ທີ່ຕັ້ງ ຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງສະພາແຫ່ງຊາດ ປະກອບດ້ວຍສະມາຊິກສະພາແຫ່ງຊາດ ທີ່ເປັນກຳມະການຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຶ່ງໄດ້ຖຶກຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ;
ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ ແລະ ມີຊື່ຫຍໍ້ເປັນຕົວອັກສອນ “ກປຊສ”
ພາລະບົດບາດ ຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີພາລະບົດບາດເປັນເສນາທິການ ໃຫ້ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການສ້າງ ແລະ ປັບປຸງກົດໝາຍ, ຄົ້ນຄວ້າບັນຫາສຳຄັນຂອງປະເທດຊາດ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງຕົນ ຫຼືຕາມການມອບໝາຍຂອງ ຄະນະປະຈຳສະພາແຫ່ງຊາດ.
ສິດ ແລະ ໜ້າທີ່ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ສິດ ແລະ ໜ້າທີ່ ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີດັ່ງນີ້:
1 ສິດ ແລະ ໜ້າທີ່ ດ້ານນິຕິບັນຍັດ:
1. ປະສານສົມທົບ ກັບກໍາມາທິການຂອງສະພາແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫົງບ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອສະເໜີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ;
2. ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ, ຮ່າງລັດຖະບັນຍັດ, ຮ່າງລັດຖະດໍາລັດ, ຮ່າງດໍາລັດ ແລະ ນິຕິກໍາອື່ນໆ ທີ່ຂະແໜງການກ່ຽວຂ້ອງສະເໜີມາ;
3. ປະສານສົມທົບກັບກໍາມາທິການອື່ນ, ກະຊວງ ແລະ ຂະແໜງການກ່ຽວຂ້ອງ ເພື່ອຈັດຕັ້ງສໍາມະນາຍົກລະດັບຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ກໍາລັງປະກອບອາວຸດ, ພ້ອມນັ້ນກໍຊຸກຍູ້ກະຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບ ໃຫ້ອອກນິຕິກໍາລຸ່ມກົດໝາຍ ເພື່ອຮັບໃຊ້ການປະຕິບັດໜ້າທີ່ວຽກງານຂອງຕົນ;
4. ປະສານສົມທົບກັບກໍາມາທິການອື່ນ, ອົງການທີ່ກ່ຽວຂ້ອງເພື່ອນໍາເອົາບັນດາກົດໝາຍ ແລະ ນິຕິກໍາ ທີ່ພົວ ພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄປໂຄສະນາເຜີຍແຜ່ໃຫ້ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ.
2 ສິດ ແລະ ໜ້າທີ່ ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ
1. ປະສານສົມທົບກັບອົງການທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ພິຈາລະນາການໃຫ້ສັດຕະຍາບັນແກ່ ສັນຍາ, ສົນທິສັນ ຍາສາກົນ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
2. ເຂົ້າຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ໃນຂະແໜງການທີ່ຕົນຮັບຜິດຊອບ;
3. ຮັບ ແລະ ພິຈາລະນາບົດລາຍງານຂອງຂະແໜງການຕ່າງໆ ກ່ຽວກັບບັນຫາສໍາຄັນຂອງຊາດ ຕາມພາລະບົດ ບາດຂອງຕົນ.
3 ສິດ ແລະ ໜ້າທີ່ ຕິດຕາມ, ກວດກາ:
1. ຕິດຕາມ, ກວດກາ ຊຸກຍູ້ຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາຕ່າງໆ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫົງບ;
2. ພົວພັນປະສານສົມທົບກັບການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ແລະ ຊັກຖາມບັນຫາໃດໜຶ່ງທີ່ກ່ຽວຂ້ອງພົວ ພັນເຖິງວຽກງານຂອງຕົນ;
3. ຄົ້ນຄວ້າໂຈະການຈັດຕັ້ງປະຕິບັດ, ການປັບປຸງ, ຍົກເລີກ, ລົບລ້າງກົດໝາຍ ແລະ ນິຕິກໍາອື່ນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ;
4. ສົມທົບກັບກໍາມາທິການທີ່ກ່ຽວຂ້ອງຕິດຕາມ, ກວດກາ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາ 3 ສ້າງ ຂອງລັດຖະບານ;
ສິດ ແລະ ໜ້າທີ່ ຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີດັ່ງນີ້:
1. ສ້າງແຜນການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລຍະ;
2. ດໍາເນີນກອງປະຊຸມຄະນະກໍາມາທິການ, ກອງປະຊຸມຄົບຄະນະ, ກອງປະຊຸມສໍາມະນາ ແລະ ກອງປະຊຸມອື່ນ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ;
3. ສະເໜີຄະນະປະຈໍາສະພາແຫ່ງຊາດ ແຕ່ຕັ້ງ, ຍຸບເລີກກົມ, ພະແນກ ທີ່ຂຶ້ນກັບກໍາມາທິການ ແລະ ແຕ່ງຕັ້ງໜ່ວຍສະເພາະກິດໃນເມື່ອມີຄວາມຈໍາເປັນ;
4. ຕ້ອນຮັບ, ຊັກຖາມບຸກຄົນ ຫຼື ການຈັດຕັ້ງ, ຄໍາຮ້ອງ, ສະເໜີ ຂອງປະຊາຊົນບັນດາເຜົ່າ, ນາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕໍາຫຼວດ ຕໍ່ບັນຫາໃດໜຶ່ງ ໂດຍຜ່ານໂທລະສັບສາຍດ່ວນ ຫຼື ບັນດາຄໍາຄິດ, ຄໍາເຫັນຕ່າງໆ ທີ່ມີຄວາມສົນໃຈ;
5. ສະເໜີຍົກລະດັບດ້ານຕ່າງໆ ໃຫ້ແກ່ພະນັກງານ-ນັກຮົບ ໄປທັດສະນະສຶກສາແລກປ່ຽນບົດຮຽນ ພັກຜ່ອນ ແລະ ອື່ນໆ ທັງພາຍໃນ ແລະ ຕ່າງປະເທດ;
6. ຕິດຕາມ, ຄົ້ນຄວ້າ ກໍາແໜ້ນສະພາບການຂໍ້ມູນ-ຂ່າວສານ, ເລ່ລ່ຽມກົນອຸບາຍຂອງຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນແຕ່ລະໄລຍະທີ່ພົວພັນເຖິງຄວາມສະຫງົບແຫ່ງຊາດ ເພື່ອລາຍງານໃຫ້ປະທານ ແລະ ຮອງປະທານ ສະພາແຫ່ງຊາດ;
7. ລົງພົບປະຢຽມຢາມກໍາລັງປະກອບອາວຸດ ຢູ່ບັນດາກົມກອງຮາກຖານ ໂດຍຜ່ານສາຍຕັ້ງ;
8. ຕິດຕາມ, ຊຸກຍູ້ ຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ ຕາມພາລະບົດບາດໜ້າທີ່ຂອງຕົນ;
9. ພົວພັນຮ່ວມມືວຽກງານຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ໂດຍສະເພາະຕໍ່ປະເທດເພື່ອນມິດຍຸດທະສາດ;
10. ສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ເລື່ອນຊັ້ນ, ຍ້ອງຍໍ ແລະ ສໍາຫຼວດກວດກາ, ວິໄນຕໍ່ພະນັກງານ-ນັກຮົບຂອງຕົນ ຕາມລະບຽບກົດໝາຍຂອງກໍາລັງປະກອບອາວຸດ;
11. ຊີ້ນໍາວຽກງານວິຊາການຂອງບັນດາກົມທີ່ເປັນເສນາທິການ ໃຫ້ແກ່ຕົນ;
12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ການມອບໝາຍຂອງປະທານ ແລະ ຮອງປະທານ ສະພາແຫ່ງຊາດ;
13. ສະຫຼຸບ, ຖອດຖອນບົດຮຽນ ແລະ ລາຍງານການເຄື່ອນໄຫວວຽກງານຂອງກໍາມາທິການ ໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນແຕ່ລະໄລຍະ 1 ເດືອນ, 3 ເດືອນ ແລະ 1 ປີ.
(ອິງຕາມ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 0146/ຄປຈ, ລົງວັນທີ 29/09/2016 ວ່າດ້ວຍ ກາຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ)