
07/05/2019 00:00 -
(ສພຊ) ຍ້ອນຄວາມເປັນຫ່ວງເປັນໃຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຈໍາປາສັກທີ່ມີຕໍ່ຄອບຄົວປະຊາຊົນຜູ້ຖືກເຄາະຮ້າຍຈາກອັກຄີໄພ(ໄຟໃໝ້) ຈໍານວນ 22 ຄອບຄົວ ໃນຄືນວັນທີ 14 ເມສາຜ່ານມາ ຢູ່ທີ່ບ້ານນາພູຄໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ.ຈາກເຫດການດັ່ງກ່າວໃນວັນທີ 22 ເມສາ 2019, ທ່ານ ນາງ ປິ່ງຄໍາ ລາດຊະສິມມາ ຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດ(ສສຊ) ປະຈໍາເຂດເລືອກຕັ້ງ ໄດ້ສົມທົບກັບຄະນະນໍາຂອງສະພາປະຊາຊົນແຂວງຈໍາປາສັກນໍາໂດຍທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມຄອບຄົວຜູ້ຖືກເຄາະຮ້າຍຈາກອັກຄີໄພ(ໄຟໃໝ້) ດັ່ງກ່າວ, ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານຮອງເຈົ້າເມືອງຊະນະສົມບູນ ແລະອໍານາດການປົກຄອງບ້ານທີ່ກ່ຽວຂ້ອງ; ຈາກນັ້ນ, ຄະນະກໍໄດ້ເດີນທາງໄປເບິ່ງສະຖານທີ່ເກີດເຫດຕົວຈິງພ້ອມທັງຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບເຫດການໄຟໃໝ້ຈາກອໍານາດການປົກຄອງບ້ານດັ່ງກ່າວ.
ໃນໂອກາດດຽວກັນນີ້, ຄະນະ ໄດ້ຮ່ວມກັນມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຜູ້ຖືກເຄາະຮ້າຍຈາກເຫດການໄຟໃໝ້ດັ່ງກ່າວເພື່ອບັນເທົາທຸກຄອບຄົວຜູ້ຖືກຜົນກະທົບໃນເບື້ອງຕົ້ນ ກ່າວມອບໂດຍທ່ານ ເມກສະຫວັນ ພົມພິທັກ ກ່າວຮັບແມ່ນນາຍບ້ານໆນາພູຄໍາພ້ອມດ້ວຍອໍານາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ ເຊິ່ງເຄື່ອງທີ່ນຳໄປມອບໃນຄັ້ງນີ້ປະກອບມີຄື: ແຟັບ 300ຖົງ, ສະບູ 300ກ້ອນ, ປາປ່ອງ 20ແກັດ, ນໍ້າດື່ມຊູກໍາລັງ 100ແກັດ, ຢາຖູແຂ້ວ 300 ຫລອດ, ແປງສີແຂ້ວ 1.000ອັນ, ເຂົ້າໜົມ 50ແກັດ, ສາລີກະປອງ 50ແກັດ, ອາຫານສໍາເລັດຮູບ 100ແກັດ, ເຄື່ອງນຸ່ງຫົ່ມ 500ຖົງ, ເກືອ 200 ຖົງ ແລະ ນໍ້າຕານ 200ຖົງ ລວມມູນຄ່າເປັນເງິນໝົດທັງ 50 ລ້ານກວ່າກີບ.
ໃນການລົງຢ້ຽມຢາມຄັ້ງນີ້, ປະທານສະພາປະຊາຊົນແຂວງ ຍັງໄດ້ໂອ້ລົມຕໍ່ຄອບຄົວຜູ້ຖືກຜົນກະທົບເພື່ອເຮັດໃຫ້ຈິດໃຈເຂົາເຈົ້າມີຄວາມທຸນທ່ຽງອຸ່ນອຽງເວລາໃດການຈັດຕັ້ງພັກ-ລັດ ກໍເຫັນໄດ້ຄວາມໝາຍຄວາມສໍາຄັນຊີວິດການເປັນຢູ່ຂອງປະຊາຊົນ ຈາກເຫດການດັ່ງກ່າວບໍ່ວ່າຈະເປັນເບື້ອງການນໍາຂອງແຂວງ, ການຈັດຕັ້ງທຸກພາກສ່ວນກໍໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອຢ່າງສຸດກົກສຸດປາຍ; ເວົ້າລວມ,ເວົ້າສະເພາະ ກໍຄືສະພາປະຊາຊົນແຂວງຈໍາປາສັກກໍມີຄວາມເສຍໃຈກັບເຫດການໃນຄັ້ງນີ້ ແລະ ເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຈໍານວນ 22 ຄອບຄົວທີ່ຂາດທີ່ພັກພາອາໄສ; ສະເໜີໃຫ້ອໍານາດການປົກຄອງກ່ຽວຂ້ອງເອົາໃຈໃສ່ຮີບຮ້ອນບຸກເບີກຈັດສັນທີ່ດິນປຸກສ້າງ, ທີ່ດິນທໍາການຜະລິດໃຫ້ແຕ່ລະຄອບຄົວຕາມຄວາມເໝາະສົມໂດຍໄວ ເພື່ອເປັນການຟື້ນຟູຊີວິດກໍຄືທາງດ້ານຈິດໃຈເຂົາເຈົ້າໃຫ້ດໍາເນີນຊີວິດຢ່າງເປັນປົກກະຕິ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງທຸກພາກສ່ວນຂອງສັງຄົມ ທີ່ມີນໍ້າໃຈເພື່ອແຜ່ຢາກປະກອບສ່ວນຊ່ວຍເຫລືອຄອບຄົວຈາກເຫດການໄຟໃໝ້ ບໍ່ວ່າຈະເປັນວັດຖຸ, ສິ່ງຂອງເຄື່ອງນຸ່ງຫົ່ມ ແລະ ອື່ນໆ ກໍສາມາດປະກອບສ່ວນຊ່ວຍເຫລືອໄດ້ຕາມຄວາມເໝາະສົມ.
(ຄໍາຜ່ອນ)