ທີ່ຕັ້ງຂອງສະມາຊິກສະພາແຫ່ງຊາດ
ສະມາຊິກສະພາແຫ່ງຊາດ ເປັນຕົວແທນແຫ່ງມານະຈິດ, ສິດ, ຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າ ຊຶ່ງແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ ໃຕ້ ການກວດກາຂອງປະຊາຊົນ, ປະຕິບັດ ສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 20 ຂອງກົດໝາຍສະບັບນີ້.
ສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ
ສະມາຊິກສະພາແຫ່ງຊາດ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ຄົ້ົ້ນຄວ້າ, ເຊື່ອມຊືມ ແລະ ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ລັດຖະ ທຳມະນູນ, ກົດໝາຍຂອງລັດ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະມະຕິຕົກລົງຂອງຄະນະປະຈຳ ສະພາແຫ່ງຊາດ, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ;
2. ໂຄສະນາ, ເຜີຍແຜ່, ປຸກລະດົມ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ໃຫ້ເຊຶ່ອມຊືມ ແລະ ເຂົ້ົ້າຮ່ວມໃນການປະຕິບັດແນວທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດ, ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງ ຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ໃຫ້ຮູ້ ແລະ ເຂົ້າໃຈສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ, ເຂົ້ົ້າຮ່ວມ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ;
3. ລາຍງານການເຄື່ອນໄຫວວຽກງານຕໍ່ປະຊາຊົນ ໃນເຂດເລືອກຕັ້ງຂອງຕົນຢ່າງໜ້ອຍ ປີລະສອງເທື່ອ ແລະ ດຳເນີນຊີວິດການເມືອງ ໃນຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງຂອງຕົນ ຢ່າງເປັນປົກກະຕິ;
4. ເຂົ້າຮ່ວມແຕ່ຫົວທີ ກັບອົງການປົກຄອງທ້ອງຖິ່ນ ເປັນຕົ້ນ ຫ້ອງວ່າການ ແລະ ພະແນກ ການອ້ອມ ຂ້າງແຂວງ, ນະຄອນ ໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດຂອງທ້ອງຖິ່ນ ແລະ ບັນຫາສຳຄັນອື່ນ ໃນເຂດເລືອກຕັ້ງຂອງຕົນ;
5. ເຂົ້ົ້າຮ່ວມກອງປະຊຸມສະພາແຫ່ງຊາດ ຢ່າງເປັນປົກກະຕິ, ຄົ້ນຄວ້າ, ກະກຽມເນື້ອໃນ ການປະກອບຄຳເຫັນໃນກອງປະຊຸມ ແລະ ລົງຄະແນນສຽງ ດ້ວຍຄວາມຮັບຜິດຊອບສູງ.
ໃນກໍລະນີທີ່ບໍ່ສາມາດເຂົ້າຮ່ວມກອງປະຊຸມໄດ້ ຍ້ອນສາເຫດຈຳເປັນໃດໜຶ່ງ ສະມາຊິກສະພາແຫ່ງ ຊາດ ຕ້ອງໄດ້ຮັບອະນຸຍາດຢ່າງເປັນລາຍລັກອັກສອນ ຈາກປະທານຄະນະປະຈຳສະພາແຫ່ງຊາດ;
6. ຊັກຖາມ ປະທານປະເທດ, ປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຄະນະລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ໃນກອງປະຊຸມສະ ພາແຫ່ງຊາດ; ຊັກຖາມເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ຫົວໜ້າພະແນກການຕ່າງໆ ຂອງແຂວງ, ນະຄອນ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ;
7. ໃຫ້ຄຳແນະນຳແກ່ພົນລະເມືອງ ກ່ຽວກັບການຍື່ນຄຳຮ້ອງທຸກ; ປະກອບຄຳຄິດຄຳເຫັນໃຫ້ ແກ່ຄະນະສະມາ ຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ກ່ຽວກັບການພິຈາລະນາຄຳຮ້ອງຂໍຄວາມເປັນທຳ ເພື່ອໃຫ້ຄະນະ ດັ່ງກ່າວ ພິຈາລະນາຕາມພາລະບົດບາດຂອງຕົນ;
8. ພົບປະ, ໃກ້ຊິດຕິດແທດກັບປະຊາຊົນ, ຊອກຮູ້ ແລະ ນຳເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາດຖະໜາ ແລະ ຄຳສະເໜີຂອງປະຊາຊົນ ເພື່ອສະເໜີຕໍ່ສະພາແຫ່ງ ຊາດ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ພິຈາລະນາ, ແກ້ໄຂ;
9. ເຂົ້ົ້າຮ່ວມກອງປະຊຸມ, ການເຄື່ອນໄຫວ ແລະ ພິທີທີ່ສຳຄັນຕ່າງໆ ຂອງອົງການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆ ໃນເຂດເລືອກຕັ້ງຂອງຕົນ ໂດຍໜ້າທີ່ ແລະ ຕາມການເຊີນ;
10. ໄດ້ຮັບຂໍ້ມູນ, ຂ່າວສານຕ່າງໆ ທີ່ຈຳເປັນໃນການປະຕິບັດຫນ້າທີ່ຂອງຕົນ;
11. ສະຫລຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລຍະ ຢ່າງເປັນລາຍລັກອັກສອນ ໃຫ້ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ກຳມາທິການທີ່ຕົນສັງກັດ ຊາບ;
12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບພາຍໃນ ຂອງສະພາແຫ່ງ ຊາດ.
(ກຳນົດໄວ້ໃນກົດໝາຍວ່າດວ້ຍສະພາແຫ່ງຊາດ)
ມາດຖານຂອງສະມາຊິກສະພາແຫ່ງຊາດ
ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດຕະຖານຄົບຖ້ວນ ດັ່ງນີ້:
1. ຄົນລາວທີ່ສັນຊາດລາວ ແຕ່ອາຍຸ ຊາວເອັດປີຂຶ້ນໄປ;
2. ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ແນວທາງປ່ຽນແປງໃຫມ່ຂອງພັກ, ຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ມີຫລັກໜັ້ນມິດ-ສັດຕູຢ່າງຈະແຈ້ງ ແລະ ເດັດຂາດ;
3. ກຳແໜ້ນແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ, ຮູ້ໂຄສະນາປຸກລະດົມຊວນເຊື່ອ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວເຂົ້າຮ່ວມໃນ ການຈັດຕັ້ງປະຕິບັດຕົວຈິງ;
4. ມີທັດສະນະມະຫາຊົນຢ່າງຖືກຕ້ອງ, ເປັນສັນຍາລັກແຫ່ງຄວາມສາມັກຄີປະຊາຊົນບັນດາເຜົ່າ, ມີແບບແຜນເຮັດວຽກທີ່ຕິດພັນກັບຮາກຖານ, ໃກ້ຊິດຕິດແທດກັບປະຊາຊົນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ;
5. ມີລະດັບຄວາມຮູ້, ຄວາມສາມາດອັນແນ່ນອນ ເພື່ອສາມາດຄົ້ນຄວ້າ ແລະປະກອບຄວາມເຫັນເຂົ້າໃນການປະຕິບັດສິດ ແລະ ຫນ້າທີ່ຂອງສະມາຊິກສະພາແຫ່ງຊາດ;
6. ມີສຸຂະພາບດີ ເພື່ອຮັບປະກັນການປະຕິບັດຫນ້າທີ່ວຽກງານ ທີ່ມອບຫມາຍຢ່າງເປັນປົກກະຕິ.
ຫລັກການເລືອກຕັ້ງສະມາຊິກສະພາແຫ່ງຊາດ
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ປະຕິບັດຕາມຫລັກການພື້ນຖານ ດັ່ງນີ້:
1. ຫລັກການທົ່ວໄປ;
2. ຫລັກການສະເໝີພາບ;
3. ຫລັກການໂດຍກົງ;
4. ຫລັກການລົງຄະແນນສຽງປິດລັບ.
(ກຳນົດໄວ້ໃນກົດໝາຍວ່າດວ້ຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ)