
26/02/2018 00:00 -
(ສພຊ) ໃນລະຫວ່າງວັນທີ 19-21 ກຸມພາ 2018 ທີ່ ຣີສອດນາປ່າກວາງ, ແຂວງວຽງຈັນ ກໍາມາທິການກົດໝາຍ ແລະ ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍວ່າດ້ວຍ ການຈັດສັນ ພູມລໍາເນົາ ແລະ ອາຊີບ ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ບູນປອນ ສີສຸລາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ສາຍທອງ ແກ້ວດວງດີ ກໍາມະການຄະນະປະຈໍາສະ ພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ແລະ ທ່ານ ຄໍາບູນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້; ເຂົ້າຮ່ວມ ມີ ບັນດາຮອງປະທານກໍາມາທິການ, ຜູ້ຕາງໜ້າຈາກ ຫ້ອງວ່າການປະທານປະເທດ, ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ລັດຖະກອນ ຈໍານວນໜຶ່ງ ຂອງສະພາແຫ່ງຊາດ ແລະ ກະຊວງກະສິກໍາ ແລະ ປ່າໄມ້.
ຮ່າງກົດໝາຍສະບັບນີ້ ເປັນກົດໝາຍທີ່ສ້າງໃໝ່ ເອີ້ນວ່າ ກົດໝາຍວ່າດ້ວຍ ການຈັດສັນ ພູມລໍາເນົາ ແລະ ອາຊີບ ປະກອບ ມີ 12 ພາກ, 5 ໝວດ ແລະ 81 ມາດຕາ. ຊຶ່ງໄດ້ຜ່ານການທາບທາມ ຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ແລະ ໄດ້ຜ່ານກອງປະຊຸມລັດຖະບານມາແລ້ວ. ສະນັ້ນເພື່ອເຮັດໃຫ້ເນື້ອໃນຂອງກົດ ໝາຍມີຄວາມ ຊັດເຈນ, ຈະແຈ້ງ ແລະ ຄົບຖ້ວນນັ້ນ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ມອບໃຫ້ກໍາມາທິການກົດໝາຍ ຮ່ວມກັບ ກໍາມາທິການທີ່ກ່ຽວຂ້ອງ ຄົ້ນຄວ້າກວດກາຮອບດ້ານ ທາງດ້ານເຕັກນິກ, ຄວາມສອດຄ່ອງກັບກົດໝາຍ ແລະ ລັດຖະທໍາມະນູນ ລວມທັງຄວາມຈໍາເປັນ ແລະ ຄວາມສໍາຄັນ ຂອງກົດໝາຍສະບັບດັ່ງກ່າວ ເພື່ອລາຍງານຄືນໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ເອົາເຂົ້າໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະຈັດຂື້ນໃນມໍ່ໆນີ້.
(ກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ)