ປະທານສະພາແຫ່ງຊາດ
ປະທານສະພາແຫ່ງຊາດ ແມ່ນ ຫົວໜ້າສູງສຸດຂອງສະພາແຫ່ງຊາດ, ເປັນຜູ້ຊີ້ນຳ ແລະນຳພາວຽກງານຂອງສະພາແຫ່ງຊາດ ທັງເປັນຜູ້ຕາງໜ້າສະພາແຫ່ງຊາດ ໃນການພົວພັນວຽກງານພາຍໃນ ແລະຕ່າງປະເທດ.
ສິດ ແລະ ໜ້າທີ່ຂອງປະທານສະພາແຫ່ງຊາດ
ປະທານສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ເປັນປະທານ ຄະນະປະທານ ກອງປະຊຸມສະພາແຫ່ງຊາດ, ປະທານກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ;
2. ຊີ້ນຳ, ນຳພາ ແລະຕິດຕາມກວດກາການເຄື່ອນໄຫວວຽກງານຂອງ ຄະນະປະຈຳສະພາແຫ່ງຊາດ, ກຳມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະກົງຈັກທີ່ຄະນະປະຈຳສະພາແຫ່ງຊາດ
ສ້າງຕັ້ງ;
3. ປຶກສາຫາລື, ປະສານສົມທົບວຽກງານສຳຄັນຂອງປະເທດຊາດ ກັບປະທານປະເທດ, ນາຍົກລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງອື່ນ;
4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ຮອງປະທານສະພາແຫ່ງຊາດ
ຮອງປະທານສະພາແຫ່ງຊາດ ມີໜ້າທີ່ຊ່ວຍປະທານສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຮັບຜິດຊອບວຽກງານໃດໜຶ່ງ, ເປັນຜູ້ວ່າການແທນ, ເປັນປະທານກອງປະຊຸມ ສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຕາມການມອບໝາຍ ຂອງ ປະທານ ສະພາແຫ່ງຊາດ.
ຮອງປະທານສະພາແຫ່ງຊາດ ເປັນຄະນະປະທານກອງປະຊຸມສະພາແຫ່ງຊາດ.
(ລະບຸໄວ້ໃນມາດຕາ 40 ,41 ແລະ42 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ ສະບັບປັບປຸ່ງປີ 2015)