
14/01/2019 00:00 -
(ສພຊ) ເພື່ອເຮັດໃຫ້ວຽກງານລາຍເຊັນເອເລັກໂຕຣນິກມີຄວາມຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ, ວ່ອງໄວ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ເພື່ອຮັບປະກັນໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິ ບັດໄດ້ນັ້ນ ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຮ່ວມກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມຮຽບຮຽງຮ່າງກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ໃນວັນທີ 7-8 ມັງກອນ 2019 ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ; ທ່ານ ບຸນປອນ ສີສຸລາດ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ເຂົ້າຮ່ວມມີທ່ານຮອງປະທານກໍາມາທິການກົດໝາຍ, ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງ, ພະນັກງານບໍານານ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ລັດຖະກອນທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານອີກຈໍານວນໜຶ່ງ.
ກອງປະຊຸມຄັ້ງນີ້, ໄດ້ນໍາເອົາຄໍາຄິດຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ໄດ້ປະກອບຄໍາເຫັນຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຕໍ່ຮ່າງກົດໝາຍສະບັບດັ່ງກ່າວ ມາຄົ້ນຄ້ວາ ແລະ ພິຈາລະນາ, ປັບປຸງ ແລະ ຮຽບຮຽງ ເຂົ້າໃສ່ເນື້ອໃນຂອງຮ່າງກົດໝາຍ ແລະ ພາຍຫລັງສໍາເລັດການຮຽບຮຽງແລ້ວ ຈະໄດ້ລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາກ່ອນຈະນໍາສະເໜີໃຫ້ປະທານສະພາແຫ່ງຊາດລົງລາຍເຊັນ ແລ້ວສົ່ງໃຫ້ປະທານປະເທດພິຈາລະ ນາອອກລັດຖະດໍາລັດປະກາດໃຊ້.
(ກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ)