
08/11/2018 00:00 -
(ສພຊ) ໃນວັນທີ 24 ຕຸລາ 2018 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ (ສພຂ) ຊຽງຂວາງ, ກຳມາທິການວັດທະນະທຳ-ສັງຄົມ (ກວທສ) ສະພາແຫ່ງຊາດ (ສພຊ) ໄດ້ເປີດກອງປະຊຸມຕິດຕາມກວດກາ ໂດຍການເປັນປະທານຂອງທ່ານ ສົມພູ ດວງສະຫວັນ ປະທານ ກວທສ; ເຂົ້າຮ່ວມມີທ່ານ ນາງ ແສງຄຳ ຊົ່ງຊະນະ ປະທານ ສພຂ ແລະ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ມີບັນດາທ່ານເລຂາທິການ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທັງນີ້, ກໍເພື່ອຕິດຕາມກວດກາວຽກງານຕ່າງໆທີ່ສໍາຄັນ ແລະ ຈຳເປັນ ໂດຍສະເພາະແມ່ນຂອງກໍາມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສພຂ ຊຽງຂວາງ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໃນຂົງເຂດວັດທະນະທໍາ-ສັງຄົມ; ຈາກນັ້ນ, ຕາງໜ້າແຕ່ລະພະແນກການໄດ້ມີຄໍາຄິດຄໍາເຫັນ ແລະ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ໃນຕອນທ້າຍ ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ເນັ້ນໜັກບາງວຽກງານຈາກທ່ານປະທານກອງປະຊຸມ ໂດຍທ່ານໄດ້ເນັ້ນໃຫ້ແຕ່ລະພະແນກການໃນຂົງເຂດວັດທະນະທຳ-ສັງຄົມ ຈົ່ງຍົກສູງລະບົບແບບແຜນການເຮັດວຽກໃຫ້ມີຄຸນນະພາບສຸງ ແລະ ທ່ວງທັນກັບເວລາ; ນອກຈາກນັ້ນ, ທ່ານຍັງຍົກໃຫ້ເຫັນພາລະບົດບາດ ແລະ ຄວາມໝາຍຄວາມສຳຄັນຂອງວຽກງານຕິດຕາມກວດກາໃນວຽກງານດ້ານຕ່າງໆ.
(ນາງ ສຸກສະຫວັນ ອິນທະແສງ)