ເຄື່ອງໝາຍຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ານລຸ່ມມີຮູບ ເຄິ່ງກົງຈັກເປັນແຂ້ວ ແລະໂບສີແດງຂຽນອັກສອນ ສາທາລະນະລັດ ປະຊາທິປະ ໄຕປະຊາ ຊົນລາວ, ສອງຂ້າງອ້ອມດ້ວຍຮວງເຂົ້າສຸກ ເປັນຮູບເຟື້ອງພະຈັນ ແລະໂບສີແດງ ຂຽນອັກ ສອນ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ລະຫວ່າງກາງຂອງສອງປາຍຮວງເຂົ້າ ມີຮູບທາດຫຼວງ, ຢູ່ກາງຮູບວົງ ມົນມີຫົນທາງ, ທົ່ງນາ, ປ່າໄມ້ ແລະເຄື່ອນໄຟຟ້ານໍ້າຕົກ.