
23/02/2018 00:00 -
(ສພຊ) ໃນລະຫວ່າງວັນທີ 12-16 ກຸມພາ 2018 ທີ່ສະໂມສອນເຮືອນພັກແຄມງື່ມ ແຂວງວຽງຈັນ, ກຳມາທິການກົດໝາຍ ສະພາແຫ່ງຊາດ ຮ່ວມກັບກະຊວງພາຍໃນ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍທະບຽນຄອບຄົວ (ສະບັບປັບປຸງ) ໂດຍເປັນປະທານຮ່ວມຂອງທ່ານສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ແລະ ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ; ເຂົ້າຮ່ວມມີທ່ານຮອງປະທານກຳມາທິການກົດໝາຍ, ຜູ້ຕາງໜ້າຈາກ ຫ້ອງວ່າການປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍຈາກກະຊວງຍຸຕິທຳ, ຈາກກະຊວງການຕ່າງປະເທດ, ຈາກກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ກະຊວງພາຍໃນ.
ກົດໝາຍວ່າດ້ວຍທະບຽນຄອບຄົວສະບັບປີ 2009 ມີ VIII ພາກ 8 ໝວດ ແລະ 59 ມາດຕາ, ສຳລັບສະບັບປັບປຸງປີ 2018 ມີ VIII ພາກ 9 ໝວດ ແລະ 71 ມາດຕາ ເຊິ່ງກົດໝາຍສະບັບປັບປຸງແມ່ນມີການເພີ່ມໝວດ, ມາດຕາ ແລະ ປັບປຸງເນື້ອໃນບາງມາດຕາ ເພື່ອເຮັດໃຫ້ວຽກງານທະບຽນຄອບຄົວມີຄວາມຈະແຈ້ງ, ຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ເປັນລະບົບ, ຮອບດ້ານ ແລະ ຄົບຖ້ວນ; ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ສຸມໃສ່ປະກອບຄຳເຫັນ, ກວດກາດ້ານເນື້ອໃນໃສ່ແຕ່ລະມາດຕາ ເຮັດໃຫ້ມີຄວາມລະອຽດ, ຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຊາດ ແລະ ເປັນການກະກຽມຄວາມພ້ອມຮ່າງກົດໝາຍວ່າດ້ວຍທະບຽນຄອບຄົວ (ສະບັບປັບປຸງ) ທີ່ຈະນຳເຂົ້າ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ພິຈາລະນາຮັບຮອງ.