
13/05/2019 00:00 -
(ສພຊ)ເອກະສານແມ່ນຂໍ້ມູນຂ່າວສານທີ່ສ່ອງແສງເຖິງເຫດການ ແລະປາກົດການຕ່າງໆທີ່ສ້າງຂຶ້ນໃນຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງພັກ-ລັດ, ນິຕິບຸກຄົນແລະບຸກຄົນ ເພື່ອເປັນເຄື່ອງມື ແລະພາຫະນະ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ຕິດຕໍ່ພົວພັນຊຶ່ງກັນແລະກັນດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງມີກົດໝາຍວ່າດ້ວຍເອກະສານຂຶ້ນມາ ເພື່ອເຮັດໃຫ້ວຽກງານເອກະສານເປັນລະບົບ, ມີປະສິດທິພາບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະເພື່ອເປັນການກຽມຄວາມພ້ອມໃນດ້ານຕ່າງໆ ຂອງຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃນລະຫວ່າງວັນທີ6-8ພຶດສະພາ 2019ທີເມືອງແກ້ວອຸດົມ, ແຂວງວຽງຈັນກໍາມາທິການກົດໝາຍ ແລະກໍາມາທິການວັດທະນະທໍາ-ສັງຄົມຮ່ວມກັບກະຊວງພາຍໃນໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍເອກະສານຂຶ້ນໂດຍການເປັນຄະນະປະທານຂອງທ່ານສາຍທອງແກ້ວດວງດີກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ; ທ່ານສົມພູດວງສະຫວັນກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມເຂົ້າຮ່ວມມີບັນດາທ່ານຮອງປະທານກໍາມາທິການກົດໝາຍ,ທ່ານຮອງລັດຖະມົນຕີກະຊວງພາຍໃນ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ,ພະນັກງານບໍານານ ແລະລັດຖະກອນວິຊາການທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ ແລະ ກະຊວງພາຍໃນຈໍານວນໜຶ່ງ.
ກົດໝາຍວ່າດ້ວຍເອກະສານສະບັບນີ້ ເປັນກົດໝາຍທີ່ສ້າງໃໝ່ ຊຶ່ງປະກອບມີ10 ພາກ, 16 ໝວດ ແລະ 100 ມາດຕາ.ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສຸມໃສ່ສະຕິປັນຍາເຂົ້າໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບັນດາມາດຕາເພື່ອເຮັດໃຫ້ມີເນື້ອໃນ ຊັດເຈນ, ຈະແຈ້ງ, ຮັດກຸນ ແລະສອດຄອງກັບກົດໝາຍອື່ນທີ່ກ່ຽວຂ້ອງ ພາຍຫຼັງສໍາເລັດການກວດກາເນື້ອໃນຮອບດ້ານແລ້ວ ຈະໄດ້ລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕົກລົງນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ພິຈາລະນາຮັບຮອງເອົາ.
(ກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ)