
04/01/2019 00:00 -
(ສພຊ) ລະຫວ່າງວັນທີ 24-26 ທັນວາ 2018 ທີ່ເມືອງວຽງຄໍາ ແຂວງວຽງຈັນ, ກໍາມາທິການຍຸຕິທຳສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມສຳມະນາຍົກລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງກຳມາທິການຍຸຕິທຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການຍຸຕິທຳ ໂດຍການເປັນປະທານຂອງທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ; ເຂົ້າຮ່ວມມີບັນດາປະທານ-ຮອງປະທານສະພາປະຊາຊົນຂັ້ນແຂວງ (ສພຂ), ຄະນະກົມກວດກາຄະດີແພ່ງ ແລະ ຄະດີອາຍາ, ກົມກວດກາອົງການໄອຍະການ, ກົມຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກົມກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ, ກົມຄົ້ນຄວ້າຄຳຮ້ອງ-ຄຳສະເໜີ, ຕາງໜ້າອົງການກວດກາລັດຖະບານ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 130 ກວ່າທ່ານ.
ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ສະມາຊິກສະພາແຫ່ງຊາດ ທີ່ເປັນກຳມາການຂອງກຳມະທິການຍຸຕິທຳ ແລະ ພະນັກງານທີ່ຮັບຜິດຊອບວຽກງານແກ້ໄຂຄຳຮ້ອງຟ້ອງ, ວຽກງານຕິດຕາມກວດກາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ ໃຫ້ໄດ້ຮັບການຍົກລະດັບຄວາມຮູ້ທາງດ້ານກົດໝາຍ ແລະ ມີຄວາມເຂົ້າໃຈເຖິງພາລະບົດບາດ ໃນການຕິດຕາມກວດກາການແກ້ໄຂຄຳຮ້ອງຟ້ອງຂອງອົງການຕຸລາການ ແລະ ການແກ້ໄຂຄຳສະເໜີຂອງອົງການບໍລິຫານ, ຮັບປະກັນການຄົ້ນຄວ້າພິຈາລະນາແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ຖືກຕ້ອງຕາມຫລັກການ ແລະ ມີແບບແຜນວິທີເຮັດທີ່ສອດຄ່ອງ ເພື່ອເຮັດໃຫ້ການແກ້ໄຂຄຳຮ້ອງທຸກຂອງອົງການຕ່າງໆມີປະສິດທິພາບ, ຖືກຕ້ອງຕາມກົດໝາຍ ແລະ ຍຸຕິທຳ.
ທ່ານປະທານກຳມາທິການຍຸຕິທຳ ໄດ້ກ່າວວ່າ: ບັນດາເນື້ອໃນທີ່ນຳມາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນແມ່ນມີຄວາມສຳຄັນເພື່ອເປັນຂໍ້ມູນຮັບໃຊ້ເຂົ້າໃນວຽກງານພາຍໃນກຳມາທິການຍຸຕິທຳ ແລະ ກໍເປັນກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງພາຍນອກ ໃນການປະຕິບັດພາລະບົດບາດຂອງກຳມາທິການຍຸຕິທຳ ເວົ້າລວມ, ເວົ້າສະເພາະແມ່ນສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງກຳມາທິການຍຸຕິທຳທີ່ປະຈຳຢູ່ທ້ອງຖິ່ນ; ສະນັ້ນ, ເພື່ອໃຫ້ເຮັດກອງປະຊຸມມີປະສິດທິຜົນ ແລະ ບັນດາເອກະສານທີ່ໄດ້ນຳມາສະເໜີເທື່ອນີ້ ໃຫ້ມີເນື້ອໃນຄົບຖ້ວນ ແລະ ເລິກເຊິ່ງແທດເໝາະກັບສະພາບຕົວຈິງ ມີຄວາມເອກະພາບກັນດ້ານກົນໄກ, ເນື້ອໃນ ແລະ ແບບແຜນວິທີການເຮັດວຽກພາຍໃນກຳມາທິການຍຸຕິທຳສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນຕ່າງໆຢ່າງກົງໄປກົງມາ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ວິທີແກ້ໄຂໃນຕໍ່ໜ້າ; ທ່ານຍັງໄດ້ກ່າວຕື່ມອີກວ່າກອງປະຊຸມຄັ້ງນີ້ ຈະຊ່ວຍໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ສັງກັດຢູ່ກຳມາທິການຍຸຕິທຳ ແລະ ບັນດາທ່ານຈາກພາກສ່ວນກ່ຽວຂ້ອງ ຈະມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ວຽກງານຍຸຕິທຳ ໂດຍສະເພາະການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ວຽກງານຕິດຕາມກວດກາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບພາລະບົດບາດ, ສິດ , ໜ້າທີ່ ແລະ ຄວາມຮັບຜິດຊອບຂອງກຳມາທິການຍຸຕິທຳ ກໍຄືພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພາກສ່ວນກ່ຽວຂ້ອງ ບົນພື້ນຖານທີ່ກົດໝາຍໄດ້ກຳນົດໄວ້.
ກອງປະຊຸມສຳມະນາຄັ້ງນີ້, ໄດ້ຮັບຟັງການສະເໜີຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການພິຈາລະນາຄຳຮ້ອງຂໍຄວາມເປັນທຳ ສະບັບປ່ຽນແທນມະຕິ 171, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງກຳມາທິການທີ່ປະຈຳຢູ່ທ້ອງຖິ່ນ ພ້ອມທັງກົນໄກລາຍງານສ່ອງແສງແຕ່ລະເດືອນ, ຮ່າງບົດສະເໜີ ແລກປ່ຽນແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ຮ່າງບົດສະເໜີແລກປ່ຽນບົດຮຽນກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ສະເໜີຮ່າງແຈ້ງການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງກຳມາທິການຍຸຕິທຳ ສະພາແຫ່ງຊາດ. ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
(ນາງ ກຸກກິກ ບຸດດາໄຊ)