 2 ກົມນ້ອຍ ມີໜ້າທີ່ໃຫ້ບໍລິການດ້ານໄອຊີທີ ແລະ ພັດທະນາໄອຊີທີ. ຫລັງຈາກນັ້ນ, ກົມທີ່ກ່ຽວຂ້ອງໃນ 2 ຫົວຂໍ້ ກໍໄດ້ລາຍງານລົງເລິກຕື່ມອີກ.
ຈາກນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ ຫົວໜ້າຄະນະຜູ້ແທນຝ່າຍລາວ ໄດ້ມີຄໍາເຫັນວ່າ: ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະໃນຄັ້ງນີ້ ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງສອງປະທານສະພາແຫ່ງຊາດລາວ ແລະ ກຳປູເຈຍ ເຊິ່ງໄດ້ລົງນາມຮ່ວມກັນໃນວັນທີ 14 ມັງກອນ 2019 ທັງເປັນການແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ເຊິ່ງກັນ ແລະ ກັນ ເພື່ອປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສປປລາວ ແລະ ຣາຊະອານາຈັກກໍາປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນການເສີມຂະຫຍາຍສາຍພົວພັນ ແລະການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ.
ທ່ານເລຂາທິການສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດລາວ-ກໍາປູເຈຍເວົ້າລວມ, ເວົ້າສະເພາະແມ່ນສອງສະພາແຫ່ງຊາດ ກໍຄືສອງຄະນະເລຂາທິການ ທີ່ເຫັນວ່ານັບມື້ນັບໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ ແລະ ກ່າວເຂົ້າສູ່ລວງເລິກ ເຊິ່ງສະແດງອອກ ຄະນະເລຂາທິການຂອງສອງສະພາແຫ່ງຊາດ ໄດ້ເອົາໃຈໃສ່ປະກອບສ່ວນ ແລະ ສ້າງສິ່ງອຳນວຍຄວາມສະດວກຮອບດ້ານ ໃຫ້ແກ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງປະທານສະພາແຫ່ງຊາດລາວ ແລະ ປະທານສະພາແຫ່ງຊາດກໍາປູເຈຍ ທີ່ໄດ້ລົງນາມຮ່ວມກັນໃນ ເດືອນມັງກອນ 2019 ແລະ ໄດ້ຮັບຜົນສຳເລັດຫລາຍດ້ານ ເປັນຕົ້ນແມ່ນສອງສະພາພວກເຮົາ ໄດ້ແລກປ່ຽນຄະນະຜູ້ແທນລະດັບປະທານສະພາແຫ່ງຊາດ, ລະດັບປະທານກໍາມາທິການ, ຮອງປະທານກໍາມາທິການ, ເລຂາທິການ ຈົນຮອດລະດັບວິຊາການ, ພ້ອມກັນແລກປ່ຽນບົດຮຽນ ແລະ ຂໍ້ມູນນໍາກັນ ໂດຍສະເພາະແມ່ນ ການເປັນເຈົ້າພາບຈັດກອງປະຊຸມ ອາແຊັບ-7 ທີ່ສະພາແຫ່ງຊາດລາວ ເປັນເຈົ້າພາບຈັດຂຶ້ນ, ມີການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ໂດຍຜ່ານການແລກປ່ຽນທັດສະນະນຳກັນ. ນອກຈາກນີ້, ຄະນະເລຂາທິການພວກເຮົາ ໄດ້ປະກອບສ່ວນຊຸກຍູ້ໃຫ້ສອງລັດຖະບານ ຂອງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ ແລະ ນິຕິກໍາອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ. ຜົນສຳເລັດໃນການຮ່ວມມື ຂອງສອງຄະນະເລຂາທິການ ຈະຕ້ອງໄດ້ສຶບຕໍ່ຮັກສາມູນເຊື້ອໄວ້ຕໍ່ໄປ, ແຕ່ແນວໃດກໍຕາມ, ຄະນະເລຂາທິການພວກເຮົາ ຈະຕ້ອງເພີ່ມທະວີການພົວພັນປະສານກັນຕື່ມ ເພື່ອສືບຕໍ່ເປັນເສນາທິການຮອບດ້ານ ໃຫ້ແກ່ສະພາແຫ່ງຊາດຂອງສອງປະເທດ ໂດຍສືບຕໍ່ຮ່ວມມືກັນໃນການສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການເຄື່ອນໄຫວວຽກງານນຳກັນ ໃຫ້ມີປະສິດທິຜົນກວ່າເກົ່າ ແລະ ມີຮູບປະທຳຫລາຍຂຶ້ນກວ່າເກົ່າ.