
28/09/2017 00:00 -
ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ຄະນະຮັບຜິດຊອບ ວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນສະພາແຫ່ງຊາດ ສສ ຫວຽດນາມ ປະຈຳແຂວງບິ່ງຖ້ວນ ຈັດຂຶ້ນໃນວັນທີ 22 ສິງຫາ 2017 ທີ່ນະຄອນຫລວງວຽງຈັນ, ນຳໂດຍ ສະຫາຍ ຄຳຊາວ ໄກຊົ່ງ ຮອງເລຂາທິການສະພາແຫ່ງຊາດ,
ສະຫາຍ ພົງສະເໜ່ ຍຸຕິທຳ ຫົວໜ້າຄະນະຮັບຜິດຊອບ ວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ; ສະຫາຍ ຮິ່ງ ແທງ ແກງ ຮອງເລຂາ ຫົວໜ້າຄະນະສະມາຊິກ ສະພາແຫ່ງຊາດ ແຂວງບິ່ງຖ້ວນ ສສ ຫວຽດນາມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ລາຍງານ ສະພາບລວມໂດຍຫຍໍ້ ກ່ຽວກັບກົງຈັກການຈັດຕັ້ງ, ສະພາບການເຄື່ອນໄຫວ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະຮັບຜິດຊອບ ວຽກງານເຂດເລືອກຕັ້ງ. ພ້ອມນີ້, ທັງສອງຝ່າຍ ໄດ້ປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ໂດຍສະເພາະແມ່ນ ບັນ ຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການເຄື່ອນໄຫວວຽກງານ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີການເຄື່ອນໄຫວຕື່ມອີກ ເພື່ອໃຫ້ສອດຄ່ອງກັບການ ເຕີບໃຫຍ່ຂະຫຍາຍຕົວ ຂອງການພັດທະນາ ເສດຖະກິດ-ສັງຄົມ.