
26/02/2018 00:00 -
(ສພຊ) ຕອນບ່າຍວັນພະຫັດທີ 22 ກຸມພາຜ່ານມາ ທີ່ຫ້ອງຮັບແຂກກຳມາທິການສະພາແຫ່ງຊາດ, ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂ່ຳນັບຂອງທ່ານ ໂນບຸຊິເງະ ທາຄາມິຊາວະ ເອກອັກຄັກລາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ແລະ ຜູ້ຕາງໜ້າຝ່າຍຍີ່ປຸ່ນ ໃນກອງປະຊຸມການປົດອາວຸດທີ່ເຈນີວາ ທັງເປັນປະທານກອງປະຊຸມລັດພາຄີສົນທິສັນຍາການຄ້າອາວຸດ ຄັ້ງທີ 4 ໃນໂອກາດທີເດີນທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປລາວ ລະຫວ່າງວັນທີ 21-22 ກຸມພາ 2018.
ທ່ານ ສາຍທອງ ແກ້ວດວງດີ ໄດ້ສະແດງຄວາມຊົມເຊີຍ ແລະ ກ່າວຕ້ອນຮັບທ່ານ ໂນບຸຊິເງະ ທາຄາມິຊາວະ ທີ່ໄດ້ນຳພາຄະນະຜູ້ແທນຍີ່ປຸ່ນ ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບການນຳພັກ-ລັດ ກໍຄືສະພາແຫ່ງຊາດລາວ; ພ້ອມນັ້ນ, ທ່ານໄດ້ຕີລາຄາຕໍ່ການພົວພັນທາງການທູດ ລະຫວ່າງລາວ ແລະ ຍີ່ປຸ່ນນັບແຕ່ວັນທີ 5 ມີນາ 1955 ເຫັນໄດ້ວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງສອງຊາວລາວ-ຍີ່ປຸ່ນ ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກຍົກລະດັບໃຫ້ສູງຂຶ້ນຕະຫລອດມາ ເປັນຕົ້ນແມ່ນການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນຂອງບັນດາການນຳຂັ້ນຕ່າງໆຂອງສອງປະເທດ.
ທ່ານປະທານກຳມາທິການກົດໝາຍ ຍັງໄດ້ສະແດງຄວາມຍິນທີ່ຍີ່ປຸ່ນມີຄວາມສົນໃຈກ່ຽວກັບການເຂົ້າເປັນລັດພາຄີຂອງສົນທິສັນຍາວ່າດ້ວຍການຄ້າອາວຸດເສິກຂອງ ສປປລາວ ທັງແຈ້ງໃຫ້ຊາບວ່າ ສປປລາວ ຍັງບໍ່ທັນໄດ້ເປັນລັດພາຄີຂອງສົນທິສັນຍາສະບັບດັ່ງກ່າວ ແຕ່ ສປປລາວ ກໍມີກົດໝາຍທີ່ກຳນົດກ່ຽວກັບການເກືອດຫ້າມການຄ້າຂາຍອາວຸດເສິກ ເປັນຕົ້ນແມ່ນກົດໝາຍອາຍາ, ກົດໝາຍວ່າດ້ວຍວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ຮ່າງປະມວນກົດໝາຍອາຍາ ເຊິ່ງໄດ້ຜ່ານການພິຈາລະນາ, ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໂດຍໄດ້ກຳນົດກ່ຽວກັບການເກືອດຫ້າມການຄ້າຂາຍອາວຸດເສິກອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ໂນບຸຊິເງະ ທາຄາມິຊາວະ ໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວໃນຄັ້ງນີ້ ພ້ອມທັງອະທິບາຍໂດຍຫຍໍ້ກ່ຽວກັບສົນທິສັນຍາວ່າດ້ວຍວ່າດ້ວຍການຄ້າອາວຸດເສິກ ແລະ ເປົ້າໝາຍຂອງສົນທິສັນຍານີ້ ທັງຫວັງຢ່າງຍິ່ງວ່າ ສປປລາວ ຈະເຂົ້າເປັນເປັນສະມາຊິກສົນທິສັນຍາດັ່ງກ່າວ; ເຊິ່ງທ່ານ ສາຍທອງ ແກ້ວດວງດີ ໄດ້ໃຫ້ຮູ້ວ່າ ສປປລາວ ຈະໄດ້ນຳເອົາບັນຫານີ້ ໄປຄົ້ນຄວ້າພິຈາລະນາຢ່າງລະອຽດ ແລະ ຄາດວ່າຈະໄດ້ເຊັນສົນທິສັນຍາດັ່ງກ່າວໃນອະນາຄົດ.
(ນາງ ປາກາລັກ ພົມມີໄຊ)