
04/01/2019 00:00 -
(ສພຊ) ໃນລະຫວ່າງ 28-29 ທັນວາ 2018 ຢູ່ທີຫ້ອງປະຊຸມ ໄອຊີທີ (ICT) ນະຄອນປາກເຊ ແຂວງຈຳປາສັກ, ຄະນະສະມາຊິກສະແຫ່ງຊາດເພດຍິງ (ຄສພຍ) ໄດ້ເປີດກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ງແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ແລະ ສະມາຊິກສະພາປະຊາຊົນແຂວງ (ສພຂ) ເພດຍິງ; ພາຍໃຕ້ການເປັນປະທານຂອງທ່ານ ນາງ ທັດສະດາພອນ ແສງສຸລິຍາ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ; ເຂົ້າຮ່ວມມີຮອງປະທານກຳມາທິການກົດໝາຍ, ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງສະພາແຫ່ງຊາດ, ເລຂາທິການສະພາປະຊາຊົນແຂວງຈຳປາສັກ; ມີບັນດາຮອງປະທານ ຄສພຍ, ສສຊ-ສພຂ ເພດຍິງ ຈາກ 8 ແຂວງ ຄື: ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ຈໍາປາສັກ, ເຊກອງ, ອັດຕະປື, ໄຊສົມບູນ ແລະ ພະນັງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ ສສຊ-ສພຂ ເພດຍິງ ໄດ້ຮັບຮູ້ ແລະ ເຂົ້າໃນ ເຖິງສົນທິສັນຍາສາກົນ ທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ສ້າງທັກສະໃຫ້ແກ່ ສສຊ-ສພຂ ເພດຍິງ ໃຫ້ກາຍເປັນຜູ້ນຳໃນການປະກອບຄຳຄິດຄຳເຫັນໃນເວທີການເມືອງທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງຮຽນຮູ້ ແລະ ເຂົ້າໃຈບາງມາດຕາຂອງກົດໝາຍໃນຂົງເຂດ ແມ່ຍິງ ແລະ ເດັກນ້ອຍ ໃນວຽກງານຕິດຕາມກວດກາ, ພ້ອມທັງປຶກສາຫາລື ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນໃນຂົງເຂດວຽກງານແມ່ຍິງ ແລະ ເດັກນ້ອຍ.
ທ່ານ ນາງ ທັດສະດາພອນ ແສງສຸລິຍາ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ ແລະ ພະຍາຍາມຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງຕໍ່ບັນດາເອກະສານແລະ ກ້າສະເໜີທັດສະນະຄວາມຄິດເຫັນ, ຍົກສະພາບດ້ານດີ, ດ້ານອ່ອນ, ທັງແລກປ່ຽນຊຶ່ງກັນ ແລະກັນລະຫວ່າງບົດຮຽນຂອງສະມາຊິກສະພາແຫ່ງຊາດເພດຍິງ ກັບສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງໃນເຂດເລືອກຕັ້ງຂອງຕົນ ທຽບໃສ່ບົດຮຽນເຫັນວ່າພວກເຮົາຈະໄດ້ ຜ່ານການຝຶກອົບຮົມໃນຄັ້ງນີ້ ວ່າບັນຫາໃດທີ່ປະຕິບັດໄດ້ ແລະ ບັນດາບັນຫາໃດທີ່ຈະຕ້ອງໄດ້ສືບຕໍ່ພິຈາລະນາແກ້ໄຂ; ທັງນີ້ກໍເພື່ອແນ່ໃສ່ສ້າງຂີດຄວາມສາມາດ, ທັກສະໃຫ້ແກ່ສະມາຊິກສະພາແຫ່ງຊາດດເພດຍິງຂອງພວກເຮົາໃຫ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ທັງໝົດເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມຄ່ອງຕົວ ແລະ ຍົກຖານະບົດບາດຂອງສະມາຊິກສະພາແຫ່ງຊາດເພດຍິງ ໃຫ້ມີຄວາມເຂັ້ມແຂງນັບມື້ສູງຂຶ້ນ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງຄວາມຮູ້ພື້ນຖານກ່ຽວກັບເສດຖະກິດມະຫາພາກ ແລະ ຈຸລະພາກ ຈາກຕາງໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ; ການສົ່ງເສີມພາວະການເປັນຜູ້ນຳຂອງແມ່ຍິງໃນເວທີການເມືອງຢູ່ພາຍໃນ ແລະ ຕ່າງປະເທດ ຈາກ ທ່ານ ນາງ ບຸນຂໍາ ເຫງົ້າພະສິຣິ ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງສະພາແຫ່ງຊາດ; ບາງມາດຕາຂອງກົດໝາຍໃນຂົງເຂດວຽກງານແມ່ຍິງ ແລະ ເດັກ, ບົດຮຽນທີ່ດີໃນການເຮັດໜ້າທີ່ປະຕິບັດພາລະບົດບາດການຕິດຕາມກວດກາຂອງ ສພຊ ແລະ ສພຂ ຈາກທ່ານ ອຳໄພ ຈິດມານົນ ຮອງປະທານກຳທິການກົດໝາຍສະພາແຫ່ງຊາດ.
(ໄຊໂສພາພອນ ມິ່ງມຸງຄຸນ)