
23/02/2018 00:00 -
(ສພຊ) ທ່ານ ວິໄລວົງ ບຸດດາຄໍາ ປະທານກໍາມາທິການແຜນການ ການເງິນ ແລະ ການກວດສອບ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ທ່ານ ພອນເພັດ ຄິວລະວົງ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງ ທັງເປັນປະທານສະພາປະຊາຊົນແຂວງ (ສພຂ) ເຊກອງ ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມປະຊາຊົນ 3 ຈຸດຄື: ບ້ານດາກດໍ, ດາກເອີຍ ແລະ ດາກຊາ ເມືອງດາກຈຶງ ໃນລະຫວ່າງວັນທີ 12-14 ກຸມພາ 2018 ໂດຍມີທ່ານ ໜູເພັດ ຈັນທະມາດ ຮອງເລຂາພັກເມືອງໆດາກຈຶງ ພ້ອມດ້ວຍຄະນະພັກຮາກຖານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນການຢ້ຽມຢາມ ແລະ ພົບປະແຕ່ລະຈຸດ, ຄະນະໄດ້ຮັບຟັງການລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມຂອງບ້ານ ຈາກເລຂາໜ່ວຍພັກບ້ານ-ນາຍບ້ານຂອງແຕ່ລະບ້ານ. ຫລັງຈາກນັ້ນ ບັນດາທ່ານ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ນຳເອົາເນື້ອໃນຈິດໃຈຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ແລະ ຂອງ ສພຂ ເຊກອງ ຊຸດທີ I ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຊ ຊຸດທີ VIII ດຳເນີນໃນລະຫວ່າງວັນທີ 16 ຕຸລາ-17 ພະຈິກ 2017 ມີ ສສຊ ເຂົ້າຮ່ວມທັງໝົດ 140 ກວ່າທ່ານ ໂດຍກອງປະຊຸມໄດ້ພິຈາລະນາຮັບຮອງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປີ 2017 ແລະ ທິດທາງແຜນການປີ 2018; ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປີ 2017 ແລະ ແຜນການປີ 2018 ຂອງອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແລະ ບັນຫາສຳຄັນອື່ນໆຂອງຊາດ.
ພ້ອມນັ້ນ, ຍັງໄດ້ເຜີຍແຜ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ເຊກອງ ຊຸດທີ I ວ່າດ້ວຍການຮັບຮອງເອົາບົດສະຫລຸບຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018; ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການປີ 2017 ແລະ ທິດທາງແຜນການປີ 2018 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ; ບົດລາຍງານຂອງພະແນກຍຸຕິທຳກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ; ບົດສະຫລຸບກ່ຽວກັບການຈັດຕັ້ງປະຕິບັດແຜນການປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງ ສພຂ.
ການເຄື່ອນໄຫວຄັ້ງນີ້, ສສຊ ແລະ ສສຂ ຍັງໄດ້ຮັບຟັງຄຳສະເໜີຈາກຜູ້ເຂົ້າຮ່ວມ ເປັນຕົ້ນແມ່ນບັນຫາການພັດທະນາພື້ນຖານໂຄງລ່າງ, ບັນຫາການສຶກສາ, ການຈັດແບ່ງຕົວເລກໄປຮຽນຢູ່ສະຖາບັນຕ່າງໆທັງພາຍ ແລະ ຕ່າງປະເທດ ແລະ ອື່ນໆ ເຊິ່ງ ສສຊ, ສສຂ ກໍໄດ້ຊີ້ແຈ້ງບາງບັນຫາ ແລະ ໄດ້ຮັບເອົາຂໍ້ສະເໜີຈຳນວນໜຶ່ງໄປພິຈາລະນາແກ້ໄຂ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຕື່ມອີກ.
ພ້ອມນີ້, ຄະນະຍັງໄດ້ລົງຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຢູ່ເມືອງກະລຶມ ໂດຍມີທ່ານ ບຸນໄຫລ ບຸດຕະວົງ ເຈົ້າເມືອງໆກະລຶມ ພ້ອມຄະນະນຳຂອງເມືອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.