
18/04/2019 00:00 -
(ສພຊ) ວັນທີ 8 ເມສາ 2019 ທີ່ໂຮງແຮມຫລວງພະບາງວິວ ນະຄອນຫລວງພະບາງ ກ່ອນໄຂກອງປະ ຊຸມສໍາມະນາຮ່ວມຄັ້ງທີ 8 ລະຫວ່າງສະພາແຫ່ງຊາດ (ສພຊ) ລາວ, ກໍາປູເຈຍ, ມຽນມາ ແລະ ຫວຽດນາມ, ໄດ້ມີການ ພົບປະ 2 ຝ່າຍ ລະຫວ່າງກໍາມາທິການແຜນການ ການເງິນ ແລະ ການກວດສອບ ສພຊ ແຫ່ງ ສປປລາວ ກັບກໍາທິການ ການເງິນ-ງົບປະມານ ສພຊ ສສ.ຫວຽດນາມ, ຝ່າຍລາວນໍາໂດຍ ທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ ຫງວຽນ ດຶກ ຫ້າຍ ປະທານກໍາມາທິການການເງິນ-ງົບປະມານ; ເຂົ້າຮ່ວມມີບັນດາປະທານສະປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາ ມາທິການແຜນການ ການເງິນ ແລະ ການກວດສອບ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ທ່ານ ວິໄລວົງ ບຸດດາຄໍາ ໄດ້ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສໍາມະນາຂອງຄະນະຜູ້ແທນ ສສ.ຫວຽດນາມ ໃນຄັ້ງນີ້ ເຊິ່ງຖືເປັນນິມິດໝາຍທີ່ດີ, ເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມະຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສພຊ ແຫ່ງ ສປປລາວ ແລະ ສພຊ ຫວຽດນາມ; ເວົ້່າລວມ, ເວົ້າສະເພາະ ລະຫວ່າງກຳມາທິການແຜນການ, ການເງິນ ແລະ ການກວດສອບ ກັບກຳມາທິການການເງິນ ແລະ ງົບປະມານ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນໃນການເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ ສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງງອກງາມຫຍິ່ງໆຂຶ້ນ.
ເພື່ອສືບຕໍ່ການຮ່ວມມືຂອງສອງປະເທດ ໃຫ້ເປັນໄປຕາມມູນເຊື້ອອັນດີງາມທີ່ຜູ້ນໍາສອງພັກ-ລັດ ໄດ້ຮ່ວມລົງນາມໃນຖະແຫລງການຕ່າງໆ ກໍຄືການຮ່ວມມືຂອງສອງ ສພຊ ສອງປະເທດ, ທ່ານປະທານກໍາມາທິການແຜນການ ການເງິນ ແລະ ການກວດສອບ ຍັງໄດ້ມີຄໍາເຫັນແລກປ່ຽນ ແລະ ສະເໜີໃຫ້ສຶບຕໍ່ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ການອໍານວຍຄວາມສະດວກໃນດ້ານການຜະລິດ, ການສົ່ງອອກ-ນໍາເຂົ້າ, ການບໍລິການຂົນສົ່ງ, ການບໍລິການທ່ອງທ່ຽວ, ການສຶກສາ ແລະ ການຄົ້ນຄວ້າວິໄຈ; ຮ່ວມມືກັນສ້າງ ແລະ ພັດທະນາແຂວງແຮກສ່ຽວລະຫວ່າງບັນດາແຂວງລຽບຕາມຊາຍແດນຂອງສອງປະເທດ ໃນດ້ານການພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ພຶ້ນຖານໂຄງລ່າງ, ການບໍລິການຂົນສົ່ງ, ການບໍລິການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ເພື່ອແນໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ສືບຕໍ່ໃຫ້ການຊ່ວຍເຫລືອກ່ຽວກັບບົດຮຽນໃນການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ ເປັນຕົ້ນ: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ຊັບສິນ, ກົດໝາຍວ່າດ້ວຍອາກອນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກົດໝາຍວ່າດ້ວຍພາສີ ແລະ ບັນຫາອື່ນໆ ທີ່ພົວພັນເຖິງຄວາມຮັບຜິດຊອບຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບ.
ທ່ານ ຫງວຽນ ດຶກ ຫ້າຍ ໄດ້ສະແດງຄວາມຂອງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມ ເປັນເອກະພາບຕໍ່ການສະເໜີຂອງຝ່າຍລາວ ໃນການສືບຕໍ່ການຮ່ວມມື ແລະ ແລກປ່ຽນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງ ສພຊ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນວັນດຽວກັນ, ທ່ານ ວິໄລວົງ ບຸດດາຄໍາ ປະທານກໍາມາທິການແຜນການ ການເງິນ ແລະ ການກວດສອບ ຍັງໄດ້ນໍາພາຄະນະຜູ້ແທນລາວ ພົບປະສອງຝ່າຍ ລະຫວ່າງກໍາມາທິການແຜນການ ການເງິນ ແລະ ການກວດສອບ ສພຊ ສປປລາວ ກັບກໍາມາທິການເສດຖະກິດ ການເງິນ ການທະນາຄານ ແລະ ການກວດສອບ ສພຊ ລາຊະອານາຈັກກໍາປູເຈຍ ເຊິ່ງນໍາໂດຍທ່ານ ລອຍ ໂຊພາດ ຮອງປະທານກໍາມາທິການດັ່ງກ່າວ; ເຂົ້າຮ່ວມມີບັນດາປະທານສະປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງກໍາມາທິການແຜນການ ການເງິນ ແລະ ການກວດສອບ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.
ໃນການພົບປະກັບຜູ້ແທນລາຊະອານາຈັກກໍາປູເຈຍ, ທ່ານ ວິໄລວົງ ບຸດດາຄໍາ ໄດ້ສະເໜີໃຫ້ມີການສືບຕໍ່ການຮ່ວມມືຂອງສອງປະເທດ ໃຫ້ເປັນໄປຕາມຖະແຫລງການຕ່າງໆ ກໍຄືການຮ່ວມມືຂອງສອງສະພາແຫ່ງຊາດຂອງສອງປະເທດ ຄື: ຂໍໃຫ້ສຶບຕໍ່ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ການອໍານວຍຄວາມສະດວກໃນດ້ານການຜະລິດ, ການສົ່ງອອກ-ນໍາເຂົ້າ, ການບໍລິການຂົນສົ່ງ, ການບໍລິການທ່ອງທ່ຽວ, ການສຶກສາ ແລະ ການຄົ້ນຄວ້າວິໄຈ; ຮ່ວມມືກັນສ້າງ ແລະ ພັດທະນາຕົວເມືອງແຝດລະຫວ່າງບັນດາແຂວງລຽບຕາມຊາຍແດນສອງປະເທດ ເຊັ່ນ: ແຂວງຈໍາປາສັກ ແລະ ອັດຕະປື ກັບແຂວງພະວິຫານ, ຊຽງແຕງ ແລະ ລັດຕະນະຄີລີ ໃນການພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ພຶ້ນຖານໂຄງລ່າງ, ການບໍລິການຂົນສົ່ງ, ການບໍລິການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ເພື່ອແນໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.
ທ່ານ ລອຍ ໂຊພາດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປະທັບໃຈທີ່ໄດ້ມາເຫັນ ນະຄອນຫລວງພະບາງ ເມືອງມໍລະດົກໂລກ ທີ່ມີມູນເຊື້ອວັດທະນະທໍາ, ຮີດຄອງປະເພນີ ແລະ ທິວທັດທໍາມະຊາດ ອັນສວຍສົດງົດງາມ; ພ້ອມນັ້ນ, ກໍເຫັນດີເປັນເອກະພາບໃນການເພີ່ມທະວີການພົວພັນຮ່ວມມືສາມັກຄີ ເພື່ອພ້ອມກັນ ພັດທະນາ, ເສີມຂະຫາຍມູນເຊື້ອການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນໄປ.